ປະຫວັດການສ້າງກອງ

ຈາກ ວິກິພີເດຍ

ຄວາມເປັນມາຂອງການສ້າງກອງ ຂຽນເມື່ອ: ມິ.ຖ.. 12, 2009 | ມີ 5 ຄຳເຫັນ ແລະ 0 trackback(s) ໜວດໝູ່: ປະຫວັດສາດ ເຖິງ: ທ່ານທັງຫຼາຍ ຫາກຕ້ອງການເອົາເຣື່ອງນີ້ໄປຕີພິມ ກະຣຸນາຕິດຕໍ່ຜູ້ຂຽນ, ຢ່າກ໊ອປປີໄປເປັນອັນຂາດ, ເພີຍແຜ່ໄດ້ສະເພາະທາງເນຕ ເທົ່ານັ້ນ.


ອີກເຣື່ອງໜຶ່ງ ທີ່ພົບໃນຄັມພີໃບລານອັກສອນທັມ ກ່າວເຖິງອະນະກະສູຕ ເຊິ່ງເປັນພຣະ ສູຕໜຶ່ງ ພົບຫຼາຍໃນແຖວແຂວງບໍ່ແກ້ວ ເຊິ່ງຄັມພີວິນັຍດອກເດື່ອອ້າງວ່າ ປາກົດຢູໃນຄັມພີປາຣະ ຊຶກກັນ ມີເນື້ອໃນກ່າເຖິງ ການທີ່ພຣະພິກຂຸອອກສຽງສູດມົນ ແລະເທສນາທັມ ບໍ່ຖືກຕ້ອງຕາມອັກ ຂະຣະວິທີ ຈັດເປັນຄວາມຜິດຂັ້ນຮ້າຍແຮງງຢ່າງໜຶ່ງ ໂດຍໄດ້ອ້າງເຖິງເຣື່ອງຣາວທີ່ພຣະພຸດທະເຈົ້າຊົງ ຍົກອະນະກະສູດຂຶ້ນມາສະແດງ ເພື່ອປຽບທຽບການເອື້ອນສຽງຂຶ້ນ-ລົງ ໃນຂະນະສູດມົນ ຫຼືເທສນາທັມ ຂອງພິກຂຸວ່າ ເຮັດໃຫ້ເກີດອັກຂະຣະວິບັດ ທັ້ງນີ້ບົດສູດມົນ ຫຼືພຣະທັມຄຳສອນຂອງພຣະພຸດທະເຈົ້ານັ້ນ ນັບໄດ້ວ່າປະເສີດສຸດ ຢາກທີ່ຈະຫາສິ່ງມາປຽບທຽບອີກບໍ່ໄດ້ແລ້ວ ແລະບໍ່ຕ້ອງ ມີການປະດັບຕົກແຕ່ງຫຼືດັດແປງໃດໆອີກ ມີຄຸນຄ່າ ຄວາມສົມບູນຢູ່ແລ້ວ ປຽບເໝືອນຊາວເມືອງ ນຳເອົາກອງໄຊຍະມຸງຄຸນ ທີ່ມີຂະໜາດໃຫຍ່ ມີສຽງກ້ອງກັງວານຢ່ແລ້ວ ມາປະດັບຕົກແຕ່ງດ້ວຍ ສິ່ງຂອງມີຄ່າ ແຕ່ແລ້ວກອງໜ່ວຍນັ້ນກັໝົດຄຸນຄ່າລົງ ສຽງທີ່ເຄີຍດັງກ້ອງກັງວານກໍລັບຫາຍໄປ ບໍ່ດັງເໝືອນເດີມ ອະນະກະສູດມີເນື້ອຄວາມດຍຫຍໍ້ດັ່ງນີ້: ໃນສະໄໝໜຶ່ງພຣະອະນຸຣຸດຖະເຖຣະ ໄດ້ຈາຣີກໄປຍັງປ່າຫີມະພານ ໄດ້ພົບເຫັນເຜດ 500 