ຊ່ວຍເຫຼືອ:ເນື້ອໃນ/ຊຸມຊົນ ວິກີພິເດຍ
1 ທິດສະດີການບໍລິການ • ການບໍລິການ(service)ເປັນກິດຈະກຳທີ່ຝ່າຍໜຶ່ງສະເໜີຕໍ່ອີກຝ່າຍໜຶ່ງກິດຈະກຳດັ່ງກ່າວບໍ່ມີ ຕົວຕົນແລະບໍ່ມີໃຜເປັນເຈົ້າຂອງຊຶ່ງໃນການຜະລິດບໍລິການນັ້ນອາດມີແຕ່ໂຕສິນຄ້າເຂົ້າມາກ່ຽວ ຂ້ອງຫຼືບໍ່ກໍ່ໄດ້ (Kotler 2000) • ການບໍລິການ(service) ເປັນກິດຈະກຳ, ຜົນປະໂຫຍດ ຫຼື ຄວາມເພິງພໍໃຈທີ່ສາມາດຕອບສະໜອງຄວາມຕ້ອງການໃຫ້ແກ່ລູກຄ້າໄດ້ ຕົວຢ່າງ: ເຊັ້ນ ໂຮງຮຽນ, ໂຮງໜັງ, ໂຮງໝໍ, ໂຮງແຮມແລະອື່ນໆ(ສິລິວັນ ເສລີລັດ ແລະ ຄະນະ, 2546) • ບໍລິການໝາຍເຖິງບຸກຄົ້ນໜຶ່ງປະຕິບັດດ້ວຍ”ການໃຫ້” ແກ່ອີກບຸກຄົນໜຶ່ງຫຼື ອີກຫລາຍໆຄົນ ເພື່ອສະໜອງອຸປະສົງໃນເລື່ອງຕ່າງໆ ດ້ວຍຄວາມສະດວກວ່ອງໃວ, ຖືກຕ້ອງແລະຢ່າງມີອັດ ທະຍາໃສສ້າງຄວາມປະທັບໃຈໃຫ້ແກ່ຜູ້ຮັບ(ມານິດ 2541)
ອາດກ່າວໄດ້ໂດຍລວມວ່າ ການບໍລິການເປັນກິດຈະກຳທີ່ເກີດຂື້ນລະຫວາງບຸກຄົນ 2 ຝາຍມີປະຕິກິລິຍາສຳພັນຕໍ່ກັນ ໂດຍກິດຈະກຳທີ່ເກີດຂຶ້ນນັ້ນຈະມີສິນຄ້າເປັນອົງປະກອບຮ່ວມ
ນຳຫຼືບໍ່ກໍ່ໄດ້. ໃນປະຈຸບັນນັກການຕະຫຼາດພະຍາຍາມເອົາການບໍລິການເຂົ້າມາເສີມປະໂຫຍດປະກອບເຂົ້າ ການຂາຍສິນຄ້າແລະການບໍລິການຂອງຕົນ, ບໍ່ວ່າຈະເປັນການໃຫ້ບໍລິການດ້ານຕ່າງ ຫຼືອຸດສາ ຫະກຳ,ສິນຄ້າອຸປະໂພກບໍລິໂພກ.