Jump to content

ທາງລົດໄຟ ວຽງຈັນ-ບໍ່ເຕັນ

ຈາກ ວິກິພີເດຍ

หมวดหมู่:ບົດຄວາມວີກິພີເດຍທີ່ຕ້ອງການປັບหมวดหมู่:ບົດຄວາມວີກິພີເດຍທັງໝົດທີ່ຕ້ອງການປັບ

ທາງລົດໄຟ ວຽງຈັນ-ບໍ່ເຕັນ
磨万铁路
Boten–Vientiane railway
ຂໍ້ມູນທົ່ວໄປ
ຮູບແບບລາງຄູ່
ສະຖານະເປີດໃຫ້ບໍລິການ
ບ່ອນຕັ້ງທຸງຊາດຂອງປະເທດລາວ ປະເທດລາວ
ປາຍທາງສະຖານີວຽງຈັນໃຕ້
ສະຖານີໂມຮັນ
ຈຳນວນສະຖານີ21
ການດຳເນິນງານ
ເປີດເມື່ອ3 ທັນວາ ປີ 2021
ຜູ້ດຳເນິນງານບໍລິສັດ ລົດໄຟລາວ-ຈີນ ຈຳກັດ
ຂະບວນລົດCR200J ຈຳນວນ 2 ຂະບວນ [1]
ຂໍ້ມູນທາງເທັກນິກ
ລະຍະທາງ414 ກິໂລແມັດ (257 ໄມລ໌)
ຈຳນວນທາງແລ່ນ1 (ທາງດ່ຽວ)
ຊ່ວງກວ້າງຮາງ1.435 ແມັດ
ລະບົບຈ່າຍໄຟຈ່າຍໄຟຟ້າເໜືອລາງ
ຄວາມເຮັວ160 km/h ໂດຍສານ
120 km/h ຂົນສົ່ງສິນຄ້າ

ທາງລົດໄຟ ວຽງຈັນ-ບໍ່ເຕັນ ຫຼື ທາງລົດໄຟລາວ-ຈີນ ແມ່ນໂຄງການຄວາມຮ່ວມມືລະຫວ່າງປະເທດລາວແລະປະເທດຈີນໜຶ່ງແລ້ວໜຶ່ງເສັ້ນທາງ (onebelt oneroad) ເລິ່ມກໍ່ສ້າງໃນປີ 2016 ແລະຈະສຳເລັດໃນ ທັນວາ 2021 ເຊິ່ງແມ່ນສ່ວນນຶ່ງຂອງທາງລົດໄຟສາຍຄຸນໝິງ-ສິງກະໂປ ໄດ້ຮັບກຳນົດໃຫ້ໃຊ້ລະບົບລົດໄຟຄວາມໄວປານກາງປະມານ 160-200 km/h ສ່ວນຂອງທາງລົດໄຟເປັນລົດໄຟທາງດ່ຽວ ໃຊ້ລາງຂະໜາດ 1,435 ແມັດ ມີໄລຍະທາງ 414 ກິໂລແມັດ ທິດເໜືອສຸດຂອງທາງລົດໄຟຢູ່ບໍລິເວນດ່ານບໍ່ຫານຕິດກັບປະເທດຈີນໃນເຂດສິບສອງປັນນາຜ່ານແຂວງຫຼວງນ້ຳທາ, ແຂວງອຸດົມໄຊ, ແຂວງຫຼວງພະບາງ, ແຂວງວຽງຈັນ ແລະສິ້ນສຸດທີ່ນະຄອນຫຼວງວຽງຈັນ ທິດໃຕ້ເຊື່ອມກັບທາງລົດໄຟສາຍໜອງຄາຍ-ບາງກອກ ຕໍ່ໄປ

