Jump to content

ຜູ້ໃຊ້:พิมม์มะสอน

ຈາກ ວິກິພີເດຍ


ຍາຄຣູຂີ້ຫອມມີຊື່ເດີມວ່າ ທ້າວລວມ ເກີດປີມະແມ ພ.ສ 2174 ( ຄ.ສ 1631 ) ເປັນບຸຕຣ໌ຂອງ ທ້ວທິດເທີ່ມ ແລະ ນາງທຸມມາ ເກີດທີ້ ບ້ານດົງກຶມ ເມືອງພາງ( ເມືອງອາດສະພັງທອງໃນປະຈຸບັນ ແຂວງ ສະຫວັນນະເຂດ) ມີອ້າຍນ້ອງຮ່ວມອຸທອນດຽວກັນ 3 ຄົນຄື 1. ທ້າວລວມ 2 ນາງຫຼ້າຜິວ ແລະ 3. ແພງສຸດຕາ ນາງຫຼ້າຜິວແຕ່ງງານມີບຸຕຣ໌ 3 ຄົນຄື ນາງກອງແກ້ວ: ນາງຄໍາປ້ອງ  ທ້າວຈາຣຍ໌ຈູມ 
          ທ້າວ ລວມ ນັບແຕ່ວັນເກີດກໍອາໄສຢູ່ກັບພໍ່ແມ່ຂອງຕົນເອງຈົນອາຍຸໄດ້ 14 ປີ ກໍໄດ້ອອກບັນພະຊາເປັນສາມະເນຣ ເພື່ອຮຽນໜັງສືທີ່ວັດບ້ານດັງກຶມ ໄດ້ໄລຍະໜຶ່ງແລ້ວໄດ້ຍ້າຍໄປຮຽນຕໍ່ທີ່ວັດລຶມບອງ ແຕ່ສາມະເນຣລວມເປັນຄົນມີອຸປະນິສັຍຂະຫຍັນໃນການສຶກສາຮ່ໍຮຽນເປັນຄົນຮຽນເກັ່ງເປັນພິເສດຄືໄດ້ຟັງພຽງຄັ້ງດຽວກໍສາມາດຈໍາໄດ້ ສາມະເນຣຢູວັດລຶມບອງບໍ່ນານກໍສາມາດຮຽນໜັງສືສູຕຣ໌ ໜັງສືເທດຕາມຄໍາພີໃບລານຕ່າງໆໄດ້ຈົນຈົບ ດ້ວຍເຫດທີ່ສາມະເນຣລວມໄຝ່ໃນການສຶກສາຢ່າງແຮງກ້າ  ສາມະເນຣລວມຈຶ່ງໄດລາຄຣູອາຈາຣຍ໌ວັດລຶມບອງ ອອກເດີນທາງຂຶ້ນສູ້ນະຄອນຫຼວງວຽງຈັນທຣ໌ ເພື່ອໄປສຶກສາຕໍ່ ການເດີນທາງໃນຍຸກນັ້ນສ່ວນໃຫຍ່ຈະເປັນການເດິນທາງດ້ວຍການຍ່າງເຊິ່ງໃຊ້ເວລາລວມປະມານ 45-50 ວັນຈຶ່ງຈະເຖິງ ນະຄອນຫລວງວຽງຈັນທຣ໌
       ນິມິຕຄວາມຝັນເຈົ້າອາວາສວັດທີ່ວຽງຈັນທຣ໌  ໃນວັນ ຄືນ ທີ່ສາມະເນຣລວມເດີນທາງຂຶ້ນວຽງນັ້ນ ເຈົ້າອາວາສທີ່ນະຄອນຫລວງວຽງຈັນທຣ໌ໄດ້ຝັນເຫັນຊ້າງສານໃຫຍ່ໂຕໜຶ່ງຍ່າງເຂົ້າມາໃນວັດ ແລ້ວຂຶ້ນໄປເທິງກຸຕິແລ້ວໃຊ້ງາແທງຕູ້ຫໍໄຕຣຈົນມຸ່ນທະລາຍແລ້ວໃຊ້ງວງຈັບກິນໜັງສືຈົນໝົດ

