ແຂວງຄຳມ່ວນ
ບົດຄວາມນີ້ຂາດການອ້າງອີງຈາກເອກະສານອ້າງອີງຫຼືແຫຼ່ງຂໍ້ມູນ ກະລຸນາຊ່ອຍພັດທະນາບົດຄວາມນີ້ໂດຍຕື່ມແຫຼ່ງຂໍ້ມູນເປັນຕາເຊື່ອຖື ເນື້ອຫາເຊິ່ງຂາດການອ້າງອີງອາດຖືກຄັດຄ້ານຫຼືນຳອອກ |
| ||||||||||||||||||||||

ຄຳມ່ວນ (ອັງກິດ: Khammouan) ເປັນແຂວງໜຶ່ງຂອງປະເທດລາວທີ່ຕັ້ງຢູ່ທາງຕອນກາງຂອງປະເທດ ທິດຕາເວັນຕົກຕິດກັບປະເທດໄທ ແລະ ທິດຕະເວັນອອກຕິດກັບປະເທດຫວຽດນາມ, ທິດເໜືອຕິດກັບແຂວງບໍລິຄຳໄຊ ແລະ ທິດໃຕ້ຕິດກັບແຂວງສະຫວັນນະເຂດ. ແຂວງຄຳມ່ວນຕັ້ງຢູ່ຫ່າງຈາກນະຄອນຫຼວງວຽງຈັນພຽງແຕ່ 350 ກິໂລ ແມັດເທົ່ານັ້ນ. ແຂວງຄຳມ່ວນຍັງເປັນແຂວງທີ່ເປັນທີ່ຕັ້ງຂອງພູພຽງນາກາຍ ເຊິ່ງເປັນ ພູພຽງທີ່ອຸດົມສົມບູນ ແລະ ແຂວງຄຳມ່ວນຍັງມີສັກກະຍະພາບທາງການອຸດສາຫະກຳ, ການບໍລິການຂົນສົ່ງ(Logistics) ແລະ ເປັນແຂວງທີ່ມີພື້ນທີ່ກະສິກຳ ຈຳນວນຫຼາຍອີກດ້ວຍ.
ປະຫວັດແຂວງຄຳມ່ວນ
[ດັດແກ້]ອານາຈັກຟູນັນ ແລະ ອານາຈັກເຈນລະ(ຂອມ)
[ດັດແກ້]ແຂວງຄຳມ່ວນມີຄວາມສຳຄັນທາງປະຫວັດສາດລາວ ໃນອະດີດປະມານ ຄ.ສ 5 ແຂວງຄຳມ່ວນເຄີີຍເປັນທີ່ຕັ້ງຂອງ ອານາຈັກຟູນັນ ແລະ ອານາຈັກເຈນລະ(ຂອມ) ເປັນທີ່ຮູ້ຈັກກັນໃນນາມ ເມືອງສີໂຄດຕະບູນ ຫຼື ສີໂຄຕະປູຣະ. ໃນສະໄໝຝຣັ່ງເຂົ້າມາຮຸກຮານລາວເຮົາ ເມືອງສີໂຄດຕະບູນ ຈຶ່ງໄດ້ຖືກປ່ຽນຊື່ເປັນເມືອງທ່າແຂກ ດ້ວຍເຫດນີ້ພາຍໃນເມືອງທ່າແຂກ ຈຶ່ງສາມາດພົບເຫັນອາຄານສະຖາປັດຕະຍະກຳ ແບບຝຣັ່ງ ຢັ້ງຢາຍຢູ່. ປັດຈຸບັນຊື່ເມືອງທ່າແຂກຈຶ່ງເປັນພຽງຊື່ເມືອງເອກຂອງແຂວງເທົ່ານັ້ນ. ເນື່ອງຈາກຊື່ເມືອງທ່າແຂກບໍ່ໄດ້ສະທ້ອນເຖິງຄວາມເປັນລາວຢ່າງພຽງພໍ.