ປະຫວັດ

[ດັດແກ້]
ສະຖານີນະຄອນຫຼວງວຽງຈັນ

ມີການກ່າວເຖິງທາງລົດໄຟເຊື່ອມລະຫວ່າງປະເທດລາວກັບຈີນຄັ້ງທຳອິດເມື່ອ ປີ 2001 ໂດຍນັກການເມືອງລາວ ແລະຈີນ ຮ່ວມກັນຢືນຢັນແຜນການກໍ່ສ້າງໃນ ປີ 2009 ​ແຕ່​ໄດ້​ເກີດ​ເຫດການ​ສໍ້​ລາດ​ບັງ​ຫຼວງ​ຂອງ​ກະຊວງການ​ລົດ​ໄຟ​ຂອງປະເທດຈີນເກີດຂຶ້ນ ການເລີ່ມການກໍ່ສ້າງທາງລົດໄຟນີ້ໄດ້ຖືກເລື່ອນຈົນເຖິງ ປີ 2016[2]

ເງິນທຶນກໍ່ສ້າງ

[ດັດແກ້]

ທາງລົດໄຟນີ້ໄດ້ຮັບການກໍ່ສ້າງ ແລະ ດຳເນີນງານໂດຍບໍລິສັດລົດໄຟລາວ-ຈີນ ຈຳກັດ ​ເຊິ່ງ​ເປັນ​ການ​ຮ່ວມ​ມື​ລະຫວ່າງ​ລັດຖະບານ​ລາວ-ຈີນ​ຕາມ​ອັດຕາ​ສ່ວນ 30:70 ຕາມລຳດັບ ບໍລິສັດໄດ້ໃຊ້ງົບປະມານທັງໝົດໃນການກໍ່ສ້າງໂຄງການນີ້ລວມ 37,425 ລ້ານຢວນ[3][4] ເຊິ່ງເງິນຈຳນວນດັ່ງກ່າວ ຮ້ອຍລະ 60 ມາຈາກການສ້າງໜີ້ສິນຂອງບໍລິສັດ (ເງິນກູ້ຈາກທະນາຄານເພື່ອສົ່ງເສີມການສົ່ງອອກ-ນໍາເຂົ້າຂອງຈີນ), ຮ້ອນລະ 40 ມາຈາກສ່ວນຫຸ້ນຂອງບໍລິສັດ [5]

ວ່າດ້ວຍສ່ວນທຶນຂອງບໍລິສັດ ຈຳນວນ 14,970 ລ້ານຢວນ ​ເປັນພາກສ່ວນ​ທີ່​ລັດຖະບານ​ລາວ​ຕ້ອງ​ລົງທຶນ 4,491 ລ້ານຢວນເພື່ອຖືຫຸ້ນ 30% ໃນບໍລິສັດ ແນວໃດກໍ່ຕາມ ລັດຖະບານລາວບໍ່ສະດວກທີ່ຈະລົງທືນເອງທັງໝົດຕາມຈຳນວນດັ່ງກ່າວ ຈຶ່ງການລົງທຶນເອງພຽງສ່ວນໜຶ່ງ ອີກ​ສ່ວນ​ໜຶ່ງ​ຂອງ​ເງິນ​ກູ້​ຈາກ​ທະນາຄານ​ເພື່ອ​ສົ່ງ​ເສີມ​ປະລິມານ​ການ​ສົ່ງ​ອອກ​ຂອງ​ຈີນຈຳນວນ 3,000 ລ້ານຢວນ ເຊິ່ງຖືກຄິດຄ່າດອກເບ້ຍເປີເຊັນ 2.3 ຕໍ່ປີເປັນເວລາສາມສິບປີ[5]

ເສັ້ນທາງ

[ດັດແກ້]

