ຈາວາ

ຈາກ ວິກິພີເດຍ

ພາສາຈາວາ (ອັງກິດ: Java programming language) ເປັນໂປຣແກຣມທີ່ເບິ່ງທຸກຢ່າງເປັນລັກສະນະວັດຖຸ (ອັງກິດ: Object Oriented Programming) ພັດທະນາໂດຍ ເຈມ ກອສລິງ ແລະ ວິສະວະກອນ ຄົນອື່ນໆ ຂອງ ບໍລິສັດ ຊັນໄມໂຄຣຊິສເຕັມ ພາສາຈາວາ ຖືກພັດທະນາຂື້ນໃນປີ 1991 ໂດຍເປັນສ່ວນໜື່ງຂອງ ໂຄງການກຣີນ (the Green Project) ແລະ ນຳອອກສູ່ສາທາລະນະໃນປີ 1995 ຊື່ງພາສານີ້ມີຈຸດປະສົງເພື່ອໃຊ້ແທນພາສາຊີພລັສພລັສ (C++) ໂດຍຮູບແບບທີ່ເພິ່ມເຕືມຂື້ນຄ້າຍກັບພາສາອອັບເຈັດຕີບ ຊີ (Objective-C) ໃນເບື້ອງຕົ້ນພາສານີ້ຮຽກວ່າພາສາ ໂອກ (Oak) ຊື່ງຕັ້ງຊື່ຕາມຕົ້ນໂອກທີ່ໃກ້ກັບບ່ອນເຮັດວຽກຂອງ ເຈມ ກອສລິງ ແຕ່ວ່າມີປັນຫາທາງລິຂະສິດ ຈື່ງປ່ຽນຊື່ໄປເປັນ ຈາວາ ຊື່ງເປັນຊື່ກາເຟແທນ ແລະ ເຖິງວ່າຈະມີຊື່ຄືກັບ ພາສາ ຈາວາສະກຣິບ ແຕ່ຈາວາ ກໍບໍ່ມີສ່ວນທີ່ກ່ຽວຂ້ອງແລະຄືກັບ ຈາວາສະກຣິບເລີຍ. ປັດຈຸບັນ ມາດຕະຖານຂອງພາສາຈາວາ ຖືກຄຸ້ມຄອງໂດຍ Java Community Process ຊື່ງເປັນຂະບວນການຢ່າງເປັນທາງການ ທີ່ອະນຸຍາດໃຫ້ຜູ້ທີ່ສົນໃຈເຂົ້າຮ່ວມກຳນົດຄວາມສາມາດໃນຈາວາ ແພຣັດຟອມ ໄດ້