Jump to content

ຜູ້ໃຊ້:Kitaarnundra

ຈາກ ວິກິພີເດຍ

ທ່ານ Souliya NUANOUNTHAMOUNTRY ( ສຸລິຍາ ນວນທະມຸນຕີ, ຊື່ຫລິ້ນແມ່ນ ກິ) ເກີດເມື່ອວັນທີ 16/05/1988 ທີ່ ບ້ານ ຜາສັງໃຕ້ ເມືອງເຟືອງ ແຂວງວຽງຈັນ ເປັນລູກຂອງທ່ານ ແສງອາລຸນ(ຫລອງ) ແລະນາງ ນວນ, ມີອ້າຍເອື້ອຍນ້ອງ ຮ່ວມອຸທອນນຳກັນ 5 ຄົນ ອ້າຍ 2ຄົນ ເອື້ອຍ 2 ຄົນ.

ລະດັບການສຶກສາ:

- ປີ 2008-2011 ຮຽນຈົບຄັອດ ໄອທີເຊັນເຕີ ມະຫາວິທະຍາໄລແຫ່ງຊາດ ລະບົບ Hardware, ແລະ ພື້ນຖານ Programmer ( ພາສາ C, HTML,PHP, java, vb...)

- ປີ 2007-2012 ຮຽນຈົບ ມະຫາວິທະຍາໄລແຫ່ງຊາດ ຈາກຄະນະເສດຖະສາດ ບໍລິຫານທຸລະກິດ ,

- ປີ 2008-2013 ຮຽນຈົບ ມະຫາວິທະຍາໄລແຫ່ງຊາດ ຈາກຄະນະສຶກສາສາດ ສາຍຄູ ພາສາສາດ ,

- ປີ 2010-2013 ຈົບພາສາອັງກິດຈາກ ວິທະຍາໄລໄຊພັດທະນາ ທີ່ນະຄອນຫຼວງວຽງຈັນ,

ປະສົບການ ການເຮັດວຽກ

- ປີ 2013-2015 ເຮັດວຽກເປັນນັກຂ່າວ ສັງກັດໜັງສືພິມ “ເສດຖະກິດການຄ້າ”. ນຳສະເໜີຂ່າວ ຫົວນ່ວຍທຸລະກິດ ທັງພາຍໃນ ແລະຕ່າງປະເທດ, ແລະ ຂ່າວສານທາງດ້ານ ໄອທີ.

- ປີ 2012-2013 ເຮັດວຽກຢູ່ໂຮງແຮມ ດວງເດືອນ, ໜ້າທີີຮັບຜິດຊອບ ສັງລວມບັນຊີ ແລະລາຍງານບັນຊີປະຈຳວັນ.

- ປີ 2011- 2012 ເປັນ ອາສາສະໝັກ ໃນໂຄງການ ເມດຕາທຳ, ແລະ ທັມມະສັນຈອນ ໜ້າທີຮັບຜິດຊອບ ລົງເຜີຍແຜ່ ຄວາມຮູ້ ວັດທະນະທຳ, ສິດສອນຄວາມຮູ້ຄວາມເຂົ້າໃຫ້ໃຫ້ໄວລຸ້ນ ຫ່່າງໄກຈາກຢາເສບຕິດ ຕາມໂຮງຮຽນຕ່າງໆ (SOS, ມສ ສາທິດ, ມສ ດອນໜູນ, ມສ ທ່າງອນ, ໄພລ້ອມ...)

- ປີ 2013 ເປັນອາຈານ ສອນພາສາ ອັງກິດຢູ່ ສູນມີໄຊ ເປັນເວລາ 6 ເດືອນ.

- ປີ 2013-2014 ເປັນອາຈານສອນ ຄອມພິວເຕີ ຢູ່ວິທະຍາໄລພະເມືອງ.

ໃນປີ 2015 ໄດ້ລາອອກຈາກໜັງສືພິມເສດຖະກິດ ການຄ້າ ແລະ ໄດ້ໄປສັງກັດຢູ່ບໍລິສັດເອກະສົນແຫ່ງໜຶ່ງໃນເຂດ ນິຄົມອຸດສາຫະກຳ ວຽງຈັນໂນນທອງ ໃນນະຄອນຫລວງວຽງຈັນ,

  • ອຸດົມຄະຕິໃນຊີວິດ: “ ມັນເປັນໄປໄດ້ ແລະ ເຮົາເຮັດມັນໄດ້"
  • ດ້ວຍອຸປະນິດໄສ ເປັນຄົນສຸພາບຮຽບຮ້ອຍ ເຂົ້າເພື່ອນຝຸງໄດ້ດີ.