ປັງປອນ

ຈາກ ວິກິພີເດຍ

ປັງປອນ (ໄທ:ปังปอนด์) ແມ່ນຊື່ຊຸດກາຕູນໄທອັນເປັນຜົນງານຂອງ ທ. ພັກດີ ແສນທະວີສຸກ (ຕ່າຍ ຂາຍຫົວເລາະ). ເດີມໃຊ້ຊື່ກາຕູນຊຸດນີ້ວ່າ "ໄອ້ຕົວເລັກ" (ບັກໂຕນ້ອຍ). ລິເລີ່ມຕີພິມເທື່ອທຳອິດໃນວາລະສານມະຫາສະໜຸກໃນເຄືອສຳນັກພິມບັນລືສານ ຕັ້ງແຕ່ປາຍປີ 1989 ຕໍ່ມາຈຶ່ງໄດ້ພິມລວມເຫຼັ້ມໃນຊື່ "ໄອ້ຕົວເລັກ" (ບັກໂຕນ້ອຍ) ໂດຍໃຊ້ອອກເປັນລາຍເດືອນມັງກອນ 1993 ເປັນຕົ້ນມາ. ພາກພາຍຫຼັງໄດ້ມີການປ່ຽນແປງຊື່ຫົວປຶ້ມໃໝ່ເປັນ "ປັງປອນ" ແລະມີຄຳວ່າ "ໄອ້ຕົວເລັກ" ຢູ່ທາງເທິງ. ຕາມແຕ່ຊື່ໂຕລະຄອນເອກຂອງກາຕູນຊຸດນີ້ ຍັງຕີພິມຕໍ່ເນື່ອງມາຈົນຮອດບັດດຽວນີ້. ຕໍ່ມາ ກາຕູນເລື່ອງປັງປອນໄດ້ຮັບການດັດແກ້ໄປເປັນກາຕູນແອນິເມຊັ້ນ 2 ມິຕິ ແລະ 3 ມິຕິ.