ແມ່ນສ່ວນນຶ່ງຂອງເສັ້ນທາງລົດໄຟສາຍຄຸນໝິງ-ສິງກະໂປ ທີ່ເລິ່ມບໍລິເວນຄຸນໝິງ ປະເທດຈີນ ຈົນເຂົ້າສູ່ດ່ານບໍ່ຫານ ປະເທດລາວ ຜ່ານແຂວງຫຼວງນ້ຳທາ, ແຂວງອຸດົມໄຊ, ແຂວງຫຼວງພະບາງ, ແຂວງວຽງຈັນ ແລະນະຄອນຫຼວງວຽງຈັນ ຕະຫຼອດໄລຍະທາງຂອງເສັ້ນທາງລົດໄຟລາວ-ຈີນມີໄລຍະທາງທັງຫມົດ 414 ກິໂລແມັດ ຈາກນັ້ນເຂົ້າສູ່ເສັ້ນທາງລົດໄຟຄວາມໄວສູງສາຍໜອງຄາຍ-ບາງກອກ ຕໍ່ໄປ

ລັກສະນະຂອງເສັ້ນທາງ

[ດັດແກ້]

ທາງລົດໄຟສາຍລາວ–ຈີນ ມີລັກສະນະທາງພູມສາດດ້ວຍພູຫີນປູນຈໍານວນຫຼາຍ ແລະ ມີທີ່ຕັ້ງຢູ່ບໍລິເວນກະດູກສັນຫຼັງຂອງອິນດູຈີນ ມີຝົນຕົກຫຼາຍໃນແຕ່ລະປີ ລວມທັງພື້ນທີ່ບ່ອນທີ່ລະເບີດກະແຈກກະຈາຍ ດັ່ງນັ້ນຈຶ່ງມີປະຊາກອນອາໄສໜ້ອຍ [6][7] ເສັ້ນທາງທັງໝົດເປັນອຸໂມງຮ້ອຍລະ 47 ແລະ ເປັນສະພານລົດໄຟຮ້ອຍລະ 15 ໂດຍຄິດເປັນອຸໂມງຈຳນວນ 75 ແຫ່ງ ແລະ ສະພານລົດໄຟຈຳນວນ 167 ແຫ່ງ ບໍລິເວນ ຊາຍແດນລະຫວ່າງປະເທດຈີນ-ລາວ ມີທາງອຸໂມງຄວາມໄວ 9,680 ແມັດ ຢູ່ໃນປະເທດລາວ 7,170 ແມັດ ແລະ ຢູ່ໃນປະເທດຈີນ 2,510 ແທັດ ໂດຍລວມແລ້ວ ທາງລົດໄຟສາຍນີ້ມີສະຖານີທັງໝົດ 21 ສະຖານີ ປະກອບດ້ວຍສະຖານີຂົນສົ່ງຜູ້ໂດຍສານຈຳນວນ 10 ສະຖານີ ແລະ ສະຖານີຂົນສົ່ງສິນຄ້າຈຳນວນ 11 ສະຖານີ ທາງລົດໄຟລາວ–ຈີນມີສະຖານີປາຍທາງສິ້ນສຸດທີ່ສະຖານີນະຄອນຫຼວງວຽງຈັນ ແລະ ນອກຈາກນີ້ຍັງມີອີກໜຶ່ງສະຖານີລົດໄຟລາວ–ຈີນ ທີ່ກຳລັງກໍ່ສ້າງຕໍ່ໄປສິ້ນສຸດປາຍທາງຢູ່ສະຖານີວຽງຈັນໃຕ້ ເພື່ອເຊື່ອມຕໍ່ການຂົນສົ່ງສິນຄ້າກັບທ່າເຮືອບົກທ່ານາແລ້ງທີ່ສະຖານີທ່ານາແລ້ງ[8]

ຮູບແບບໂຄງການ

[ດັດແກ້]

