ທ່ານ ບຸນຍັງ ວໍລະຈິດ
ບຸນຍັງ ວໍລະຈິດ | |
---|---|
![]() | |
ເກີດ | 15 ສິງຫາ 1937 (85 ປີ) ແຂວງສະຫວັນນະເຂດ |
ທີ່ຢູ່ປັດຈຸບັນ | ນະຄອນຫຼວງວຽງຈັນ |
ສັນຊາດ | ລາວ |
ການສຶກສາ | ຮຽນທິດສະດີຊັ້ນສູງຢູ່ ສສ. ຫວຽດນາມ. |
ເປັນທີ່ຮູ້ຈັກຈາກ | ອະດີດປະທານປະເທດ, ອະດີດນາຍົກ ແຫ່ງ ສປປ ລາວ |
ສາດສະໜາ | ພຸດ |
ທ່ານ ບຸນຍັງ ວໍລະຈິດ ເກີດເມື່ອວັນທີ 15 ສິງຫາ 1937 ທີ່ບ້ານນາ, ເມືອງທ່າປາງທອງ ແຂວງສະຫວັນນະເຂດ.
ອະດີດປະທານປະເທດ, ອະດີດນາຍົກ ແຫ່ງ ສປປ ລາວ
ການເຄື່ອນໄຫວໂດຍຫຍໍ້[ດັດແກ້]
- ປີ 1954-1957: ເປັນນາຍໝູ່ຢູ່ກອງພັນ 605.
- ປີ 1957-1961: ຮຽນວັດທະນະທຳຢູ່ຫວຽດນາມ.
- ປີ 1961-1962: ເປັນນາຍໝວດຢູ່ກອງພົນທີ່ 1.
- ປີ 1962-1968: ເປັນຮອງການເມືອງກອງພັນ 613.
- ປີ 1969-1972: ເປັນຫົວໜ້າຈັດຕັ້ງເຂດຊຽງຂວາງ.
- ປີ 1972-1973: ເປັນຮອງດ້ານລົບພາກເໜືອ.
- ປີ 1973-1978: ຢູ່ແຂວງຫລວງພະບາງເປັນເລຂາກຳລັງປະສົມ.
- ປີ 1978-1980: ຮຽນທິດສະດີຊັ້ນສູງຢູ່ ສສ. ຫວຽດນາມ.
- ປີ 1980-1982: ເປັນຫົວໜ້າການເມືອງທະຫານເຂດກາງ.
- ປີ 1982-1993: ເປັນເລຂາຄະນະພັກແຂວງສະຫວັນນະເຂດ,
- ປີ 1991 ກອງປະຊຸມໃຫຍ່ຂອງພັກສະໄໝທີ V ເລືອກຕັ້ງເປັນກຳມະການສູນກາງພັກ.
- ປີ 1993-1999: ກອງປະຊຸມໃຫຍ່ຂອງພັກສະໄໝທີ VI ເລືອກຕັ້ງເປັນກໍາມະການກົມການເມືອງສູນກາງພັກ, ເລຂາຄະນະພັກ, ເຈົ້າຄອງນະຄອນຫລວງວຽງຈັນ.
- ປີ 1999-2001: ເປັນກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງການເງິນ.
- ປີ 2001-2006: ເປັນກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ.
- ປີ 2006-2015: ເປັນກົມການເມືອງສູນການພັກ, ຜູ້ປະຈຳການຄະນະເລຂາທິການສູນກາງພັກ, ຮອງປະທານປະເທດ.
- ປີ 2016-2021: ເລຂາທິການໃຫຍ່ ຄະນະບໍລິຫານສູນກາງພັກ ປະຊາຊົນປະຕິວັດລາວ ແລະ ເປັນປະທານປະເທດແຫ່ງ ສປປ ລາວ.
ແຫຼ່ງອ້າງອີງ[ດັດແກ້]
1. https://www.facebook.com/mahasonmagazine/posts/10153501793059149/ 2. https://web.archive.org/web/20190508182628/https://www.tholakhong.com/2016/01/blog-post_68.html