ປະຫວັດວິກິພີເດຍ
ວິກິພີເດຍ ເປັນສານານຸກົມອອນໄລນ໌ເນື້ອຫາເສລີ ທີ່ຂຽນແລະບຳລຸງຮັກສາໂດຍຊຸມຊົນອາສາສະໝັກທີ່ເອີ້ນວ່າ ວິກິພີເດຍນ (Wikipedians). ວິກິພີເດຍເລີ່ມຕົ້ນດ້ວຍການແກ້ໄຂຄັ້ງທຳອິດໃນວັນທີ 15 ມັງກອນ 2001 ສອງວັນຫຼັງຈາກທີ່ຊື່ໂດເມນໄດ້ຖືກຈົດທະບຽນ.[1] ວິກິພີເດຍໄດ້ພັດທະນາມາຈາກ Nupedia ຊຶ່ງເປັນສານານຸກົມເສລີທີ່ມີໂຄງສ້າງເປັນລະບຽບຫຼາຍກວ່າ ເພື່ອໃຫ້ການຮ່າງບົດຄວາມແລະການແປພາສາເຮັດໄດ້ງ່າຍ ແລະວ່ອງໄວຍິ່ງຂຶ້ນ.

ພື້ນຖານທາງເຕັກໂນໂລຊີ ແລະແນວຄິດທີ່ນຳໄປສູ່ການສ້າງວິກິພີເດຍໄດ້ເກີດຂຶ້ນກ່ອນໜ້ານັ້ນ. ຂໍ້ສະເໜີທີ່ເກົ່າແກ່ທີ່ສຸດທີ່ຮູ້ຈັກກ່ຽວກັບສານານຸກົມອອນໄລນ໌ໄດ້ຖືກນຳສະເໜີໂດຍ Rick Gates ໃນປີ 1993,[2] ສ່ວນແນວຄິດຂອງສານານຸກົມອອນໄລນ໌ເສລີໃນຄວາມໝາຍຂອງ "ເສລີພາບ" (ແຕກຕ່າງຈາກການເປັນໂອເພັນຊອສເທົ່ານັ້ນ)[3] ໄດ້ຖືກສະເໜີໂດຍ Richard Stallman ໃນປີ 1998.[4]
ແນວຄິດຂອງ Stallman ໄດ້ລວມເຖິງຫຼັກການທີ່ວ່າ ບໍ່ຄວນມີອົງກອນກາງໃດໆຄວບຄຸມການແກ້ໄຂເນື້ອຫາ. ແນວຄິດນີ້ແຕກຕ່າງຈາກສານານຸກົມດິຈິຕອນໃນຍຸກນັ້ນ ເຊັ່ນ Microsoft Encarta ແລະ Encyclopædia Britannica. ໃນປີ 2001 ໃບອະນຸຍາດຂອງ Nupedia ໄດ້ຖືກປ່ຽນເປັນ GFDL ແລະ ຈິມມີ ເວລສ໌ ກັບ ແລຣີ ແຊນເຈີ ໄດ້ເປີດຕົວວິກິພີເດຍເປັນໂຄງການເສີມ ໂດຍໃຊ້ວິກິອອນໄລນ໌ເປັນເຄື່ອງມືສຳລັບການຮ່າງບົດຄວາມແບບຮ່ວມມື.[5]
ໃນໄລຍະແລກ ວິກິພີເດຍຖືກວາງແນວຄິດໃຫ້ເປັນພື້ນທີ່ສຳລັບຮ່າງບົດຄວາມ ແລະແນວຄິດຕ່າງໆ ເພື່ອນຳໄປປັບປຸງໃຫ້ສົມບູນໃນ Nupedia ໃນພາຍຫຼັງ. ແຕ່ວິກິພີເດຍໄດ້ເຕີບໂຕຢ່າງວ່ອງໄວ ແລະກ້າວແຊງໂຄງການຕົ້ນແບບຂອງຕົນ ກາຍເປັນທັງພື້ນທີ່ຮ່າງບົດຄວາມ ແລະແຫຼ່ງເຜີຍແຜ່ບົດຄວາມສະບັບສົມບູນຂອງໂຄງການລະດັບໂລກໃນຫຼາຍຮ້ອຍພາສາ ພ້ອມທັງເປັນແຮງບັນດານໃຈໃຫ້ແກ່ໂຄງການອ້າງອີງອອນໄລນ໌ອື່ນໆອີກຫຼາຍໂຄງການ.