ເສັ້ນທາງແລ່ນ ແລະ ຂະບວນລົດ

[ດັດແກ້]
  • ເປັນລົດໄຟຟ້າຂະໜາດໜັກ (heavy rail transit)
  • ເສັ້ນທາງແລ່ນແມ່ນມີລັກສະນະທາງພູມສາດໂດຍຜ່ານພູເຂົາສູງສ່ວນໃຫຍ່ ເປັນທາງ​ຍົກລະດັບ 175 ກິໂລແມັດ ມີການສ້າງສະພານ 167 ແຫ່ງ ແລະ ຂົວສູງຂ້າມຮ່ອມພູ 154 ແຫ່ງ ໄລຍະທາງຮ່ວມ 67.15 ກິໂລແມັດ ມີການເຈາະອຸໂມງທະລຸພູ 75 ແຫ່ງ ໄລນະທາງສະເພາະທີ່ເປັນອຸໂມວລວມຫຼາຍກວ່າ 190 ກິໂລແມັດ ອຸໂມງທີ່ຍາວທີ່ສຸດ ຍາວ 9.5 ກິໂລແມັດ [9]
  • ຂະໜາດລ່າງລົດໄຟ 1.435 ແມັດ (European standard guage) ໂດຍມີສາຍໄຟແຮງສູງແລ່ນຂະໜານກັນຢູ່ເໜືອລ່າງ ລົບລົດໄຟຟ້າໃຊ້ວິທີການຮັບໄຟຟ້າຈາກດ້ານເທິງດ້ວຍແພນໂທກຣາຟ
  • ຕູ້ໂດຍສານກວ້າງ 3.10 ແມັດ ສູງ 4.43 ແມັດ ແບ່ງຄວາມຍາວຂອງຂະບວນລົດໄດ້ 2 ແບບ ຂະບວນຍາວມີຕູ້ໂດຍສານຕັ້ງແຕ່ 11–20 ຕູ້ ຍາວລວມ 518 ແມັດ ບັນຈຸຜູ້ໂດຍສານໄດ້ 1,102 ຄົນ ແລະ ຂະບວນສັ້ນມີຕູ້ໂດຍສານ 9 ຕູ້ ຍາວລວມ 234 ແມັດ ບັນຈຸຜູ້ໂດຍສານໄດ້ 720 ຄົນ[10] ໃຊ້ກະແສໄຟຟ້າສະຫຼັບ 25 ກິໂລໂວນ 50 ເຮີຣ໌ຊ[11]

ບັນຊີລາຍຊື່ສະຖານີ

[ດັດແກ້]
ສະຖານີ ປະເພດສະຖານີ ເມືອງ
ພາສາລາວ ພາສາອັງກິດ ພາສາຈີນ
ວຽງຈັນໃຕ້ Vientiane South 万象南 ສະຖານີຂົນສົ່ງສິນຄ້າ ນະຄອນຫຼວງວຽງຈັນ
ນະຄອນຫຼວງວຽງຈັນ Vientiane 万象 ສະຖານີຜູ້ໂດຍສານ
ວຽງຈັນເໜືອ Vientiane North 万象北 ສະຖານີຂົນສົ່ງສິນຄ້າ
ໂພນສູງ Phonsoung 蓬宋 ສະຖານີຂົນສົ່ງສິນຄ້າ ແຂວງວຽງຈັນ
ໂພນໂຮງ Phon Hong 蓬洪 ສະຖານີຜູ້ໂດຍສານ
ວັງຄີ Vang Khi 万基 ສະຖານີຂົນສົ່ງສິນຄ້າ
ວັງວຽງ Vang Vieng 万荣 ສະຖານີຜູ້ໂດຍສານ
ຜາຕັ້ງ Pha Daeng 帕当 ສະຖານີຂົນສົ່ງສິນຄ້າ
ກາສີ Kasi 嘎西 ສະຖານີຜູ້ໂດຍສານ
ພູຄູນ Phoukhoun 普昆 ສະຖານີຂົນສົ່ງສິນຄ້າ ແຂວງຫຼວງພະບາງ
ຊຽງເງີນ Xiang Ngeun 香恩 ສະຖານີຂົນສົ່ງສິນຄ້າ
ຫຼວງພະບາງ Luang Prabang 琅勃拉邦 ສະຖານີຜູ້ໂດຍສານ
ຫ້ວຍຫານ Huoay Han 慧汉 ສະຖານີຂົນສົ່ງສິນຄ້າ ແຂວງອຸດົມໄຊ
ເມືອງງາ Muang Nga 孟阿 ສະຖານີຜູ້ໂດຍສານ
ນາຄົກ Na Khok 纳科 ສະຖານີຂົນສົ່ງສິນຄ້າ
ເມືອງໄຊ Muang Xai 孟赛 ສະຖານີຜູ້ໂດຍສານ
ນາທອງ Na Thong 纳通 ສະຖານີຂົນສົ່ງສິນຄ້າ
ນາໝໍ້ Namor 纳磨 ສະຖານີຜູ້ໂດຍສານ
ນາເຕີຍ Nateuy 纳堆 ສະຖານີຜູ້ໂດຍສານ ແຂວງຫຼວງນໍ້າທາ
ບໍ່ເຕັນ Boten 磨丁 ສະຖານີຜູ້ໂດຍສານ
ໂມຮັນ Mohan 磨憨 ສະຖານີຜູ້ໂດຍສານ ຢູນນານ, ປະເທດຈີນ


