ຕຳໜັກປາຍເນີນ

ຈາກ ວິກິພີເດຍ
ພິພິດທະພັນຕຳໜັກປາຍເນີນ

พิพิธภัณฑ์ตำหนักปลายเนิน

ພິພິດທະພັນ
ງານສະສົມ ບູຮານວັດຖຸ
ຂໍ້ມູນດ້ານການທ່ອງທ່ຽວ
ທີ່ຕັ້ງ 1164 ຖະໜົນພະຣາມທີ 4 ແຂວງຄອງເຕີຍ ເຂດຄອງເຕີຍ ບາງກອກ
ປະເທດ ໄທ
ພິກັດ 13°43′15″N 100°33′13″E / 13.72083°N 100.55361°E / 13.72083; 100.55361
ໝາຍເຫດ ເປິດໃຫ້ເຂົ້າຊົມໃນວັນທີ່ 29 ເມສາ ຂອງທຸກປີ ບໍ່ເສຍຄ່າໃຊ້ຈ່າຍ
ສັນຍະລັກຂອງສະຖານີຄອງເຕີຍ ຮູບຕຳໜັກປາຍເນີນ

ຕຳໜັກປາຍເນີນ (ໄທ: ตำหนักปลายเนิน, ຕຳຫນັກປລາຍເນິນ) ຫຼື ວັງຄອງເຕີຍ (ໄທ: วังคลองเตย, ວັງຄລອງເຕຍ) ຕັ້ງຢູ່ບົນຖະໜົນພະຣາມທີ 4 ບາງກອກ ແຕ່ເດີມແມ່ນຕຳໜັກທີ່ສົມເດັດພະເຈົ້າບໍລົມວົງເທີ ເຈົ້າຟ້າກົມພະຍານະຣິດສະຣານຸວັດຕິວົງ ໃຊ້ເປັນທີ່ປະທັບຊັ່ວຄາວແລະເປັນທີ່ປະທັບຖາວອນໃນເວລາຕໍ່ມາ ປັດຈຸບັນຕຳໜັກປາຍເນີນນີ້ໄດ້ໃຊ້ເປັນບ່ອນທີ່ຈັດງານວັນນະຣິດ ໂດຍມູນນິທິສົມເດັດເຈົ້າຟ້າຯ ກົມພະຍານະຣິດສະຣານຸວັດຕິວົງ ຊຶ່ງຈັດເປັນປະຈຳໃນວັນທີ 28 ເມສາ ຂອງທຸກປີ ຊຶ່ງເປັນວັນຄ້າຍວັນປະສູດຂອງພະອົງ ແລະເປິດໂອກາສໃຫ້ບຸກຄົນພາຍນອກເຂົ້າຊົມໄດ້ໃນວັນທີ 29 ເມສາ ຂອງທຸກປີ ໃນເວລາລາຊະການ ໂດຍບໍ່ເສຍຄ່າໃຊ້ຈ່າຍ