Jump to content

ຕະກູນຄິມ (ເກົາຫຼີເໜືອ)

ຈາກ ວິກິພີເດຍ
ຮູບ​ຖ່າຍ​ສາມຮູບສະ​ແດງ​ໃຫ້​ເຫັນ​ສະ​ມາ​ຊິກ​ຕະກູນຄິມ 3 ລຸ້ນ​ຄື: ຄິມ ອິວຊັອງ ຄິມ ຈອງອິລ ແລະ ຄິມ ຈອງ ອຶນ ທີ່ເປັນຜູ້ນຳສູງສຸດ

ຕະກູນຄິມ ແມ່ນເຊື້ອສາຍສາມລຸ້ນຂອງຜູ້ນໍາເກົາຫຼີເໜືອ. ເຊິ່ງໄດ້​ເລີ່ມ​ຕົ້ນ​ຈາກ​ຜູ້​ກໍ່​ຕັ້ງ​ປະ​ເທດ​ ແລະ ​ຜູ້​ນໍາ​ຄົນທໍາ​ອິດ​ຊື່ ຄິມ ອິວ ຊອງ. ຊາວ​ເກົາຫຼີ​ເອີ້ນ​ວ່າ ສາຍ​ເລືອດ​ເຂົາແພັກດູ (ເກົາຫຼີ: 백두혈통). ຕະກູນດັ່ງກ່າວໄດ້ປົກຄອງເກົາຫຼີເໜືອຕັ້ງແຕ່ປີ 1948.

ລັດຖະບານເກົາຫຼີເໜືອປະຕິເສດວ່າບໍ່ມີການສ້າງລັດທິບູຊາບຸກຄົນອ້ອມຂ້າງຕະກູນຄິມ, ບັນຍາຍເຖິງຄວາມອຸທິດຕົນຂອງປະຊາຊົນຕໍ່ຄອບຄົວ ເປັນການສະແດງອອກເຖິງການສະໜັບສະໜູນການນຳພາປະເທດຊາດຂອງເຂົາເຈົ້າ.

ຕະກູນຄິມໄດ້​ຮັບ​ການ​ບັນຍາຍ​ວ່າ​ເປັນ ​ສົມບູລະນາຍາສິດທິລາດ ​ໂດຍພຶດຕິໄນ ຫຼື​ລະບອບຜະເດັດການສືບທອດທາງສາຍເລືອດ .