ອ້າງອິງ

[ດັດແກ້]
  1. "绿巨人"CJ200动车将跑上中老铁路 昆明直达老挝首都". ຄົ້ນຫາເມື່ອ 2020-04-16.
  2. "Land-locked Laos on track for controversial China rail link". 24 July 2017. ຂໍ້ມູນເກົ່າທີ່ຖືກບັນທຶກຈາກແຫຼ່ງດັ້ງເດີມເມື່ອ 27 ເມສາ 2021. ຄົ້ນຫາເມື່ອ 29 ຕຸລາ 2022.
  3. "Archive copy". ຂໍ້ມູນເກົ່າທີ່ຖືກບັນທຶກຈາກແຫຼ່ງດັ້ງເດີມເມື່ອ 2021-06-11. ຄົ້ນຫາເມື່ອ 2022-10-29.{{cite web}}: CS1 maint: archived copy as title (link)
  4. "Trains to arrive next month for trial run of Laos-China railway". 13 ສິງຫາ 2021.
  5. 5.0 5.1 ທະນາຄານໂລກ (2020). "FROM LANDLOCKED TO LAND-LINKED UNLOCKING THE POTENTIAL OF LAO-CHINA RAIL CONNECTIVITY" (PDF).
  6. "ຮືຮາ!ລາວສ້າງລົດໄຟຄວາມໄວສູງມູນລາຄາ7,000ລ້ານໂດລາທີ່ທຳອິດຂອງອາຊຽນ". ຄົ້ນຫາເມື່ອ 2020-04-08.
  7. "ອຸໂມງ'ທາງລົດໄຟລາວ-ຈີນ'ສຳເລັດກ່ອນ 43 ວັນ". ຂໍ້ມູນເກົ່າທີ່ຖືກບັນທຶກຈາກແຫຼ່ງດັ້ງເດີມເມື່ອ 2020-04-24. ຄົ້ນຫາເມື່ອ 2020-04-08.
  8. "ຂໍ້ມູນ "ລົດໄຟຈີນ-ລາວ" วรากรณ์ สามโกเศศ". bangkokbiznews.com (ພາສາອັງກິດ (ອາເມລິກັນ)). 2021-12-28. ຄົ້ນຫາເມື່ອ 2022-07-30.
  9. "ທັນວາ...ສຽງຫວູດ "ລົດໄຟລາວ-ຈີນ" ດັງສະນັ່ນ". ຄົ້ນຫາເມື່ອ 2021-08-06.
  10. "ເຜີຍໂສມ "ຍັກຂຽວ Hulk" ລົດໄຟຈີນ-ລາວ ໄດ້ເຫັນໂຕຈິງໃນເດືອນສິງຫານີ້". ຄົ້ນຫາເມື່ອ 2021-08-06.
  11. "复兴号CR200J型电力动车组". ຄົ້ນຫາເມື່ອ 2021-08-06.