Jump to content

ປະເທດເກຣັກ

ຈາກ ວິກິພີເດຍ
(ປ່ຽນເສັ້ນທາງມາຈາກ ປະເທດແກັດ)
ສາທາລະນະລັດ ເກຣັກ

Ελληνική Δημοκρατία (ເກຣັກ)
Ellinikí Dimokratía
ທຸງຊາດເກຣັກ
ທຸງຊາດ
ເຄື່ອງໝາຍຊາດຂອງເກຣັກ
ເຄື່ອງໝາຍຊາດ
ຄຳຂວັນ: Ελευθερία ή Θάνατος
ເອເລຟເທຣິອາ ອິທານາທອສ
("ອິດສະຫຼະພາບ ຫຼື ຄວາມຕາຍ")
ທີ່ຕັ້ງຂອງ ປະເທດເກຣັກ  (ສີຂຽວເຂັ້ມ)

– ໃນເອີຣົບ  (ສີຂຽວອ່ອນ & ສີເທົາເຂັ້ມ)
– ໃນສະຫະພາບເອີຣົບ  (ສີຂຽວອ່ອນ)

ເມືອງຫຼວງ
ແລະ ເມືອງໃຫຍ່ທີ່ສຸດ
ເອເທນ
37°58′N 23°43′E / 37.967°N 23.717°E / 37.967; 23.717
ພາສາລັດຖະການ
ແລະ ພາສາປະຈຳຊາດ
ເກຣັກ
ສາສະໜາ
(2017)
ເດມະນິມຊາວເກຣັກ
ການປົກຄອງສາທາລະນະລັດລວມລັດຖະສະພາ
ກາເຕຣີນາ ຊາເກລາໂຣປູລູ
Kyriakos Mitsotakis
Konstantinos Tasoulas
ສະພານິຕິບັນຍັດລັດຖະສະພາເກຣັກ
ປະຕິວັດການສະຖາປະນາ
25 ມີນາ ຄ.ສ 1821 (ວັນທີຂອງສົງຄາມປະກາດອິດສະຫຼະພາບເກຣັກແບບດັ້ງເດີມ) 15 ມັງກອນ ຄ.ສ 1822 (ວັນທີປະກາດຢ່າງເປັນທາງການ)
3 ກຸມພາ ຄ.ສ 1830
11 ມິຖຸນາ ຄ.ສ 1975
ພື້ນທີ່
• ລວມ
131,957 ຕາລາງກິໂລແມັດ (50,949 ຕາລາງໄມ)[4] (ອັນດັບທີ 95)
1.51 (ໃນປີ ຄ.ສ 2015)[5]
ປະຊາກອນ
• 2020 ປະມານ
ຫຼຸດລົງເປັນກາງ 10,718,565[6] (ອັນດັບທີ 85)
• ສຳມະໂນປະຊາກອນ 2011
10,816,286[7]
82[8] ຕໍ່ຕາລາງກິໂລແມັດ (212.4 ຕໍ່ຕາລາງໄມ) (ອັນດັບທີ 98)
GDP (ອຳນາດຊື້)2021 (ປະມານ)
• ລວມ
Increase 339.668 ຕື້ໂດລາສະຫະລັດ[9]
Increase 31,821 ໂດລາສະຫະລັດ[9]
GDP (ລາຄາຕະຫຼາດ)2021 (ປະມານ)
• ລວມ
Increase 211.645 ຕື້ໂດລາສະຫະລັດ[9]
Increase 19,827 ໂດລາສະຫະລັດ[9]
ຈີນີ (2020)Negative increase 31.4[10]
ປານກາງ
HDI (2019)Increase 0.888[11]
ສູງຫຼາຍ · ອັນດັບທີ 32
ສະກຸນເງິນເອີໂຣ (€) (EUR)
ເຂດເວລາUTC+02:00 (EET)
• ລະດູຮ້ອນ (ເວລາອອມແສງ)
UTC+03:00 (EEST)
ຮູບແບບວັນທີວວ-ດດ-ປປປປ (AD)
ຂັບລົດດ້ານຂວາ
ລະຫັດໂທລະສັບ+30
ລະຫັດອິນເຕີເນັດ
  1. ນອກຈາກນີ້ຍັງໃຊ້ໂດເມນ .eu ເຊັ່ນດຽວກັບປະເທດສະມາຊິກສະຫະພາບເອີຣົບອື່ນໆ