ອານາຈັກສີໂຄດຕະບູນ ຫຼື ສີໂຄຕະປູຣະ.
[ດັດແກ້]ອານາຈັກລ້ານຊ້າງ
[ດັດແກ້]ຄຳຂັວນຂອງແຂວງ:
[ດັດແກ້]ພະທາດສີໂຄດຕະບອງງາມສະຫງ່າ ລໍາຜະຫຍາມະຫາໄຊ
ກໍາແພງໃຫຍ່ພູຄັນນາ ຜາຫີນໜາມໜໍ່
ບໍ່ໄຟຟ້ານໍ້າເທີນສອງ ກອງລໍ-ນາຕານນໍ້າລອດຖ້ຳ
ວິລະກຳ 21 ມີນາ 1946
ເຈົ້າແຂວງຄຳມ່ວນໃນອະດີດ
[ດັດແກ້]ທ່ານ ກຸວໍລະວົງ ປີ 1948 ທ່ານ ໂງ່ນ ຊະນະນິກອນ ປີ 1949 ທ່ານ ບຸນທັນ ຊົງວິໄລ ປີ 1951 ທ່ານ ນິດ ສິງຫາຣາດ ປີ 1953 ທ່ານ ອຸໄດ ສຸວັນນະວົງ ປີ 55 ທ່ານ ຄຳເລື່ອນ ບຸນຍະແສງ 57 ທ່ານ ນິດໜໍ່ຄຳ 60 ທ່ານ ນິດ ສິງຫາຣາດ 64 ທ່ານ ອຸໄດ ສຸວັນນະວົງ 68 ທ່ານ ສີສຸວັນ 70 ທ່ານ ຄຳເລື່ອນ ບຸນຍະແສງ 71 ທ່ານ ສຸທິລຶກ 72 ທ່ານ ບຸນລ້ຽງ ຈຸລາມະນີ 74 ທ່ານ ຄຳເພັດ ພູນສະຫວັດ 75 ທ່ານ ວັນທອງ ລິນຊົມພູ 75 ທ່ານ ຜາດີ ແກ້ວມະນີ 79 ທ່ານ ຄຳບານ ຈັນທະສອນ 86 ທ່ານ ອິນປົງ ໄຄ້ຍະວົງ 88 ທ່ານ ເຄນ ຜາລີວົງ ປີ 95 [1]
ລັກສະນະພູມສັນຖານ
[ດັດແກ້]ແຂວງຄຳມ່ວນມີເນື້ອທີ່ທັງໝົດ 16,315 ກິໂລຕາແມັດ ພື້ນທີ່ສ່ວນໃຫຍ່ເປັນທົ່ງພຽງລຽບແຄມແມ່ນ້ຳຂອງ ເປັນທີ່ຕັ້ງຂອງພູຮາວກໍ ເຊິ່ງມີຄວາມສູງ 2,256 ແມັດ ແລະ ທາງທິດຕາເວັນອອກ ຍັງມີສາຍພູຫຼວງເຊິ່ງເປັນສາຍພູກັ້ນແດນລະຫວ່າງລາວ-ຫວຽດນາມ. ແຂວງຄຳມ່ວນມີປະຊາກອນປະມານ 455.669 ຄົນ, ຄວາມໜາແໜ້ນສະເລ່ຍປະມານ 27ຄົນ ຕໍ່ ກິໂລຕາແມັດ. ປະຊາກອນ
ທີ່ຕັ້ງ ແລະ ຊາຍແດນ
[ດັດແກ້]- ທິດຕາເວັນອອກຕິດກັບ ສ.ສ ຫວຽດນາມ
- ທິດຕາເວັນຕົກຕິດກັບ ແຂວງນະຄອນພະນົມ ຂອງ ຣາຊະອານາຈັກໄທ
- ທິດເໜືອຕິດກັບ ແຂວງບໍລິຄຳໄຊ
- ທິດໃຕ້ຕິດກັບ ແຂວງສະຫວັນນະເຂດ
ການແບ່ງເຂດການປົກຄອງ
[ດັດແກ້]ແຂວງຄໍາມ່ວນ ໄດ້ກຳນົດໃຫ້ມີ 44 ຕາແສງ ລາຍລະອຽດດັ່ງລຸ່ມນີ້:
