ບໍ່ມີວັນຈາກ
ຮູບຮ່າງການສະແດງຜົນ
| ບໍ່ມີວັນຈາກ | |
|---|---|
| ກຳກັບ | ແມດຕີ ໂດ |
| ຂຽນບົດ | ຄຣິສໂຕເຟີ ລາເຊນ |
| ອຳນວຍການສ້າງ | ແມັດຕີ ໂດ ຈັສຕິນ ເດເມນ ຄຣິສໂຕເຟີ ລາເຊນ Annick Mahnert Abi Rastogi ດວງມະນີ ໂສລີພັນ |
| ນັກສະແດງນຳ | ຢານນະວຸທິ ຈັນທະລັງສີ ວິລຸນາ ເພັດມະນີ ປໍ ສີລັດສາ ນຸດນະພາ ສ້ອຍດາລາ |
ບໍ່ມີວັນຈາກ (ອັງກິດ: The Long Walk) ເປັນຮູບເງົາດຣາມ່າລາວປີ 2019, ກຳກັບໂດຍ ແມັດຕີ ໂດ (Mattie Do) ຊຶ່ງເປັນຜູ້ກຳກັບຍິງຂອງລາວ[1] ທີ່ໂດດເດັ່ນໃນການເລົ່າເລື່ອງແບບເໜືອທຳມະຊາດ. ເປັນຮູບເງົາຈາກ ສປປ ລາວ ເລື່ອງທຳອິດ ທີ່ໄດ້ເຂົ້າສາຍໃນສຕຣີມມິ້ງສາຍຮູບເງົາ ອັນດັບຕົ້ນໆຂອງໂລກຢ່າງ Netflix.
ໜັງເລື່ອງນີ້ໄດ້ເວົ້າເຖິງຊາຍເຖົ້າຄົນໜຶ່ງທີ່ສາມາດສື່ສານກັບວິນຍານຂອງຜູ້ຍິງປາກກືກຄົນໜຶ່ງໄດ້, ລາວໃຊ້ຄວາມສາມາດນີ້ເພື່ອປ່ຽນແປງເຫດການໃນອະດີດ, ແຕ່ກາຍເປັນວ່າມັນໄດ້ນຳໄປສູ່ຜົນທີ່ຄາດບໍ່ເຖິງ.[1][2] ເປັນໜັງທີ່ລຶກຊຶ້ງ, ມີຄວາມຄິດລຶກລັບ ແລະ ບັນຍາກາດຮູ້ສຶກຫລອນໂດຍບໍ່ມີການໃຊ້ສາກສະດຸ້ງໃຫ້ຕົກໃຈ.
ນັກສະແດງ
[ດັດແກ້]- ຢານນະວຸທິ ຈັນທະລັງສີ
- ວິລຸນາ ເພັດມະນີ
- ປໍ ສີລັດສາ[3]
- ນຸດນະພາ ສ້ອຍດາລາ[3]
- ຈັນສະໝອນ ອິນອຸດົມ[3]
- ແບຣນດອນ ຮາຊິໂມໂຕະ