ໃນປີ 2014 ວິກິພີເດຍມີຜູ້ອ່ານປະມານ 495 ລ້ານຄົນຕໍ່ເດືອນ.[6] ໃນປີ 2015 ຕາມຂໍ້ມູນຂອງ comScore ວິກິພີເດຍມີຜູ້ເຂົ້າຊົມລາຍເດືອນທີ່ບໍ່ຊ້ຳກັນ (unique visitors) ຫຼາຍກວ່າ 115 ລ້ານຄົນຈາກສະຫະລັດພຽງປະເທດດຽວ.[7] ໃນເດືອນກັນຍາ 2018 ໂຄງການຕ່າງໆຂອງວິກິພີເດຍມີຍອດການເຂົ້າຊົມໜ້າເວັບລວມ 15.5 ຕື້ຄັ້ງຕໍ່ເດືອນ.[8]
ອ້າງອີງ
[ດັດແກ້]- ↑ "Wikipedia.org WHOIS, DNS, & Domain Info – DomainTools". WHOIS. ເກັບບັນທຶກໄວ້ຈາກແຫຼ່ງດັ້ງເດີມເມື່ອ 17 April 2017. ຄົ້ນຫາເມື່ອ 24 October 2016.
- ↑ "Wikipedia of Jimmy Wales and Larry Sanger". History Computer. 2010. ຂໍ້ມູນເກົ່າທີ່ຖືກບັນທຶກຈາກແຫຼ່ງດັ້ງເດີມເມື່ອ 15 April 2012. ຄົ້ນຫາເມື່ອ 9 November 2013.
- ↑ "Philosophy". GNU. ເກັບບັນທຶກໄວ້ຈາກແຫຼ່ງດັ້ງເດີມເມື່ອ 14 October 2013. ຄົ້ນຫາເມື່ອ 5 November 2013.
- ↑ "Philosophy". GNU. ເກັບບັນທຶກໄວ້ຈາກແຫຼ່ງດັ້ງເດີມເມື່ອ 14 October 2013. ຄົ້ນຫາເມື່ອ 5 November 2013.
- ↑ "WikiHistory". WikiWikiWeb. ເກັບບັນທຶກໄວ້ຈາກແຫຼ່ງດັ້ງເດີມເມື່ອ 21 June 2002. ຄົ້ນຫາເມື່ອ 15 May 2013.
- ↑ "The future of Wikipedia: WikiPeaks?". The Economist. 1 March 2014. ເກັບບັນທຶກໄວ້ຈາກແຫຼ່ງດັ້ງເດີມເມື່ອ 8 April 2014. ຄົ້ນຫາເມື່ອ 2 April 2014.
- ↑ "comScore Ranks the Top 50 U.S. Digital Media Properties for January 2015". comScore. 24 February 2015. ຂໍ້ມູນເກົ່າທີ່ຖືກບັນທຶກຈາກແຫຼ່ງດັ້ງເດີມເມື່ອ 17 March 2015. ຄົ້ນຫາເມື່ອ 17 March 2015.
- ↑ "Monthly overview". Wikimedia statistics. Wikimedia Foundation. ຂໍ້ມູນເກົ່າທີ່ຖືກບັນທຶກຈາກແຫຼ່ງດັ້ງເດີມເມື່ອ 24 January 2020. ຄົ້ນຫາເມື່ອ 31 May 2019.