1). ເມືອງທ່າແຂກ 91 ບ້ານ, ມີ 05 ຕາແສງ ຄື: ຕາແສງ ສີໂຄດ, ນາມ່ວງ, ນາເສ, ນາໂດນ ແລະ ຕາແສງດົງໃຕ້. 2). ເມືອງໜອງບົກ 55 ບ້ານ, ມີ 04 ຕາແສງ ຄື: ຕາແສງ ໜອງຜໍາ, ໜອງບົກ, ດອນສະຫວ່າງ ແລະ ຕາແສງຕານເທິງ. 3). ເມືອງເຊບັ້ງໄຟ 45 ບ້ານ, ມີ 04 ຕາແສງ ຄື: ຕາແສງ ສີບຸນເຮືອງ, ແສນຄໍາສົມບູນ, ຄຳແພໃຕ້ ແລະ ຕາແສງ ຄຳແພເໜືອ. 4). ເມືອງຫີນບູນ 100 ບ້ານ, ມີ 06 ຕາແສງ ຄື: ຕາແສງ ໂພນຕິ້ວ, ຄໍາແກ້ວ, ຫີນບູນ, ຫາດໃຫຍ່, ປຸ່ງເໜືອ ແລະ ຕາແສງເລົ່າຄາ. 5). ເມືອງມະຫາໄຊ 68 ບ້ານ, ມີ 04 ຕາແສງ ຄື: ຕາແສງ ມະຫາໄຊ, ໂພນສະອາດ, ປ່າໜາມ ແລະ ຕາແສງ ໂພນເມືອງ. 6). ເມືອງຍົມມະລາດ 46 ບ້ານ, ມີ 04 ຕາແສງ ຄື: ຕາແສງນາບໍ່, ຍົມມະລາດ, ນາໂຊກ ແລະ ຕາແສງ ພີດ. 7). ເມືອງບົວລະພາ 73 ບ້ານ, ມີ 05 ຕາແສງ ຄື: ຕາແສງ ຕະຫລອງ, ທົ່ງຂາມ, ຊອກ, ນາສະລອນ ແລະຕາແສງ ໜອງມ້າ. 8/. ເມືອງນາກາຍ 35 ບ້ານ, ມີ 05 ຕາແສງ ຄື: ຕາແສງ ນາກາຍ, ເມືອງຫຼວງ-ນາຕານ, ນາວາງ, ທ່າໃຜ່ບ້ານ ແລະ ຕາແສງ ເຕີງ. 9). ເມືອງໄຊບົວທອງ 44 ບ້ານ, ມີ 04 ຕາແສງ ຄື: ຕາແສງ ສີວິໄລ, ນາຊາຍຄຳ, ນາພ້າວ ແລະ ຕາແສງ ນໍ້າກະປໍ. 10). ເມືອງຄູນຄໍາ 22 ບ້ານ, ມີ 03 ຕາແສງ ຄື: ຕາແສງນາກາງ, ຄູນແກ້ວ ແລະ ຕາແສງ ທ່ານາ. [2]
| ອັນດັບ | ລະຫັດ | ເມືອງ/ເທດສະບານ | ພົນລະເມືອງ | |
|---|---|---|---|---|
| 1 | 1201 | ທ່າແຂກ Thakhek | 102,753 | |
| 2 | 1202 | ເມືອງມະຫາໄຊ (Mahaxay) | 42,528 | |
| 3 | 1203 | ເມືອງໜອງບົກ (Nongbok) | 55,319 | |
| 4 | 1204 | ເມືອງຫີນບູນ (Hinboun) | 57,779 | |
