ຕະຫຼາດຫຼັກຊັບລາວ
ຮູບຮ່າງການສະແດງຜົນ
ຕະຫຼາດຫຼັກຊັບລາວ (ອັງກິດ: Lao Securities Exchange) ຫຼື LSX ແມ່ນຕະຫຼາດຫຼັກຊັບແຫ່ງທຳອິດແລະແຫ່ງດຽວໃນປະເທດລາວ. ເປີດດຳເນີນການຢ່າງເປັນທາງການເມື່ອວັນທີ 11 ມັງກອນ 2011 ໂດຍມີສຳນັກງານຕັ້ງຢູ່ທີ່ນະຄອນຫຼວງວຽງຈັນ.
ປະຫວັດແລະການກໍ່ຕັ້ງ
[ດັດແກ້]ຕະຫຼາດຫຼັກຊັບລາວເກີດຂຶ້ນຈາກການຮ່ວມມືລະຫວ່າງ ທະນາຄານແຫ່ງ ສປປ ລາວ ແລະ ຕະຫຼາດຫຼັກຊັບເກົາຫຼີ (KRX). ໃນມື້ເປີດຕະຫຼາດ ມີພຽງ 2 ບໍລິສັດຈົດທະບຽນຄື EDL-Gen ແລະ ທະນາຄານການຄ້າຕ່າງປະເທດລາວ (BCEL).
ບົດບາດ
[ດັດແກ້]LSX ເຮັດໜ້າທີ່ເປັນແຫຼ່ງລະດົມທຶນໄລຍະຍາວໃຫ້ແກ່ບໍລິສັດລາວ ແລະ ເປີດໂອກາດໃຫ້ປະຊາຊົນແລະນັກລົງທຶນຕ່າງປະເທດສາມາດເຂົ້າຮ່ວມເປັນເຈົ້າຂອງກິດຈະການຕ່າງໆໄດ້. ປັດຈຸບັນມີບໍລິສັດຈົດທະບຽນເພີ່ມຂຶ້ນຫຼາຍບໍລິສັດກວມເອົາຂະແໜງພະລັງງານ, ການເງິນ ແລະ ການກໍ່ສ້າງ.[1]
ອ້າງອີງ
[ດັດແກ້]- ↑ "ຕະຫຼາດຫຼັກຊັບລາວ ສົ່ງເສີມການລະດົມທຶນເພື່ອພັດທະນາເສດຖະກິດ". Vientiane Mai. ຄົ້ນຫາເມື່ອ 2024-01-20.