ທາງລົດໄຟ ວຽງຈັນ-ບໍ່ເຕັນ
ເນື້ອຫາໃນບົດຄວາມນີ້ຫຼ້າສະໄໝ ກະລຸນາປັບປຸງຂໍ້ມູນໃຫ້ເປັນໄປຕາມເຫດການປັດຈຸບັນ ຫຼື ຫຼ້າສຸດ ເບິ່ງໜ້າສົນທະນາປະກອບ |
หมวดหมู่:ບົດຄວາມວີກິພີເດຍທີ່ຕ້ອງການປັບหมวดหมู่:ບົດຄວາມວີກິພີເດຍທັງໝົດທີ່ຕ້ອງການປັບ
| ທາງລົດໄຟ ວຽງຈັນ-ບໍ່ເຕັນ 磨万铁路 Boten–Vientiane railway | |
|---|---|
| ຂໍ້ມູນທົ່ວໄປ | |
| ຮູບແບບ | ລາງຄູ່ |
| ສະຖານະ | ເປີດໃຫ້ບໍລິການ |
| ບ່ອນຕັ້ງ | |
| ປາຍທາງ | ສະຖານີວຽງຈັນໃຕ້ ສະຖານີໂມຮັນ |
| ຈຳນວນສະຖານີ | 21 |
| ການດຳເນິນງານ | |
| ເປີດເມື່ອ | 3 ທັນວາ ປີ 2021 |
| ຜູ້ດຳເນິນງານ | ບໍລິສັດ ລົດໄຟລາວ-ຈີນ ຈຳກັດ |
| ຂະບວນລົດ | CR200J ຈຳນວນ 2 ຂະບວນ [1] |
| ຂໍ້ມູນທາງເທັກນິກ | |
| ລະຍະທາງ | 414 ກິໂລແມັດ (257 ໄມລ໌) |
| ຈຳນວນທາງແລ່ນ | 1 (ທາງດ່ຽວ) |
| ຊ່ວງກວ້າງຮາງ | 1.435 ແມັດ |
| ລະບົບຈ່າຍໄຟ | ຈ່າຍໄຟຟ້າເໜືອລາງ |
| ຄວາມເຮັວ | 160 km/h ໂດຍສານ 120 km/h ຂົນສົ່ງສິນຄ້າ |
ທາງລົດໄຟ ວຽງຈັນ-ບໍ່ເຕັນ ຫຼື ທາງລົດໄຟລາວ-ຈີນ ແມ່ນໂຄງການຄວາມຮ່ວມມືລະຫວ່າງປະເທດລາວແລະປະເທດຈີນໜຶ່ງແລ້ວໜຶ່ງເສັ້ນທາງ (onebelt oneroad) ເລິ່ມກໍ່ສ້າງໃນປີ 2016 ແລະຈະສຳເລັດໃນ ທັນວາ 2021 ເຊິ່ງແມ່ນສ່ວນນຶ່ງຂອງທາງລົດໄຟສາຍຄຸນໝິງ-ສິງກະໂປ ໄດ້ຮັບກຳນົດໃຫ້ໃຊ້ລະບົບລົດໄຟຄວາມໄວປານກາງປະມານ 160-200 km/h ສ່ວນຂອງທາງລົດໄຟເປັນລົດໄຟທາງດ່ຽວ ໃຊ້ລາງຂະໜາດ 1,435 ແມັດ ມີໄລຍະທາງ 414 ກິໂລແມັດ ທິດເໜືອສຸດຂອງທາງລົດໄຟຢູ່ບໍລິເວນດ່ານບໍ່ຫານຕິດກັບປະເທດຈີນໃນເຂດສິບສອງປັນນາຜ່ານແຂວງຫຼວງນ້ຳທາ, ແຂວງອຸດົມໄຊ, ແຂວງຫຼວງພະບາງ, ແຂວງວຽງຈັນ ແລະສິ້ນສຸດທີ່ນະຄອນຫຼວງວຽງຈັນ ທິດໃຕ້ເຊື່ອມກັບທາງລົດໄຟສາຍໜອງຄາຍ-ບາງກອກ ຕໍ່ໄປ
ປະຫວັດ
[ດັດແກ້]
