ຊີແອດເຕິນ
ຊີແອດເຕິນ | |
|---|---|
ຈາກເທິງສຸດ ຊ້າຍໄປຂວາ: ພາບຖ່າຍທາງອາກາດຂອງເຂດໃຈກາງເມຶອງໂດຍມີພູເຣເນຍເປັນສາກຫຼັງ, ທີ-ໂມບາຍ ພາກ, ໄພເພຼສມາເກັດ, ສະເປດນິດເດີນ, ຊິງຊ້າສະຫວັນຍັກຊີແອດເຕິນ, ເດີ່ນກວ້າງໃຈກາງໃນມະຫາວິທະຍາໄລ ວໍຊິງຕັນ ແລະ ອາເມຊອນ ສະເຟຍ. | |
| ຊື່: ນະຄອນມໍລະກົດ, ນະຄອຍແຫ່ງເຮືອ, ນະຄອນແຫ່ງສາຍຝົນ | |
| ຄຳຂວັນ: ນະຄອນແຫ່ງດອກໄມ້ ນະຄອນແຫ່ງຄວາມປາຖະໜາດີ | |
ທີ່ຕັ້ງໃນຄິງເຄົາຕີ | |
| ພິກັດ: 47°36′35″N 122°19′59″W / 47.60972°N 122.33306°Wພິກັດພູມສາດ: 47°36′35″N 122°19′59″W / 47.60972°N 122.33306°W | |
| ປະເທດ | ສະຫະລັດອາເມຣິກາ |
| ລັດ | ວໍຊິງຕັນ |
| ເຄົາຕີ | ຄິງ |
| ສະຖາປະນາ | ຄ.ສ 1851 |
| ເລີ່ມປົກຄອງແບບເທສະບານ | 2 ທັນວາ ຄ.ສ 1869 |
| ຕັ້ງຊື່ຈາກ | Chief Si'ahl |
| ການປົກຄອງ | |
| • ປະເພດ | ສະພາ–ນາຍົກເທສະມົນຕີ |
| • ໜ່ວຍງານ | ສະພານະຄອນຊີແອດເຕິນ |
| • ນາຍົກເທສະມົນຕີ | ບຣູສ ຮາແຣລ (ເດໂມແຄຣັດ) |
| • ຮອງນາຍົກເທສະມົນຕີ | ໄມເຄິນ ຟອງ ແລະ ເຊຟາລີ ແຣນການາທັນ |
| ພື້ນທີ່[1] | |
| • ນະຄອນ | 142.07 ຕລ.ໄມລ໌ (367.97 ຕລ.ກມ.) |
| • ພື້ນດິນ | 83.99 ຕລ.ໄມລ໌ (217.54 ຕລ.ກມ.) |
| • ພື້ນນ້ຳ | 58.08 ຕລ.ໄມລ໌ (150.43 ຕລ.ກມ.) |
| • ລວມຂອບເຂດ | 8,186 ຕລ.ໄມລ໌ (21,202 ຕລ.ກມ.) |
| ຄວາມສູງ | 175 ຟຸດ (53 ແມັດ) |
| ຄວາມສູງຈຸດສູງສຸດ | 520 ຟຸດ (158 ແມັດ) |
| ຄວາມສູງຈຸດຕ່ຳສຸດ | 0 ຟຸດ (0 ແມັດ) |
| ປະຊາກອນ (2020)[2] | |
| • ນະຄອນ | 608,660 ຄົນ |
| • ປະມານ (2025)[3] | |
| • ອັນດັບ | ອັນດັບທີ 18 ໃນສະຫະລັດອາເມຣິກາ |
| • ຄວາມໜາແໜ້ນ | 8,973.18 ຄົນ/ຕລ.ໄມລ໌ (3,464.55 ຄົນ/ຕລ.ກມ.) |
| • ເຂດເມືອງ | 3,059,393 (ອັນດັບທີ 14 ໃນສະຫະລັດອາເມຣິກາ) ຄົນ |
| • ລວມເຂດ | 3,979,845 (ອັນດັບທີ 15 ໃນສະຫະລັດອາເມຣິກາ) ຄົນ |
