Jump to content

ດະເວນ ຈອນສັນ

ຈາກ ວິກິພີເດຍ
ດະເວນ ຈອນສັນ
ເກີດດະເວນ ດັກຄາສ ຈອນສັນ
(1972-05-02) 2 ພຶດສະພາ ຄ.ສ. 1972 (54 ປີ)
ເຮວາດ, ຄາລິຟໍເນຍ, ສະຫະລັດອາເມຣິກາ
ຊື່ອື່ນດະເວນ "ເດິ ຣັອກ" ຈອນສັນ
ພົນລະເມືອງ
  • ອາເມຣິກາ
  • ການາດາ
ການສຶກສາມະຫາວິທະຍາໄລໄມອາມີ (BGS)
ອາຊີບ
  • ນັກສະແດງ
  • ຜູ້ຜະລິດ
  • ນັກມວຍປໍ້າມືອາຊີບ
ປີປະຕິບັດວຽກ1996–ປັດຈຸບັນ
ຜົນງານຜົນງານການສະແດງ
ຄູ່ສົມລົດ
  • ແດນີ ກາເຊຍ (ສົມລົດ 1997; ຢ່າຮ້າງ 2008)
  • ລໍເຣນ ແຮຊຽນ (ສົມລົດ 2019)
ບຸດ3, including ຊີໂມນ
ບຸບພະກາລີ
ຍາດພີ່ນ້ອງຄອບຄົວອານົວອີ
ນັກມວຍປໍ້າອາຊີບ
ຊື່ໃນສັງວຽນ
  • ເຟລັກຊ໌ ຄາວານາ
  • ຣັອກກີ ໄມເວຍ
  • ເດິ ຣັອກ[1]
ສ່ວນສູງ6 ຟຸດ 5 ນິ້ວ (196 ຊັງຕີແມັດ)[2]
ນໍ້າໜັກ260 ປອນ (118 ກິໂລກຣາມ)[2]
ມາຈາກໄມອາມີ, ຟລໍຣິດາ[2]
ເຝິກຫັດໂດຍ
ເປີດຕົວ10 ມີນາ 1996[3]
ລາຍມືຊື່

ດະເວນ ຈອນສັນ (ອັງກິດ: Dwayne Johnson)[5][4] ມີຊື່ແທ້ວ່າ ດະເວນ ດັກຄາສ ຈອນສັນ (ອັງກິດ: Dwayne Douglas Johnson)[6] ເກີດເມື່ອວັນທີ 2 ພຶດສະພາ ຄ.ສ 1972[7] ເປັນນັກມວຍປໍ້າອາຊີບ ແລະ ນັກສະແດງລູກເຄິ່ງການາດາ-ອາເມຣິກາ ແລະ ມີເຊື້ອສາຍຊາມົວ ເປັນນັກມວຍປໍ້າຂອງດັບເບີນຢູດັບເບີນຢູອີ[8][9] ໃນຊື່ທີ່ຮູ້ຈັກກັນເປັນຢ່າງດີ ເດິ ຣັອກ (The Rock)[10] ເຊິ່ງບາງຄັ້ງກໍເອີ້ນກັນວ່າ ດະເວນ "ເດິ ຣັອກ" ຈອນສັນ (Dwayne "The Rock" Johnson) ຫຼື ສາຍາຫີນຍ່າງໄດ້[1] ແລະ ລາວເຄີຍຮັບບົດເປັນລຸກ ຮັອບສ໌ (Luke Hobbs) ຈາກຮູບເງົາຊຸດເລື່ອງແຮງທະລຸນະຮົກ[11]

ປະຫວັດ ແລະ ຊີວິດເບື້ອງຕົ້ນ

[ດັດແກ້]

ດເວນ ເກີດໃນຄອບຄົວທີ່ມີເຊື້ອສາຍນັກມວຍປ້ຳ ພໍ່ຂອງລາວແມ່ນ ຣັອກກີ ຈອນສັນ (Rocky Johnson) ເຊິ່ງເປັນນັກມວຍປ້ຳຜິວດຳຄົນທຳອິດທີ່ຄວ້າແຊ້ມແທັກທີມໃນ WWF. ແມ່ຂອງລາວເປັນຊາວຊາມົວ. ໃນໄວເດັກ ລາວເຄີຍມີຄວາມຝັນຢາກເປັນນັກກິລາອາເມລິກັນຟຸດບອນ ແຕ່ປະສົບກັບອາການບາດເຈັບ ຈຶ່ງຫັນປ່ຽນເສັ້ນທາງມາສູ່ວົງການມວຍປ້ຳຕາມຮອຍພໍ່.

ການເຂົ້າສູ່ວົງການ

[ດັດແກ້]
  • ວົງການມວຍປ້ຳ (WWE): ລາວເປີດໂຕໃນຊື່ "Rocky Maivia" ໃນປີ 1996 ກ່ອນຈະປ່ຽນເປັນ "The Rock" ແລະ ສ້າງຄາແຣັກເຕີປາກດີທີ່ຄອງໃຈຄົນເບິ່ງທົ່ວໂລກ. ລາວຄວ້າແຊ້ມໂລກ WWE ໄດ້ເຖິງ 8 ສະໄໝ.
  • ວົງການຮູບເງົາ: ດເວນ ເລີ່ມຕົ້ນຈາກບົດບາດ ລາຊາແມງປ່ອງ (Scorpion King) ໃນຮູບເງົາ The Mummy Returns (2001) ເຊິ່ງໄດ້ຮັບການຕອບຮັບດີຫຼາຍ ຈົນກາຍເປັນໃບເບີກທາງສູ່ການເປັນພະເອກແອັກຊັ້ນແຖວໜ້າ.

