ປີນຜາ ວັງວຽງ

ຈາກ ວິກິພີເດຍ

ການ​ປີນ​ໄຕ່​ຕາມ​ຜາ​ກໍ່ແມ່ນ​ການ­ທ່ອງ­ທ່ຽວ​ທີ່​ມີ​ລັກ­ສະ­ນະ​ທ້າ​ທາຍ​ອີກ​ຢ່າງ​ຫນຶ່ງ​ທີ່​ກຳ­ລັງ​ໄດ້​ຮັບ​ຄວາມ​ນິ­ຍົມ​ສູງ​ຈາກ ບັນ­ດາ​ນັກ​ທ່ອງ​ທ່ຽວ​ຈຳ­ນວນຫລາຍ​ເພາະ​ການ­ທ່ອງ­ທ່ຽວ​ລັກສະ​ນະ​ນີ້ ຕ້ອງ​ໃຊ້​ຄວາມ​ອົດ­ທົນ ແລະ ມີ​ສະ­ມາ­ທິ​ສູງ, ສຳ­ລັບ ສປປ ລາວ ກໍ່​ໄດ້​ເປີດ​ໂອ­ກາດ​ໃຫ້​ບັນດາ​ນັກ​ທ່ອງ​ທ່ຽວ​ທີ່​ເຂົ້າ​ມາ​ທ່ຽວພາຍ​ໃນ​ປະ­ເທດ ສາ­ມາດ​ສະ​ສົມປະ­ສົບ​ການ​ໃຫມ່​ໃນ​ການ​ປີນ​ຜາ ເຊິ່ງ​ຖື​ວ່າ​ເປັນ​ການ​ຜະ­ຈົນ​ໄພ​ທີ່ທ້າຍ​ທາຍ​ຫລາຍ​ອີກ​ແບບ​ຫນຶ່ງ.

ຜູ້­ນຳ​ທ່ຽວ​ຂອງ​ບໍ­ລິ­ສັດ​ທ່ອງທ່ຽວ​ກຣີນ ດິ​ສ​ໂຄ​ເວີ​ຮີ ປະ­ຈຳ​ຢູ່ ວັງ​ວຽງ​ແຂວງ​ວຽງ​ຈັນ ໃຫ້​ທັດສະ​ນະ​ສູ່​ຟັງ​ວ່າ: ບໍ­ລິ­ສັດ​ຂອງພວກ​ເຮົາ​ເປັນ​ບໍ­ລິ­ສັດ​ຫນຶ່ງ​ດຽວເທົ່າ​ນັ້ນ​ທີ່​ເປີດ​ບໍ­ລິ­ການ​ດ້ານ​ການ ທ່ອງ​ທ່ຽວ​ແບບ​ຄົບ​ວົງ​ຈອນ ແຕ່ເວົ້າ​ສະ­ເພາະ​ສຳ­ລັບ​ຜູ້​ທີ່​ມີ​ຄວາມສົນ­ໃຈ​ໃນ​ການ​ປີນ​ໄຕ່​ຫນ້າ­ຜາ ເພື່ອ​ຊອກ​ຫາ​ປະ­ສົບ​ການ​ດ້ວຍໂຕ​ທ່ານ​ເອງ​ທ່ານ​ສາ­ມາດ​ເຮັດໄດ້​ໃນ​ສະ­ຖານ­ທີ່​ແຫ່ງ​ນີ້, ດັ່ງ­ ນັ້ນ ສະ­ຖານ­ທີ່​ທ່ອງ​ທ່ຽວ​ໃນ​ວັງ​ວຽງນັບ​ວ່າ​ເປັນ​ສະ­ຖານ­ທີ່​ຊັບ­ຊ້ອນທັງ​ເປັນ​ເຂດ​ຫນຶ່ງ​ທີ່​ມີ​ຊື່​ສຽງດ້ານ​ການ​ປີນ​ຜາ ເນື່ອງ​ຈາກ​ສະຖານ​ທີ່​ດັ່ງ­ກ່າວ​ນັ້ນ​ມີ​ພູ​ສູງ​ຊັນ​ປະກອບ​ດ້ວຍ​ຫນ້າ­ຜາ​ທີ​ເປັນ​ຮ່ອມຫີນ, ເຫວ​ເລີກ​ເຫມາະ​ສຳ­ລັບການ​ປີນ​ໄຕ່​ແບບ​ທ້າ​ທາຍ, ໃນທ່າມ­ກາງ​ການ​ຫຸ້ມ​ລ້ອມ​ຂອງບັນ­ດາ​ປ່າ­ໄມ້​ອັນ​ອຸ­ດົມ­ສົມ­ບູນຂຽວ​ສົດ​ງົດ​ງາມ​ພາ­ໃຫ້​ມີ​ຊີ­ວິດຊີ­ວາ, ພ້ອມ​ກັນ​ນັ້ນ​ການ​ປີນ​ຫນ້າ ຜາ​ບາງ​ຄັ້ງ​ອາດ​ຈະ​ມີ​ແສງ​ແດດກ້າ, ບາງ­ເທື່ອ​ກໍ່​ມີ​ຝົນ­ຕົກ ຫລື ຫມອກ​ເຮັດ​ໃຫ້​ໜາວ​ຈົນ​ຄາງ​ກະໄຕ​ສັ່ນ, ທັງ​ນີ້​ທັງ​ນັ້ນ​ກໍ່​ຂຶ້ນ​ກັບການ​ໂຊກ​ດີ​ຂອງ​ໃຜ​ຂອງ​ລາວໃນ​ການ​ປີນ ແຕ່​ລະ​ຄັ້ງ​ການ​ໄປປີນ​ບາງ​ຄົນ​ມັກ​ຮ້ອນ ຫລື ມັກຫນາວ​ເອົາ​ແຕ່​ຄວາມ​ຖະ­ຫນັດຂອງ​ໃຜ​ມັນ, ພ້ອມ​ກັນ​ນັ້ນ ​ການປີນ​ຜາ​ເປັນ​ເລື່ອງ​ແປກ​ສຳ­ລັບ​ຜູ້ທີ່​ມັກ​ຄົນ​ຫາ​ປະ­ສົບ​ການ​ອັນແປກ​ໃຫມ່, ໂດຍ​ສະ­ເພາະ​ໃນການ ​ປີນ​ຜາ​ແບບ​ນີ້​ບັນ­ດາ​ນັກທ່ອງ​ທ່ຽວ​ຕ່າງ­ປະ­ເທດ​ກໍ່​ໃຫ້ ຄວາມ​ສົນ­ໃຈ​ເປັນ​ພິ­ເສດ, ຢາກສຳ­ຜັດ, ຢາກ​ທົດ​ສອບ​ສິ່ງ​ທ້າທ້າຍ​ດ້ວຍ​ຕົນ​ເອງ​ອີກ​ຢ່າງ​ຫນື່ງກັບ​ສິ່ງ​ໃຫມ່ໆ.