ມີການກ່າວເຖິງທາງລົດໄຟເຊື່ອມລະຫວ່າງປະເທດລາວກັບຈີນຄັ້ງທຳອິດເມື່ອ ປີ 2001 ໂດຍນັກການເມືອງລາວ ແລະຈີນ ຮ່ວມກັນຢືນຢັນແຜນການກໍ່ສ້າງໃນ ປີ 2009 ແຕ່ໄດ້ເກີດເຫດການສໍ້ລາດບັງຫຼວງຂອງກະຊວງການລົດໄຟຂອງປະເທດຈີນເກີດຂຶ້ນ ການເລີ່ມການກໍ່ສ້າງທາງລົດໄຟນີ້ໄດ້ຖືກເລື່ອນຈົນເຖິງ ປີ 2016[2]
ເງິນທຶນກໍ່ສ້າງ
[ດັດແກ້]ທາງລົດໄຟນີ້ໄດ້ຮັບການກໍ່ສ້າງ ແລະ ດຳເນີນງານໂດຍບໍລິສັດລົດໄຟລາວ-ຈີນ ຈຳກັດ ເຊິ່ງເປັນການຮ່ວມມືລະຫວ່າງລັດຖະບານລາວ-ຈີນຕາມອັດຕາສ່ວນ 30:70 ຕາມລຳດັບ ບໍລິສັດໄດ້ໃຊ້ງົບປະມານທັງໝົດໃນການກໍ່ສ້າງໂຄງການນີ້ລວມ 37,425 ລ້ານຢວນ[3][4] ເຊິ່ງເງິນຈຳນວນດັ່ງກ່າວ ຮ້ອຍລະ 60 ມາຈາກການສ້າງໜີ້ສິນຂອງບໍລິສັດ (ເງິນກູ້ຈາກທະນາຄານເພື່ອສົ່ງເສີມການສົ່ງອອກ-ນໍາເຂົ້າຂອງຈີນ), ຮ້ອນລະ 40 ມາຈາກສ່ວນຫຸ້ນຂອງບໍລິສັດ [5]
ວ່າດ້ວຍສ່ວນທຶນຂອງບໍລິສັດ ຈຳນວນ 14,970 ລ້ານຢວນ ເປັນພາກສ່ວນທີ່ລັດຖະບານລາວຕ້ອງລົງທຶນ 4,491 ລ້ານຢວນເພື່ອຖືຫຸ້ນ 30% ໃນບໍລິສັດ ແນວໃດກໍ່ຕາມ ລັດຖະບານລາວບໍ່ສະດວກທີ່ຈະລົງທືນເອງທັງໝົດຕາມຈຳນວນດັ່ງກ່າວ ຈຶ່ງການລົງທຶນເອງພຽງສ່ວນໜຶ່ງ ອີກສ່ວນໜຶ່ງຂອງເງິນກູ້ຈາກທະນາຄານເພື່ອສົ່ງເສີມປະລິມານການສົ່ງອອກຂອງຈີນຈຳນວນ 3,000 ລ້ານຢວນ ເຊິ່ງຖືກຄິດຄ່າດອກເບ້ຍເປີເຊັນ 2.3 ຕໍ່ປີເປັນເວລາສາມສິບປີ[5]
ເສັ້ນທາງ
[ດັດແກ້]ແມ່ນສ່ວນນຶ່ງຂອງເສັ້ນທາງລົດໄຟສາຍຄຸນໝິງ-ສິງກະໂປ ທີ່ເລິ່ມບໍລິເວນຄຸນໝິງ ປະເທດຈີນ ຈົນເຂົ້າສູ່ດ່ານບໍ່ຫານ ປະເທດລາວ ຜ່ານແຂວງຫຼວງນ້ຳທາ, ແຂວງອຸດົມໄຊ, ແຂວງຫຼວງພະບາງ, ແຂວງວຽງຈັນ ແລະນະຄອນຫຼວງວຽງຈັນ ຕະຫຼອດໄລຍະທາງຂອງເສັ້ນທາງລົດໄຟລາວ-ຈີນມີໄລຍະທາງທັງຫມົດ 414 ກິໂລແມັດ ຈາກນັ້ນເຂົ້າສູ່ເສັ້ນທາງລົດໄຟຄວາມໄວສູງສາຍໜອງຄາຍ-ບາງກອກ ຕໍ່ໄປ
ລັກສະນະຂອງເສັ້ນທາງ