| 5 | 1205 | ເມືອງຍົມມະລາດ (Nhommalath) | 38,132 | |
| 6 | 1206 | ເມືອງບົວລະພາ (Bualapha) | 37,575 | |
| 7 | 1207 | ເມືອງນາກາຍ (Nakai) | 30,717 | |
| 8 | 1208 | ເມືອງເຊບັ້ງໄຟ (Xebangfai) | 34,824 | |
| 9 | 1209 | ເມືອງໄຊບົວທອງ (Xaybuathong) | 30,391 | |
| 10 | 1210 | ເມືອງຄູນຄໍາ (Kounkham) | 26,123 |
ເສດຖະກິດ-ສັງຄົມ
[ດັດແກ້]ເສດຖະກິດ-ສັງຄົມ ຂອງແຂວງ ອັດຕາຂະຫຍາຍຕົວເສດຖະກິດຂອງແຂວງ ປະຕິບັດໄດ້ 6.4% (ມະຕິສະພາ 6.13%), ລວມຍອດຜະລິດຕະພັນພາຍໃນ (GDP) ບັນລຸໄດ້ 26,772 ຕື້ກີບ, ເທົ່າກັບ 104% (ມະຕິສະພາ 25,733 ຕື້ກີບ); ລາຍຮັບສະເລ່ຍຕໍ່ຫົວຄົນ 2,700 ໂດລາສະຫະລັດ (ມະຕິສະພາ 2,694 ໂດລາສະຫະລັດ), ພົນລະເມືອງ 460,226 ຄົນ; ອັດຕາແລກປ່ຽນ 21,535 ກີບ/1 ໂດລາສະຫະລັດ, ອັດຕາເງິນເຟີ້ສະເລ່ຍ 4.35%. => ລົງທຶນຂອງລັດ: ໄດ້ຮັບອະນຸມັດທຶນທັງໜົດ 379 ໂຄງການ, ມູນຄ່າລວມທັງໝົດ 828.40 ຕື້ກີບ, ໃນໄລຍະ 01 ປີ 2025 ຜ່ານມາສາມາດ ປະຕິບັດໄດ້ 327 ໂຄງການ, ມູນຄ່າ 606.66 ຕື້ກີບ ເທົ່າກັບ 73.23% ຂອງທຶນທີ່ໄດ້ຮັບອະນຸມັດ ເທົ່າກັບ 79.20% ຂອງ ( ມະຕິສະພາ 766 ຕື້ກີບ ) => ການລົງທຶນທາງການເພື່ອການພັດທະນາ (ODA) ທີ່ບໍ່ນອນໃນສາລະບານລົງທຶນຂອງລັດ: ສາມາດປະຕິບັດໄດ້ 16 ໂຄງການ, ມູນຄ່າ 249 ຕື້ກີບ ເທົ່າກັບ 80% ຂອງ (ມະຕິສະພາ 311 ຕື້ກີບ). => ການລົງທຶນຂອງເອກະຊົນພາຍໃນ ແລະ ຕ່າງປະເທດ: ສາມາດດຶງດູດການລົງທຶນພາກເອກະຊົນພາຍໃນ ແລະ ຕ່າງປະະເທດໄດ້ທັງໝົດ 79 ໂຄງການ ເຊີ່ງມີມູນຄ່າທັງໝົດ 2,567 ຕື້ກີບ ເທົ່າກັບ 66% ຂອງ (ມະຕິສະພາ 3,835 ຕື້ກີບ), ທຶນຈົດທະບຽນ 2,508 