| • CSA | 4,903,675 (ອັນດັບທີ 14 ໃນສະຫະລັດອາເມຣິກາ) |
| ເດມະນິມ | Seattleite[4] or Seattlite[5] |
| ເຂດເວລາ | UTC−8 (PST) |
| • ລະດູຮ້ອນ (ເວລາອອມແສງ) | UTC−7 (PDT) |
| ລະຫັດໄປສະນີ | |
| ລະຫັດພື້ນທີ່ | 206 |
| ລະຫັດມາດຕະຖານໃນການແປຂໍ້ມູນສູ່ລັດຖະບານກາງ | 53-63000 |
| ລະຫັດລະບົບສາລະສົນເທດພູມສາດ | 1512650[8] |
| ເວັບໄຊ | Seattle.gov |
ຊີແອດເຕິນ (ອັງກິດ: Seattle, /siˈætəl/ (
ຟັງສຽງ) see-at-əl) ເປັນເມືອງທ່າບົນຊາຍຝັ່ງຕາເວັນຕົກຂອງສະຫະລັດອາເມຣິກາ ຕັ້ງຢູ່ໃນຄິງເຄົາຕີ ລັດວໍຊິງຕັນ ຖືວ່າເປັນເມືອງທີ່ໃຫຍ່ທີ່ສຸດໃນລັດວໍຊິງຕັນ ແລະ ພາກພື້ນປາຊີຟິກຕາເວັນຕົກສຽງເໜືອຂອງອາເມຣິກາເໜືອ ການສຳມະໂນຄົວໃນປີ ຄ.ສ 2019 ເປີດເຜີຍວ່າເຂດມະຫານະຄອນຊີແອດເຕິນມີປະຊາກອນທັງໝົດ 4.02 ລ້ານຄົນ ນັບເປັນຄົນມະຫານະຄອນທີ່ມີປະຊາກອນຫຼາຍເປັນອັນດັບທີ 15 ຂອງສະຫະລັດອາເມຣິກາ.[9] ໃນເດືອນກໍລະກົດປີ ຄ.ສ 2013 ຊີແອດເຕິນເປັນເມືອງຫຼັກທີ່ມີການຂະຫຍາຍຕົວໄວທີ່ສຸດໃນສະຫະລັດອາເມຣິກາ[10] ແລະ ຍັງຄົງຢູ່ໃນຫ້າອັນດັບທຳອິດຈາກການຈັດອັນດັບໃນເດືອນພຶດສະພາປີ ຄ.ສ 2015 ດ້ວຍອັດຕາການຂະຫຍາຍຕົວຮ້ອຍລະ 2.1 ຕໍ່ປີ.[11] ຊີແອດເຕິນຍັງຄົງເປັນເມືອງຫຼັກທີ່ມີການຂະຫຍາຍຕົວໄວທີ່ສຸດໃນສະຫະລັດອາເມຣິກາ ດ້ວຍອັດຕາການຂະຫຍາຍຕົວຮ້ອຍລະ 21.1 ລະຫວ່າງປີ ຄ.ສ 2010 ຫາ 2020.[12]
ຊິແອດເຕິນຕັ້ງຢູ່ເທິງຄໍຄອດລະຫວ່າງພິວເຈັດຊາວໃນມະຫາສະໝຸດປາຊີຟິກ ແລະ ທະເລສາບວໍຊິງຕັນ ເປັນນະຄອນໃຫຍ່ທີ່ຢູ່ທາງທິດເໜືອສຸດຂອງສະຫະລັດອາຣິກາ ຢູ່ຫ່າງຈາກຊາຍແດນການາດາໄປທາງທິດໃຕ້ປະມານ 100 ໄມ (160 ກິໂລແມັດ) ຊີແອດເຕິນນັບເປັນປະຕູການຄ້າຫຼັກສູ່ອາຊີ ໂດຍເປັນເມືອງທ່າທີ່ໃຫຍ່ເປັນອັນດັບທີ 4 ໃນອາເມຣິກາເໜືອໃນທາງຂອງການຮອງຮັບຕູ້ບັນຈຸສິນຄ້າໃນປີ ຄ.ສ 2015.[13]