ສຳ­ລັບ​ຜູ້​ທີ່​ສົນ­ໃຈ​ຕ້ອງ­ການຢາກ​ສະ­ແຫວງ­ຫາ​ປະ­ສົບ​ການດ້ານ​ການ​ປີນ​ໄຕ່​ຜາ​ຄື​ນັກ​ທ່ອງທ່ຽວ​ຊາວ​ຕ່າງ​ຊາດ​ທ່ານ​ກໍ່​ສາມາດ​ເດີນ­ທາງ​ໄປ​ໄດ້​ໂດຍ​ມຸ່ງຫນ້າ​ເຂົ້າ​ສູ່​ດິນ­ແດນ​ວັງ​ວຽງ ເມືອງ​ແຫ່ງ​ມົນ​ຂັງ​ຂອງ​ຜາ​ຕັ້ງ ແລະ ສາຍ​ນ້ຳ​ຊອງ ເຊິ່ງ​ເປັນ​ສະຖານ​ທີ່​ທ່ອງ​ທ່ຽວ​ທີ່​ໂດ່ງ​ດັງ ແລະ ລື​ຊື່​ໃນ​ແຂວງ​ວຽງ​ຈັນ​ອີກ​ບ່ອນຫນຶ່ງ ແຕ່​ການ​ທີ່​ຈະ​ໄປ​ພົບ​ເຫັນດ້ວຍ​ຕົວ​ທ່ານ​ເອງ​ບໍ່​ວ່າ​ຈະ​ເປັນ ການ​ເດີນ­ທາງ​ແບບ​ໃດ​ກໍ່​ແລ້ວ ແຕ່​ກໍ່​ຄົງ​ເປັນ​ການ​ຍາກ ຖ້າ​ຫາກຈະ​ໃຫ້​ດີ ແລະ ສະ­ດວກ​ສະ­ບາຍທັງ​ມີ​ຜູ້­ນຳ​ທາງ​ນັ້ນ ກໍ່​ແມ່ນ​ໄປຫາ​ຫ້ອງ​ການ­ທ່ອງ­ທ່ຽວ​ຂອງ​ບໍລິ​ສັດ ກຣີນ ດິ​ສ​ໂຄ​ເວີ​ຮີ ປະ­ ຈຳ ເມືອງ​ວັງ​ວຽງ​ນີ້​ເອງ.