ຈັກກະພັດໂຣແມັງ
ຈັກກະວັດໂຣແມງ ຫຼື ຈັກກະວັດຣອມ (ລາແຕງ: Imperivm Romanvm; ເກຣັກບູຮານ: Ῥωμαϊκὴ Αὐτοκρατορία ຫຼື Ἡ Ῥωμαίων βασιλεία; ອັງກິດ: Roman Empire) ແມ່ນຊ່ວງໄລຍະເວລາໜຶ່ງຂອງອາລິຍະທຳຣອມບູຮານເຊິ່ງປົກຄອງໂດຍຮູບແບບອັດຕາທິປະໄຕ. ຈັກກະວັດໂຣແມງໄດ້ສືບຕໍ່ການປົກຄອງມາຈາກສາທາລະນະລັດຣອມ (510 ປີກ່ອນຄຣິດຕະການ - ສະຕະວັດທີ 1 ກ່ອນຄຣິດຕະການ) ເຊິ່ງໄດ້ອ່ອນແອລົງຫຼັງຈາກຄວາມຂັດແຍ້ງລະຫວ່າງໄກອຸດ ມາລິອຸດແລະຊຸນລາ ແລະສົງຄາມກາງເມືອງລະຫວ່າງຈູລຽດ ຊີຊາແລະປົມປີໃນຊ່ວງໄລຍະການຕໍ່ສູ້ນີ້ ສະມາຊິກສະພາຊີເນດໄດ້ລົ້ມຕາຍລົງໄປນັບຮ້ອຍຄົນ ສະພາຊີເນດ ຈຶ່ງໄດ້ບັນຈຸຜູ້ທີ່ພັກດີໃນຂໍ້ຕົກລົງໄຕພັນທະມິດຄັ້ງທຳອິດແລະຂໍ້ຕົກລົງໄຕພັນທະມິດຄັ້ງທີສອງເພີ່ມ ມີຫຼາຍມື້ທີ່ໄດ້ຖືກສະເໜີໃຫ້ເປັນເສັ້ນແບ່ງຂອງການປ່ຽນແປງລະຫວ່າງສາທາລະນະລັດແລະຈັກກະວັດ ໄດ້ແກ່:
- ມື້ທີ່ຈູລຽດ ຊີຊາປະກາດໂຕເປັນຜູ້ຜະເດັດການ (44 ປີກ່ອນຄະລິດຕະການ)
- ໄຊຊະນະຂອງອົກເຕວຽນໃນຍຸດທະການອັກຕິອຸມ (2 ກັນຍາ, 31 ປີກ່ອນຄະລິດຕະການ)
- ມື້ທີ່ສະພາຊີເນດປະກາດຍົກຍ້ອງອົກເຕວຽນໃຫ້ເປັນໂອກຸສະຕຸດ (16 ມັງກອນ, 27 ປີກ່ອນຄຣິດຕະການ)
ຈັກກະວັດໂລມັນເຄີຍມີດິນແດນຢູ່ໃນການຄອບຄອງຫຼວງຫຼາຍ ແມ່ນ ອັງກິດແລະການ ເອີລົບສ່ວນຫຼາຍ (ຝັ່ງຕາເວັນຕົກຂອງແມ່ນ້ຳແລັງແລະທາງໃຕ້ຂອງເທືອກເຂົາອານ) ຊາຍຝັ່ງຂອງອາຟະລິກເໜືອ ບໍລິເວນມົນທົນໃກ້ຄຽງຂອງເອຊິບ ແຖບບານຄານ ທະເລດຳ ອາຊີມິເນີ ແລະສ່ວນໃຫຍ່ຂອງບໍລິເວນເລີວັງ ເຊິ່ງດິນແດນທັງໝົດນີ້ ຈາກຕາເວັນຕົກເຖິງຕາເວັນອອກໃນປັດຈຸບັນ ແມ່ນ ປອກຕຸຍການ ແອສະປາຍ ອັງກິດ ຝະລັ່ງ ອິຕາລີ ອານບານີແລະກະເລັດ ແຖບບານຄານ ຕວກກີ ພາກຕາເວັນອອກແລະພາກຕາເວັນຕົກຂອງອາລາມາຍ ທາງພາກໃຕ້ຈັກກະວັດໂລມັນໄດ້ຮວບຮວມຕາເວັນອອກກາງໄວ້ ເຊິ່ງໃນປັດຈຸບັນກໍ ແມ່ນ ຊີລີ ເລີບັງ ອິສະລາເອນ ຊອກດານີ ຈາກນັ້ນໃນພາກຕາເວັນຕົກສຽງໃຕ້ ຈັກກະວັດໄດ້ຮວບຮວມເອຊິບບູຮານໄວ້ທັງໝົດ ແລະໄດ້ເຮັດການຍຶດຄອງຕໍ່ໄປທາງຕາເວັນຕົກເຊິ່ງແມ່ນບໍລິເວນຊາຍຝັ່ງທະເລເຊິ່ງໃນປັດຈຸບັນ ແມ່ນ ປະເທດລີບີ ຕູນີຊີ ອານເຊລີແລະມາລົກ ຈົນຮອດຕາເວັນຕົກຂອງຊີບະລານຕາ. ປະຊາຊົນທົ່ວໄປທີ່ອາໄສຢູ່ໃນຈັກກະວັດໂລມັນເອີ້ນວ່າຊາວໂລມັນ ແລະດຳເນີນຊີວິດພາຍໃຕ້ກົດໝາຍໂລມັນ. ການຂະຫຍາຍອຳນາດຂອງໂລມັນໄດ້ເລີ່ມມາດົນຕັ້ງແຕ່ກ່ອນທີ່ຈະປ່ຽນແປງການປົກຄອງເປັນລະບົບສົມບູລະນາຍາສິດທິລາດ ແລະເຮືອງອຳນາດສູງສຸດໃນສະໄໝຈັກກະພັດຕະລາຊັງ ດ້ວຍໄຊຊະນະເໜືອດາຊີ (ປັດຈຸບັນແມ່ນປະເທດໂລມານີແລະໂມນດາວີ ແລະສ່ວນໜຶ່ງຂອງປະເທດຮົງກະລີ ບູນກາລີແລະອູກະລາອິນ) ໃນປີ ຄ.ສ. 106 ແລະເມໂຊໂປຕາມີໃນປີ ຄ.ສ. 116 (ເຊິ່ງພາຍຫຼັງສູນເສຍດິນແດນນີ້ໄປໃນສະໄໝຈັກກະພັດອາດະລຽນ) ຮອດຈຸດນີ້ ຈັກກະວັດໂລມັນໄດ້ຄອບຄອງແຜ່ນດິນປະມານ 5,000,000 ຕລ.ກມ.[1][2] (~2,000,000 ຕລ.ໄມ) ແລະຫ້ອມລ້ອມທະເລເມດີແຕກລາເນ ເຊິ່ງຊາວໂລມັນເອີ້ນທະເລນີ້ວ່າ mare nostrum "ທະເລຂອງເຮົາ". ອິດທິພົນຂອງໂລມັນໄດ້ສົ່ງຜົນຕໍ່ການພັດທະນາທາງດ້ານພາສາ ສາສະໜາ ສະຖາປັດະຍະກຳ ປັດຍາ ກົດໝາຍແລະລະບົບການເມືອງມາຈົນຮອດທຸກມື້ນີ້.
Map
[ດັດແກ້]ຈັກກະວັດໂລມັນ map, 117.