ກຸ່ມຊົນພື້ນເມືອງອາເມຣິກາເຂົ້າມາຕັ້ງຖິ່ນຖານໃນພື້ນທີ່ຂອງຊີແອດເຕິນເມື່ອ 4,000 ປີກ່ອນທີ່ຈະມີຜູ້ຕັ້ງຖິ່ນຖານຈາກເອີຣົບເຂົ້າມາ.[14] ) ອາເທີ ເດັນນີ ພ້ອມດ້ວຍຄະນະເດີນທາງຂອງລາວ ຊຶ່ງຮູ້ຈັກກັນໃນຊື່ພັກພວກເດັນນີ ເດີນທາງດ້ວຍເຮືອໃບ ເອັກແຊັກ ຈາກລັດອີລິນອຍ ຜ່ານພອດແລນ ແລະ ມາຮອດອານໄຄພອຍເມື່ອວັນທີ 13 ພະຈິກ ປີ ຄ.ສ 1851[15] ຕໍ່ມາໄດ້ມີການຍ້າຍນິຄົມໄປຍັງຊາຍຝັ່ງທິດຕາເວັນອອກຂອງອ່າວເອວລຽດ ແລະ ຕັ້ງຊື່ນິຄົມໃໝ່ນີ້ວ່າ "ຊີແອດເຕິນ" ໃນປີ ຄ.ສ 1852 ເພື່ອເປັນກຽດແກ່ທ່ານຊີແອດເຕິນຊຶ່ງເປັນຫົວໜ້າເຜົ່າດູວາມິດ ແລະ ຊູຄົວມິດ. ປັດຈຸບັນ ຊີແອດເຕິນມີປະຊາກອນເປັນຈຳນວນຫຼາຍທັງຊາວພື້ນເມືອງ, ຊາວສະກັງດີນາວີ, ຊາວອາຊີ ແລະ ຊາວອາຟຣິກາອາເມຣິກາ ນອກຈາກນີ້ຍັງມີກຸ່ມບຸກຄົນທີ່ມີຄວາມຫຼາກຫຼາຍທາງເພດ ຊຶ່ງມີຫຼາຍເປັນອັນດັບທີ 6 ຂອງປະເທດ.[16]
ການເຮັດໄມ້ເຄີຍເປັນອຸດສາຫະກຳຫຼັກລຳດັບທຳອິດ ຂອງເມືອງ ແຕ່ໃນໄລຍະປາຍສະຕະວັດທີ 19 ເມືອງກາຍເປັນສູນກາງການຄ້າ ແລະ ການຕໍ່ເຮືອ ແລະ ເປັນປະຕູສູ່ອາລາສະກາໃນໄລຍະຍຸກການຕື່ນຄຳຄລອນໄດ. ຊີແອດເຕິນມີການຂະຫຍາຍຕົວອີກຄັ້ງຫຼັງສົງຄາມໂລກຄັ້ງທີສອງໂດຍມີການສ່ວນຈາກການທີ່ບໍລິສັດ ໂບອິງໃຊ້ເມືອງນີ້ເປັນສູນກາງໃນການສ້າງເຄື່ອງບິນ ຕໍ່ມາຊີແອດເຕິນພັດທະນາເປັນສູນກາງທາງເຕັກໂນໂລຊີຕັ້ງແຕ່ທົດສະວັດປີ 1980 ໂດຍມີການກໍ່ຕັ້ງບໍລິສັດໄມໂຄຣຊອບໃນພື້ນທີ່ນີ້ ບິລ ເກດສ໌ຊຶ່ງເປັນຜູ້ກໍ່ຕັ້ງໄມໂຄຣຊອບ ເປັນຊາວຊີແອດເຕິນໂດຍກຳເນີດ ບໍລິສັດຄ້າຍ່ອຍທາງອິນເຕີເນັດ ອາເມຊອນກໍ່ຕັ້ງທີ່ຊີແອດເຕິນໃນປີ ຄ.ສ 1994 ແລະ ສາຍການບິນຫຼັກຢ່າງອາລາສະກາແອລາຍ ໃຫ້ບໍລິການທີ່ສະໜາມບິນສາກົນຊີແອດເຕິນ–ທາໂຄມາຊຶ່ງເປັນສະໜາມບິນຫຼັກຂອງເມືອງ ການສະຕຣີມຂອງລະບົບຊອບແວໃໝ່ ນາໂນເຕັກໂນໂລຊີ ແລະ ບໍລິສັດອິນເຕີເນັດ ມີສ່ວນຊ່ວຍໃຫ້ເກີດການຟື້ນຕົວທາງເສດຖະກິດ ຊຶ່ງເຮັດໃຫ້ປະຊາກອນຂອງເມືອງເພີ່ມຂຶ້ນເກືອບ 50,000 ຄົນໃນໄລຍະລະຫວ່າງປີ 1990 ຫາ 2000.