ຕື້ກີບ. ໃນນັ້ນ: ກິດຈະການສຳປະທານມີ 23 ໂຄງການ ທຶນທັງໝົດມູນຄ່າ 1,755 ຕື້ກີບ ແລະ ທຶນຈົດທະບຽນ 1,696 ຕື້ກີບ, ກິດຈະການທົ່ວໄປ 56 ໂຄງການ ທຶນທັງໝົດ ມີມູນຄ່າ 812 ຕື້ກີບ ແລະ ທຶນຈົດທະບຽນ 812 ຕື້ກີບ. => ດ້ານທະນາຄານ: ສາມາດລະດົມເງິນຝາກຂອງລະບົບສະຖາບັນການເງິນ ໄດ້ຈຳນວນ 8,297.66 ຕື້ກີບ ເພີ່ມຂຶ້ນ 9.93% ທຽບປີຜ່ານມາ,ເພີ້ມຂື້ນ 0.29% ທຽບໃສ່ເດືອນຜ່ານມາ,ການສະໜອງສິນເຊື່ອໃຫ້ສັງຄົມຂອງລະບົບສະຖາບັນການເງິນປະຕິບັດໄດ້ 1,205.99 ຕື້ກີບ ເທົ່າກັບ 86.33% ຂອງ(ມະຕິສະພາ 1,397 ຕື້ກີບ) ເພີ້ມຂື້ນ 7.6% ທຽບໃສ່ປີຜ່ານມາ,ເພີ້ມຂື້ນ 7.75% ທຽບໃສ່ເດືອນຜ່ານມາ.ໃນນີ້: ສິນເຊື່ອສະໜອງໃຫ້ຂະແໜງທັງໝົດ ແຍກຕາມຂະແໜງການມີຄື: ຂະແໜງອຸດສາຫະກຳ ກວມເອົາ 20.59% ຂອງສິນເຊື່ອທັງໝົດ; ຂະແໜງກໍ່ສ້າງ ກວມເອົາ 5.55% ຂອງສິນເຊື່ອທັງໝົດ; ຂະແໜງປະກອບວັດຖຸເຕັກນິກ ກວມເອົາ 0.08% ຂອງສິນເຊື່ອທັງໝົດ; ຂະແໜງກະສິກຳ-ປ່າໄມ້ ກວມເອົາ 19.70% ຂອງສິນເຊື່ອທັງໝົດ; ຂະແໜງການຄ້າ ກວມເອົາ 23.18% ຂອງສິນເຊື່ອທັງໝົດ; ຂະແໜງຂົນສົ່ງ-ໄປສະນີ ກວມເອົາ 6.84% ຂອງສິນເຊື່ອທັງໝົດ; ຂະແໜງບໍລິການ ກວມເອົາ 10.16%ຂອງສິນເຊື່ອທັງໝົດ; ຂະແໜງຫັດຖະກຳ ກວມເອົາ 0.29% ຂອງສິນເຊື່ອທັງໝົດ ແລະ ຂະແໜງອື່ນໆ ກວມເອົາ 13.61% ຂອງສິນເຊື່ອທັງໝົດ.
=> ເສດຖະກິດຂະຫຍາຍຕົວໃນລະດັບ 6.2% ແລະ ຂະແໜງການຂະຫຍາຍຕົວເພີ່ມຂຶ້ນສະເລ່ຍຄື: - ຂະແໜງ ກະສິກຳ ຂະຫຍາຍຕົວ ສະເລ່ຍໃນລະດັບ 3.1%. - ຂະແໜງ ອຸດສາຫະກຳ ຂະຫຍາຍຕົວ ສະເລ່ຍໃນລະດັບ 7.6%. - ຂະແໜງ ບໍລະການ ຂະຫຍາຍຕົວ ສະເລ່ຍໃນລະດັບ 5.9%. - ຂະແໜງ ພາສີ ຂະຫຍາຍຕົວ ສະເລ່ຍໃນລະດັບ 6.2%.
