Jump to content

ທູມໍໂຣບາຍທູເກັດເຕີ (ວົງດົນຕີຊາຍ)

ຈາກ ວິກິພີເດຍ
ທູມໍໂຣບາຍທູເກັດເຕີ (TXT)
ທີເອັກທີ ໃນປີ 2025
ຂໍ້ມູນພູມຫຼັງ
ຊື່ຫຼິ້ນ/ເປັນທີ່ຮູ້ຈັກທີເອັກທີ
ຕົ້ນກຳເນີດໂຊລ, ເກົາຫຼີໃຕ້
ປະເພດເຄປັອບ, ອໍເທີເນທີບອາແອນບີ, ປັອບຣັອກ
ປີປະຕິບັດວຽກ2019 – ປະຈຸບັນ
ຄ່າຍBig Hit Music (Hybe)
ເວັບໄຊtxt.ibighit.com
ສະມາຊິກຊູບິນ
ຍອນຈຸນ
ບອມກຍູ
ແທຮຍອນ
ຮວນິງໄຄ

ທູມໍໂຣບາຍທູເກັດເຕີ (ອັງກິດ: TOMORROW X TOGETHER; ເກົາຫຼີ: 투모로우바이투게더) ຫຼື ຮູ້ຈັກກັນໃນຊື່ຫຍໍ້ວ່າ TXT (ທີເອັກທີ) ແມ່ນກຸ່ມນັກຮ້ອງຊາຍຈາກປະເທດເກົາຫຼີໃຕ້ ສັງກັດຄ້າຍ Big Hit Music. ກຸ່ມປະກອບດ້ວຍສະມາຊິກ 5 ຄົນ ຊື່ວົງມີຄວາມໝາຍວ່າ "ເຈົ້າແລະຂ້ອຍທີ່ແຕກຕ່າງກັນ ມາລວມຕົວັນດ້ວຍຄວາມຝັນດຽວກັນ ເພື່ອສ້າງມື້ອື່ນນຳກັນ".

ປະຫວັດ

[ດັດແກ້]

2019: ການເປີດໂຕທີ່ລໍຄອຍ

[ດັດແກ້]

TXT ແມ່ນບອຍແບນວົງທຳອິດຂອງ Big Hit Entertainment ໃນຮອບ 6 ປີ ຕໍ່ຈາກ BTS. ພວກເຂົາເປີດໂຕໃນວັນທີ 4 ມີນາ 2019 ດ້ວຍອີພີ The Dream Chapter: Star ແລະ ເພງ "Crown". ອັນລະບັ້ມເປີດໂຕຂອງພວກເຂົາຂຶ້ນອັນດັບ 1 ໃນ Billboard Emerging Artists ແລະ World Albums.[1]

2023: ອັນດັບ 1 Billboard 200

[ດັດແກ້]

ໃນເດືອນມັງກອນ 2023, ວົງໄດ້ປ່ອຍອັນລະບັ້ມ The Name Chapter: Temptation ເຊິ່ງປະສົບຄວາມສຳເລັດຢ່າງສູງ ສາມາດຂຶ້ນອັນດັບ 1 ໃນ Billboard 200 ຂອງສະຫະລັດອາເມລິກາໄດ້ເປັນຄັ້ງທຳອິດ.[2] ນອກຈາກນີ້, ພວກເຂົາຍັງເປັນກຸ່ມເຄປັອບກຸ່ມທຳອິດທີ່ໄດ້ສະແດງເປັນ Headliner ໃນງານເທດສະການດົນຕີ Lollapalooza.

ສະມາຊິກ

[ດັດແກ້]

ວົງນີ້ບໍ່ມີການແບ່ງຕຳແໜ່ງຢ່າງເປັນທາງການ (ນອກຈາກຫົວໜ້າວົງ) ເພື່ອໃຫ້ສະມາຊິກທຸກຄົນໄດ້ສະແດງຄວາມສາມາດຮອບດ້ານ.

ຊື່ໃນວົງການຊື່ຈິງວັນເດືອນປີເກີດສັນຊາດບົດບາດຫຼັກ
ຊູບິນ (Soobin)ຊເວ ຊູບິນ5 ທັນວາ 2000ເກົາຫຼີໃຕ້ ເກົາຫຼີຫົວໜ້າວົງ, ຮ້ອງ
ຍອນຈຸນ (Yeonjun)ຊເວ ຍອນຈຸນ13 ກັນຍາ 1999ເກົາຫຼີໃຕ້ ເກົາຫຼີເຕັ້ນ, ແຣັບ, ຮ້ອງ, ອ້າຍກົກ
ບອມກຍູ (Beomgyu)ຊເວ ບອມກຍູ13 ມີນາ 2001ເກົາຫຼີໃຕ້ ເກົາຫຼີພາບລັກ, ໂປຣດິວເຊີ
ແທຮຍອນ (Taehyun)ຄັງ ແທຮຍອນ5 ກຸມພາ 2002ເກົາຫຼີໃຕ້ ເກົາຫຼີຮ້ອງ
ຮວນິງໄຄ (HueningKai)ໄຄ ຄາມາລ ຮວນິງ14 ສິງຫາ 2002ສະຫະລັດອາເມຣິກາ ອາເມລິກາຮ້ອງ, ເຄື່ອງດົນຕີ, ນ້ອງຫຼ້າ

ຜົນງານເພງ

[ດັດແກ້]

ອັນລະບັ້ມເຕັມ

[ດັດແກ້]
ອັນລະບັ້ມເຕັມ (ເກົາຫຼີ)
ຊື່ອັນລະບັ້ມ ປີອອກຈຳໜ່າຍ
The Dream Chapter: Magic 2019
The Chaos Chapter: Freeze 2021
The Name Chapter: Freefall 2023

ອີພີ

[ດັດແກ້]
ອີພີ (EP)
ຊື່ອັນລະບັ້ມ ປີອອກຈຳໜ່າຍ
The Dream Chapter: Star 2019
Minisode1: Blue Hour 2020
Minisode 2: Thursday's Child 2022
The Name Chapter: Temptation 2023
Minisode 3: Tomorrow 2024

ອ້າງອິງ

[ດັດແກ້]
  1. "Tomorrow X Together Debuts at No. 1 on Emerging Artists, World Albums & World Digital Song Sales Charts". Billboard. ຄົ້ນຫາເມື່ອ 2024-01-20.
  2. "TOMORROW X TOGETHER Lands First No. 1 Album on Billboard 200 Chart". Billboard. ຄົ້ນຫາເມື່ອ 2024-01-20.

ແຫຼ່ງຂໍ້ມູນອື່ນ

[ດັດແກ້]