ເມື່ອຕື່ນເຊົ້າມາເພິ່ນກໍພ້າວໄປເບິ່ງໃບລານ ເບິ່ງຕູ້ຫໍໄຕຣ ຍັງຄືເກົ່າບໍ່ມີຫຍັງ ເສຍຫາຍຈາກນັ້ນ ເພິ່ນກໍໄປບິນທະບາຕຣ໌ ເມື່ອກັບມາວັດຈິ່ງເຫັນສາມະເນຣນ້ອຍນັ່ງຢູ່ ສາມະເນຣລວມໃນຫໍແຈກມາຂໍຢູ່ ເພື່ອຮຽນໜັງສືນໍາ ເມື່ອນຶກເຖິງຄວາມຝັນທີ່ແປກປະຫຼາດທີ່ພຣະຄຣູຝັນໃນຄືນນັ້ນ ເພິ່ນຈຶ່ງຮັບເອົາແລະມາສອບຖາມເຖິງປະຫວັດຄວາມເປັນມາ ຖາມເຖິງບ້ານເກິດ ເມືອງນອນ ພໍ່ແມ່ ແລະການຮໍ່າຮຽນ ສາມະເນຣລວມກາບລົງສາມທີແລ້ວຕອບພຣະຄຣູວ່າ ( ຂ້ານ້ອຍຊື່ເນຣ ລວມ ເປັນບຸຕຣ໌ພໍ່ທິດເທີ່ມ ແລະ ແມ່ທຸມມາ ບ້ານດົງກຶມ ເມືອງພາງ ບວຊຢູ່ວັດບ້ານດົງກຶມແລ້ວ ໄປຮຽນຕໍ່ທີ່ວັດລຶມບອງ ຈົນຈົບໜັງສືສູຕຣ໌ຫນັງສືເທສນ໌ຕ່າງໆໝົດຈຶງໄດ້ເດິນທາງຂຶ້ນມາເພື່ອຂໍຮຽນຕໍ່ທີ່ຢູ່ວຽງຈັນທຣ໌ພີ້ອີກ ) ຫຼັງຈາກນັ້ນຄວາມໂດ່ງດັງຂອງສາມະເນຣລວມຈຶ່ງໄປເຖິງໂສຕຕະປະສາດແຫ່ງເຈົ້າຄອງນະຄອນວຽງຈັນທຣ໌ໃນຍຸກນັ້ນຄື ພຣະເຈົ້າທັມມິກະຣາຊາ ພຣະອົງຄ໌ຈຶງໄດ້ຖວາຍຜ້າໄຕຣຈີວອນແກ່ສາມະເນຣແລ້ວຮັບເປັນຜູ້ອຸປະຖາກ ຈົນສາມະເນຣມີອາຍຸໄດ້ຄົບ 20 ປີ ໃນປີ ຄ.ສ 1652 ພຣະທັມມິກະຣາຊາຈຶງໄດ້ນິມົນສາມະເນຣໃຫ້ອຸປະສົມບົດເປັນພຣະພິກສຸ ສາມະເນຣລວມຈຶງກາບຂໍໃຫ້ຕົວເອງໄດ້ບວດໃນສີມາກາງນໍ້າແລະຂໍໃຫ້ນິມົນພຣະພິກສຸໃຫ້ໄດ້ 500 ອົງຄ໌ມານັງຫັດຖະບາດບວດຕົນເອງ ( ໃນສ່ວນການຂໍໃຫ້ນິມົນພຣະໃຫ້ໄດ້ 