ຜົນງານການສະແດງ

[ດັດແກ້]

ດເວນ ຈອນສັນ ມີຜົນງານຮູບເງົາທີ່ທຳລາຍສະຖິຕິລາຍໄດ້ທົ່ວໂລກຢ່າງຫຼວງຫຼາຍ ເຊັ່ນ:

  • Fast & Furious (ໄວ..ແຮງທະລຸນະລົກ): ຮັບບົດເປັນ ລຸກ ຮອບສ໌ (Luke Hobbs).
  • Jumanji (ເກມດູດໂລກບຸກປ່າ): ຮັບບົດເປັນ ດຣ. ເບຣຟສະໂຕນ.
  • Black Adam: ຮັບບົດເປັນຊຸບເປີຮີໂຣ້ໃນຈັກກະວານ DC Comics.

ນອກຈາກການສະແດງ ລາວຍັງເປັນເຈົ້າຂອງແບຣນ ເຄື່ອງດື່ມ "Teremana Tequila" ທີ່ປະສົບຄວາມສຳເລັດສູງ.

ຊີວິດສ່ວນຕົວ

[ດັດແກ້]

ດເວນ ເປັນຄົນທີ່ໃຫ້ຄວາມສຳຄັນກັບຄອບຄົວຫຼາຍ ລາວມີລູກສາວ 3 ຄົນ. ລາວມັກຈະໂພສກ່ຽວກັບການອອກກຳລັງກາຍ ແລະ ແຮງບັນດານໃຈໃນການໃຊ້ຊີວິດຜ່ານ Instagram ເຊິ່ງມີຜູ້ຕິດຕາມຫຼາຍກວ່າ 390 ລ້ານຄົນ.

ອ້າງອິງ

[ດັດແກ້]
  1. 1 2 3 Milner, John. "The Rock". Slam! Sports. Canadian Online Explorer. ຂໍ້ມູນເກົ່າທີ່ຖືກບັນທຶກຈາກແຫຼ່ງດັ້ງເດີມເມື່ອ 2015-04-18. ຄົ້ນຫາເມື່ອ April 13, 2008.
  2. 1 2 3 "Dwayne "The Rock" Johnson". WWE. ເກັບບັນທຶກໄວ້ຈາກແຫຼ່ງດັ້ງເດີມເມື່ອ September 11, 2016. ຄົ້ນຫາເມື່ອ March 9, 2012.
  3. 1 2 "The Rock". Cagematch. ເກັບບັນທຶກໄວ້ຈາກແຫຼ່ງດັ້ງເດີມເມື່ອ January 26, 2024. ຄົ້ນຫາເມື່ອ January 26, 2024.
  4. 1 2 Dworkis, Michael. "Dr. Tom Prichard: The Doctor of Talent". MichaelDworkis.com. ຄົ້ນຫາເມື່ອ September 25, 2012.
  5. "The Rock Profile". Online World of Wrestling. ຂໍ້ມູນເກົ່າທີ່ຖືກບັນທຶກຈາກແຫຼ່ງດັ້ງເດີມເມື່ອ 2014-07-04. ຄົ້ນຫາເມື່ອ April 13, 2008.
  6. "Dwayne "The Rock" Johnson Biography". Notable Biographies. ຄົ້ນຫາເມື່ອ April 13, 2008.[dead link]
  7. "Dwayne Johnson Biography (1972–)". Film Reference. ຄົ້ນຫາເມື່ອ April 13, 2008.
  8. Justin Bank. "The Rock returns to WWE's 'Monday Night Raw,' with an assist from social media". The Washington Post. ຂໍ້ມູນເກົ່າທີ່ຖືກບັນທຶກຈາກແຫຼ່ງດັ້ງເດີມເມື່ອ 2012-06-18. ຄົ້ນຫາເມື່ອ 2012-05-03.
  9. "More on The Rock's Return to RAW Tonight". RingSideNews. ຂໍ້ມູນເກົ່າທີ່ຖືກບັນທຶກຈາກແຫຼ່ງດັ້ງເດີມເມື່ອ 2012-02-20. ຄົ້ນຫາເມື່ອ 2012-05-03.
  10. "The Rock Profile". Online World of Wrestling. ຂໍ້ມູນເກົ່າທີ່ຖືກບັນທຶກຈາກແຫຼ່ງດັ້ງເດີມເມື່ອ 2014-07-04. ຄົ້ນຫາເມື່ອ March 20, 2008.
  11. Jensen, Erin (April 17, 2019). "Dwayne Johnson, Taylor Swift, Gayle King, more cover Time's 100 most influential people issue". USA Today. ເກັບບັນທຶກໄວ້ຈາກແຫຼ່ງດັ້ງເດີມເມື່ອ April 17, 2019. ຄົ້ນຫາເມື່ອ April 19, 2019.

ແຫຼ່ງຂໍ້ມູນອື່ນ

[ດັດແກ້]