[ດັດແກ້]ທາງລົດໄຟສາຍລາວ–ຈີນ ມີລັກສະນະທາງພູມສາດດ້ວຍພູຫີນປູນຈໍານວນຫຼາຍ ແລະ ມີທີ່ຕັ້ງຢູ່ບໍລິເວນກະດູກສັນຫຼັງຂອງອິນດູຈີນ ມີຝົນຕົກຫຼາຍໃນແຕ່ລະປີ ລວມທັງພື້ນທີ່ບ່ອນທີ່ລະເບີດກະແຈກກະຈາຍ ດັ່ງນັ້ນຈຶ່ງມີປະຊາກອນອາໄສໜ້ອຍ [6][7] ເສັ້ນທາງທັງໝົດເປັນອຸໂມງຮ້ອຍລະ 47 ແລະ ເປັນສະພານລົດໄຟຮ້ອຍລະ 15 ໂດຍຄິດເປັນອຸໂມງຈຳນວນ 75 ແຫ່ງ ແລະ ສະພານລົດໄຟຈຳນວນ 167 ແຫ່ງ ບໍລິເວນ ຊາຍແດນລະຫວ່າງປະເທດຈີນ-ລາວ ມີທາງອຸໂມງຄວາມໄວ 9,680 ແມັດ ຢູ່ໃນປະເທດລາວ 7,170 ແມັດ ແລະ ຢູ່ໃນປະເທດຈີນ 2,510 ແທັດ ໂດຍລວມແລ້ວ ທາງລົດໄຟສາຍນີ້ມີສະຖານີທັງໝົດ 21 ສະຖານີ ປະກອບດ້ວຍສະຖານີຂົນສົ່ງຜູ້ໂດຍສານຈຳນວນ 10 ສະຖານີ ແລະ ສະຖານີຂົນສົ່ງສິນຄ້າຈຳນວນ 11 ສະຖານີ ທາງລົດໄຟລາວ–ຈີນມີສະຖານີປາຍທາງສິ້ນສຸດທີ່ສະຖານີນະຄອນຫຼວງວຽງຈັນ ແລະ ນອກຈາກນີ້ຍັງມີອີກໜຶ່ງສະຖານີລົດໄຟລາວ–ຈີນ ທີ່ກຳລັງກໍ່ສ້າງຕໍ່ໄປສິ້ນສຸດປາຍທາງຢູ່ສະຖານີວຽງຈັນໃຕ້ ເພື່ອເຊື່ອມຕໍ່ການຂົນສົ່ງສິນຄ້າກັບທ່າເຮືອບົກທ່ານາແລ້ງທີ່ສະຖານີທ່ານາແລ້ງ[8]
ຮູບແບບໂຄງການ
[ດັດແກ້]ເສັ້ນທາງແລ່ນ ແລະ ຂະບວນລົດ
[ດັດແກ້]- ເປັນລົດໄຟຟ້າຂະໜາດໜັກ (heavy rail transit)
- ເສັ້ນທາງແລ່ນແມ່ນມີລັກສະນະທາງພູມສາດໂດຍຜ່ານພູເຂົາສູງສ່ວນໃຫຍ່ ເປັນທາງຍົກລະດັບ 175 ກິໂລແມັດ ມີການສ້າງສະພານ 167 ແຫ່ງ ແລະ ຂົວສູງຂ້າມຮ່ອມພູ 154 ແຫ່ງ ໄລຍະທາງຮ່ວມ 67.15 ກິໂລແມັດ ມີການເຈາະອຸໂມງທະລຸພູ 75 ແຫ່ງ ໄລນະທາງສະເພາະທີ່ເປັນອຸໂມວລວມຫຼາຍກວ່າ 190 ກິໂລແມັດ ອຸໂມງທີ່ຍາວທີ່ສຸດ ຍາວ 9.5 ກິໂລແມັດ [9]
- ຂະໜາດລ່າງລົດໄຟ 1.435 ແມັດ (European standard guage) ໂດຍມີສາຍໄຟແຮງສູງແລ່ນຂະໜານກັນຢູ່ເໜືອລ່າງ ລົບລົດໄຟຟ້າໃຊ້ວິທີການຮັບໄຟຟ້າຈາກດ້ານເທິງດ້ວຍແພນໂທກຣາຟ