ເກຣັກ (ອັງກິດ: Greece; ເກຣັກ: Ελλάδα, ອອກສຽງ [e̞ˈlaða]) ຫຼື ເອີ້ນຢ່າງເປັນທາງການວ່າ ສາທາລະນະລັດ ເກຣັກ (ອັງກິດ: Hellenic Republic; ເກຣັກ: Ελληνική Δημοκρατία [e̞ˌliniˈci ðimo̞kraˈtiˌa]) ເປັນປະເທດທີ່ຕັ້ງຢູ່ທາງຕາເວັນອອກສຽງໃຕ້ຂອງທະວີບເອີຣົບ ພາກໃຕ້ສຸດຂອງແຫຼມບານຄານ ມີຊາຍແດນທາງພາກເໜືອຕິດກັບປະເທດບູນກາລີ, ມາເຊໂດນີ ແລະ ອານບານີ ມີຊາຍແດນທາງຕາເວັນອອກຕິດກັບປະເທດຕວັກກີ ຢູ່ຕິດທະເລອີຈຽນທາງຕາເວັນອອກຕິດທະເລໄອໂອນຽນ ແລະ ທະເລເມດີແຕຣາເນທາງດ້ານຕາເວັນຕົກ ແລະ ໃຕ້ ມີປະຊາກອນປະມານ 10.7 ລ້ານຄົນ.[12] ມີເມືອງຫຼວງແມ່ນ ເອເທນ ເຊິ່ງຍັງເປັນເມືອງທີ່ໃຫຍ່ທີ່ສຸດໃນປະເທດ ໂດຍມີ ເທສະໂລນີກີ ແລະ ເພທຣຸດເປັນນະຄອນໃຫຍ່ຮອງລົງມາ.

ຊາວເກຣັກເອີ້ນປະເທດຕົນເອງວ່າ Hellas ເຊິ່ງພາສາເກຣັກໃນປັດຈຸບັນອອກສຽງວ່າ Ellas ໂດຍໃນການເວົ້າທົ່ວໄປຈະໃຊ້ຄຳວ່າ Ellada ແລະ ມັກຈະເອີ້ນຕົນເອງວ່າ Hellenes. ຄຳໃນພາສາອັງກິດແມ່ນ "Greece" ມາຈາກຊື່ລາຕິນວ່າ Graecia ໝາຍເຖິງພື້ນທີ່ທາງເໜືອຂອງເກຣັກໃນປັດຈຸບັນ ເຊິ່ງມີກຸ່ມຄົນທີ່ເອີ້ນວ່າ Graikos ອາໄສຢູ່.

ປະເທດເກຣັກໄດ້ຮັບການຍອມຮັບວ່າເປັນຕົ້ນກຳເນີດຂອງອາລະຍະທຳຕາເວັນຕົກ ແລະ ຍັງເປັນເປັນຕົ້ນກຳເນີດຂອງປະຊາທິປະໄຕ, ປັດຊະຍາ, ວັນນະຄະດີບູຮານ, ປະຫວັດສາດ, ວິທະຍາສາດການເມືອງ, ທິດສະດີທາງວິທະຍາສາດ ແລະ ຄະນິດສາດ, ໂຮງລະຄອນ ແລະ ການແຂ່ງຂັນໂອລິມປິກ ນັບຕັ້ງແຕ່ສະຕະວັດທີ 8 ກ່ອນຄຣິດສັກກະລາດ ຊາວເກຣັກຢູ່ຮ່ວມກັນເປັນນະຄອນລັດອິດສະຫຼະຫຼາຍແຫ່ງເອີ້ນວ່າ poleis ເຊິ່ງຍາວຕິດທະເລເມດີແຕຣາເນ ແລະ ທະເລດຳ, ຟີລິບໂປດທີ 2 ແຫ່ງມາເຊໂຊນີ ໄດ້ລວມດິນແດນສ່ວນໃຫຍ່ໃນປັດຈຸບັນເຂົ້າດ້ວຍກັນໃນສະຕະວັດທີ 4 ອາເລັກຊານເດີ ມະຫາລາດ ໂອລົດຂອງພະອົງສ້າງຊື່ດ້ວຍການເອົາຊະນະໂລກບູຮານໃນໄລຍະເວລາອັນສັ້ນ ຕັ້ງແຕ່ທະເລເມດີແຕຣາເນໄປຈົນເຖິງອິນເດຍ ກ່ອນຈະເຂົ້າສູ່ສະໄໝເຮເລນິກສະກີ ເຊິ່ງວັດທະນະທຳເກຣັກບູຮານຂະຫຍາຍອິດທິພົນໄປທົ່ວ ກ່ອນທີ່ດິນແດນທັງໝົດຈະຖືກລວມເຂົ້າກັບສາທາລະນະລັດໂຣມັນ ໃນສະຕະວັດທີ 2 ກ່ອນຄຣິດສັກກະລາດໂດຍກາຍເປັນສ່ວນໜຶ່ງຂອງຄວາມຍິ່ງໃຫຍ່ໃນຍຸກຈັກກະວັດໂຣມັນ ແລະ ຈັກກະວັດບີຊັງຕານ ເຊິ່ງໄດ້ຮັບອິດທິພົນຈາກເກຣັກທັງໃນດ້ານວັດທະນະທຳ ແລະ ພາສາ[13][14] ຄຣິດຕະຈັກອໍໂທດອກເຊິ່ງໃນຄຣິດສະຕະວັດທີ 1 ຊ່ວງສ້າງເອກະລັກຂອງຍຸກເກຣັກສະໄໝໃໝ່ ແລະ ຖ່າຍທອດວັດທະນະທຳເກຣັກສູ່ອໍໂທດອກຕາເວັນອອກ ແລະ ຫຼັງຈາກຕົກຢູ່ພາຍໃຕ້ການປົກຄອງໂດຍຈັກກະວັດໂອໂຕມັນ ໃນຊ່ວງກາງສະຕະວັດທີ 15 ເກຣັກໄດ້ກາຍສະພາບເປັນລັດ​ປະ​ເທດ​ຊາດ​ສະໄໝໃໝ່ໃນປີ ຄ.ສ 1830 ຫຼັງສິ້ນສຸດສົງຄາມປະກາດອິດສະຫຼະພາບ[15].

ໃນຊ່ວງສະຕະວັດທຳອິດຂອງການກໍ່ຕັ້ງລາຊະອານາຈັກເກຣັກ ຜູ້ປົກຄອງອານາຈັກສະແຫວງຫາການຂະຫຍາຍດິນແດນເຊິ່ງປະສົບຜົນສຳເລັດໃນຊ່ວງສະຕະວັດທີ 20 ໃນລະຫວ່າງສົງຄາມບອນຄານ ກ່ອນທີ່ຈະສິ້ນສຸດດ້ວຍຄວາມປະລາໄຊຢ່າງເສຍຫາຍໃນສົງຄາມສົງຄາມເກຣັກ-ຕວັກກີ ປີ ຄ.ສ 1919–1922 ເຊິ່ງສົງຜົນຕໍ່ຄວາມເສື່ອມໂຊມຂອງອານາຈັກອີກຫຼາຍປີ ສາທາລະນະລັດ ເກຣັກ ທີສອງກໍ່ຕັ້ງຂຶ້ນໃນເວລາອັນສັ້ນ ເຊິ່ງຕ້ອງປະເຊີນກັບຄວາມຂັດແຍ້ງທາງການເມືອງລວມເຖິງການຕັ້ງຖິ່ນຖານໂດຍຜູ້ລີ້ໄພຊາວຕວັກກີ ລະບອບຜະເດັດການກະສັດມີຈຸດເລີ່ມຕົ້ນໃນປີ ຄ.ສ 1936 ແລະ ຄອບງຳປະເທດເຊິ່ງຕາມມາດ້ວຍການຍຶດຄອງເກຣັກຂອງຝ່າຍອັກສະໃນລະຫວ່າງສົງຄາມໂລກຄັ້ງທີສອງ, ສົງຄາມການເມືອງເກຣັກ ແລະ ນຳໄປສູ່ການຍຶດອຳນາດໂດຍຄະນະຜູ້ຍຶດອຳນາດການປົກຄອງໃນປີ ຄ.ສ 1967. ແນວໃດກໍ່ຕາມ ເກຣັກມີອັດຕາການເຕີບໂຕເສດຖະກິດສູງເປັນປະຫວັດຕິການໃນຊ່ວງລະຫວ່າງທົດສະວັດທີ 1950–70 ແລະ ກາຍສະພາບເປັນປະເທດພັດທະນາແລ້ວ ລະບອບປະຊາທິປະໄຕໄດ້ຮັບການຟື້ນຟູໃນປີ ຄ.ສ 1974 ການລົ້ມລ້າງລະບອບກະສັດໃນຊ່ວງເວລາດັ່ງກ່າວນຳໄປສູ່ການກໍ່ຕັ້ງສາທາລະນະລັດ ເກຣັກ ທີສາມເຊິ່ງກິນເວລາມາເຖິງປັດຈຸບັນ.

