ບົດການທ່ອງທ່ຽວ

ຈາກ ວິກິພີເດຍ
Jump to navigation Jump to search

ບົດທີ 1 ບົດນຳ

1. ຄວາມເປັນມາຂອງບັນຫາທີ່ນຳມາສຶກສາ ການທ່ອງທ່ຽວ ເປັນຂະແໜງການອຸດສາຫະກຳໜຶ່ງ ທີ່ມີການຂະຫຍາຍຕົວຢ່າງວ່ອງໄວ ແລະ ກ້ວາງຂວາງຢູ່ໃນບັນດາປະເທດໃນໂລກ. ໃນຍຸກປັດຈຸບັນ, ບັນດານາໆຊາດໄດ້ເອົາໃຈໃສ່ເປັນພິເສດຕໍ່ການພັດທະນາການທ່ອງທ່ຽວເຊິ່ງຖືເປັນຂະແໜງການເສດຖະກິດທີ່ສຳຄັນເພື່ອພັດທະ ນາເສດ ຖະກິດ - ສັງຄົມແຫ່ງຊາດຂອງປະເທດຕົນ. ທັງນີ້ກໍ່ຍ້ອນວ່າ: ການທ່ອງທ່ຽວໄດ້ນຳເອົາເງິນຕາຕ່າງປະເທດເຂົ້າມາໃນປະເທດຕົນ, ຊຸກຍູ້ການລົງທຶນທາງທຸລະກິດທີ່ກ່ຽວຂ້ອງໂດຍກົງ ແລະ ທາງອ້ອມເຊັ່ນ: ທຸລະກິດນຳທ່ຽວ, ທຸລະກິດການພັກແຮມ, ທຸລະກິດບໍລິການອາຫານ, ການຂົນສົ່ງ, ການຂາຍເຄື່ອງທີ່ລະນຶກ ແລະ ອື່ນໆ ຊຸກຍູ້ການລົງທຶນໃສ່ການສ້າງພື້ນຖານໂຄງລ່າງເຊັນ: ຖະໜົນຫົນທາງ, ສະໜາມບິນ, ທ່າເຮືອໂດຍ ສານ, ລະບົບໂທລະຄົມມະນາຄົມ, ໄຟຟ້າ, ນ້ຳປະປາ ແລະ ອື່ນໆ ສ້າງວຽກເຮັດງານທຳໃຫ້ແກ່ປະຊາຊົນ ໃນຂະແໜງການບໍລິການ ແລະ ການຜະລິດເປັນຕົ້ນແມ່ນການສົ່ງອອກ ທີ່ພາໃຫ້ມີການສະສົມເງິນຕາ, ມີການໜູນວຽນເງິນຕາພາຍໃນ ແລະ ຕ່າງປະເທດເປັນຢ່າງດີ, ກະຈາຍລາຍໄດ້ສູ່ທ້ອງຖິ່ນ, ຊົນນະບົດຫ່າງໄກສອກຫຼີກ. ພາຍຫຼັງກອງປະຊຸມໃຫ່ຍຄັ້ງທີ IV ຂອງພັກປະຊາຊົນໃນປີ 1986 ໄດ້ກຳນົດແນວທາງປ່ຽນແປງໃໝ່ຮອບດ້ານ ແລະ ການເປີດກ້ວາງການຮ່ວມມືກັບຕ່າງປະເທດ, ການທ່ອງທ່ຽວໄດ້ມີບົດບາດໃນການພັດທະນາເສດຖະກິດ - ສັງຄົມ ຂອງປະເທດເຮົາ ລັດຖະບານແຫ່ງ ສປປ ລາວ ໄດ້ກຳນົດ ແລະ ປະກາດຈັດຕັ້ງປະຕິບັດການພັດທະນາ ແລະ ສົ່ງເສີມການທ່ອງທ່ຽວວັດທະນະທຳ, ທຳມະຊາດ ແລະ ປະຫວັດສາດ, ເພື່ອຮອງຮັບໃຫ້ແກ່ນັກທ່ອງທ່ຽວ ແລະ ການບໍລິການອື່ນໆ ໃຫ້ມີການຂະຫຍາຍຕົວ, ລັດຖະບານໄດ້ສຸມໃສ່ພື້ນຖານໂຄງລ່າງຢ່າງຫຼວງຫຼາຍ ດ້ວຍການສ້າງເສັ້ນທາງຄົມມະນາຄົມໃຫ້ເຊື່ອມຈອດກັນໃນທົ່ວປະເທດ ແລະ ເຊື່ອມຕໍ່ກັບບັນດາປະເທດເພື່ອນບ້ານນັບທັງຢູ່ພາກເໜືອ, ພາກກາງ ແລະ ພາກໃຕ້ ເພື່ອເຮັດໃຫ້ນັກທ່ອງທ່ຽວສາມາດເຊື່ອມໂຍງກັບພາກພື້ນ ແລະ ສາກົນ.