ຊີແອດເຕິນມີປະຫວັດສາດທາງດົນຕີທີ່ໂດດເດັ່ນ ໂດຍໃນໄລຍະປີ ຄ.ສ 1918 ຫາ 1951 ມີວົງແຈສທີ່ຫຼິ້ນດົນຕີກາງຄືນໃນຖະໜົນແຈັກສັນ ຕັ້ງແຕ່ເຂດໄຊນາທາວ/ນານາຊາດໄປຈົນຮອດເຂດເຊັນທຣັນ. ການຫຼິ້ນດົນຕີແຈສເຮັດໃຫ້ຫຼາຍຄົນມີເສັ້ນທາງອາຊີບທີ່ດີຂຶ້ນ ບໍ່ວ່າຈະເປັນ ເຣ ຊານສ໌, ຄວິນຊີ ໂຈນສ໌ ແລະ ເອີເນດສະຕາຍ ແອນເດີສັນ. ຊີແອດເຕິນຍັງເປັນບ້ານເກີດຂອງນັກດົນຕີຣັອກ ຈິມິ ເຮັນດຣິກຊ໌ ແລະ ເປັນຖິ່ນກຳເນີດຂອງວົງເນີວານາ, ເພີນແຈມ, ຊາວກາເດັນ, ອະລິດຊ໌ອິນເຊນສ໌, ຟູໄຟເຕີສ໌ ແລະ ດົນຕີແນວກຣັນ.[17]
ພູມອາກາດ
[ດັດແກ້]ຊີແອດເຕິນມີລັກສະນະພູມອາກາດແບບເມດີແຕຣາເນ ຕາມການແບ່ງເຂດພູມອາກາດແບບເຄີບເປີນ ແຕ່ໃນການແບ່ງເຂດພູມອາກາດແບບອື່ນໆ (ເຊັ່ນ Trewartha) ອາດຖືກຈັດໃຫ້ມີລັກສະນະພູມອາກາດແບບອົບອຸ່ນຊຸ່ມພາກພື້ນສະໝຸດ.
ລະດູຮ້ອນມີອາກາດອົບອຸ່ນ ຂ້ອນຂ້າງແຫ້ງ ແລະ ທ້ອງຟ້າແຈ່ມໃສເປັນສ່ວນໃຫຍ່ ອຸນຫະພູມສະເລ່ຍລະຫວ່າງ 14-25 ອົງສາເຊນຊຽດໃນເດືອນກໍລະກົດ ແລະ ເດືອນສິງຫາ ຂະນະທີ່ລະດູໜາວມີອາກາດເຢັນ, ຝົນຕົກຫຼາຍ ແລະ ທ້ອງຟ້າຄື້ມເປັນສ່ວນໃຫຍ່ ອຸນຫະພູມສະເລ່ຍລະຫວ່າງ 3-8 ອົງສາເຊນຊຽດໃນເດືອນທັນວາ.