ການກະສິກໍາ
[ດັດແກ້]- ການຜະລິດເຂົ້ານາແຊງ ປີ 2025 ທົ່ວແຂວງ ປະຕິບັດໄດ້ 11,865 ເຮັກຕາ ເທົ່າກັບ 83.64% ຂອງ (ແຜນການ 14,186 ເຮັກຕາ), ສະມັດຕະພາບ 5.21 ໂຕນ/ເຮັກຕາ, ຜົນຜະລິດ 61,845 ໂຕນ ເທົ່າກັບ 78.38% ຂອງ (ແຜນການ 78,896 ໂຕນ).ໃນນັ້ນ: ເນື້ອທີ່ນາດໍາ 90,232 ເຮັກຕາ ເທົ່າກັບ 97.24% ຂອງແຜນການປີ, (ແຜການນ 6,953 ເຮັດຕາ) ແລະ ເທົ່າ 53.05% ຂອງເນື້ອທີ່ລວມ, ເນື້ອທີ່ນາຫວ່ານ 5,570 ເຮັກຕາ ເທົ່າກັບ 100% ຂອງ (ແຜນການ 5,570 ເຮັກຕາ) ແລະ ເທົ່າກັບ 46.94 % ຂອງເນື້ອທີ່ລວມ. ປູກເປັນສະບຽງອາຫານໄດ້ໃນເນື້ອທີ່ 3,877 ເຮັກຕາ, ເທົ່າກັບ 82.55 % ຂອງ (ແຜນການ 4,696 ເຮັກຕາ), ສະມັດຕະພາບ 5.10 ໂຕນ/ເຮັກຕາ, ຜົນຜະລິດ 19,779 ໂຕນ ເທົ່າກັບ 76.84% ຂອງ(ແຜນ 25,840 ໂຕນ). ປູກເປັນສິນຄ້າສາມາດປະຕິບັດໄດ້ໃນເນື້ອທີ່ 7,988 ເຮັກຕາ, ເທົ່າກັບ 84.17% ຂອງ (ແຜນການ 9,490 ເຮັກຕາ), ສະມັດຕະພາບ 5.27 ໂຕນ/ເຮັກຕາ, ຜົນຜະລິດ 42,066 ໂຕນ ເທົ່າກັບ 78.28% ຂອງ (ແຜນ 53,056 ໂຕນ). - ການປູກພຶດສະຮອງ (ລະດູແລ້ງ): ສາມາດປູກໄດ້ເນື້ອທີ 10,506 ເຮັກຕາ ເທົ່າກັບ 99.80% ຂອງ (ແຜນການ 10,527 ເຮັກຕາ),ສະມັດຕະພາບ 6.37 ໂຕນ/ເຮັກຕາ, ຜົນຜະລິດ 66,957 ໂຕນ ເທົ່າກັບ 117.64% ຂອງ (ແຜນການ 56,914 ໂຕນ) ແລະ ການປູກເປັນສະບຽງອາຫານ ປະຕິບັດໄດ້ໃນເນື້ອທີ່ 3,683 ເຮັກຕາ, ເທົ່າກັບ 97.61 % ຂອງ (ແຜນການ 3,773 ເຮັກຕາ), ສະມັດຕະພາບ 5.15 ໂຕນ/ເຮັກຕາ, ຜົນຜະລິດ 18,972 ໂຕນ ເທົ່າກັບ 95.29% ຂອງ (ແຜນການ 19,906 ໂຕນ).
