ນິວຈີນສ໌
ນິວຈີນສ໌ | |
|---|---|
ນິວຈີນສ໌ໃນເດືອນກັນຍາ 2024. | |
| ຂໍ້ມູນພູມຫຼັງ | |
| ຕົ້ນກຳເນີດ | ໂຊລ, ເກົາຫຼີໃຕ້ |
| ປະເພດ | ເຄປັອບ, ອາແອນບີ, ປັອບ |
| ປີປະຕິບັດວຽກ | 2022 – ປະຈຸບັນ |
| ຄ່າຍ | ADOR |
| ເວັບໄຊ | newjeans |
| ສະມາຊິກ | ມິນຈີ ຮັນນິ ແດນຽລ ແຮລິນ ໄຮອິນ |
ນິວຈີນສ໌ (ເກົາຫຼີ: 뉴진스; ອັງກິດ: NewJeans) ແມ່ນກຸ່ມນັກຮ້ອງຍິງລ້ວນຈາກປະເທດເກົາຫຼີໃຕ້ ສັງກັດຄ້າຍ ADOR ເຊິ່ງເປັນຄ້າຍເພງໃນເຄືອຂອງ Hybe Corporation. ກຸ່ມປະກອບດ້ວຍສະມາຊິກ 5 ຄົນ ວງນີ້ໄດ້ຮັບການຍອມຮັບວ່າເປັນຜູ້ປຸກກະແສເພງປັອບຍຸກ 2000 (Y2K) ໃຫ້ກັບມາໂດ່ງດັງອີກຄັ້ງ ດ້ວຍພາບລັກທີ່ເປັນທຳມະຊາດ ແລະ ເພງທີ່ຟັງສະບາຍ.
ປະຫວັດ
[ດັດແກ້]2022: ການເປີດໂຕແລະຜົນງານທຳອິດ
[ດັດແກ້]ນິວຈີນສ໌ ເປີດໂຕຢ່າງເປັນທາງການໃນວັນທີ 22 ກໍລະກົດ 2022 ດ້ວຍການປ່ອຍມິວສິກວິດີໂອເພງ "Attention" ແບບບໍ່ມີການແຈ້ງລ່ວງໜ້າ ເຊິ່ງສ້າງຄວາມແປກໃຈໃຫ້ກັບວົງການເຄປັອບເປັນຢ່າງຫຼາຍ.[1] ຫຼັງຈາກນັ້ນໄດ້ປ່ອຍເພງ "Hype Boy" ແລະ "Cookie" ເຊິ່ງທັງໝົດໄດ້ຮັບຄວາມນິຍົມຢ່າງສູງໃນຊາດເພງເກົາຫຼີ ແລະ ຕ່າງປະເທດ. ອັນລະບັ້ມເປີດໂຕຂອງພວກເຂົາຊື່ New Jeans ໄດ້ທຳລາຍສະຖິຕິຍອດຂາຍຂອງກຸ່ມຍິງໃໝ່ໃນປີິດຽວກັນ.
2023–ປະຈຸບັນ: "OMG" ແລະ ຄວາມສຳເລັດລະດັບໂລກ
[ດັດແກ້]ໃນຕົ້ນປີ 2023, ນິວຈີນສ໌ ໄດ້ປ່ອຍຊິງເກິລອັນລະບັ້ມ OMG ໂດຍມີເພງ "Ditto" ທີ່ສາມາດຂຶ້ນອັນດັບ 1 ໃນ Billboard Global 200 ແລະ ຕິດຊາດ Billboard Hot 100 ຂອງສະຫະລັດອາເມລິກາໄດ້ສຳເລັດ ເຊິ່ງຖືວ່າໄວທີ່ສຸດສຳລັບກຸ່ມເຄປັອບ.[2]
ສະມາຊິກ
[ດັດແກ້]ຜົນງານເພງ
[ດັດແກ້]ອີພີ
[ດັດແກ້]| ຊື່ອັນລະບັ້ມ | ປີອອກຈຳໜ່າຍ |
|---|---|
| New Jeans | 2022 |
| Get Up | 2023 |
ຊິງເກິລອັນລະບັ້ມ
[ດັດແກ້]| ຊື່ເພງ | ປີອອກຈຳໜ່າຍ |
|---|---|
| OMG | 2023 |
| How Sweet | 2024 |
ລາງວັນແລະການຍອມຮັບ
[ດັດແກ້]| ປີ | ງານມອບລາງວັນ | ລາງວັນ | ຜົນ |
|---|---|---|---|
| 2022 | MAMA Awards | ລາງວັນໃຫຍ່ (Daesang) | ຊະນະ |
| 2022 | Melon Music Awards | ລາງວັນໃຫຍ່ (Daesang) | ຊະນະ |
ອ້າງອິງ
[ດັດແກ້]- ↑ "HYBE's New Girl Group NewJeans Drops Surprise MV For Debut Track "Attention"". Soompi. ຄົ້ນຫາເມື່ອ 2024-01-20.[dead link]
- ↑ "NewJeans chart 'Ditto' on Billboard Hot 100". Billboard. ຄົ້ນຫາເມື່ອ 2024-01-20.