    ແຂວງບໍ່ແກ້ວເປັນແຂວງໜຶ່ງທີ່ປະກອບດ້ວຍຫຼາຍຊົນຊາດຊົນເຜົ່າ ທີ່ດຳລົງຊີວິດຢູ່ຮ່ວມກັນດ້ວຍຄວາມ ສາມັກຄີ, ປອງດອງ ແລະ ມີຄວາມດຸໝັ່ນຂະຫຍັນພຽນຫາລ້ຽງຊີບດ້ວຍຫຼາຍຮູບແບບທີ່ຖືກຕ້ອງຕາມກົດໝາຍເຊັ່ນ: ການປູກຝັງ, ການລ້ຽງສັດ, ການເຮັດສວນ, ລັດຖະກອນ ແລະ ການບໍລິການຕ່າງໆ. ປະຊາຊົນສ່ວນຫຼາຍແມ່ນອາໄສຢູ່ລຽບຕາມແຄມແມ່ນ້ຳໃຫ່ຍ ແລະ ແມ່ນ້ຳນ້ອຍບ່ອນທີ່ມີທົ່ງພຽງ, ບ່ອນເປີ້ນພູ, ຮ່ອມພູ. ເຖິງວ່າແຂວງບໍ່ແກ້ວຈະມີເນື້ອທີ່ໜ້ອຍ ແລະ ພົນລເມືອງກໍ່ມີຈຳນວນໜ້ອຍ ແຕ່ກໍ່ມີຫຼາຍຊົນເຜົ່າທີ່ຢູ່ສະຫຼັບຊັບຊ້ອນກໍຕາມ ປະຊາຊົນທຸກເຜົ່າແມ່ນມີຄວາມສາມັກຄີປອງດອງຢູ່ຮ່ວມກັນດ້ວຍສັນຕິວິທີ ພ້ອມນັ້ນມີສິດເສລີພາບເທົ່າທຽມກັນທາງດ້ານການດຳລົງຊີວິດ ແລະ ວັດທະນະທຳ ເຊິ່ງສະແດງອອກທາງການອະນຸລັກ ວັດທະນະທຳ ຮີດຄອງປະເພນີອັນດີງາມຂອງຊາດຄື: ງານບຸນປະເພນີວັດທະນະທຳ ການຫຼີ້ນບຸນກິນຈຽງ ຂອງເຜົ່າມົ້ງ, ການກິນບຸນວໍ້ຂອງເຜົ່າມູນເຊີນດຳ, ມູນເຊີນຂາວ, ເຜົ່າກຸ່ຍ, ການກິນຈຽງຂອງເຜົ່າອີມຽວ ການຫຼີ້ນກິນບຸນ ມະເກີ້ຣ ຂອງເຜົ່າກຶມມຸ ແລະ ການທຳບຸນທາງສາສະໜາພຸດຂອງຊົນເຜົ່າລາວຕາມລະດູການເຊັ່ນ: ບຸນເຂົ້າພັນສາ, ບຸນອອກພັນສາ, ບຸນເຂົ້າສະຫຼາກ, ບຸນມະຫາຊາດ, ບຸນພະເວດ, ບຸນກອງເຂົ້າ, ບຸນປີໃໝ່ລາວ, ການຈູດບັ້ງໄຟ, ການຕົບທາດແມ່ນຫຼີ້ນໃນຊ່ວງປີໃໝ່ລາວ. ນອກຈາກນັ້ນຍັງມີການຈັດເທດສະການອື່ນໆເຊັ່ນ: ງານວັດທະນະທຳຊົນເຜົ່າໄດ້ຈັດຂຶ້ນເປັນຄັ້ງທີ2 ແລະ ງານປະກວດນາງສາວເທດສະການພືດຊາວສວນ ໄດ້ຈັດຂຶ້ນເປັນຄັ້ງທີ 6. ງານເທດສະການວາຍຫຼວງ ໄດ້ຈັດໃນເດືອນເມສາຫາເດືອນມີນາຂອງທຸກໆປີ ທີ່ເມືອງເມິງແຂວງບໍ່ແກ້ວ. ພ້ອມນັ້ນທາງຊາວແຂວງບໍ່ແກ້ວຍັງມີງານເທດສະການທີ່ໂດ່ງດັງ ແລະໂດດເດັ່ນທີ່ມີຄວາມໝາຍຄວາມສຳຄັນທາງວັດທະນະທຳ, ທໍາມະຊາດ ທີ່ມີເອກະລັກ, ສັນຍາລັກ ແລະ ທັງມີຄວາມແຕກຕ່າງກັບແຂວງອື່ນເຊັ່ນ: ງານເທດສະການດອກງິ້ວບານທີ່ດອນຊາວ ເມືອງຕົ້ນເຜີ້ງ ແຂວງບໍ່ແກ້ວ ແມ່ນໄດ້ຈັດຂື້ນທຸກໆປີ, ງານເທດສະການດອກງິ້ວບານແມ່ນໄດ້ເລີ່ມມີແນວຄວາມຄິດຢາກຈະຈັດງານແຕ່ປີ 1997 ພາຍໃຕ້ການຊີ້ນຳຂອງທ່ານ ສຸກັນ ມະຫາລາດ ເຈົ້າແຂວງໆບໍ່ແກ້ວຮ່ວມກັບພະແນກຖະແຫຼງຂ່າວ ແລະ ວັດທະ ນະທຳໃນໄລຍະນັ້ນ ເພື່ອເປັນການອະນຸລັກ ແລະ ສົ່ງເສີມວັດທະນະທຳ, ທຳມະຊາດ, ສິ່ງແວດລ້ອມ, ຮີດຄອງປະເພນີຂອງປະຊາຊົນບັນດາເຜົ່າທົ່ວແຂວງບໍ່ແກ້ວ ມາຮອດປີ 2000 ທາງອຳນາດການປົກຄອງເມືອງຕົ້ນເຜີ້ງຮ່ວມກັບອົງການຈັດຕັ້ງສະຫະພັນແມ່ຍິງເມືອງ, ພໍ່ແມ່ປະຊາຊົນເມືອງຕົ້ນເຜີ້ງ ໄດ້ຕົກລົງເປັນເອກະພາບສືບຕໍ່ຈັດງານເທດສະການດອກງິ້ວບານຂຶ້ນຢ່າງເປັນທາງການ ເຊິ່ງ ນັບແຕ່ປີ 2000 ແມ່ນໄດ້ພ້ອມກັນຈັດງານເທດສະການນີ້ຂຶ້ນໃນທຸກໆປີ, ສະນັ້ນມາຮອດປີ 2012 ນີ້ເປັນຄັ້ງທີ່ 12 ງານເທດສະການດອກງິ້ວບານເຄີຍຈັດຂຶ້ນລະຫວ່າງກາງເດືອນຫາທ້າຍເດືອນມັງ ກອນຂອງແຕ່ລະປີ ເພາະວ່າຊ່ວງໄລຍະທີ່ຈັດງານດອກງິ້ວບານນັ້ນ ຕົ້ນງິ້ວກຳລັງອອກດອກ ຫຼື ເປັນດອກທີ່ເບັ່ງບານງາມຕາ ທີ່ເຕັມໄປດ້ວຍສີແດງໄປທົ່ວເຂດດອນຊາວ ເມືອງຕົ້ນເຜີ້ງ ແຂວງບໍ່ແກ້ວ. ການຈັດງານເທດສະການດອກງິ້ວບານຄັ້ງທີ່ 12 ປີ 2012 ແມ່ນທາງບໍລິສັດດອກງິ້ວຄຳເປັນເຈົ້າພາບໂດຍການພົວພັນສົມທົບກັບອຳນາດການປົກຄອງແຂວງ ຄະນະປົກຄອງເມືອງຕົ້ນເຜີ້ງ ຄະນະພັກຮາກຖານ, ອຳນາດການປົກຄອງບ້ານຕະຫຼອດຮອດປະຊາຊົນໃນທົ່ວເມືອງຕົ້ນເຜີ້ງແຂວງບໍ່ແກ້ວເຂົ້າຮ່ວມ ໃນງານໄດ້ມີການຈັດກິດຈະກຳເຊັ່ນ: ການສະແດງສິລະປະວັນນະຄະດີຂອງແຕ່ ລະບ້ານ ການຮ້ອງເພງຈາກນັກຮ້ອງສູນກາງ ແລະ ກອງສິລະປະກອນຈາກເມືອງຊຽງຮຸ່ງ, ສິບສອງ ພັນນາ ສປຈີນ, ມີການປະກວດນາງສາວຊົນເຜົ່າ, ມີການແຂ່ງຂັນກິລາປະເພດຕ່າງໆ ມີການຂາຍຜະລິດຕະພັນດ້ານອຸດສາຫະກຳ, ຫັດຖະກຳ, ກະສິກຳ, ພືດຜົນຜະລິດຂອງຊາວບ້ານ, ການຂາຍເຄື່ອງສຳເລັດຮູບ ແລະ ການບໍລິການຕ່າງໆ.

2. ຈຸດປະສົງຂອງການສຶກສາ 2.1. ເພື່ອສຶກສາປະຫວັດຄວາມເປັນມາ ໃນການຈັດງານເທດສະການດອກງິ້ວບານ. 2.2. ເພື່ອສຶກການຈັດກິດຈະກຳໃນງານເທດສະການດອກງິ້ວບານໃນປີ 2012. 3. ຂອບເຂດໃນການສຶກສາ 3.1 ຂອບເຂດທາງດ້ານເນື້ອໃນ ການສຶກສາຄັ້ງນີ້ປະກອບດ້ວຍ : - ສຶກສາເຖິງປະຫວັດຄວາມເປັນມາຂອງງານເທດສະການດອກງິ້ວບານ. - ສຶກສາເຖິງການຈັດການ ແລະ ກິດຈະກໍາໃນການຈັດງານເທດສະການດອກງິ້ວບານ.

3.2 ຂອບເຂດທາງດ້ານພື້ນທີ່ສຶກສາ

      ການສຶກສາຄັ້ງນີ້ໄດ້ກຳນົດພື້ນທີ່ສຶກສາຄື: ເຂດດອນຊາວ ເມືອງຕົ້ນເຜີ້ງ ແຂວງບໍ່ແກ້ວ ສປປ ລາວ ໂດຍກຳນົດກິດຈະກຳການຈັດງານເປັນກິດຈະກຳຫຼັກໃນການສຶກສາຄັ້ງນີ້.

3.3 ຂອງເຂດທາງດ້ານປະຊາກອນ ຜູ້ໃຫ້ຂໍ້ມູນຫຼັກໃນການສຶກສາຄັ້ງນີ້ ຄື້: ຜູ້ທີ່ມີສ່ວນກ່ຽວຂ້ອງໂດຍກົງໃນການຈັດກິດ ຈະກຳງານເທດສະການດອກງິ້ວບານອຳນາດການປົກຄອງເມືອງຮ່ວມກັບອົງການຈັດຕັ້ງສະຫະພັນແມ່ຍິງເມືອງ, ພໍ່ແມ່ປະປະຊາຊົນຊາວເມືອງຕົ້ນເຜີ້ງ, ຊຶ່ງກຸ່ມຄົນດັ່ງກ່າວຖືວ່າເປັນປະຊາກອນໃນການສຶກສາ. ແຕ່ໃນບົດລາຍງານຈົບຊັ້ນນີ້ ໄດ້ເລືອກສະເພາະຜູ້ໃຫ້ຂໍ້ມູນຫຼັກ, ຊຶ່ງເປັນຜູ້ທີ່ກ່ຽວຂ້ອງເປັນສ່ວນໃຫ່ຍ ກຸ່ມຜູ້ທີ່ໃຫ້ຂໍ້ມູນຫຼັກ ສາມາດທີ່ຈະໃຫ້ຂໍ້ມູນທີ່ເປັນລາຍລະອຽດໄດ້. ດັ່ງນັ້ນ, ການສຶກ ສາຄັ້ງນີ້ ຈຶ່ງໄດ້ເລືອກໃຊ້ວິທີຂອງການເລືອກຜູ້ໃຫ້ຂໍ້ມູນແບບເຈາະຈົງດັ່ງນີ້: ຕາຕະລາງທີ 1 ກຸ່ມຜູ້ໃຫ້ຂໍ້ມູນຫຼັກ.

