ປັນຍາ ພັນທະພານິດ

ຈາກ ວິກິພີເດຍ

ປັນຍາ ພັນທະພານິດ ...ວິຊາການສື່ມວນຊົນ , ນັກບັນນາທິການ,ນັກຂຽນ ,ນັກກະວີ, ນັກປະພັນເພງ, .................................(Mr. PANYA PHANTHAPHANITH)

ມີຖິ່ນຝັງສາຍແຮ່ ທີ່ ບ້ານຣັຕນະລັງສີ ເມືອງຄັນທະບູລີ ແຂວງສະຫວັນນະເຂດ ແຕ່ມາແຜ່ສາຍບື ທີ່ນະຄອນຫຼວງວຽງຈັນຕາບເທົ່າສູ່ມື້ນີ້ເກືອບໄດ້ 5 ທົດສະວັດ....ເກີດວັນອາທິດ ທີ 6 ເດືອນ 9 ປີ 1968

ການສຶກສາ : ປະຣິນຍາຕີ ອັກສອນສາດ ມະຫາວິທະຍາໄລແຫ່ງຊາດ ວິຊາສະເພາະ: ວິຊາການເຕັກນິກການອອກອາກາດ ວິທະຍຸ-ໂທລະພາບ (ລະບົບເລັ່ງລັດ) ທີ່ສະຖາບັນສື່ ແລະ ການຮູບເງົາ ປັກກິ່ງ ສ.ປ ຈີນ

    ກ້າວເຂົ້າສູ່ວົງການຂີດຂຽນຕັ້ງແຕ່ຮຽນມັດທະຍົມ ..ແຕ່ມາເອົາຈິງເອົາຈັງຕອນຮຽນຊັ້ນ ອຸດົມສຶກສາ   ປີ 1984 ບົດກອນບົດທຳອິດໄດ້ຖືກເຜີຍແຜ່ທາງໜ້າໜັງສືພິມ “ວຽງຈັນໃໝ່ “.ສະບັບວັນທີ 6/6/1984 ຈາກນັ້ນຜົນງານທັງກະວີ ແລະ ເລື່ອງສັ້ນກໍ່ມີຕໍ່ເນື່ອງອອກມາເລື້ອງໆໃນໜັງສືພິມແລະວາລະສານ...ດ້ວຍນາມປາກກາ “ ນົກ ອິດສະຫຼະ ”   ເຊິ່ງນາມປາກການີ້ໄດ້ມາຈາກຊື່ເພງ “ Free bird ” ຂອງວົງຕົນຕຣີ “ Lynyrd Skynyrd ” ເຊິ່ງເປັນເພງທີ່ມັກຟັງໃນຍາມຊອນບ່າວ....

ຜົນງານ ແລະ ວຽກງານໃນໄລຍະຜ່ານມາ : ເຄີຍເປັນນັກຂ່າວ . ຮອງບັນນາທິການຂ່າວ ໜັງສືພິມວຽງຈັນໃໝ່ : ບັນນາທິການບໍລິຫານໜັງສືພິມ ວຽງຈັນ ທຸລະກິດ-ສັງຄົມ , ຫົວໜ້າຝ່າຍບັນນາທິການໂທລະພາບ ລາວສະຕາຣ໌ , ບັນນາທິການບໍລິຫານ ວາລະສານ ຈຳປາໂຮ່ຣິເດ(ການບິນລາວ), ຫົວໜ້າບັນນາທິການ ວາລະສານ ເອແມັກ ...ຄໍລຳນິດນາມປາກກາ“ ເມໄຣ ສີອໍາພັນ” ,“ສໍກ້ານຫ້ຽນ” ແລະ “ຜັກຕົບ”.ໃນໜັງສືພິມ 3 ສະບັບ “ວຽງຈັນໃໝ່” “ປະຊາຊົນ “ ແລະ “ປະເທດລາວ” ມີປື້ມໂຮມເລື່ອງສັ້ນ , ກະວີ ຮ່ວມກັບນັກຂຽນທ່ານອື່ນໆຫຼາຍເຫຼັ້ມ. ປັດຈຸບັນເປັນຫົວໜ້າບັນນາທິການ ສຳນັກພິມ ລາວດວງເດືອນ ເປັນຄໍລຳນິສໃຫ້ກັບວາລະສານ “ນະຄອນຫຼວງ”, “ສາວລາວ” ,ໜັງສືພິມ “ວຽງຈັນ ທຸລະກິດ-ສັງຄົມ ” “ປະຊາຊົນ ເສດຖະກິດ-ສັງຄົມ” , “ວຽງຈັນໃໝ່” ແລະ ເວບໄຊ “ວຽງຈັນທູເດ”

ຄະຕິປະຈໍາໃຈ:  “ຫາກຄິດຈະລົງເຮືອແລ້ວຢ່າຫວາດຫວັ່ນຕໍ່ພະຍຸລົມແດງ...ບາງທີພະຍຸນັ້ນອາດສົ່ງເຮົາເຖິງຝັ່ງໄດ້ໄວຂື້ນ”
 ນີ້ຄື “ນົກເສລີ” ທີ່ຍັງຄົງເສີ່ນບິນໃນນ່ານຟ້າວັນນະກໍາ..ເປັນນັກຝັນທີ່ຢາກເຮັດຢາກສ້າງຫຍັງຕໍ່ຫຍັງ ຮ້ອຍແປດ...ເປັນນັກດື່ມທີ່ເຕັມໄປດ້ວຍຈິດຕະນາການ ພັນປະການ.....ແລະນີ້ຄືເຂົາ  “ປັນຍາ ພັນທະພານິດ” ຄົນທີ່ຟ້າສັ່ງໃຫ້ມາ ຂຽນ...ບໍ່ແມ່ນໃຫ້ມາ ເວົ້າ !!! “