ປະເທດເກຣັກ ປົກຄອງແບບສາທາລະນະລັດລະບົບລັດຖະສະພາ ຖືເປັນປະເທດພັດທະນາ ແລະ ເປັນປະເທດອຳນາດປານກາງ ໂດຍມີລາຍຮັບສູງ ແລະ ແລະ ຄຸນນະພາບຊີວິດທີ່ດີຂອງປະຊາກອນ[16] ໂດຍຢູ່ໃນອັນດັບທີ 32 ໃນດັດຊະນີການພັດທະນາມະນຸດ ເສດຖະກິດຂອງປະເທດມີຂະໜາດໃຫຍ່ທີ່ສຸດໃນກຸ່ມປະເທດແຫຼມບານຄານ ເຊິ່ງເປັນແຫຼ່ງລົງທຶນລະດັບພາກພື້ນທີ່ສຳຄັນ ເກຣັກເປັນສະມາຊິກຜູ້ກໍ່ຕັ້ງສະຫະປະຊາຊາດ, ເປັນສະມາຊິກລຳດັບທີ 10 ຂອງສະຫະພາບເອີຣົບ ແລະ ເປັນສ່ວນໜຶ່ງຂອງເອີໂຣໂຊນຕັ້ງແຕ່ປີ ຄ.ສ 2001 ລວມທັງເປັນສະມາຊິກຂອງອົງການລະຫວ່າງປະເທດອື່ນໆ ອີກຫຼາກຫຼາຍເຊັ່ນ: ສະພາເອີຣົບ, ນາໂຕ, ອົງການເພື່ອຮ່ວມມື ແລະ ການພັດທະນາທາງເສດຖະກິດ, ອົງການການຄ້າໂລກ ແລະ ອົງການວ່າດ້ວຍຄວາມໝັ້ນຄົງ ແລະ ຄວາມຮ່ວມມືໃນເອີຣົບ. ເກຣັກມີເອກະລັກໃນດ້ານມໍລະດົກທາງປະຫວັດສາດ ແລະ ວັດທະນະທຳທີ່ມີຊື່ສຽງໄປທົ່ວໂລກ ມີມໍລະດົກໂລກທີ່ຮັບຮອງໂດຍອຸຍແນສໂກຈຳນວນ 19 ແຫ່ງ.[17] ລວມທັງຂຶ້ນຊື່ໃນດ້ານອຸດສາຫະກຳການທ່ອງທ່ຽວ ແລະ ການເດີນເຮືອ[18].

