Jump to content

ດີເອັນເອ

ຈາກ ວິກິພີເດຍ
ໂຄງສ້າງກຽວຄູ່ດີເອັນເອ

ອາຊິດດີອອກຊີໄຣໂບນິວຄລີອິກ (ອັງກິດ: deoxyribonucleic acid) ຫຼືຫຍໍ້ເປັນ ດີເອັນເອ ແມ່ນອາຊິດນິວຄລີອິກທີ່ມີຄຳສັ່ງພັນທຸກຳເຊິ່ງຖືກໃຊ້ໃນພັດທະນາການແລະການເຮັດໜ້າທີ່ຂອງສິ່ງມີຊີວິດທຸກຊະນິດເທົ່າທີ່ຊາບ (ຍົກເວັ້ນອາຣ໌ເອັນເອໄວຣັສ). ສ່ວນຂອງດີເອັນເອເຊິ່ງບັນຈຸຂໍ້ມູນພັນທຸກຳນີ້ເອີ້ນວ່າ ຢີນ. ທຳນອງດຽວກັນ ລຳດັບດີເອັນເອອື່ນໆ ມີຄວາມມຸ່ງໝາຍດ້ານໂຄງສ້າງ ຫຼືກ່ຽວຂ້ອງກັບການຄວບຄຸມການໃຊ້ຂໍ້ມູນພັນທຸກຳນີ້. ດີເອັນເອ, ອາຣ໌ເອັນເອ ແລະໂປຣຕີນເປັນໜຶ່ງໃນສາມມາໂຄຣໂມເລກຸນຫຼັກທີ່ສຳຄັນໃນສິ່ງມີຊີວິດທຸກຊະນິດທີ່ຊາບ.

ດີເອັນເອປະກອບດ້ວຍພໍລິເມີສອງສາຍຍາວປະກອບຈາກໜ່ວຍຍ່ອຍ ເອີ້ນວ່າ ນິວຄລີໂອໄທ ໂດຍມີແກນກາງເປັນນ້ຳຕານແລະໝູ່ຟອສເຟດເຊື່ອມຕໍ່ກັນດ້ວຍພັນທະເອສເທີ. ທັງສອງສາຍນີ້ຈັດລຽງໃນທິດທາງກົງກັນຂ້າມ, ຈຶ່ງເປັນ antiparallel. ນ້ຳຕານແຕ່ລະຕົວມີໂມເລກຸນໜຶ່ງໃນສີ່ຊະນິດເກາະຢູ່ ຄື ນິວຄລີໂອເບສ, ຫຼືເອີ້ນສັ້ນໆ ວ່າ ເບສ. ລຳດັບຂອງນິວຄລີໂອເບສທັງສີ່ຊະນິດນີ້ຕາມແກນກາງທີ່ເຂົ້າລະຫັດຂໍ້ມູນພັນທຸກຳ. ຂໍ້ມູນນີ້ອ່ານໂດຍໃຊ້ລະຫັດພັນທຸກຳ, ເຊິ່ງກຳນົດລຳດັບຂອງອາຊິດອາມິໂນໃນໂປຣຕີນ. ລະຫັດນີ້ຖືກອ່ານໂດຍການຄັດລອກດີເອັນເອເປັນອາຊິດນິວຄລີອິກອາຣ໌ເອັນເອທີ່ກ່ຽວຂ້ອງໃນຂະບວນການທີ່ເອີ້ນວ່າ ການຖອດລະຫັດ.

ດີເອັນເອພາຍໃນຈຸລັງມີການຈັດລະບຽບເປັນໂຄງສ້າງຍາວ ເອີ້ນວ່າ ໂຄຣໂມໂຊມ. ລະຫວ່າງການແບ່ງຈຸລັງ ໂຄຣໂມໂຊມເຫຼົ່ານີ້ຖືກຄັດລອກໃນຂະບວນການການຈຳລອງດີເອັນເອ ເຮັດໃຫ້ແຕ່ລະຈຸລັງມີຊຸດໂຄຣໂມໂຊມທີ່ສົມບູນຂອງຕົວເອງ. ສິ່ງມີຊີວິດຢູກາຣີໂອດ (ສັດ, ພືດ, ເຫັດລາ ແລະໂພຣທິສຕ໌) ເກັບດີເອັນເອສ່ວນຫຼາຍໄວ້ໃນນິວຄລຽສ ແລະດີເອັນເອບາງສ່ວນຢູ່ໃນອໍແກເນລ ເຊັ່ນ ໄມໂທຄອນເດຣຍແລະຄລໍໂຣພລາສ. ໃນທາງກົງຂ້າມ, ໂປຄາຣິໂອດ (ແບັກທີເຣຍແລະອາຣ໌ເຄຍ) ເກັບດີເອັນເອໄວ້ສະເພາະໃນໄຊໂຕພລາຊຶມ. ໃນໂຄຣໂມໂຊມ, ໂປຣຕີນໂຄຣມາຕິນ ເຊັ່ນ ຮິສໂຕນ ບີບອັດແລະຈັດຮູບແບບຂອງດີເອັນເອ. ໂຄງສ້າງບີບອັດເຫຼົ່ານີ້ນຳປະຕິສຳພັນລະຫວ່າງດີເອັນເອກັບໂປຣຕີນອື່ນ, ຊ່ວຍຄວບຄຸມສ່ວນຂອງດີເອັນເອທີ່ຈະຖືກຖອດລະຫັດ.