ຊີແອດເຕິນເປັນໜຶ່ງໃນເມືອງທີ່ໄດ້ຮັບຜົນກະທົບຈາກຄື້ນຄວາມຮ້ອນທີ່ປົກຄຸມຝັ່ງຕາເວັນຕົກຂອງທະວີບອາເມຣິກາເໜືອປີ ຄ.ສ 2021 ຊຶ່ງເປັນຜົນມາຈາກປາກົດການໂດມຄວາມຮ້ອນ ໂດຍອຸນຫະພູມສູງສຸດຕະຫຼອດການວັດໄດ້ 108 ອົງສາຟາເຣັນຮາຍ (42.2 ອົງສາເຊນຊຽດ) ເມື່ອວັນທີ 28 ມິຖຸນາ ຄ.ສ 2021[18]
ແມ່ນວ່າຊີແອດເຕິນຈະມີຝົນຕົກຫຼາຍກວ່າຫຼາຍເມືອງໃຫຍ່ໃນສະຫະລັດອາເມຣິກາ ຊຶ່ງຢູ່ທີ 156 ມື້ຕໍ່ປີ ແຕ່ປະລິມານຢາກນໍ້າຟ້າລວມທັງປີກໍຍັງໜ້ອຍກວ່າຫຼາຍເມືອງທາງຝັ່ງຕາເວັນອອກຂອງສະຫະລັດອາເມຣິກາ ຊຶ່ງຢູ່ທີ 1,000 ມິນລີແມັດ ຂະນະທີ່ຫິມະໃນຊີແອດເຕີລພົບໄດ້ບໍ່ຫຼາຍ ແລະ ມີແສງແດດລວມທັງປີປະມານ 2,100 ຊົ່ວໂມງ.
| ຂໍ້ມູນພູມອາກາດຂອງຊີແອດເຕິນ (ສະໜາມບິນສາກົນຊີແອດເຕິນ-ທາໂຄມາ) (ຄ່າປົກກະຕິ 1991-2020; ຄ່າສຸດຂີດ 1945-ປັດຈຸບັນ) | |||||||||||||
|---|---|---|---|---|---|---|---|---|---|---|---|---|---|
| ເດືອນ | ມ.ກ. | ກ.ພ. | ມ.ນ. | ມ.ສ. | ພ.ພ. | ມິ.ນ. | ກ.ລ. | ສ.ຫ. | ກ.ຍ. | ຕ.ລ. | ພ.ຈ. | ທ.ວ. | ໝົດປີ |
| ອຸນຫະພູມສູງສຸດທີ່ເຄີຍບັນທຶກ °F (°C) | 64 | 70 | 79 | 89 | 93 | 108 | 103 | 99 | 98 | 89 | 74 | 66 | 108 |
| ອຸນຫະພູມສູງສຸດສະເລ່ຍ °F (°C) | 48.0 | 50.3 | 54.2 | 59.3 | 66.3 | 71.1 | 77.4 | 77.6 | 71.6 | 60.5 | 52.1 | 47.0 | |
| ອຸນຫະພູມສະເລ່ຍໃນແຕ່ລະວັນ °F (°C) | 42.8 | 44.0 | 47.1 | 51.3 | 57.5 | 62.0 | 67.1 | 67.4 | 62.6 | 53.8 | 46.5 | 42.0 | |
| ອຸນຫະພູມຕໍ່າສຸດສະເລ່ຍ °F (°C) | 37.7 | 37.7 | 39.9 | 43.3 | 48.7 | 53.0 | 56.8 | 57.2 | 53.6 | 47.0 | 40.9 | 37.1 | |
| ອຸນຫະພູມຕໍ່າສຸດທີ່ເຄີຍບັນທຶກ °F (°C) | 0 | 1 | 11 | 29 | 28 | 38 | 43 | 44 | 35 | 28 | 6 | 6 | 0 |
| ຢາດນໍ້າຟ້າ ນິ້ວ (Expression error: Unrecognized punctuation character "[".ມ) | 5.78 | 3.76 | 4.17 | 3.18 | 1.88 | 1.45 | 0.60 | 0.97 | 1.61 | 3.91 | 6.31 | 5.72 | 39.34 |
| ປະລິມານຫິມະ ນິ້ວ (ຊມ) | 1.8 | 2.2 | 0.4 | 0.0 | 0.0 | 0.0 | 0.0 | 0.0 | 0.0 | 0.0 | 0.2 | 1.7 | 6.3 |
| ຄວາມຊຸ່ມຮ້ອຍລະ | 78.0 | 75.2 | 73.6 | 71.4 | 68.9 | 67.1 | 65.4 | 68.2 | 73.2 | 78.6 | 79.8 | 80.1 | — |
| ວັນທີ່ມີນໍ້າຢາດຟ້າໂດຍສະເລ່ຍ (≥ 0.01 ນິ້ວ) | 18.7 | 15.9 | 17.1 | 15.0 | 11.3 | 9.2 | 4.7 | 4.9 | 8.3 | 14.3 | 18.4 | 18.4 | 156.2 |
