ທ່ານ ບົວທອງ ພູນສະລິດ

ຈາກ ວິກິພີເດຍ
Jump to navigation Jump to search

ທ່ານ ບົວທອງ ພູນ​ສະ​ລີດ ເກີດ​ເມື່ອ​ວັນ​ທີ 17/4/1940 ທີ່​ບ້ານ​ຕອນ​ຕ່າວ ເມືອງ​ວຽງ​ທອງ ແຂວງ​ບໍ​ລິ​ຄຳ​ໄຊ ເປັນ​ລູກ​ຊາຍ​ກົກ​ຂອງ​ທ້າວ ຄຳ ແລະ ນາງ ໄມ ມີ​ອ້າຍ​ນ້ອງ​ຮ່ວມ​ກັນ 6 ຄົນ.

ປະຫວັດ​ການເຄື່ອນໄຫວ​ໄລຍະ​ຜ່ານ​ມາ[ແກ້ໄຂ]

ທ່ານ​ເຄີຍ​ເປັນ​ນັກ​ສຶກ​ສາ​ໃນ​ຫຼາຍ​ວິຊາ​ຊີບ ເຊັ່ນ: ການ​ບັນຊີ​ການ​ເງິນ ຮຽນ​ລ້ຽງສັດ-ສັດຕະວະແພດ​ຊັ້ນ​ກາງ ແລະ ລະດັບ​ມະຫາວິທະຍາໄລ ທັງ​ພາຍ​ໃນ ແລະ ຕ່າງປະເທດ ທ່ານ ບົວທອງ ພູນ​ສະ​ລີດ ເຄີຍ​ເປັນ​ທະຫານ ພະນັກງານ​ວິຊາ​ການ ເປັນ​ພະນັກງານ​ການ​ນຳ​ຄື: ເປັນ​ຫົວໜ້າ​ນິຄົມ​ລ້ຽງ​ງົວ​ພັນ​ນົມ​ນາ​ບົງ ເປັນ​ຫົວໜ້າ​ພະ​ແນກ​ກະສິກຳ-ປ່າໄມ້ ພະ​ແນກ​ແຮງ​ງານ​ສະຫວັດດີ​ການ-ສັງຄົມ ເປັນ​ຮອງ​ເຈົ້າແຂວງ​ບໍ​ລິ​ຄຳ​ໄຊ ລັດຖະມົນຕີ​ຊ່ວຍ​ວ່າການ ກະຊວງ​ກະສິກຳ-ປ່າໄມ້ ແລະ ເປັນ​ຜູ້​ຊີ້​ນຳ​ວຽກ​ງານ​ພັດທະນາ​ຊົນນະບົດ​ຂັ້ນ​ສູນ​ກາງ.