- ຕູ້ໂດຍສານກວ້າງ 3.10 ແມັດ ສູງ 4.43 ແມັດ ແບ່ງຄວາມຍາວຂອງຂະບວນລົດໄດ້ 2 ແບບ ຂະບວນຍາວມີຕູ້ໂດຍສານຕັ້ງແຕ່ 11–20 ຕູ້ ຍາວລວມ 518 ແມັດ ບັນຈຸຜູ້ໂດຍສານໄດ້ 1,102 ຄົນ ແລະ ຂະບວນສັ້ນມີຕູ້ໂດຍສານ 9 ຕູ້ ຍາວລວມ 234 ແມັດ ບັນຈຸຜູ້ໂດຍສານໄດ້ 720 ຄົນ[10] ໃຊ້ກະແສໄຟຟ້າສະຫຼັບ 25 ກິໂລໂວນ 50 ເຮີຣ໌ຊ[11]
ບັນຊີລາຍຊື່ສະຖານີ
[ດັດແກ້]| ສະຖານີ | ປະເພດສະຖານີ | ເມືອງ | ||
|---|---|---|---|---|
| ພາສາລາວ | ພາສາອັງກິດ | ພາສາຈີນ | ||
| ວຽງຈັນໃຕ້ | Vientiane South | 万象南 | ສະຖານີຂົນສົ່ງສິນຄ້າ | ນະຄອນຫຼວງວຽງຈັນ |
| ນະຄອນຫຼວງວຽງຈັນ | Vientiane | 万象 | ສະຖານີຜູ້ໂດຍສານ | |
| ວຽງຈັນເໜືອ | Vientiane North | 万象北 | ສະຖານີຂົນສົ່ງສິນຄ້າ | |
| ໂພນສູງ | Phonsoung | 蓬宋 | ສະຖານີຂົນສົ່ງສິນຄ້າ | ແຂວງວຽງຈັນ |
| ໂພນໂຮງ | Phon Hong | 蓬洪 | ສະຖານີຜູ້ໂດຍສານ | |
| ວັງຄີ | Vang Khi | 万基 | ສະຖານີຂົນສົ່ງສິນຄ້າ | |
| ວັງວຽງ | Vang Vieng | 万荣 | ສະຖານີຜູ້ໂດຍສານ | |
| ຜາຕັ້ງ | Pha Daeng | 帕当 | ສະຖານີຂົນສົ່ງສິນຄ້າ | |
| ກາສີ | Kasi | 嘎西 | ສະຖານີຜູ້ໂດຍສານ | |
| ພູຄູນ | Phoukhoun | 普昆 | ສະຖານີຂົນສົ່ງສິນຄ້າ | ແຂວງຫຼວງພະບາງ |
| ຊຽງເງີນ | Xiang Ngeun | 香恩 | ສະຖານີຂົນສົ່ງສິນຄ້າ | |
| ຫຼວງພະບາງ | Luang Prabang | 琅勃拉邦 | ສະຖານີຜູ້ໂດຍສານ | |
| ຫ້ວຍຫານ | Huoay Han | 慧汉 | ສະຖານີຂົນສົ່ງສິນຄ້າ | ແຂວງອຸດົມໄຊ |
| ເມືອງງາ | Muang Nga | 孟阿 | ສະຖານີຜູ້ໂດຍສານ | |
| ນາຄົກ | Na Khok | 纳科 | ສະຖານີຂົນສົ່ງສິນຄ້າ | |
| ເມືອງໄຊ | Muang Xai | 孟赛 | ສະຖານີຜູ້ໂດຍສານ | |
| ນາທອງ | Na Thong | 纳通 | ສະຖານີຂົນສົ່ງສິນຄ້າ | |
| ນາໝໍ້ | Namor | 纳磨 | ສະຖານີຜູ້ໂດຍສານ | |