ອ້າງອີງ

  1. ↑ Archived 2017-10-02 at the Wayback Machine The Constitution of Greece: Section II Relations of Church and State: Article 3, Hellenic Resources network Archived 2017-08-01 at the Wayback Machine "Archive copy". ຂ້ໍມູນເກົ່າຈາກຕົ້ນສະບັບ ເມື່ອ 2017-08-01. ສືບຄົ້ນເມື່ອ 2024-01-20.{{cite web}}: CS1 maint: archived copy as title (ລິ້ງ).
  2. ↑ Enyedi, Zsolt; Madeley, John T.S. (2 ສິງຫາ 2004). Church and State in Contemporary Europe. Routledge. ນ. 228. ISBN 9781135761417. Both as a state church and as a national church, the Orthodox Church of Greece has a lot in common with Protestant state churches, and even with Catholicism in some countries.{{cite book}}: CS1 maint: date auto-translated (ລິ້ງ)
  3. ↑ "Religious Belief and National Belonging in Central and Eastern Europe". Pew Research Center. 10 ພຶດສະພາ 2017. ສືບຄົ້ນເມື່ອ 9 ກັນຍາ 2017.{{cite web}}: CS1 maint: date auto-translated (ລິ້ງ)
  4. ↑ "Country Comparison: Area". The World Factbook. Central Intelligence Agency. ຂ້ໍມູນເກົ່າຈາກຕົ້ນສະບັບ ເມື່ອ 2020-11-13. ສືບຄົ້ນເມື່ອ 7 ມັງກອນ 2013.{{cite web}}: CS1 maint: date auto-translated (ລິ້ງ)
  5. ↑ "Surface water and surface water change". Organisation for Economic Co-operation and Development (OECD). ສືບຄົ້ນເມື່ອ 11 ຕຸລາ 2020.{{cite web}}: CS1 maint: date auto-translated (ລິ້ງ)
  6. ↑ "Statistics - ELSTAT". www.statistics.gr. ຂ້ໍມູນເກົ່າຈາກຕົ້ນສະບັບ ເມື່ອ 2021-08-05. ສືບຄົ້ນເມື່ອ 30 ເມສາ 2021.{{cite web}}: CS1 maint: date auto-translated (ລິ້ງ)
  7. ↑ Απογραφή Πληθυσμού – Κατοικιών 2011. ΜΟΝΙΜΟΣ Πληθυσμός [Results of Population-Housing Census 2011 concerning the permanent population of the country] (ພາສາກຣີກ). 20 ມີນາ 2014. ຂ້ໍມູນເກົ່າຈາກຕົ້ນສະບັບ (PDF) ເມື່ອ 2017-11-24. ສືບຄົ້ນເມື່ອ 25 ຕຸລາ 2016.{{cite web}}: CS1 maint: date auto-translated (ລິ້ງ)
  8. ↑ "Announcement of the results of the 2011 Population Census for the Resident Population" (PDF). Hellenic Statistical Authority. 28 ທັນວາ 2012. ຂ້ໍມູນເກົ່າຈາກຕົ້ນສະບັບ (PDF) ເມື່ອ 13 ພະຈິກ 2013. ສືບຄົ້ນເມື່ອ 24 ສິງຫາ 2013.{{cite web}}: CS1 maint: date auto-translated (ລິ້ງ)
  9. 1 2 3 4 "World Economic Outlook Database: October 2021". Washington, D.C.: International Monetary Fund. 12 ຕຸລາ 2021. ສືບຄົ້ນເມື່ອ 12 ຕຸລາ 2021.{{cite web}}: CS1 maint: date auto-translated (ລິ້ງ)
  10. ↑ "Income inequality, 2020". Piraeus: Hellenic Statistical Authority. 23 ກັນຍາ 2021. ຂ້ໍມູນເກົ່າຈາກຕົ້ນສະບັບ ເມື່ອ 2021-10-29. ສືບຄົ້ນເມື່ອ 23 ກັນຍາ 2021.{{cite web}}: CS1 maint: date auto-translated (ລິ້ງ)
  11. ↑ Human Development Report 2020 The Next Frontier: Human Development and the Anthropocene (PDF). United Nations Development Programme. 15 ທັນວາ 2020. ນ. 343–346. ISBN 978-92-1-126442-5. ສືບຄົ້ນເມື່ອ 16 ທັນວາ 2020.{{cite book}}: CS1 maint: date auto-translated (ລິ້ງ)
  12. ↑ "Greece Population 2022 (Demographics, Maps, Graphs)". worldpopulationreview.com.
  13. ↑ Editors, History com. "Ancient Greece". HISTORY (ພາສາອັງກິດ). {{cite web}}: |last= ມີຊື່ທົ່ວໄປ (ຊ່ວຍເຫຼືອ)
  14. ↑ "Greek History". ancient-greece.org.
  15. ↑ "War of Greek Independence | History, Facts, & Combatants | Britannica". www.britannica.com (ພາສາອັງກິດ).
  16. ↑ "Greece Economy: Population, Facts, GDP, Unemployment, Trade, Corruption". www.heritage.org (ພາສາອັງກິດ). ຂ້ໍມູນເກົ່າຈາກຕົ້ນສະບັບ ເມື່ອ 2024-01-18. ສືບຄົ້ນເມື່ອ 2024-01-20.
  17. ↑ Centre, UNESCO World Heritage. "Greece - UNESCO World Heritage Convention". UNESCO World Heritage Centre (ພາສາອັງກິດ).
  18. ↑ "ancient Greek civilization | History, Map, Culture, Politics, Religion, Achievements, & Facts | Britannica". www.britannica.com (ພາສາອັງກິດ).
ບັນນານຸກົມ

ແຫຼ່ງຂໍ້ມູນອື່ນ

  1. ↑ ຄຣິດຕະຈັກແຫ່ງເກຣັກເປັນທີ່ຍອມຮັບໂດຍລັດຖະທຳມະນູນຂອງເກຣັກ ເປັນສາສະໜາທີ່ເກີດຂຶ້ນໃນເກຣັກ[1] ແລະ ເປັນປະເທດດຽວໃນໂລກທີ່ອໍໂທດອກຕາເວັນອອກໄດ້ຮັບການຍອມຮັບວ່າເປັນສາສະໜາປະຈຳຊາດຢ່າງເປັນທາງການ[2]
ຂໍ້ຜິດພາດ: <ref> tags exist for a group named "lower-alpha", but no corresponding <references group="lower-alpha"/> tag was found.