ກຸ່ມປະຊາກອນ ກຸ່ມຕົວຢ່າງ ໜ້າທີ່ຮັບຜິດຊອບ ຈຳນວນ ຜູ້ທີ່ອາໄສຢູ່ດອນຊາວ ນາຍບ້ານ ຮັບຜິດຊອບວຽກງານລວມໃນບ້ານ 1 ທ່ານ ຮອງນາຍບ້ານ ຝ່າຍການວາງແຜນພັດທະນາບ້ານ 1 ທ່ານ ກຸ່ມຕົວແທນເຮືອນພັກ ຈັດກຽມສິ່ງອຳນວຍຄວາມສະດວກດ້ານທີ່ພັກ, ອາ ຫານ ແລະ ເຄື່ອງດື່ມ. 10 ຄົນ ພະນັກງານລັດ ອຳນາດການປົກຄອງເມືອງ ຝ່າຍຮັບຜິດຊອບຈັດກິດຈະກຳງານ 3 ທ່ານ ສະຫະພັນແມ່ຍິງເມືອງ ຝ່າຍຮັບຜິດຊອບຈັດກິດຈະກຳງານ 3 ທ່ານ ຫ້ອງການຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວເມືອງ ນຳພາການຈັດງານ 1 ທ່ານ ພະແນກຖະແຫຼງຂ່າວ ວັດທະນາທຳ ແລະ ທ່ອງທ່ຽວແຂວງ ຊີ້ນຳລວມ 1 ທ່ານ



3.4 ຂອບເຂດທາງດ້ານເວລາ ການສຶກສາຄັ້ງນີ້ ດຳເນີນການເກັບລວບລວມຂໍ້ມູນໃນເຂດດອນຊາວ ໃນລະຫວ່າງເດືອນພະຈິກ ປີ 2011 ເຖິງປີ 2012. 4. ລະບຽບວິທີການສຶກສາ

  4.1. ວິທີການສຶກສາ

ການສຶກສາໃນຄັ້ງນີ້ໄດ້ເລືອກໃຊ້ແນວທາງຂອງການສຶກສາແບບຄຸນນະພາບເນື່ອງຈາກມີຄວາມເໝາະສົມກັບລັກສະນະຂອງບັນຫາທີ່ສຶກສາ. 4.2. ເຄື່ອງມືທີ່ນຳໃຊ້ເຂົ້າໃນການສຶກສາ

4.2.1. ເຄື່ອງມື

1) ການສຳພາດແບບເຈາະຈົງ ( Dept Interview ) ເປັນເຄື່ອງມືທີ່ສຳໃນການເກັບກໍາຂໍ້ມູນຕາມຈຸດປະສົງທີ່ຕ້ອງການ. 2) ການສັງເກດເພື່ອໃຫ້ຜູ້ຕອບສາມາດຕອບໄດ້ຕາມໃຈ, ແບບການສຳພາດ ແລະ ການສັງເກດທີ່ນຳເອົາລົງໄປສຳພາດຄັ້ງນີ້ແມ່ນປະກອບດ້ວຍຂໍ້ມູນທີ່ມາຈາກເອກະສານທີ່ມີຄົນອື່ນຂຽນຂຶ້ນໄວ້ກ່ອນເນື້ອໃນຂອງບົດຄົ້ນຄ້ວາເພື່ອເປັນເຄື່ອງມືໃນການສຶກສາ. 4.2.2. ວິທີສ້າງເຄື່ອງມື.

     ການຄົ້ນຄ້ວາເອກະສານ, ການສຶກສາຂໍ້ມູນການນໍາໃຊ້ທິດສະດີ ແລະ ຫຼັກການຕ່າງໆມາຈາກແຫຼ່ງຂໍ້ມູນປະຖົມມະພູມ ແລະ ທຸຕິຍະພູມເຊັ່ນວ່າເປັນຂໍ້ມູນດິບ ແລະ ຂໍ້ມູນທີ່ມາຈາກເອກະສານທີ່ມີຄົນອື່ນຂຽນຂຶ້ນໄວ້ກ່ອນເນື້ອໃນຂອງບົດຄົ້ນຄ້ວາເພື່ອເປັນເຄື່ອງມືໃນການສຶກສາ.  

ແບບການສຳພາດ ໂດຍໃຊ້ວິທີການສຳພາດແບບບໍ່ມີໂຄງສ້າງ, ໂດຍທີ່ຜູ້ສຳ ພາດໄດ້ໂອ້ລົມສົນທະນາກັບຜູ້ໃຫ້ຂໍ້ມູນຢ່າງເປີດກ້ວາງເພື່ອໃຫ້ໄດ້ຂໍ້ມູນສອດຄ່ອງກັບຈຸດປະສົງ ແລະ ບັນຫາທີ່ກຳລັງສຶກສາ. ແບບການສັງເກດ ແມ່ນຜູ້ສຶກສາໄດ້ລົງພາກສະໝາມເພື່ອສັງເກດສະພາບແວດລ້ອມຄວາມເປັນໄປໄດ້ຂອງື້ນທີ່. 4.3 ການເກັບ ແລະ ລວບລວມຂໍ້ມູນ ການເກັບກຳລວບລວມຂໍ້ມູນຫຼັກທີ່ໄດ້ເລີ່ມດຳເນີນໃນຊ່ວງເດືອນ 12 ເຖິງຕົ້ນເດືອນ 2 ເປັນຊ່ວງລະດູໜາວດອກງິ້ວກຳລັງເບັ່ງບານ ແລະ ໃນຊ່ວງທ້າຍເດືອນ 1 ເປັນໄລຍະການຈັດເທດ ສະການດອກງິ້ວບານຂຶ້ນທີ່ດອນຊາວ, ເມືອງຕົ້ນເຜິ້ງ, ແຂວງບໍ່ແກ້ວ. 4.3.1 ແຫຼ່ງຂໍ້ມູນ ແຫຼ່ງຂໍ້ມູນໄດ້ມາຈາກ 2 ແຫຼ່ງຄື: - ມາຈາກແຫຼ່ງຂໍ້ມູນປະຖົມມະພູມ ເປັນຂໍ້ມູນຂັ້ນ 1 ເປັນຂໍ້ມູນດິບທີ່ໄດ້ມາຈາກການສຳ ພາດ ແລະ ການສັງເກດ. - ມາຈາກແຫຼ່ງຂໍ້ມູນທຸຕິຍະພູມ ເປັນຂໍ້ຂັ້ນ 2 ເປັນຂໍ້ມູນທີ່ເອົາມາຈາກເອກະສານຕ່າງໆ ຫຼື ແມ່ນຂໍ້ມູນທີ່ມີຄົນອື່ນຂຽນ ຫຼື ສ້າງຂຶ້ນໄວ້ກ່ອນແລ້ວ. 4.3.2 ວິທີລົງເກັບຂໍ້ມູນ ຂັ້ນຕອນທີ່ 1 ຂໍໜັງເກັບກໍາຂໍ້ມູນຈາກໜ່ວຍງານທີ່ຕົນເອງສຶກສາໄປຫາພະແນກຖະແຫຼງຂ່າວວັດທະນະທຳ ແລະ ທ່ອງທ່ຽວ ແຂວງບໍ່ແກ້ວ ເພື່ອຂໍຄວາມຮ່ວມມືໃນພື້ນທີ່ສຶກສາ. ຂັ້ນຕອນທີ່ 2 ເກັບລວບລວມຂໍ້ມູນຈາກເອກະສານການທ່ອງທ່ຽວ, ຈາກໜັງສືພິມ, ວາລະສານທ່ອງທ່ຽວ, Internet ຄື: ປະຫວັດຄວາມເປັນມາໃນການຈັດງານເທດສະການດອກງິ້ວບານ ແລະ ການຈັດການກິດຈະກຳໃນງານເທດສະການດອກງິ້ວບານ. ຂັ້ນຕອນທີ່ 3 ແມ່ນໄດ້ມາຈາກການສຳພາດ ແລະ ສັງເກດ ຄະນະຮັບຜິດຊອບໃນການຈັດງານ ແລະ ຊາວບ້ານທີ່ອາໄສຢູ່ເຂດນັ້ນ.

