Jump to content

ຊັ້ນ (ຊີວະສາດ)

ຈາກ ວິກິພີເດຍ

ຊັ້ນ (ອັງກິດ: class, ລາແຕງ: classis) ເປັນຂັ້ນອະນຸກົມວິທານຂັ້ນໜຶ່ງແລະໜ່ວຍອະນຸກົມວິທານໜ່ວຍໜຶ່ງໃນການຈຳແນກສິ່ງມີຊີວິດໃນທາງວິທະຍາສາດ ຢູ່ລະຫວ່າງຂັ້ນຟີລຳແລະຂັ້ນອັນດັບ ໃຊ້ແບ່ງສ່ວນຍ່ອຍຂອງຟີລຳຫຼືຟີລຳຍ່ອຍອອກເປັນກຸ່ມຍ່ອຍລົງມາ ເຊິ່ງສາມາດເຫັນເປັນຮູບປະທຳຊັດເຈນຂຶ້ນ ແຕ່ຍັງຖືເປັນມຸມກວ້າງໆ ເຊັ່ນ ຊັ້ນສັດລ້ຽງລູກດ້ວຍນ້ຳນົມ (Mammalia), ຊັ້ນນົກ (Aves), ຊັ້ນແມງໄມ້ (Insecta), ຊັ້ນສັດເຄິ່ງນ້ຳເຄິ່ງບົກ (Amphibia), ຊັ້ນປາກະດູກອ່ອນ (Chondrichthyes). ຊື່ຂອງຊັ້ນໃຊ້ພາສາລາແຕງ, ແລະໃນພືດຈະລົງປັດໄຈດ້ວຍ -opsida ເຊັ່ນ ຊັ້ນພືດໃບລ້ຽງຄູ່ (Magnoliopsida) ແລະຊັ້ນພືດໃບລ້ຽງດ່ຽວ (Liliopsida), ສ່ວນໃນໂຄຣມາລວີໂອລາຕາລົງປັດໄຈວ່າ -phyceae ເຊັ່ນ Agaricomycetes ເປັນຊັ້ນເຫັດຊັ້ນໜຶ່ງ, ແລະແບັກທີເຣຍລົງປັດໄຈ -ia, ສ່ວນໃນສັດບໍ່ພົບການລົງປັດໄຈເປັນຫຼັກມາດຕະຖານ.