ຕົວ, ນຸ່ງຫົ່ມຜ້າຈີວອນ ແລະຖີບາດຢູ່ ແຕ່ຮ່າງກາຍພັດມີແປວໄຟລຸກຖ້ວມຕົວ ຮ້ອງໃຫ້ດ້ວຍຄວາມ ຈັບປວດທໍຣະມານ ເມື່ອເຜດເຫຼົ່ານັ້ນໄດ້ເຫັນພຣະອະນຸຣຸດເຖຣະແລ້ວ ຈຶ່ງພາກັນເຂົ້າມາໄຫວ້ ແລ້ວກໍເລົ່າເຖິງບຸບພະກັມຂອງຕົນ ທີ່ໄດ້ທຳໄວ້ໃນສະໄໝຍັງມີຊີວິດຢູ່ວ່າ “ພວກຕົນເຄີຍເປັນພຣະ ພິກຂຸໃນພຣະພຸດທະສາສນາ ໄດ້ສູດມົນໂດຍຜິດສຽງອັກສອນວິທີ ແລະໄດ້ສະແດງທັມໂດຍໃສ່ ໃນທັມນອງຕ່າງໆ ເຊັ່ນນ້ຳຟາດໃຄ້, ໝາກນາວລ່ອງຂອງ ອ່ານກາບ ຂັບລຳນຳເປັນຕົ້ນ ເພາະຄິດ ວ່າເປັນສຽງທີ່ມ່ວນ ແຕ່ການກະທຳເຊັ່ນນີ້ ເຮັດໃຫ້ສຽງອັກຂະຣະ ພະຍັນຊະນະ ທີຄະ ຣັສສະ ຄຣຸ ລະຫຸ ສິຖິນ ທະນິຕ ສຳພັນທະ ວະວັຕຕິກະ ນິຄຄະຫິຕຕະ ວິມຸຕຕະ ໂສສະວັນນະ ອະໂຄສະ ວັນນະ ຊາຕິຖານະ ແລະມາຕຣາ ເກີດອັກສອນວິບັຕ ເຖິງວ່າມີຄົນວ່າກ່າວຕັກເຕືອນກໍບໍ່ເຊື່ອ ເມື່ອພວກົນຕາຍລົງ ຈຶ່ງເກີດເປັນເຜດຢູ່ຢ່າງທີ່ເຫັນທຸກວັນນີ້ ຈາກນັ້ນກໍຂໍໃຫ້ພຣະມະຫາອະນຸຣຸດເຖ ຣະຊ່ວຍບອກວ່າ ພວກຕົນຂະພົ້ນຈາກວິບາກກັມ ພຣະມະຫາອະຣຸຣຸດ ພຣະອະນຸຣຸດທະເຖຣະ ຈຶ່ງຕອບວ່າ ຕົວທ່ານບໍ່ຮູ້ ຜູ້ທີ່ສາມາດຕອບຄຳຖາມນີ້ໄດ້ ມີແຕ່ອົງສົມເດັດພຣະສັມມາສັມພຸດທະເຈົ້າ ພຣະອົງດຽວເທົ່ານັ້ນ ດັ່ງພຣະອະນຸຣຸດທະເຖຣະຈຶ່ງນຳຄວາມນັ້ນມາຂາບທູນຖາມພຣະພຸດ ທະເຈົ້າ ເຊິ່ງພຣະອົງຊົງຕັດແກ່ພຣະອະນຸຣຸດທະເຖຣະວ່າ ເຜດເຫຼົ່ານັ້ນພຣະອົງກໍຊົງເຄີຍເຫັນແລ້ວ ໃນສະໄໝ ທີ່ຕັດສະຮູ້ໃຕ້ຕົ້ນສີມະຫາໂພທິ, ແຕ່ບໍ່ມີຜູ້ໃດເຫັນ ທ່ານໄດ້ເຫັນກໍດີແລ້ວ ພວກເຜດເຫຼົ່າ ນັ້ນເຄີຍເປັນພຣະພິກຂຸໃນສະໄໝພຣະພຸດທະເຈົ້າຊົງພຣະນາມວ່າກັສສະປະ ແຕ່ສູດມົນຜິດອັກສອນວິທີ ສແດງທັມໂດຍໃສ່ທຳນອງ ເຮັດໃຫ້ອັກສອນວິບັດ ເມື່ອຕາຍໄປແລ້ວໄດ້ເກີດໃນອະເວ ຈີນານເຖິງ 1 ກັບ, ເມື່ອພົ້ນຈາກອະເວຈີແລ້ວຈຶ່ງໄດ້ມາເກີດເປັນເຜດດັ່ງທີ່ເຫັນ ເມື່ອພຣະສີອະຣິ ຍະເມຕຕຣັຍໄດ້ມາຕັດຮູ້ເປັນພຣະພຸດທະເຈົ້າ ເຊິ່ງດຳຣົງພຣະຊົນຊີບນານເຖິງ 80.000 ປີ ຈົນເຖິງຍຸກທີ່ໄຟມ້າງກັບເມື່ອໃດ ເຜດເຫຼົ່ານັ້ນຈຶ່ງພົ້ນຈາກວິບາກກັມ ທີ່ເຄີຍທຳໄວ້ ເມື່ອພຣະພຸດະເຈົ້າ ຊົງຕັດບອກວິບາກກັມ ເຜດເຫຼົ່ານັ້ນ ແກ່ພຣະມະຫາອະນຸຣຸດທະເຖຣະຈົບແລ້ວ ພຣະອົງຈຶ່ງຍົກ ເອົາອະນະກະສູດມາເທສນາແກ່ພຣະພິກຂຸທັງຫຼາຍວ່າ: ໃນອະດີດຕະການລ່ວງມາແລ້ວ ພຣະໂພທິສັດໄດ້ສະເຫວີຍຊາດເປັນພຣາມປຸໂຣຫິຕາ ຈາຣຍ໌ ໃນເມືອງພາຣາຣະສີ ເຊິ່ງມີພຣະຍາພຣົມມະທັຕະຣາຊ ສະເຫວີຍຣາຊະສົມບັດຢູ່ ໃນສະໄໝນັ້ນມີປູໃຫຍ່ໂຕໜຶ່ງ ໄດ້ຕາຍແລ້ວຖືກນ້ຳພັດເອົາຄີບປູມາແຄມຫາດ ຊາວເມືອໄດ້ເຫັນ ຈຶ່ງໄດ້ນຳຄີບປູມາຖວາຍພຣະຍາພຣົມມະທັຕຕະຣາຊ ພຣະອົງຊົງເຫັນວ່າຄີມປູມີຂະໜາດໃຫຍ່ ຈຶ່ງສັ່ງໃຫ້ ຊ່າງນຳໄປສ້າງເປັນກອງໄຊຍະມຸງຄຸນ ເມື່ອເຮັດສຳເຣັດແລ້ວຈຶ່ງນຳກອງນັ້ນມາຕີເບິ່ງ ປາກົດວ່າ ກອງທ່ີເຮັດຈາກຄີມປູນັ້ນດັງກ້ອງກັງວານໄປທົ່ວທຸກສາຣະທິດ ແລະດັງໄປທົ່ວເມືອງພາຣານະສີ ເຊິ່ງກວ້າງ 12 ໂຍດ, ບັນດາເສນາອຳມາດຈຶ່ງປຶກສາກັນແລ້ວຂາບທູນໃຫ້ພຣະຍາພຣົມມະທັດ ຊາບ ເມື່ອພຣະຍາພຣົມມະທັດຊາບແລ້ວ ຊົງເຫັນວ່າກອງໜ່ວຍນັ້ນມີເດຊານຸພາບຫຼາຍ ຄວນທີ່ ຈະປະດັບຕົກແຕ່ງໃຫ້ສວຍງາມຍິ່ງຂຶ້ນ ຄັນໄດ້ປະດັບຕົກແຕ່ງສຳເຣັດແລ້ວ ລອງຕີກອງເບິ່ງ ປາກົດວ່າກອງໄຊຍະມຸງຄຸນ ທີ່ເຄີຍດັງກັງວານສະໜັ່ນກອງໄປທົ່ວສາຣະທິດນັ້ນ ກັບບໍ່ໍດັງກັງວານເໝືອນເດີມ ພຣະຍາພຣົມມະທັດ ແລະເສນາອາມາດຈຶ່ງເກີດຄວາມສົງໄສ ຈຶ່ງໄດ້ປຶກສາກັບພຣາມປຸໂຣຫິຕຣາຈາຣຍ໌ ເມື່ອພຣາມປຸໂຣຫິຕຣາຈາຣຍ໌ໄດ້ພິຈາຣະນາເບິ່ງກອງແລ້ວ ກໍຂາບທູນວ່າ ແຕ່ເດີມກອງໜ່ວຍໜັ້ນ ກໍດັງກັງວານມີເດຊານຸພາບຢູ່ແລ້ວ ການທີ່ນຳເອົາສິ່ງຕ່າງໆ ທີ່ຄົນທົ່ວໄປຄິດວ່າ ສວຍງາມ ແລະມີຄ່າມາປະດັບຕົກແຕ່ງກອງນັ້ນຈະໃຫ້ເກີດເດຊານຸພາບ ຂອງກອງນັ້ນດີຂຶ້ນ ທ່ີແທ້ບໍ່ເປັນເຊັ່ນນັ້ນ ເມື່ອຊາບເຊັ່ນນັ້ນພຣະຍາພຣົມມະທັດຕະຣາຊກໍສັ່ງໃຫ້ຊ່າງນຳເອົາສິ່ງປະ ດັບ ຕົກແຕ່ງກອງໄຊຍ໌ນັ້ນອອກໃຫ້ໝົດແລ້ວລອງຕີອີກຄັ້ງ ປາກົດວ່າກອງໄຊຍະມຸງຄນນັ້ນ ກໍມີສຽງດັງກັງວານເໝືອນເດີມ. ພຣະພຸດທະເຈົ້າຊົງຕັດວ່າ ດູກ່ອນພິກຂຸທັງຫຼາຍ ອັນວ່າກອງຄີບູນັ້ນ ປຽບເໝືອນພຣະພຸດທະວະຈະນະທີ່ຊົງສະແດງໄວ້ດີແລ້ວ ຖືກຕ້ອງຕາມອັກຂະຣະວິທີປາລີແລ້ວ ຍ່ອມເປັນຄຳສອນທີ່ ປະເສີດ ສາມາດນຳສັດໂລກໃຫ້ບັນລຸພຣະນິບພານໄດ້ ການປະກັບຕົກແຕ່ງກອງຄີມປູນັ້ນ ປຽບ ເໝືອນການນຳຄຳສອນຂອງພຣະພຸດທະເຈົ້າໄປດັດແປງໃໝ່ ອອກສຽງບໍ່ຖືກຕ້ອງຈົນອັກຂະຣະວິ ບັດ ພິກຂຸອົງໃດມີອະວິຊຊາເຂົ້າວ່າການສູດມົນ ແລະການເທສນາທັມເປັນທຳນອງຕ່າງໆເຊັ່ນນັ້ນ ເປັນການສະແດງຄວາມສາມາດຂອງຕົນ ຜູ້ຄົນມັກຟັງ ເພາະຄວາມມ່ວນໜ້າຟັງ ມີການໃສ່ລຳ ນຳ ຂັບຊໍ ແລະປີ່ພາດ ເປັນສິ່ງທີ່ຜິດພຣະທັມມະວິໄນ ເປັນການທຳບາບທັງຜູ້ສູດມົນ ຫຼືຜູ້ເທດແລະຜູ້ຟັງ ເມື່ອຕາຍໄປແລ້ວຕ້ອງຕົກນະຣົກອະເວຈີເໝືອນກັບເຜດ 500 ຕົນ ທີ່ພຣະມະຫາອະນຸ ຣຸດເຖຣະເຫັນທີປ່າຫິມະພານນັ້ແລ.