     4.3.3 ການລວບລວມຂໍ້ມູນ 

ການລວບລວມເອກະສານທີ່ກ່ຽວຂ້ອງໄດ້ແກ່ ບົດວິໄຈ, ບົດລາຍງານ, ວາລະ ສານການ ທ່ອງທ່ຽວ, ໜັງສືພິມ, Internet ທີ່ກ່ຽວຂ້ອງກັບຫົວຂໍ້ທີ່ສຶກສາແລ້ວນໍາມາລວບລວມສະ ຫຼຸບເນື້ອໃນທີ່ສຳຄັນເພື່ອນນຳມາຂຽນບົດຈົບຊັ້ນ. ການລວບລວມຂໍ້ມູນຈາກການສຳພາດ ແລະ ການສັງເກດເພື່ອນຳໄປສູ່ການວິ ເຄາະຂໍ້ມູນ. 4.3.4. ການວິເຄາະຂໍ້ມູນ ນຳຂໍ້ມູນທີ່ໄດ້ມາຈາກການສຳພາດ ແລະ ການສັງເກດມາວິເຄາະຂໍ້ມູນໂດຍອີງໃສ່ວັດຖຸປະສົງຂອງການສຶກສາໃຫ້ສອດຄ່ອງກັບຄວາມເປັນຈິງຫຼາຍທີ່ສຸດ. 5. ປະໂຫຍດທີ່ໄດ້ຮັບຈາກການສຶກສາ. ຜົນຂອງການສຶກສາຄົ້ນຄ້ວາກ່ຽວກັບ ການຈັດການງານເທດສະການດອກງິ້ວບານທີ່ດອນຊາວ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ໃນຄັ້ງນີ້ຄາດວ່າຈະໄດ້ຮັບຜົນປະໂຫຍດດັ່ງນີ້: 5.1. ຮູ້ເຖິງປະຫວັດຄວາມເປັນມາໃນການຈັດງານເທດສະການດອກງິ້ວບານ. 5.2. ຮູ້ເຖິງການຈັດກິດຈະກຳໃນງານເທດສະການດອກງິ້ວບານ 5.3. ຂໍ້ມູນນີ້ຈະເປັນຂໍ້ມູນພື້ນຖານໃຫ້ແກ່ໃຫ້ຜູ້ມີຄວາມສົນໃຈຢາກສຶກສາກ່ຽວກັບງານເທດສະການດອກງິ້ວບານທີ່ດອນຊາວ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ.




