ຜູ້ໃຊ້:ຄໍາວົງສາ
ການແບ່ງຈຸລັງແບບຮັກສາມີ4ໄລຍະຕົ້ນຕໍຄື:ໄລຍະຕົ້ນ,ໄລຍະກາງ,ໄລຍະຫຼັງ ແລະ ໄລຍະທ້າຍ
ໃນໄລຍະຕົ້ນ(Prophase):
ໃນໄລຍະນີ້ໂຄຣໂມໂຊມທີ່ປະກອບດ້ວຍ2ໂຄຣມາຕິດຈະບິດ ແລະ ຫົດຕົວເຂົ້າເຮັດໃຫ້ໂຄຣໂມໂຊມໜາຂຶ້ນ,ສັ້ນລົງ ແລະ ເຫັນໄດ້ຢ່າງຊັດເຈນ.ເຈ້ຍຫຸ່ມແກ່ນ ແລະ ແກ່ນນ້ອຍກໍຈະເລີ່ມສູນຫາຍໄປ.ນອກນີ້,ຊັງຕຣີໂອນສອງອັນຕັ້ງສາກກັນ ຫຼື ຊັງໂຕຣໂຊມຈະປະກອບເປັນ2ອັສແຕຈ່ອງໃສ່ກັນດ້ວຍເສັ້ນໃຍບໍ່ມີສີ ແລະ ແຕ່ລະອັສແຕຈະເຄື່ອນທີ່ໄປຢູ່ແຕ່ລະຂົ້ວຂອງຈຸລັງ ໃນຈຸລັງພືດບໍ່ມີຊັງຕຣີໂອນແຕ່ຈະມີເສັ້ນໃຍບໍ່ມີສີເກາະຢູ່ແຕ່ລະຊັງໂຕຣແມຂອງໂຄຣໂມໂຊມ.
ໃນໄລຍະກາງ(Metaphase):
ໃນໄລຍະນີ້ໂຄຣໂມໂຊມທີ່ຢູ່ປົນເປກັນຈະມາເຕົ້າໂຮມຢູ່ຈຸດເຄິ່ງກາງຈຸລັງໂດຍເອົາຊັງໂຕຣແມຕິດກັບເສັ້ນໃຍບໍ່ມີສີ.ໂຄຣໂມໂຊມທີ່ລຽນກັນເປັນ2ຈຸ ຈະບິດແລະຫົດຕົວເຂົ້າເຖິງຂັ້ນທີ່ສຸດ ເຊິ່ງເຮົາສາມາດກໍານົດລັກສະນະ ແລະ ຈໍານວນຂອງໂຄຣໂມໂຊມໄດ້.ຊັງໂຕຣແມຈະແບ່ງເຄິ່ງເຮັດໃຫ້2ໂຄຣມາຕິດເລີ່ມແຍກຕົວອອກຈາກກັນ
ໄລຍະຫຼັງ(Anaphase):
ໃນໄລຍະນີ້ເສັ້ນໃຍບໍ່ມີສີຈະຫົດຕົວເຂົ້າ ແລ້ວດຶງເອົາໂຄຣມາຕິດໃຫ້ແຍກອອກຈາກກັນ ກາຍເປັນໂຄຣໂມໂຊມ2ກຸ່ມ ແຕ່ລະກຸ່ມຈະຄ່ອຍໆເຄື່ອນຍ້າຍໄປຫາແຕ່ລະຂົ້ວຂອງຈຸລັງ
ໄລຍະທ້າຍ(Telophase):
ໃນໄລຍະນີ້ໂຄຣໂມໂຊມແຕ່ລະກຸ່ມທີ່ໂຮມຕົວກັນຢູ່ແຕ່ລະຂົ້ວຂອງຈຸລັງ ຈະເລີ່ມມາຍຕົວອອກກາຍເປັນເສັ້ນໃຍບາງໆແລບໆ ເອີ້ນວ່າ ເສັ້ນໃຍໂຄຣມາຕິນ ດັ່ງດຽວກັບຢູ່ໃນໄລຍະກຽມ,ເສັ້ນໃຍບໍ່ມີສີ ແລະ ອັສແຕຈະຫາຍໄປ,ເຈ້ຍຫຸ້ມແກ່ນ ແລະ ແກ່ນນ້ອຍກະເລີ່ມປາກົດຂຶ້ນ,ເຈ້ຍຫຸ້ມຈຸລັງກະຄ່ອຍໆກິ່ວເຂົ້າຫວ່າງກາງຈຸລັງ ຈົນໃນທີ່ສຸດຈຸງລັງຂາດ ແລະ ແບ່ງອອກເປັນ2ຈຸລັງ ແຕ່ໃນກໍລະນີຈຸລັງພືດທີ່ບໍ່ມີເຈ້ຍຫຸ້ມຈຸລັງຈະປາກົດມີແຜ່ນຂັ້ນລະຫວ່າງກາງຈຸລັງທີ່ຂັ້ນໂຄຣໂມໂຊມ2ກຸ່ມ ແລ້ວກາຍເປັນເປືອກຫຸ້ມຂອງ2ຈຸລັງໃໝ່ ທີ່ແຍກອອກຈາກກັນ
+ເມື່ອມາຮອດໄລຍະທ້າຍນີ້ກໍຖືວ່າການແບ່ງຈຸລັງແບບຮັກສາໄດ້ສົມບູນ.ຈາກນັ້ນ,ຈະມີການແບ່ງຈຸລັງວົນໄປເລື້ອຍໆຕໍ່ຈາກໄລຍະທ້າຍກໍແມ່ນໄລຍະG1ຂອງໄລຍະInterphase ຫຼື ໄລຍະກະກຽມນັ້ນເອງ.