500 ອົງຄ໌ນັ້ນ ໃຫ້ຜູ້ສຶກສາຄົ້ນຄວ້າພິຈາຣະນາຕາມຄວາມເປັນຈິງຂອງສັງຄົມສະໄໝນັ້ນແລະຄວາມນ່າຈະເປັນໄປໄດ້ ) ປະຕິຫານແພກາງນໍ້າແຕກ ສີມານໍ້າໄດ້ສ້າງຂຶ້ນທີ່ກາງແມ່ນໍ້າຂອງລະຫວ່າງນະຄອນວຽງຈັນທຣ໌ ແລະ ອໍມເພີສີຊຽງໃໝ່ແລ້ວສົມມຸດຕິສີມານໍ້າໃນແພນັ້ນ ເມື່ອໄດ້ເວລາແລ້ວກໍໄດ້ພາສາມະເນຣໄປບວດທີ່ສີມານໍ້າ ພິທີການບວດກໍເລີ່ມຂຶ້ນແລະດໍາເນີນໄປດ້ວຍດີ ເມື່ອອາຈາຣຍ໌ກັມມະວາຈາສູຕຣ໌ເຖິງບັ້ນ ຕາວະເທ ພຣະບວດໃຫມ້ຂໍຂະມາລາໂທດສິ້ນສຸດລົງ ເຊືອກທີ່ໃຊ້ມັດແພແຕ່ລະມັດຂາດໝົດ ແພແຕກສະຫຼາຍຢ່າງປະຕິຫານສີມາກໍຈົມລົງແມ່ນໍ້າຂອງພຣະສົງຄ໌ທັງໝົດກໍຕົກລົງນໍ້າກໍຟ້າວພາກັນລອຍເຂົ້າຝັ້ງ ຜ້າຈີວອນປຽກໝົດແຕ່ພຣະບວດໃໝ່ບໍ່ໄດ້ປຽກເໝືອນຮູບອື່ນ ເມື່ອພຣະສົງຄ໌ຂຶ້ນສູ້ຝັ່ງນໍ້າຂອງໝົດແລ້ວມາເຫັນພຣະລວມນັ່ງຢູ່ກຸຕິກ່ອນແລ້ວນັ້ນຄືປະຕິຫານທີ່ເກີດຂຶ້ນ ( ໂປດພິຈາຣະນາຕາມຄວາມຈິງ ) ພຣະຄຣູຂີ້ຫອມໂພນສະເມັກໄດ້ຕັ້ງໜ້າບູຣະນະປະຕິສັງຂອນກໍ່ສ້າງທາງດ້ານວຽກງານທາງພຣະພຸທທະສາດສະຫນາ ຊ່ວຍຣາຊການມະຫາກະສັຕຣິຍ໌ຜູ້ຄອງຣາຊ ທີ່ອຸປະສົມບົດແລະອຸປະຖາກຕົນເອງຈົນສິ້ນພຣະຊົນມ໌ຂອງເຈົ້າທັມມິກະຣາຊ ດ້ານການບູຣະນະປະຕິສັງຂອນຂອງຫລວງພໍ່ຂີ້ຫອມ ພຣະຄຣຼຫລວງໂພນສະເມັກໄດ້ນໍາພາຍາຕໂຍມປະຕິສັງຂອນວັດວາອາຣາມພຣະທາຕຸເຈດີໄວ້ຫຼາຍແຫ່ງດ້ວຍກັນໃນສອງຝັ່ງແມ່ນ້ໍາຂອງ