ບົດທີ 2 ວັນນະກຳທີ່ກ່ຽວຂ້ອງ 1. ທິດສະດີ ແລະ ບົດຄົ້ນຄ້ວາທີ່ກ່ຽວຂ້ອງ. 1.1. ທິດສະດີ. 1.1.1 ແນວຄວາມຄິດບົດບາດ ແລະ ຄວາມສຳຄັນຂອງການພັດທະນາການທ່ອງທ່ຽວ(ທັດ ສະນະຂອງພັກ). 1) ບົດບາດຂອງການທ່ອງທ່ຽວ. ລິນທາ ຈັນທະລີມາ,ທ່ອງທ່ຽວເບື້ອງຕົ້ນ.ພາກວິຊາການທ່ອງທ່ຽວ ແລະ ການໂຮງແຮມ,ຄະນະວິທະຍາສາດສັງຄົມ, ມ.ຊ, (2011): ການທ່ອງທ່ຽວ ແມ່ນຂະແໜງເສດຖະ ກິດລວມສູນທີ່ສຳຄັນ, ມີເນື້ອໃນວັດ ທະນາທຳເລິກເຊິ່ງ ມີລັກສະນະພົວພັນຂະແໜງການ, ພົວພັນເຂດແຄ້ວນ ແລະ ຫັນເປັນສັງຄົມສູງ ພັດທະນາການທ່ອງທ່ຽວແນໃສ່ຕອບສະໜອງຄວາມຕ້ອງການໃນການຢ້ຽມຢາມ, ທ່ຽວຊົມ, ຜັກຜ່ອນບຳລຸງຮ່າງກາຍ ແລະ ຈິດໃຈຂອງປະຊາຊົນ ແລະ ນັກທ່ອງທ່ຽວ, ປະກອບສ່ວນຍົກສູງທາງດ້ານມັນສະໝອງ, ສ້າງວຽກເຮັດງານທຳ ແລະ ຂະຫຍາຍເສດຖະກິດ-ສັງຄົມ, ຈາກນັ້ນວຽກງານທ່ອງທ່ຽວຈຶ່ງໄດ້ນຳໃຊ້ພາຫະນະ, ເພື່ອຂະຫຍາຍບັນດາຂະແໜງການຕ່າງໆ, ທີ່ກ່າວມາຂ້າງເທິງຖ້າພວກເຮົາຫາກຮູ້ເສີມຂະຫຍາຍການທ່ອງທ່ຽວດ້ວຍການພັດທະນາໃນຮູບແບບທີ່ຍືນຍົງ ແລະ ຖືກທິດ. ສະນັ້ນ, ການພັດທະນາການທ່ອງທ່ຽວຈຶ່ງມີບົດບາດສະແດງອອກເຊັ່ນ: ກ. ບົດບາດຕໍ່ການຂະຫຍາຍຕົວຕໍ່ເສດຖະກິດ ໃນປັດຈຸບັນຕາໜ່າງການທ່ອງທ່ຽວ ໄດ້ສ້າງຂື້ນຢູ່ເກືອບທຸກໆປະເທດໃນໂລກ, ບັນດາຜົນປະໂຫຍດທາງດ້ານເສດຖະກິດທີ່ໄດ້ມາຈາກການທ່ອງທ່ຽວ, ແມ່ນບັນຫາທີ່ປະຕິເສດບໍ່ໄດ້ ໂດຍຜ່ານການໃຊ້ຈ່າຍຂອງນັກທ່ອງທ່ຽວຕໍ່ກັບບັນດາ ຜະລິດຕຳພັນ ແລະ ສິນຄ້າທ່ອງທ່ຽວ. ຂະຫຍາຍການທ່ອງທ່ຽວ, ກະຕຸກຊຸກຍູ້ການຂະຫຍາຍຕົວຂອງບັນດາເສດຖະກິດອື່ນໆ. ຂ. ບົດບາດຕໍ່ການເມືອງ ການທ່ອງທ່ຽວແມ່ນຂົວຕໍ່ມິດຕະພາບ, ສັນຕິພາບລະຫວ່າງຊາດໃນທົ່ວໂລກ, ການທ່ອງທ່ຽວຊ່ວຍບັນດາປະຊາຊາດຫຍັບເຂົ້າໃກ້ກັນກ່ວາເກົ່າ ແລະ ເຂົ້າໃຈກ່ຽວກັບຄຸນຄ່າວັດທະນາທຳຂອງປະເທດໃຫ້ດີກ່ວາເກົ່າ. ແຕ່ລະປະເທດກໍ່ໄດ້ເນັ້ນໜັກເຖິງບັນຫາຄວາມສະຫງົບທາງດ້ານການເມືອງ ແລະ ຄວາມສະຫງົບປອດໄພທາງສັງຄົມ ແມ່ນເງື່ອນໄຂທີ່ຂາດບໍ່ໄດ້ເພື່ອຂະຫຍາຍວຽກງານການທ່ອງທ່ຽວ ໃນບັນດາຂົງເຂດສາຍພົວພັນເສດຖະກິດສາກົນແລກປ່ຽນການທ່ອງທ່ຽວກັບສາກົນນັບມື້ນັບເປີດກ້ວາງ ແລະ ການພັດທະນາການທ່ອງທ່ຽວເວົ້າລວມ, ທ່ອງທ່ຽວສາກົນເວົ້າສະເພາະ, ອາດຂະຫຍາຍຕົວໄດ້ໃນເງື່ອນໄຂສັນຕິພາບ, ມີຄວາມສະ ຫງົບປອດໄພ, ມີຈິດໃຈມິດຕະພາບລະຫວ່າງບັນດາປະຊາຊາດໃນໂລກ. ຄ. ບົດບາດຕໍ່ວັດທະນາທຳ-ສັງຄົມ ການທ່ອງທ່ຽວພາໃຫ້ມີການສືບທອດວັດທະນາທຳ, ໃຫ້ເຈົ້່ບ້ານຕ້ອງຄຳນຶງເຖິງຄຸນຄ່າຂອງວັດທະນາທຳ ທີ່ເປັນເອກະລັກຂອງຕົນ, ມີຄວາມພາກ ພູມໃຈຮັກ ແລະ ຫວງແຫນວັດທະນາທຳປະຈຳທ້ອງຖິ່ນຂອງຕົນ, ພ້ອມໃຈກັນປົກປັກຮັກສາຊັບພະ ຍາກອນທ້ອງຖິ່ນ ໃຫ້ນັກທ່ອງທ່ຽວໄດ້ຮູ້ ແລະ ເຂົ້າໃຈຮີດຄອງປະເພນີອັນດີງາມຂອງຕົນ, ການທ່ອງທ່ຽວພາໃຫ້ຟື້ນຟູ ແລະ ອະນຸລັກສິລະປະວັດທະນາທຳເຊັ່ນ: ວັດທະນາທຳການນຸ່ງຖື, ສິ ລະປະຟ້ອນລຳພື້ນເມືອງ ແລະ ບຸນປະເພນີຕ່າງໆ. ການພັດທະນາການທ່ອງທ່ຽວນຳຄວາມຈະເລີນໄປສູ່ທ້ອງຖິ່ນ, ທາງດ້ານຄົມມະນາຄົມ, ການບໍລິໂພກ ແລະ ມາດຕະຖານການຄອງຊີບໂດຍສະເພາະທ້ອງຖິ່ນທີ່ເປັນແຫຼ່ງທ່ອງທ່ຽວ, ການທ່ອງທ່ຽວພາໃຫ້ເກີດມີການພັດທະນາການດຳລົງຊີວິດໂດຍສະເພາະແມ່ນທ້ອງຖິ່ນທີ່ມີການທ່ອງທ່ຽວດ້ວຍນັກທ່ອງທ່ຽວ, ການທ່ອງທ່ຽວກໍ່ເປັນບ່ອນກຳເນີດສ້າງງວຽກເຮັດງານທຳ, ການກະຈາຍລາຍໄດ້ໃຫ້ແກ່ສັງຄົມພາຍໃນຂະແໜງບໍລິການຕ່າງໆໂດຍກົງ ແລະ ທາງອ້ອມ. 2) ຄວາມສຳຄັນຂອງການພັດທະນາການທ່ອງທ່ຽວ. ອົງການທ່ອງທ່ຽວແຫ່ງຊາດ, (2006):ໃນພາລະກິດໃນການສືບຕໍ່ ແລະ ຂະ ຫຍາຍລະບອບປະຊາທິປະໄຕປະຊາຊົນ, ການທ່ອງທ່ຽວມີຄວາມສຳຄັນຕໍ່ການພັດທະນາເສດຖະ ກິດ-ສັງຄົມໃນໄລຍະໃໝ່ດ, ໃນລາຍງານການເມືອງຕໍ່ກອງປະຊຸມໃຫ່ຍຄັ້ງທີ່ V ໄດ້ໃຫ້ທັດສະນະວ່າ: “ ໃນເວລາທີ່ພວກເຮົາເປີດກ້ວາງການພົວພັນກັບຕ່າງປະເທດ ພວກເຮົາຄວນເອົາໃຈໃສ່ຊຸກຍູ້ວຽກງານທ່ອງທ່ຽວ, ປະເທດເຮົາເປັນປະເທດໜຶ່ງທີ່ມີທິວທັດສວຍງາມ, ມີບູຮານສະຖານຫຼາຍຢ່າງ, ມີມູນເຊື້ອວັດທະນາທຳ ແລະ ປະເພນີອັນດີງາມ. ດັ່ງນັ້ນ, ການສົ່ງເສີມການທ່ອງທ່ຽວຈະເຮັດໃຫ້ຊາວຕ່າງປະເທດເຂົ້າໃຈປະເທດຊາດ ແລະ ປະຊາຊົນເຮົາເລິກເຊິ່ງຍິ່ງຂື້ນ. ພວກເຮົາຄວນລົງທຶນເຂົ້າໃຈໃນຂະແໜງການນີ້ຢ່າງເໝາະສົມດ, ສົ່ງເສີມການທ່ອງທ່ຽວຕາມທິດທີ່ວ່າ: ຮັບປະກັນຄຸນນະພາບດ້ານການບໍລິການ ແລະ ການຄຸ້ມຄອງເຮັດໃຫ້ຜູ້ມາທ່ຽວມີຄວາມເພິ່ງພໍໃຈດ ປົກປັກຮັກສາມູນເຊື້ອວັດທະນາທຳ ແລະ ປະເພ ນີອັນດີງາມຂອງຊາດ ”. ການພັດທະນາການທ່ອງທ່ຽວເປັນການດຶງດູດເອົານັກທຸລະກິດຕ່າງປະເທດເຂົ້າມາລົງທຶນໃນຂະແໜງການຕ່າງໆ ເຊິ່ງໄດ້ຊີ້ໃຫ້ເຫັນວ່າ: ການຂະຫຍາຍຕົວຂອງກິດຈະກຳການທ່ອງທ່ຽວເປັນຜົນກະທົບທີ່ດີຕໍ່ການຂະຫຍາຍຕົວຂອງຂົງເຂດການຜະລິດຕະພັນສິນຄ້າທາງການທ່ອງທ່ຽວ, ແຂກ ທີ່ເຂົ້າມາທ່ອງທ່ຽວຈາກປະເທດໜຶ່ງໄປຍັງປະເທດໜຶ່ງ ບໍ່ພຽງແຕ່ໄດ້ຊຸກຍູ້ການເພີ່ມທະວີຄວາມເຂົ້າໃຈເຊິ່ງກັນແລະກັນ ໃນສາຍພົວພັນມິດຕະພາບເທົ່ານັ້ນ, ແຕ່ຍັງໄດ້ເຮັດໃຫ້ຜູ້ເຂົ້າມາທ່ຽວຊົມເຂົ້າໃຈປະເທດນັ້ນຫຼາຍຂື້ນຕື່ມ, ບັນດານັກທ່ອງທ່ຽວເຂົ້າມາທ່ອງທ່ຽວແມ່ນມີຫຼາຍປະເທດ ແລະ ຫຼາຍຊັ້ນ ຄົນເຊັ່ນ: ນັກທຸລະກິດ, ນັກລົງທຶນ, ນັກຄົ້ນຄ້ວາວິທະຍາສາດ, ນັກຄົ້ນຄ້ວາວັນນະຄະດີ, ນັກຄົ້ນ ຄ້ວາສິລະປະ ແລະ ອື່ນໆ. ສຳລັບປະເທດເຮົາ ແລະ ລັດຖະບານໄດ້ຖືວຽກງານທ່ອງທ່ຽວ ເປັນຂະແໜງການປາບແຫຼມ ຖືເອົາວຽກງານດັ່ງກ່າວເປັນໜຶ່ງໃນ 11 ແຜນງານໃຫ່ຍ ແລະ 111 ໂຄງ ການ, ເປົ້າໝາຍຂອງການພັດທະນາການທ່ອງທ່ຽວສຳລັບປະເທດເຮົາໄດ້ສະແດງອອກບາງຈຸດທີ່ສຳ ຄັນດັ່ງຕໍ່ໄປນີ້: - ປະຕິບັດນະໂຍບາຍເປີດກ້ວາງການຮ້ວມມືທາງດ້ານເສດຖະກິດ, ວັດທະນາທຳ-ສັງຄົມກັບ ປະຕ່າງປະເທດ. - ສົ່ງເສີມການທ່ອງທ່ຽວ ແລະ ອຸດສາຫະກຳທ່ອງທ່ຽວ ແນໃສ່ການແກ້ໄຂຊີວິດການເປັນຢູ່ ຂອງປະຊາຊົນບັນດາເຜົ່າໃຫ້ດີຂື້ນເທື່ອລະກ້າວ ແລະ ສົ່ງເສີມຜະລິດຕະພັນພາຍໃນຮອບດ້ານ. - ສົ່ງເສີມສິລະປະ, ວັດທະນາທຳ, ເຜີຍແຜ່ຮີດຄອງປະເພນີອັນດີງາມຂອງຊາດ, ມູນເຊື້ອ ພິລະອາດຫານໃນການອະນຸລັກວັດຖຸບູຮານ, ປູສະນີຍະສະຖານ, ປະຫວັດສາດອັນເປັນທີ່ຈູງໃຈໃຫ້ຕ່າງປະເທດເດີນທາງເຂົ້າມາທ່ອງທ່ຽວມີຈຳນວນເພີ່ມຂື້ນທຸກໆປີ. - ສ້າງວຽກເຮັດງານທຳໃຫ້ແກ່ສັງຄົມ, ສ້າງລາຍຮັບ ແລະ ການກະຈາຍລາຍໄດ້ໃຫ້ແກ່ປະຊາ ຊົນບັນດາເຜົ່າຢ່າງເໝາະສົມ. - ສ້າງສາຍພົວພັນອັນດີງາມ ແລະ ເປັນມິດກັບທຸກປະເທດບົນພື້ນຖານນະໂຍບາຍການຕ່າງ ປະເທດ ດ້ວຍການສົ່ງເສີມການທ່ອງທ່ຽວກ ເວົ້າລວມແລ້ວ, ໃນໄລຍະທີ່ຜ່ານມາໂດຍເຫັນໄດ້ຄວາມສຳຄັນຂອງການພັດທະນາອຸດສາຫະກຳທ່ອງທ່ຽວໃນ ສປປ ລາວ, ສະພາແຫ່ງຊາດໄດ້ພິຈາລະນາ ແລະ ຮັບຮອງເອົາກົດໝາຍຫຼາຍສະບັບ, ຊຶ່ງພົວພັນກັບຂະແໜງການທ່ອງທ່ຽວເວົ້າລວມ, ເວົ້າສະເພາະກໍ່ຄືແຜນດຳເນີນງານປີທ່ອງທ່ຽວລາວ. 1.1.2 ແນວຄວາມຄິດກ່ຽວກັບການຈັດງານບຸນທາງການທ່ອງທ່ຽວ 1)ຄວາມເປັນມາຂອງການຈັດການທ່ອງທ່ຽວທາງວັດທະນະທຳ ງານມະຫະກຳບຸນຊ້າງ. ແຂວງໄຊຍະບູລີ, (2007): ງານມະຫະກຳບຸນຊ້າງແຂວງໄຊຍະບູລີ ໄດ້ຖືກຈັດຂຶ້ນ ແລະ ເປັນຄັ້ງທຳອິດທີ່ມີຄວາມໝາຍຂຶ້ນໃນວັນທີ່ 17–19 / 2 / 2007. ທີ່ບ້ານວຽງແກ້ວເມືອງຫົງສາຈາກງານປະເພນີມະຫະກຳບຸນຊ້າງດັ່ງກ່າວເຫັນວ່າເປັນສິ່ງທີ່ແປກໃໝ່ ພ້ອມທັງໄດ້ສ້າງຄວາມສະເທືອນໃຈ ແລະ ຄວາມນິຍົມຊົມຊອບຈາກປວງຊົນລາວທັງພາຍໃນ ແລະ ຕ່າງປະເທດໂດຍສະເພາະແມານຊາວແຂວງໄຊຍະບູລີຈິ່ງໄດ້ຮັບກຽດເປັນເຈົ້າພາບຈັດງານມະຫະກຳບຸນຊ້າງຂຶ້ນທຸກໆປີໃນເດືອນກຸມພາ ຊຶ່ງການຈັດງານນັ້ນແມ່ນໄດ້ຈັດໝູນວຽນໄປຕາມ 3 ຕົວເມືອງຄື: ເມືອງຫົງສາ, ເມືອງປາກລາຍ ແລະ ເມືອງໄຊຍະບູລີ. 2) ຄວາມໝາຍຂອງການທ່ອງທ່ຽວທາງວັດທະນາທຳ. ລິນທາ ຈັນທະລີມາ, ປະຫວັດແຫຼ່ງທ່ອງທ່ຽວ.ພາກວິຊາການທ່ອງທ່ຽວ ແລະ ການໂຮງແຮມ,ມ.ຊ, (2010):ເປັນການສຶກສາຫາຄວາມຮູ້ໃນພື້ນທີ່ ຫຼື ບໍລິເວນທີ່ມີຄຸນລັກສະນະທີ່ສຳຄັນ ທາງປະຫວັດສາດ ແລະ ວັດທະນາທຳ ມີການບອກເລົ່າເລື່ອງໃນການພັດທະນາທາງສັງຄົມ ແລະ ມະນຸດຜ່ານທາງປະຫວັດສາດອັນເປັນຜົນກ່ຽວຂ້ອງກັບວັດທະນາທຳຂອງຄວາມຮູ້ ແລະ ການໃຫ້ຄຸນຄ່າຂອງສັງຄົມ ໂດຍສະແດງເຖິງສະຖາປັດຕິຍະກຳທີ່ມີຄຸນຄ່າ ຫຼື ສະພາບແວດລ້ອມຢ່າງທຳມະຊາດ ທີ່ສາມາດສະແດງອອກໃຫ້ເຫັນເຖິງຄວາມສວຍງາມ ແລະ ປະໂຫຍດທີ່ໄດ້ຮັບຈາກທຳມະຊາດ ສາມາດສະທ້ອນໃຫ້ເຫັນເຖິງວິຖີຊີວິດ ຄວາມເປັນຢູ່ຂອງຄົນໃນແຕ່ລະຍຸກ ແຕ່ລະສະໄໝໄດ້ເປັນຢ່າງດີ ບໍ່ວ່າຈະເປັນທາງດ້ານເສດກິດ ສັງຄົມ ຫຼື ຮີດຄອງປະເພນີ. ລັດຊະນີກອນ ເສກໂສ, (2523:8) ໄດ້ເວົ້າ ວ່າວັດທະນະທຳຄືວິຖີການດຳລົງຊີວິດຂອງຊຸມຊົນໃດໜຶ່ງທີ່ລວມຕົວຢູ່ຮ່ວມກັນໃນຂົງເຂດໃດໜຶ່ງ ຫຼື ປະເທດໃດໜຶ່ງ ຕົວຢ່າງເຊັ່ນ ວັດທະນະທຳຂອງຄົນໄທກໍ່ຄື ວິຖີຊີວິດຂອງຄົນໄທໃນລັກສະນະທີ່ລວມກັນໃນບ່ອນໃດບ່ອນໜຶ່ງຄື ວັດທະນະທຳໃນປະເທດໄທໂດຍລວມຄວາມເປັນຢູ່ຂອງຄົນໄທ ບໍ່ແມ່ນສະເພາະບຸກຄົນດຽວເຮົາຈະຮູ້ໄດ້ວ່າຊາດໃດມີຄວາມເປັນຢູ່ ຫຼື ວັດທະນະທຳເປັນແນວໃດແມ່ນເບີ່ງຈາກສິ່ງຕ່າງໆຊຶ່ງຊົນຊາດນັ້ນສະແດງອອກມາມີລັກສະນະ ແລະ ການສະແດງອອກໃຫ້ເຫັນໃນຊົນຊາດເຊັ່ນ ປປະເພນີວັດທະນະທຳ, ສາສະໜາ ແລະ ຄວາມເຊື່ອ.