| ວັນທີ່ມີຫິມະຕົກໂດຍສະເລ່ຍ (≥ 0.1 ນິ້ວ) | 1.4 | 1.2 | 0.4 | 0.0 | 0.0 | 0.0 | 0.0 | 0.0 | 0.0 | 0.0 | 0.2 | 1.5 | 4.7 |
| ຈຳນວນຊົ່ວໂມງທີ່ມີແດດ | 69.8 | 108.8 | 178.4 | 207.3 | 253.7 | 268.4 | 312.0 | 281.4 | 221.7 | 142.6 | 72.7 | 52.9 | 2,169.7 |
| ແຫຼ່ງທີ່ມາ: NOAA (ຄ່າປົກກະຕິ ແລະ ຄ່າສຸດຂີດ)[19][20], (ຄວາມຊຸ່ມ ແລະ ແສງແດດ 1961-1990)[21] | |||||||||||||
ເມືອງພີ່ນ້ອງ
[ດັດແກ້]ຊີແອດເຕິນມີເມືອງພີ່ນ້ອງດັ່ງຕໍ່ໄປນີ້:[22]
ເບຍເຊບາ, ປະເທດອິນສະຣາແອນ
ແບກເກັນ, ປະເທດນອກແວ
ເຊບູ ຊິຕີ, ປະເທດຟີລິບປິນ
ຊົງຊິ່ງ, ປະເທດຈີນ
ຄຣິດສະເຊີດ, ປະເທດນູແວນເຊລັງ
ແດຈິອຸນ, ປະເທດເກົາຫຼີໃຕ້
ການເວ, ປະເທດອຽກລັງ
ກາດີເນຍ, ປະເທດໂປໂລຍ
ຮາຍຟອງ, ປະເທດຫວຽດນາມ
ເກົາຊຸງ, ປະເທດໄຕ້ຫວັນ
ໂກເບ, ປະເທດຍີ່ປຸ່ນ
ລິມເບ, ປະເທດກາເມີຣູນ
ມອມບາຊາ, ປະເທດເຄັນຍາ
ນັງ, ປະເທດຝຣັ່ງ
ເປັກ, ປະເທດຮົງກາລີ
ເປຣູຈາ, ປະເທດອິຕາລີ
ເຣກຍາວິກ, ປະເທດອິດສະລັງ
ສີຫະນຸວິວ, ປະເທດກຳປູເຈຍ
ຊູຣາບາຢາ, ປະເທດອິນໂດເນເຊຍ
ທາສເຄນ, ປະເທດອຸດສະເບກິດສະຖານ[23]
ອ້າງອີງ
[ດັດແກ້]- ↑ Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).
- ↑ Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).

- ↑ ແມ່ແບບ:Cite gnis

ແຫຼ່ງຂໍ້ມູນອື່ນ
[ດັດແກ້]- Official website of the City of Seattle
- Historylink.org, history of Seattle and Washington
- Seattle Photographs from the University of Washington Digital Collections
- Seattle Historic Photograph Collection from the Seattle Public Library Archived 2013-10-23 at the Wayback Machine
- Seattle Civil Rights and Labor History Project
- Seattle, a National Park Service Discover Our Shared Heritage Travel Itinerary
- Pages with non-numeric formatnum arguments
- Pages with script errors
- Pages using multiple image with auto scaled images
- Pages using multiple image with unknown parameters
- Coordinates on Wikidata
- ໜ້າທີ່ໃຊ້ກ່ອງຂໍ້ມູນນິຄົມທີ່ມີພາລາມິເຕີທີ່ບໍ່ຮູ້ຈັກ
- Pages including recorded pronunciations
- ໜ້າທີ່ໃຊ້ກ່ອງໂຄງການອ້າຍນ້ອງທີ່ເຊື່ອງວິກິດາຕ້າ
- ໜ້າທີ່ໃຊ້ກ່ອງໂຄງການອ້າຍນ້ອງດ້ວຍການຄົ້ນຫາເລີ່ມຕົ້ນ
- Webarchive template wayback links
- ເມືອງໃນລັດວໍຊິງຕັນ