ສຳລັບ​ຜົນງານ​ດ້ານ​ການ​ແຕ່ງ ເພງ​ຮ້ອງ ທ່ານ ບົວທອງ ພູນ​ສະ​ລີດ ໄດ້​ເລີ່ມ​ຕົ້ນ​ແຕ່​ປີ 1961 ໂດຍ​ທ່ານ​ໄດ້​ເຂົ້າ​ຮ່ວມ​ການ​ປະຕິວັດ​ຢູ່​ທົ່ງ​ໄຫ​ຫີນ ແຂວງ​ຊຽງ​ຂວາງ ເຊິ່ງ​ທ່ານ​ໄດ້​ເຫັນ​ກັບ​ຕາ ທີ່​ພວກ​ສັດຕູ​ໄດ້​ບຸກ​ບຽດ​ຢຶດ​ເອົາ​ເຂດ​ປົດ​ປ່ອຍ ກໍ​ຄື​ບຸກ​ບຽດ​ຢຶດ​ເອົາ​ບ້ານ​ເຮືອນ​ຂອງ​ປະ­ຊາຊົນ ແລ້ວ​ທຳ​ການ​ຈູດ​ເຜົາ​ເຮືອນ ຂ້າ​ເຈົ້າ​ເອົາ​ຂອງ ແລະ ຈັບ​ປະຊາຊົນ​ໄປ​ທາລຸນ​ດ້ວຍ​ຫຼາຍ​ຮູບ​ແບບ ເຊິ່ງ​ເຮັດ​ໃຫ້​ທ່ານ​ຮູ້ສຶກ​ຄຽດ​ແຄ້ນ ແລະ ຄຽດ​ຊັງ​ພວກ​ສັດຕູ​ຫຼາຍ​ທີ່​ສຸດ ຈາກ​ນັ້ນ ທ່ານ​ກໍ​ຄິດ​ແຕ່ງ​ເພງ​ທີ່​ມີ​ເນື້ອ​ໃນ​ວິຈານ ຄວາມ​ຊົ່ວ​ຮ້າຍ​ປ່າ​ເຖື່ອນ​ຂອງ​ພວກ​ສັດຕູ​ຜູ້​ມາ​ຮຸກ​ຮານ ແຕ່​ໄລຍະ​ເບື້ອງ​ຕົ້ນ ການ​ແຕ່ງ​ເພງ​ຮ້ອງ ກໍ​ບໍ່​ສາມາດ​ປະຕິບັດ​ໄດ້​ຍ້ອນ​ຂາດ​ຫຼັກການ ແລະ ວິທີ​ການ​ແຕ່ງ​ເພງ​ທີ່​ຖືກຕ້ອງ ມາ​ຮອດ​ໄລຍະ​ເດືອນ 9/1962-9/1966 ສູນ​ກາງ​ແນວ​ລາວ​ສ້າງ​ຊາດ ໄດ້​ໃຫ້​ທ່ານ​ໄປ​ຮຽນ​ຢູ່​ໂຮງຮຽນ​ກະສິກຳ​ຊັ້ນ​ກາງ ຢູ່​ພາກ​ເໜືອ​ຂອງ ສ.ສ ຫວຽດນາມ ເຊິ່ງ​ໂຮງຮຽນ​ດັ່ງກ່າວ ໄດ້​ມີ​ການຈັດຕັ້ງ​ໜ່ວຍ​ວັນນະຄະດີ​ນັກຮຽນ ເພື່ອ​ສະແດງ​ຮັບ​ໃຊ້​ງານ​ຕ່າງໆ ອັນ​ໄດ້​ເຮັດ​ໃຫ້​ທ່ານ​ຖືກ​ບັນ­ຈຸ​ເຂົ້າ​ຢູ່​ໃນ​ໜ່ວຍ​ຮ້ອງເພງ​ໝູ່​ຊາຍ ທັງ​ເພງ​ລາວ ແລະ ເພງ​ຫວຽດນາມ ເຊິ່ງ​ທ່ານ​ກໍ​ໄດ້​ສະແຫວງ​ເອົາ​ຄວາມ​ຮູ້ ແລະ ເຕັກນິກ​ການ​ຮ້ອງເພງ ແຕ່ງ​ເພງ​ຈາກ​ບັນດາ​ຄູŒອາຈານ ທີ່​ລົງ​ມາ​ເຝິກ​ສອນ ດ້ວຍ​ຄວາມ​ຫ້າວຫັນ ພາຍຫຼັງ​ຮຽນ​ຈົບ​ຈາກ​ໂຮງຮຽນ​ດັ່ງກ່າວ ໃນ​ປີ 1966 ທ່ານ​ກໍ​ກັບ​ມາ​ສັງກັດ​ຢູ່​ພະ​ແນກ​ກະສິກຳ-ປ່າໄມ້ ຢູ່​ທີ່​ລ້ອງ​ກູ່-ນາ​ໄກ ແຂວງ​ຫົວພັນ (ເມືອງ​ວຽງ​ໄຊ ໃນ​ປັດຈຸບັນ) ເຊິ່ງ​ທ່ານ​ກໍ​ໄດ້​ເອົາໃຈໃສ່​ປຸກລະດົມ ໃຫ້​ພໍ່​ແມ່​ປະຊາຊົນ​ເຮັດ​ນາປີ ນາແຊງ ປູກ​ພືດ​ທາດ​ແປ້ງ​ທີ່​ສາມາດ​ກິນ​ຕາງ​ເຂົ້າ​ໄດ້​ເຊັ່ນ: ສາລີ ມັນຕົ້ນ ແລະ ເຜືອກ​ມັນ​ອື່ນໆ ຜ່ານ​ການເຄື່ອນໄຫວ​ປຸກລະດົມ ແລະ ນຳພາ​ປະຊາຊົນ​ເຮັດ​ໄຮ່ ເຮັດ​ນາ ລ້ຽງສັດ ເຊິ່ງ​ໄລຍະ​ດັ່ງກ່າວ ພວກ​ສັດຕູ​ໄດ້​ເພີ່ມ​ທະວີ​ສົງຄາມ​ທຳລາຍ​ຂຶ້ນ​ສູ່​ລະດັບ​ສູງ ໂດຍ​ທ່ານ​ໄດ້​ເຫັນ​ກັບ​ຕາ​ໃນ​ຫຼາຍ​ເຫດການ ທີ່​ປະຊາຊົນ​ຖືກ​ເຮືອບິນ​ຮົບ​ຂອງ​ສັດຕູ​ຜູ້​ຮຸກ​ຮານ ຍິງ​ທຳລາຍ​ບ້ານ ເຮືອນ​ຊານ ເຮັດ​ໃຫ້​ປະຊາຊົນ​ຈຳນວນ​ຫຼາຍ ໄດ້​ຮັບ​ບາດເຈັບ​ຢ່າງ​ໜ້າ​ສົມ​ເພດ​ເວດທະນາ ຍ້ອນ​ເຫດ​ນັ້ນ ຄວາມ​ຄຽດ​ແຄ້ນ​ຂອງ​ປະຊາຊົນ​ຕໍ່​ພວກ​ຈັກກະພັດ ແລະ ລູກແຫຼ້ງ​ຕີນ​ມື​ຂອງ​ພວກ​ເຂົາ ໄປ​ຮອດ​ເຊັ່ນ​ລູກ​ເຊັ່ນ​ຫຼານ ໂດຍ​ບໍ່​ມີ​ສິ່ງ​ໃດ​ຈະ​ມາ​ລຶບລ້າງ​ໃຫ້​ຈືດຈາງ​ໄດ້ ແລະ ໄລ­ຍະ​ນັ້ນ ທ່ານ​ໄດ້​ໄປ​ຮ່ວມ​ຮົບ​ໃນ​ສະໜາມຮົບ​ປ່າ​ຄາ​ຍອດ​ຝາດ ເພື່ອ​ກະກຽມ​ໃຫ້​ແກ່​ບັ້ນ​ຮົບ​ປົດ​ປ່ອຍ​ຜາ​ຖີ່ ເຊິ່ງ​ການ​ສູ້​ຮົບ​ກໍ​ຖືກ​ຍົນ​ຂອງ​ພວກ​ຈັກກະພັດ​ອາເມລິກາ ຍິງ​ຈະ​ລວດ​ລົງ​ໃສ່ ເຮັດ​ໃຫ້​ທ່ານ​ຖືກ​ບາດເຈັບ​ໜັກ​ຈົນ​ເກືອບ​ເອົາ​ຊີວິດ​ບໍ່​ລອດ ພ້ອມ​ທັງ​ເຫັນ​ຄວາມ​ຮັກແພງ​ຂອງ​ໝູ່​ເພື່ອນ ແລະ ເຫັນ​ຄວາມທຸກ​ຍາກ​ລຳບາກ​ຂອງ​ປະຊາຊົນ​ຜູ້​ໄດ້​ຮັບ​ເຄາະ​ຮ້າຍ ມັນ​ໄດ້​ຖືກ​ບັນທຶກ​ໄວ້​ໃນ​ຈິດໃຈ​ຂອງ​ທ່ານ​ຕະຫຼອດ​ມາ ຍ້ອນ​ມີ​ຕົ້ນ​ກຳເນີດ​ແນວ​ຄິດ​ແນວ​ນັ້ນ ທ່ານ​ສາມາດ​ແຕ່ງ​ເພງ​ທີ່​ມີ​ອຸດົມ​ການ ຫຼື​ວ່າ​ເພງ​ປະຕິວັດ ທີ່​ເປັນ​ການ​ປຸກລະດົມ​ຄວາມ​ສາມັກຄີ​ບັນດາເຜົ່າ ແລະ ມີ​ເນື້ອ​ໃນ​ວິຈານ ການ​ກະທຳ​ອັນ​ໂຫດຮ້າຍ​ປ່າ​ເຖື່ອນ​ຂອງ​ພວກ​ສັດຕູ​ຜູ້​ມາ​ຮຸກ​ຮານ.

ໃນ​ປີ 1968 ທ່ານ ບົວທອງ ພູນ​ສະ​ລີດ ສາມາດ​ແຕ່ງ​ບົດ​ເພງ​ທຳ​ອິດ​ທີ່​ມີ​ຊື່ວ່າ ສຽງ​ເພງ​ຢູ່​ບົນ​ທົ່ງ​ຫຍ້າ ປີ 1974 ໄດ້​ແຕ່ງ​ສຳເລັດ​ເພງ​ທີ 2 ທີ່​ມີ​ຊື່ວ່າ ສົ່ງ​ພອນ​ປີ​ໃໝ່ ວັນ​ທີ 3/8/1974 ສຳເລັດ​ການ​ແຕ່ງ​ເພງ​ທີ່​ມີ​ຊື່ວ່າ ຄິດ​ຮອດ​ເດ່​ຊຳ​ເໜືອ ແລະ ປີ 1984 ໄດ້​ສຳເລັດ​ການ​ແຕ່ງ​ບົດ​ເພງ​ທີ່​ມີ​ຊື່ວ່າ ໂຕ​ຄວາຍ​ເຫຼັກ.