3) ອົງປະກອບຫຼັກທີ່ສຳຄັນຂອງການທ່ອງທ່ຽວທາງວັດທະນາທຳ.

ລິນທາ ຈັນທະລີມາ, ປະຫວັດແຫຼ່ງທ່ອງທ່ຽວ.ພາກວິຊາການທ່ອງທ່ຽວ ແລະ ການໂຮງແຮມ,ມ.ຊ, (2010): ເມື່ອພິຈາລະນາລັກສະນະ ຫຼື ກິດຈະທີ່ມະນຸດສ້າງຂື້ນ ໃນຮູບແບບການດຳ ເນີນຊີວິດຂອງຜູ້ຄົນໃນສັງຄົມທີ່ມີຄວາມແຕກຕ່າງໄປຕາມສະພາບແວດລ້ອມທາງທຳມະຊາດ ໂດຍຍຶດຖືປະຕິບັດສືບທອດກັນມາລວມທັງກິດຈະກຳຕ່າງໆທາງສັງຄົມ ທີ່ມີຜົນຕໍ່ການດຶງດູດໃຫ້ນັກທ່ອງທ່ຽວເດີນທາງໄປທ່ຽວຊົມ ປະກອບດ້ວຍອົງປະກອບ 6 ດ້ານດັ່ງນີ້: ກ. ດ້ານຊັບພະຍາກອນການທ່ອງທ່ຽວ ເປັນການພັດທະນາສະຖານທີ່ອັນເປັນຈຸດໝາຍທີ່ນັກທ່ອງທ່ຽວຈະເດີນທາງເຂົ້າມາທ່ອງທ່ຽວດ ພ້ອມທັງສິ່ງອຳນວຍຄວາມສະດວກທາງການທ່ອງ ທ່ຽວ, ໃຫ້ສາມາດດຶງດູດໃຈນັກທ່ອງທ່ຽວເດີນທາງເຂົ້າມາຢ້ຽມຢາມ, ໂດຍມີການປະເມີນຄວາມພ້ອມ ຂີດຄວາມສາມາດໃນການຮັບຮອງພື້ນທີ່ ແລະ ກຳນົດກິດຈະກຳໃນງານ ພ້ອມທັງໃຫ້ຄວາມຮູ້ກ່ຽວກັບການຈັດກິດຈະກຳໃນງານ. ຂ. ດ້ານສະຖານທີ່ແຫຼ່ງທ່ອງທ່ຽວ ເປັນການພັດທະນາສະຖານທີ່ທ່ອງທ່ຽວ ແລະ ຄວາມພ້ອມທີ່ຈະຮອງຮັບນັກທ່ອງທ່ຽວເຂົ້າມາທ່ຽວຊົມໃນງານ ແລະ ສ້າງຈຸດດຶງດູດໃຫ້ນັກທ່ອງທ່ຽວ ພ້ອມທັງປົກປັກຮັກສາສະພາບແວດລ້ອມໃຫ້ຢູ່ໃນສະພາບເດີມ ແລະ ປ້ອງກັນຜົນກະທົບຈາກການທ່ອງທ່ຽວ, ໂດຍຕ້ອງມີການຕິດຕາມປະເມີນຜົນຈາກການຈັດງານໃນແຕ່ລະຄັ້ງ. ຄ. ດ້ານທຸລະກິດທ່ອງທ່ຽວ ເປັນການພັດທະນາທຸລະກິດດ້ານການບໍລິການ ອຳນວຍຄວາມສະດວກໃນເສັ້ນທາງເຂົ້າອອກໃຫ້ແກ່ນັກທ່ອງທ່ຽວ, ອຳນວຍຄວາມສະດວກດ້ານທີ່ພັກ ແລະ ອາ ຫານ, ເພື່ອຕອບສະໜອງຄວາມຕ້ອງການຂອງນັກທ່ອງທ່ຽວ. ງ. ດ້ານການຕະຫຼາດການທ່ອງທ່ຽວ ເປັນການພັດທະນາສະແຫວງຫານັກທ່ອງທ່ຽວທີ່ມີຄວາມມັກໃນການທ່ອງທ່ຽວທາງດ້ານວັດທະນາທຳ, ຊຶ່ງມີລັກສະນະເປັນຄຸນປະໂຫຍດໃນການເຜີຍ ແຜ່ປະເພນີລາວໃຫ້ແກ່ນັກທ່ອງທ່ຽວທີ່ເຂົ້າມາທ່ຽວຊົມໃນງານ. ຈ. ດ້ານການມີສ່ວນຮ່ວມຂອງປະຊາຊົນທ້ອງຖິ່ນທາງການທ່ອງທ່ຽວ ເປັນການພັດທະນາການສ້າງໂອກາດໃຫ້ຊຸມຊົນທ້ອງຖິ່ນມີສ່ວນຮ່ວມທາງການທ່ອງທ່ຽວ, ເພື່ອໃຫ້ຊຸມຊົນສາລໄດ້ຮັບຜົນປະໂຫຍດຈາກການທ່ອງທ່ຽວ ແລະ ໄດ້ເຜີຍແຜ່ວັດທະນາທຳທ້ອງຖິ່ນຂອງຕົນ. ສ. ດ້ານຈິດສຳນຶກທາງການທ່ອງທ່ຽວ ເປັນການພັດທະນາການສ້າງຈິດສຳນຶກໃນການອະນຸ ລັກຮີດຄອງປະເພນີວັດທະນາທຳທ້ອງຖິ່ນຂອງຕົນ ໃຫ້ແກ່ຜູ້ທີ່ເຂົ້າມາທ່ຽວຊົມໃນງານ ໂດຍການໃຫ້ຄວາມຮູ້ ແລະ ສື່ຄວາມໝາຍໃນການອານຸລັກຮີດຄອງປະເພນີທ້ອງຖິ່ນຂອງຕົນ. ຈາກອົງປະກອບຂ້າງເທິງ ປະຊາຊົນເຂດດອນຊາວ ແລະ ອົງການຈັດຕັ້ງທີ່ກ່ຽວຂ້ອງໃນການຈັດງານອາດຈະຄວບຄຸມການຈັດງານພຽງບາງອົງປະກອບເທົ່ານັ້ນ, ເນື່ອງຈາກຂໍ້ຈຳກັດຈາກ ການເຮັດການຕະຫຼາດການທ່ອງທ່ຽວອາດຈະບໍ່ສາມາດຮັບຮອງນັກທ່ອງທ່ຽວໄດ້ ຫຼື ອາດສາມາດດຳເນີນງານໄດ້ຄົບທັງໝົດທຸກອົງປະກອບ, ເນື່ອງຈາກການເນັ້ນໃຫ້ຄວາມຮູ້ຂອງໜ່ວຍງານທີ່ກ່ຽວ ຂ້ອງ, ຊຶ່ງຍັງຂາກຂໍ້ມູນທີ່ຊັດເຈນວ່າໃນແຕ່ລະອົງປະກອບມີການດຳເນີນງານທີ່ຢູ່ໃນລະດັບໃດ ບົດວິທະຍານິພົນບົດນີ້ ຈະເຮັດໃຫ້ເຫັນລະດັບຂອງຄວາມພ້ອມຂອງອົງປະກອບການຈັດງານ ແລະ ແຫຼ່ງທ່ອງທ່ຽວໄດ່ຊັດເຈນຫຼາຍຂື້ນ. 1.2. ບົດຄົ້ນຄ້ວາທີ່ກ່ຽວຂ້ອງ. ເຊົາ ໂລຈົນແສງ ແລະ ເພີ່ມ ອິນເມົ້າ, (2003: ບົດຂັດຫຍໍ້) ໄດ້ເຮັດການວິໄຈ “ການພັດທະນາຕະຫຼາດອຸດສາຫະກຳການທ່ອງທ່ຽວໃນພາກຕາເວັນອອກສ່ຽວເໜືອຕອນລ່າງຂອງປະເທດໄທໃນປີ ພ.ສ 2540 ຊຶ່ງໃຊ້ວິທີການວິໄຈ ຊຶ່ງສຳຫຼວດໂດຍການສຳພາດປະຊາຊົນເປົ້າໝາຍທັງໝົດ1,663 ຄົນໃນເຂດພື້ນທີ່ພາກຕາເວັນອອກສ່ຽງເໜືອຕອນລ່າງ 8 ຈັງຫວັດ ຊຶ່ງປະກອບດ້ວຍຮອງຜູ່ວ່າລາຊະການຈັ່ງຫວັດພານິດ, ຫົວໜ້າສຳນັກງານການທ່ອງທ່ຽວຈັ່ງຫວັດ, ຫົວໜ້າກຸ່ມໜ່ວຍງານທີ່ສົ່ງເສີມການປົກຄອງທ້ອງຖິ່ນຊຶ່ງ ຜົນການສຶກສາພົບວ່າ ແຫຼ່ງທ່ອງທ່ຽວໃນລະດັບທ້ອງຖິ່ນຂອງພາກຕາເວັນອອກສ່ຽງເໜືອຕອນລ່າງສ່ວນໃຫ່ຍຍັງບໍ່ໄດ້ຮັບການພັດທະນາເປັນຈຳນວນຫຼາຍໂດຍສະເພາະໃນລະດັບທ້ອງຖິ່ນເຂດພື້ນທີ່ຈັ່ງຫວັດຊົນບູລີ, ສຸລິນ ແລະ ກາລະເກດ ແຫຼ່ງ ຫຼື ກິດຈະກຳທີ່ຄວນໄດ້ຮັບການພັດທະນາໃຫ້ເປັນແຫຼ່ງທ່ອງທ່ຽວ ຫຼື ກິດຈະກຳທາງການທ່ອງທ່ຽວໃນລະດັບທ້ອງຖິ່ນໄດ້ແກ່ ສິນລະປະວັດທະນະທຳ ແລະ ຂະນົບທຳນຽມຮີດຄອງປະເພນີພື້ນບ້ານ. ສຸພັນນາ ຫັດພາກ, (2002) ສຶກສາປັດໄຈທີ່ດຶງດູດນັກທ່ອງທ່ຽວຊາວຕ່າງປະເທດໃຫ້ເຂົ້າມາທ່ອງທ່ຽວຈັ່ງຫວັດຊຽງໃໝ່ ຜົນການສຶກສາພົບວ່າ ຫຼັງ ແລະ ກ່ອນຫຼັງຈາກການເດີນທາງມາຈັ່ງຫວັດຊຽງໃໝ່ນັກທ່ອງທ່ຽວຊາວຕ່າງປະເທດໃຫ້ຄວາມສຳຄັນກັບປັດໄຈດ້ານສິນລະປະວັດທະນະທຳເປັນອັນດັບໜຶ່ງ, ປະຈຸບັນຮອງລົງມາຄືປັດໄຈດ້ານແຫຼ່ງທ່ອງທ່ຽວທາງທຳມະຊາດ ແລະ ປັດໄຈດ້ານຄ່າໃຊ້ຈ່າຍຕ່ຳຕາມລຳດັບບັນຫາທີ່ນັກທ່ອງທ່ຽວຊາວຕ່າງປະເທດພົບເຫັນຫຼາຍທີ່ສຸດຄື ແຫຼ່ງທ່ອງທ່ຽວເຊື່ອມໂຊມ ແລະ ຮອງລົງມາຄື ບັນຫາດ້ານຜູ້ໃຫ້ບໍລິການດ້ານການທ່ອງທ່ຽວບໍ່ມີຄຸນນະພາບ.

2. ຂອບເຂດທາງຄວາມຄິດ.