| ນາເຕີຍ | Nateuy | 纳堆 | ສະຖານີຜູ້ໂດຍສານ | ແຂວງຫຼວງນໍ້າທາ |
| ບໍ່ເຕັນ | Boten | 磨丁 | ສະຖານີຜູ້ໂດຍສານ | |
| ໂມຮັນ | Mohan | 磨憨 | ສະຖານີຜູ້ໂດຍສານ | ຢູນນານ, ປະເທດຈີນ |
ອ້າງອິງ
[ດັດແກ້]- ↑ "绿巨人"CJ200动车将跑上中老铁路 昆明直达老挝首都". ຄົ້ນຫາເມື່ອ 2020-04-16.
- ↑ "Land-locked Laos on track for controversial China rail link". 24 July 2017. ຂໍ້ມູນເກົ່າທີ່ຖືກບັນທຶກຈາກແຫຼ່ງດັ້ງເດີມເມື່ອ 27 ເມສາ 2021. ຄົ້ນຫາເມື່ອ 29 ຕຸລາ 2022.
- ↑ "Archive copy". ຂໍ້ມູນເກົ່າທີ່ຖືກບັນທຶກຈາກແຫຼ່ງດັ້ງເດີມເມື່ອ 2021-06-11. ຄົ້ນຫາເມື່ອ 2022-10-29.
{{cite web}}: CS1 maint: archived copy as title (link) - ↑ "Trains to arrive next month for trial run of Laos-China railway". 13 ສິງຫາ 2021.
- ↑ 5.0 5.1 ທະນາຄານໂລກ (2020). "FROM LANDLOCKED TO LAND-LINKED UNLOCKING THE POTENTIAL OF LAO-CHINA RAIL CONNECTIVITY" (PDF).
- ↑ "ຮືຮາ!ລາວສ້າງລົດໄຟຄວາມໄວສູງມູນລາຄາ7,000ລ້ານໂດລາທີ່ທຳອິດຂອງອາຊຽນ". ຄົ້ນຫາເມື່ອ 2020-04-08.
- ↑ "ອຸໂມງ'ທາງລົດໄຟລາວ-ຈີນ'ສຳເລັດກ່ອນ 43 ວັນ". ຂໍ້ມູນເກົ່າທີ່ຖືກບັນທຶກຈາກແຫຼ່ງດັ້ງເດີມເມື່ອ 2020-04-24. ຄົ້ນຫາເມື່ອ 2020-04-08.
- ↑ "ຂໍ້ມູນ "ລົດໄຟຈີນ-ລາວ" วรากรณ์ สามโกเศศ". bangkokbiznews.com (ພາສາອັງກິດ (ອາເມລິກັນ)). 2021-12-28. ຄົ້ນຫາເມື່ອ 2022-07-30.
- ↑ "ທັນວາ...ສຽງຫວູດ "ລົດໄຟລາວ-ຈີນ" ດັງສະນັ່ນ". ຄົ້ນຫາເມື່ອ 2021-08-06.
- ↑ "ເຜີຍໂສມ "ຍັກຂຽວ Hulk" ລົດໄຟຈີນ-ລາວ ໄດ້ເຫັນໂຕຈິງໃນເດືອນສິງຫານີ້". ຄົ້ນຫາເມື່ອ 2021-08-06.
- ↑ "复兴号CR200J型电力动车组". ຄົ້ນຫາເມື່ອ 2021-08-06.