ປີ ພ.ສ 2233 – 2235 ຫລວງພໍ່ຂີ້ຫອມໄດ້ນໍາພາຍາດໂຍມຊາວນະຄອນພຣພນົມ ບູຣະນະອົງຄ໌ພຣະທາຕຸພຣະນົມນັບແຕ່ຊັ້ນທີສອງຂຶນໄປຫາຍອດແລະໄດ້ຫຼໍ່ເຫຼັກປຽກໃສ່ຍອດພຣະທາຕຸໄວ້ລວມການກໍ່ສ້າງນານໄດ້ 3 ປີ ແລະໄດ້ເທທອງຫຼໍ່ພຣະພຸທທະຮູປໄວ້ອີກອົງຄ໌ໜຶ່ງ

ສ້າງພຣະພຸທທະຮູປຈໍາລອງໄວ້ທີ່ກຣຸງພນົມເປັນ ປຮະເທດຂະເໝນ 1 ອົງຄ໌ ຫຼໍ່ພຣະພຸທທະຮູປພຣະແສນຊຽງແຕງເປັນສິລະປະຂະເໝນ ປະດິສຖານ 1 ອົງຄ໌ ຢູ່ວັດຫົງສ໌ຮັຕຕະນະຣາມ ( ຊົນບູລີ ໄທຍ )ຯລຯ ພຣະຄຣູຂີ້ຫອມມໍຣະນະພາບໃນວັນພຸດ ຂຶ້ນ 15 ຄໍ່າ ເດືອນ 7 ປີ ຄ.ສ 1720 ຢູ່ວັດທາຕຸຈໍາປາສັກ ກ່ອນມໍຣະນະພາບນັ້ນ ທ່ານໄດ້ສັ່ງໄວ້ກັບລູກສິດທີ່ເຝົ້າດູແລນັ້ນວ່າ ເມື່ອເພິ່ນມໍຣະນະພາບແລ້ວ ພຣະອັດຖິທາຕຸຂອງເພິ່ນໃຫ້ບັນຈຸໄວ້ສາມບ່ອນຄື ຢູ່ຈໍາປາສັກ ພຣະທາຕຸພນົມສະຖານຖີ້ ທີ່ທ່ານເຄີຍໄດ້ບູຣະນະ ບ້ານດົງກຶມ ບ້ານເກິດຂອງເພິ່ນ ສ່ວນທີ່ເຫຼືອກໍສຸດແຕ່ສັທທາ ພຣະຄຣູຂີ້ຫອມເຖິງແກ່ມໍຣະນະພາບໃນປີ ຄ.ສ 1720 ລວມອາຍຸໄດ້ 90 ປີ ລູກຫຼານໃນວົງສ໌ຄະນາຍາຕິຊາວດົງກຶມໄດ້ນໍາເອົາອັດຖິທາຕຸຂອງພຣະຄຣູມາບັນຈຸໄວ້ໃນຫຼັກເສົາເສຢູ່ວັດທາຕຸສະພອນ ບ້ານດົງກຶມເປັນເວລານານເຖິງ 224 ປີ ເມື່ອມາຮອດປີ ຄ.ສ 1964 ທ່ານຄຣູເສັດ ຈູມມະນີວົງສ໌ ທ່ານສີສະຫວັນ ຈູມມະນີວົງສ໌ ເຈົ້າເມືອງອາດສະພັງທອງໄດ້ໃຫ້ທຶນສົມທົບກັບຊາວບ້ານດົງກຶມ ອີງຕາມໄດ້ຕາມມີ ສ່ວນຂ້າລັດຖະການ ທະຫານ ຕໍາຫຼວດນັ້ນ ໄດ້ຕົກໃຫ້ຄອບຄົວລະ 2,000 ກີບ ຕໍ່ປີ ຈົນກວ່າຈະສ້າງພຣະທາຕຸຈະສໍາເລັດ ການກໍ່ສ້າງ ພາຍໃນມີ ຍາທ່ານໄຫຼ ເຈົ້າອະການວັດຈັນທະລາສີ ບ້ານດົງກຶມ ພຣະມຫາຄໍາສີ ພາຍນອກມີທ່ານ ຄຣູເສັດ ຈູມມະນີວົງສ໌ ທ່ານສີສະຫວັນ ຈູມມະນີວົງສ໌ ແລະ ອໍານາດການປົກຄອງບ້ານດົງກຶມ ເຖົ້າແກ່ແນວໂຮມແລະຍາຕິພີ່ນ້ອງຊາວບ້ານດົງກຶມໄດ້ລວມໃຈກັນສ້າງພຣະທາຕຸໂດຍການກໍ່ດິນຈີເປັນພຣະທາຕຸກວມຫຼັກເສົາເສອັດຖິຂອງຍາທ່ານຂີ້ຫອມ( ພຣະຄຣູຫລວງໂພນສະເມັກ ) ສ້າງພາຍໃນສອງປີກໍສໍາເລັດໃນປີ ຄ.ສ 1965

  1. ຫນັງສືປະຫວັດຍາຄຣູຂີ້ຫອມ ຂັດຫຍໍ້ບາງສ່ວນ
  2. ↑ ພຣະຄຣູຂີ້ຫອມ ບູຣະນະພຣະທາຕຸພຣະນົມ