ແຂວງບໍລິຄຳໄຊ
ຮູບຮ່າງການສະແດງຜົນ
(ປ່ຽນເສັ້ນທາງມາຈາກ ບໍລິຄຳໄຊ)
ບົດຄວາມນີ້ຂາດການອ້າງອີງຈາກເອກະສານອ້າງອີງຫຼືແຫຼ່ງຂໍ້ມູນ ກະລຸນາຊ່ອຍພັດທະນາບົດຄວາມນີ້ໂດຍຕື່ມແຫຼ່ງຂໍ້ມູນເປັນຕາເຊື່ອຖື ເນື້ອຫາເຊິ່ງຂາດການອ້າງອີງອາດຖືກຄັດຄ້ານຫຼືນຳອອກ |
| ຂໍ້ມູນສະຖິຕິ | |
|---|---|
| ເມືອງເອກ: | ເມືອງປາກຊັນ |
| ເນື້ອທີ່: | 15,460 km² |
| ປະຊາກອນ: | 248,378 (2008 est) |
| ຄວາມໜາແໜ້ນປະຊາກອນ: | 17 inh./km² |
| ISO 3166-2: | LA-BLล |
| ລະຫັດພູມສາດ: | 1100 |
| ແຜນທີ່ | |
| |
ບໍລິຄໍາໄຊ (ອັງກິດ: Bolikhamsai) ເປັນແຂວງຫນຶ່ງຂອງປະເທດລາວ ທີ່ຕັ້ງຢູ່ທາງພາກກາງຂອງປະເທດ ແຂວງບໍລິຄຳໄຊ ເປັນແຂວງ ທີ່ຕັ້ງຂຶ້ນໃໝ່ໃນປີ ຄ.ສ 1986 ເປັນແຂວງ ທີ່ອຸດົມສົມບູນໄປດ້ວຍຊັບຢາກອນທຳມະຊາດແລະວັດທະນະທຳ ເປັນແຂວງທີ່ມີທິວທັດທີ່ສວຍງາມເຊັ່ນນ້ຳຕົກຕາດເລີກ, ຕາດວັງຟອງ, ຖ້ຳແກບ ແລະອື່ນໆ ນອກຈາກທິວທັດທຳມະຊາດທີ່ສວຍງາມແລ້ວ ແຂວງບໍລິຄຳໄຊຍະຍັງມີປູຊະນີຍະສະຖານທາງພຸດທະສາດສະຫນາທີ່ສຳຄັນຫຼາຍແຫ່ງ. ແຂວງບໍລິຄຳໄຊແຍກອອກມາຈາກແຂວງວຽງຈັນແລະແຂວງຄຳມ່ວນ ເມື່ອປີ 1983 ແຂວງນີ້ມີ ພູຫີນປູນ ທີ່ມີຊື່ສຽງ ແລະ ທິດທັດອັນສວຍງາມ.
ປະຫວັດແຂວງບໍລິຄຳໄຊ
[ດັດແກ້]ລັກສະນະພູມສັນຖານ
[ດັດແກ້]ເປັນແຂວງທີ່ມີລັກສະນະພູມສັນຖານຮາບພຽງ
ທີ່ຕັ້ງ
[ດັດແກ້]- ທິດຕາເວັນອອກຕິດກັບ ສ.ສ ຫວຽດນາມ
- ທິດຕາເວັນຕົກຕິດກັບ ປະເທດໄທ
- ທິດເໜືອຕິດກັບ ນະຄອນຫລວງວຽງຈັນ, ແຂວງໄຊສົມບູນ ແລະ ແຂວງຊຽງຂວາງ
- ທິດໃຕ້ຕິດກັບ ແຂວງຄຳມ່ວນ
ບັນດາເມືອງ
[ດັດແກ້]ແຂວງບໍລິຄຳໄຊປະກອບດ້ວຍ 7 ເມືອງຄື:
- 11-01 ປາກຊັນ (Pakxan)
- 11-02 ທ່າພະບາດ (Thaphabath)
- 11-03 ປາກກະດິງ (Pakkading)
- 11-04 ບໍລິຄັນ (Bolikhan)
- 11-05 ຄຳເກີດ (Khamkeuth)
- 11-06 ເມືອງວຽງທອງ (Viengthong)
- 11-07 ເມື່ອງ ໄຊຈຳພອນ (Xaychamphone)

ສະຖານທີ່ທ່ອງທ່ຽວ
[ດັດແກ້]- ຕາດດານສາມມານ
- ພະບາດໂພນສັນ
- ຫໍຄອຍຊ້າງບ້ານນາ
- ລ່ອງເຮືອຊົມສາຍນ້ຳກະດິ່ງແລະນ້ຳຕົກວັງຟອງ
- ຫລັກຊາວ
- ໄປເບິ່ງນົກນັບພັນໂຕຢູ່ພູໂນນຫີນ
| ນະຄອນຫຼວງ | ນະຄອນຫຼວງວຽງຈັນ |
|---|---|
| ແຂວງ | ຄໍາມ່ວນ - ຈຳປາສັກ - ສະຫວັນນະເຂດ - ສາລະວັນ - ເຊກອງ - ໄຊຍະບູລີ - ຊຽງຂວາງ - ບໍລິຄຳໄຊ ບໍ່ແກ້ວ - ຜົ້ງສາລີ - ວຽງຈັນ - ຫຼວງນ້ຳທາ - ຫຼວງພະບາງ - ຫົວພັນ - ອັດຕະປຶ - ອຸດົມໄຊ |
| ເຂດການປົກຄອງໃນອະດີດ | ເຂດພິເສດຊຽງຮ່ອນ-ຫົງສາ - ເຂດພິເສດໄຊສົມບູນ |
