ຄິງດຳຮາດ

ຈາກ ວິກິພີເດຍ

ຄິງດຳຮາດ ຫຼື ຄິງດອມຮາດ ' (ອັງກິດ: Kingdom Hearts; ຍີ່ປຸ່ນ: キングダムハーツ Kingudamu Hātsu) ແມ່ນ ເຊີວີເດໂອປະສົມລະຫວ່າງແນວ ແອັກຊັ້ນ ແລະ ອາພີຈີ ເຊິ່ງຜະລິດໂດຍຄ່າຍເກມທີ່ມີຊື່ສຽງ ແມ່ນ ສະແຄວ ຊອບ (ພາຍຫຼັງລວມໂຕກັບຄ່າຍເກມ ເອນິກ ແລະປ່ຽນຊື່ເປັນ ສະແຄວເອນິກ) ຮ່ວມມືນຳຄ່າຍກາຕູນ ເດິ ວໍລ ດິສນີ ເຊິ່ງເປັນຄ່າຍກາຕູນອາເມລິກັນທີ່ເປັນຮູ້ຈັກທົ່ວໂລກ. ໃນຄິງດຳຮາດ ໂຕເອກເປັນໂຕລະຄອນໂຕໃໝ່ ເຊິ່ງທາງ ສະແຄວ ຊອບ ໄດ້ອອກແບບເພື່ອເກມນີ້ໂດຍສະເພາະ. ໂຕລະຕອນຫຼັກຈະຜະຈົນໄພໄປຕາມດິນແດນຕ່າງ ໆ ເຊິ່ງແມ່ນດິນແດນທີ່ມີໂຕລະຄອນຢູ່ໃນຮູບເງົາຂອງບໍລິສັດ ວອນ ດິສະນີ ເຊັ່ນ ມິກກີ້ເມົາ ດາໂນ້ນດັກ ກູຟີ້ ອາລາດິນ ເປັນຕົ້ນ. ນອກຈາກນີ້ ໂຕລະຄອນອີກສ່ວນນຶ່ງແມ່ນໂຕລະຄອນທີ່ຢູ່ໃນເກມອື່ນ ໆ ຂອງສະແຄວຢູ່ແລ້ວ ເຊັ່ນ ໄຟນອນແຟນຕາຊີ.

ແຫຼ່ງຂໍ້ມູນອື່ນ[ດັດແກ້]