	ຂອບເຂດທາງຄວາມຄິດທີ່ໃຊ້ເຂົ້າໃນການສຶກສາຄັ້ງນີ້ໄດ້ມີການດັດແປງໃຊ້ ແລະ ເຊື່ອມໂຍງແນວຄວາມຄິດການກຳນົດຕະຖານຄຸນນະພາບແຫຼ່ງທ່ອງທ່ຽວແບບ ການຈັດການງານເທດສະການດອກງິ້ວບານ ທີ່ດອນຊາວ ເມືອງຕົ້ນເຜີ້ງ ແຂວງບໍ່ແກ້ວມາເປັນຂອບເຂດທາງຄວາມຄິດສຳລັບການສຶກສາດັ່ງລຸ່ມນີ້:

ຂອບເຂດທາງຄວາມຄິດໃນການຈັດງານ - ວິທີການຈັດງານບຸນປະເພນີ - ວິທີການຈັດກິດຈະກຳທາງການທ່ອງທ່ຽວ 3. ນິຍາມຄຳສັບ.

  3.1. ການທ່ອງທ່ຽວທາງວັດທະນາທຳ ໝາຍເຖິງການທ່ອງທ່ຽວເພື່ອເບິ່ງສິ່ງທີ່ສະແດງເຖິງຄວາມເປັນວັດທະນາທຳ ເຊັ່ນ: ຫໍພະລາດຊະວັງເກົ່າ, ວັດບູຮານສະຖານ, ປະເພນີ, ວິຖີການດຳລົງຊີວິດ, ສິນລະປະທຸກຂະແໜງ ແລະ ສິ່ງຕ່າງໆທີ່ສະແດງເຖິງຄວາມຈະເລີນຮຸ່ງເຮືອງທີ່ມີການພັດທະນາໃຫ້ເໝາະສົມກັບສະພາບແວດລ້ອມ, ການດຳລົງຊີວິດຂອງບຸກຄົນໃນແຕ່ລະສະໄໝ. ຜູ້ທີ່ໄປທ່ອງທ່ຽວຈະໄດ້ຮູ້ເຖິງປະຫວັດ ຄວາມເປັນມາ, ຄວາມເຊື່ອຖື, ມຸມມອງຄວາມຄິດ, ຄວາມສັດທາ, ຄວາມນິຍົມຂອງບຸກຄົນໃນອາດີດທີ່ຖ່າຍທອດມາເຖິງປັດຈຸບັນ (ລິນທາ ຈັນທະລີມາ. ປະຫວັດແຫຼ່ງທ່ອງທ່ຽວທາງວັດທະນະທຳ, ພາກວິຊາການທ່ອງທ່ຽວ ແລະ ການໂຮງແຮມ, ມ.ຊ, 2011).

3.2. ການຈັດງານເທດສະການດອກງິ້ວບານ ໝາຍເຖິງ ການຈັດງານທາງວັດທະນາທຳ ຊຶ່ງໄດ້ຈັດງານຕິດຕໍ່ກັນມາໄດ້ 12 ປີ ໂດຍຈັດຂື້ນລະຫວ່າງກາງເດືອນຫາທ້າຍເດືອນ ມັງກອນຂອງແຕ່ລະປີ ເພາະວ່າໄລຍະນີ້ດອກງິ້ວກຳລັງເບັ່ງບານງາມຕາເຕັມໄປດ້ວຍສີທອງເຫຼື້ອມໄປທົ່ວເຂດດອນຊາວຂອງເມືອງຕົ້ນເຜີ້ງ, ແຂວງບໍ່ແກ້ວ (ພະແນກຖະແຫຼງຂ່າວ, ວັດທະນະທຳ ແຂວງບໍ່ແກ້ວການຈັດງານເທດສະການດອກງິ້ວບານ, ທ້າຍເດືອນ 1 ຂອງທຸກໆປີ). 3.3. ການຈັດການ ໝາຍເຖິງ ພາລະກິດຂອງບຸກຄົນ ຫຼື ຫຼາຍຄົນທີ່ເຮັດໜ້າທີ່ປະສານໃຫ້ ການເຮັດວຽກໄດ້ດ້ວຍດີ ເປັນຂະບວນການເຮັດວຽກຂອງນັກບໍລິຫານເພື່ອໃຫ້ວຽກງານຕ່າງໆສຳເລັດລຸລ່ວງໄປດ້ວຍດີ ໂດຍອາໄສບຸກຄົນອື່ນເປັນຜູ້ເຮັດຮ່ວມກັນ. - 3.4. ຊັບພະຍາກອນທ່ອງທ່ຽວປະເພດສິນລະປະວັດທະນະທຳປະເພນີລວມເຖິງກິດຈະກຳຕ່າງໆ ໝາຍເຖິງແຫຼ່ງທ່ອງທ່ຽວທີ່ມະນຸດສ້າງໃນຮູບແບບຂອງການດຳລົງຊີວິດຂອງຄົນໃນສັງຄົມທີ່ປະຕິບັດຍຶດຖື ແລະ ສືບທອດຕໍ່ໆກັນມາຕະຫຼອດເຖິງກິດຈະກຳຕ່າງໆ ທີ່ມີຜົນຕໍ່ການດຶງດູດໃຫ້ຄົນໄດ້ເດີນທາງໄປຢ້ຽມຢາມ, ສຳພັດ ຫຼື ຮ່ວມກິດຈະກຳຕ່າງໆທີ່ຫຼາກຫຼາຍຊັບພະຍາກອນການທ່ອງທ່ຽວດ້ານນີ້ໄດ້ແກ່: ສະພາບວິຖີຊີວິດຂອງຄົນຊາວຊົນນະບົດ, ໝູ່ບ້ານຊົນເຜົ່າເຂດພູສູງ, ຊາວປະມົງ, ຕະຫຼາດນ້ຳ, ເຮືອແພ, ສູນວັດທະນະທຳ, ກຸດສົງການປີໃໝ່, ການແຂ່ງຂັນກິລາ, ສູນວາງສະແດງສິນຄ້າພື້ນເມືອງ, ຕະຫຼາດນັດ, ເທດສະການດ້ານປະເພນີຕ່າງໆ (ຄຳຜູ ເພັດໄຊສີ. ທ່ອງທ່ຽວເບື້ອງຕົ້ນ, ພາກວິຊາການ ທ່ອງທ່ຽວ ແລະ ການໂຮງແຮມ, ຄະນະວິທະຍາສາດສັງ, ມ.ຊ, 2009). - 3.5. ການຈັດກິດຈະກຳທາງການທ່ອງທ່ຽວ ໝາຍເຖິງ ການສະແດງ ຫຼື ວ່າສາທິດໃຫ້ແຂກຄົນໄດ້ຮັບຊົມ ແລະ ໄດ້ສຳພັດເຊັ່ນ ໃນງານເທດສະການດອກງິ້ວບານເພີ່ນຈັດໃຫ້ມີ: ງານປະກວດນາງສາວດອກງິ້ວ, ການສະແດງສິນລະປະວັດທະນະທຳ, ການວາງສະແດງສິນຄ້າຫັດຖະກຳ-ກະສິກຳ ແລະ ອື່ນໆ.













ເອກະສານອ້າງອີງ

- ຄຳຍິນ ສານຍາວົງ. ການພັດທະນາ ແລະ ການອະນຸລັກແຫຼ່ງທ່ອງທ່ຽວ ແລະ ການໂຮງ ແຮມ, ຄະນະວິທະຍາສາດສັງຄົມ, ມ.ຊ, 2007. - ລິນທາ ຈັນທະລີມາ. ທ່ອງທ່ຽວເບື້ອງຕົ້ນ, ພາກວິຊາການທ່ອງທ່ຽວ ແລະ ການໂຮງແຮມ, ຄະນະວິທະຍາສາດສັງຄົມ, ມ.ຊ, 2011. - ລິນທາ ຈັນທະລີມາ, ປະຫວັດແຫຼ່ງທ່ອງທ່ຽວ, ພາກວິຊາການທ່ອງທ່ຽວ ແລະ ການໂຮງ ແຮມ, ຄະນະວິທະຍາສາດສັງຄົມ, ມ.ຊ, 2010. - ສະຖາບັນຄົ້ນຄ້ວາ ແລະ ວິໄຈແຫ່ງປະເທດໄທ. ການທ່ອງທ່ຽວຊຶ່ງວັດທະນະທຳຂອງຊຸມຊົນຊາວກວຍພາກອີ່ສານໃຕ້ລະລາວໃຕ້, 2007. - ພະແນກຖະແຫຼ່ງຂ່າວວັດທະນະທຳ ແລະ ການທ່ອງທ່ຽວແຂວງບໍ່ແກ້ວ. ການຈັດງານເທດສະການດອກງິ້ວບານ. - ຄຳຜູ ເພັດໄຊສີ. ທ່ອງທ່ຽວເບື້ອງຕົ້ນ, ພາກວິຊາການທ່ອງທ່ຽວ ແລະ ການໂຮງແຮມ, ຄະນະວິທະຍາສາດສັງ, ມ.ຊ, 2009.