ປ້ອງກັນຊາດ - ປ້ອງກັນຄວາມສະຫງົບ

ຈາກ ວິກິພີເດຍ

ການປ້ອງກັນຊາດ - ປ້ອງກັນຄວາມສະຫງົບ

ມາດຕາ 31(ໃໝ່). ການປ້ອງກັນຊາດ - ປ້ອງກັນຄວາມສະຫງົບ ແມ່ນໜ້າທີ່ຂອງກຳລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ປັນພັນ ທະຂອງທຸກການຈັດຕັ້ງ ແລະ ພົນລະເມືອງລາວທຸກຄົນໃນການປົກປັກຣັກສາຄວາມເປັນເອກະລາດ, ອຳນາດອະທິ ປະໄຕ ແລະ ຜືນແຜ່ນດີນອັນຄົບຖ້ວນຂອງປະເທດຊາດ; ປົກປັກຣັກສາຊີວິດ ແລະ ຊັບສີນຂອງປະຊາຊົນ, ຮັບປະ ກັນສະຖຽນລະພາບ ແລະ ຄວາມໝັ້ນຄົງຂອງລະບອບປະຊາທິປະໄຕປະຊາຊົນ. ການປ້ອງກັນຊາດ-ປ້ອງກັນຄວາມ ສະຫງົບຕ້ອງສົມທົບແໜ້ນກັບການພັດທະນາເສດຖະກິດສັງຄົມ.

ມາດຕາ 32 (ໃໝ່). ກຳລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບຕ້ອງເອົາໃຈໃສ່ປັບປຸງ ແລະ ກ່ໍ່ສ້າງຕົນເອງໃຫ້ເຕີມໃຫ່ຍເຂັ້ມແຂງ, ເຊີດ ຊູຄວາມຈົ່ງຮັກພັກດີຕໍ່ປະເທດຊາດ, ເປັນກຳລັງປະກອບອາວຸດຂອງປະຊາຊົນທີ່ມີທາດແທ້ປະຕິວັດ, ລະບຽບວິໄນເຂັ້ມ ງວດ ແລະ ມີແບບແຜນທັນສໄໝ, ມີຄວາມສາມາດໃນການສູ້ຮົບສູງ; ເປັນກຳລັງຫລັກແຫ່ລງໃນການຣັກສາຄວາມ ໝັ້ນຄົງຂອງປະເທດຊາດ, ຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ. ເອົາໃຈໃສ່ປະກອບວັດຖຸ ອຸປະກອນ, ເຕັກນິກ, ເຕັກໂນໂລຢີ, ພາຫະນະ, ເຄອງມື ແລະຍົກລະດັບຄວາມຮູ້, ຄວາມສາມາດ, ວິຊາສະເພາະ, ຍຸດທະສີນ ແລະ ຍຸດທະວິທີຂອງກຳລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບໃຫ້ສູງຂື້ນ.

ມາດຕາ 33(ໃໝ່). ລັດ ແລະ ສັງຄົມເອົາໃຈໃສ່ປະຕິບັດນະໂຍບາຍ, ເບີ່ງແຍງຊີວິດການເປັນຢູ່ທາງດ້ານວັດຖຸ ແລະ ຈິດໃຈ ແລະ ປະ ຕິບັດນະໂຍບາຍແນວຫລັງ ຕໍ່ກຳລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ເພື່ອເພີ້ມທະວີຄວາມສາມາດໃນການປະຕິ ບັດໜ້າທີ່ປົກປັກຮັກສາປະເທດຊາດ ແລະ ຮັກສາຄວາມສະຫງົບຂອງສັງຄົມ. ກຳລັງປ້ອງກັນຊາດ-ປ້ອງກັນຄວາມ ສະຫງົບ ຕ້ອງເອົາໃຈໃສ່ຍົກສູງຈິດໃຈເພີ່ງຕົນເອງ, ກູ້ມຕົນເອງ, ອອກແຮງສ້າງພາລະທິການກັບທີ່ເພື່ອຮັບປະກັນ ການປະຕິບັດໜ້າທີ່ຂອງຕົນ ແລະ ປະກອບສ່ວນເຂົ້າໃນການສ້າງສາປະເທດຊາດ.