ອຸດສາຫະກໍາໜັກ
[ດັດແກ້]- ການຜະລິດແຮ່ທາດ : ສາມາດຜະລິດແຮ່ທາດໄດ້ ໄດ້ 562.97 ລ້ານໂດລາສະຫະລັດ ເທົ່າກັບ 300% ຂອງ (ມະຕິສະພາ 187.25 ລ້ານໂດລາມະຫະລັດ), ສາມາດຈຳໜ່າຍຜະລິດຕະພັນແຮ່ທາດໄດ້ 808.47 ລ້ານໂດລາ ເທົ່າກັບ 400% ຂອງ (ມະຕິສະພາ 202.01 ລ້ານໂດລາສະຫະລັດ). - ອຸດສາຫະກໍາປຸງແຕ່ງເປັນຕົ້ນ: ຜະລິດຕະພັນສະບຽງອາຫານ, ຊີມັງ, ປຸນຂາວ, ວັດສະດຸກໍ່ສ້າງ,ທາດເຄມີ, ເມັດຢາງ, ຜະລິດ PE ແລະ ອື່ນໆ ເຊິ່ງສາມາດປະຕິບັດໄດ້ມູນຄ່າການຜະລິດ 2,778.86 ຕື້ກີບ, ເທົ່າກັບ 71% ຂອງ (ມະຕິສະພາ 3,905 ຕື້ກີບ)ແລະ ເທົ່າກັບ 133% ຂອງ(ແຜນການ 2,083.89 ຕື້ກີບ) ທຽບໃສ່ໄລຍະດຽວກັນ ຂອງປີຜ່ານມາເພີ່ມຂຶ້ນ 15%, ສາເຫດຍ້ອນ: ມີໂຮງງານອຸດສາຫະກຳປຸງແຕ່ງ ໄດ້ເກິດຂຶ້ນໃໝ່ຫຼາຍແຫ່ງ ແລະ ຄວາມຕ້ອງການ ຂອງຕະຫຼາດຫຼາຍຂຶ້ນ, ມູນຄ່າການຈຳໜ່າຍ 3,103.25 ຕື້ກີບ, ເທົ່າກັບ 83% ຂອງ (ມະຕິສະພາ 3,705 ຕື້ກີບ) ແລະ ເທົ່າກັບ 120% ຂອງ(ແຜນການ 2,582.20 ຕື້ກີບ).ທຽບໃສ່ໄລຍະດຽວກັນ ຂອງປີຜ່ານມາ ເພີ່ມຂຶ້ນ 35%. ສາເຫດຍ້ອນ: ມີກຳລັງການຜະລິດຫຼາຍຂຶ້ນ ແລະ ມີຄວາມຕ້ອງການ ຂອງຕະຫຼາດ ກໍ່ຫຼາຍຂຶ້ນ.
ພະລັງງານ
[ດັດແກ້]+ ການຜະລິດພະລັງງານ: ທົ່ວແຂວງມີແຫຼ່ງຜະລິດໄຟຟ້າພະລັງງານນໍ້າຈຳນວນ 4 ແຫ່ງຄື: ເຂື່ອນໄຟຟ້ານໍ້າເທີນ 2, ເຂື່ອນໄຟຟ້ານໍ້າເທີນ-ຫີນບູນ, ເຂື່ອນໄຟຟ້ານ້ຳຫີນບູນຕອນລຸ່ມ ແລະ ພະລັງງານແສງອາທິດ 01 ແຫ່ງ ສາມາດຜະລິດພະລັງງານໄຟຟ້າໄດ້ 6,615.20 GWh ເທົ່າກັບ 78% ຂອງ (ມະຕິສະ 8,376 GWh) ແລະ ສາມາດຈໍາໜ່າຍພາຍໃນໄດ້: 684.20 GWh ເປັນມູນຄ່າ: 309,59 ລ້ານບາດ ແລະ 20,11 ລ້ານໂດລາ; ຈໍາໜ່າຍຕ່າງປະເທດໄດ້: 5,931 GWh ເປັນມູນຄ່າ: 5.540,29 ລ້ານບາດ ແລະ 139,20 ລ້ານໂດລາ. + ວຽກເຂື່ອນໄຟຟ້ານ້ຳຕົກ: ເຂື່ອນທີ່ກຳລັງສືກສາ ມີຢູ່ 06 ເຂື່ອນຄື: 1) ເຂື່ອນໄຟຟ້າເຊບັ້ງໄຟ 01 ແກ້ງແກວ ມີກຳລັງຕິດຕັ້ງຢູ່ 110 MW, ມີກໍາລັງພະລິດ 480 GWH/Y. 2) ເຂື່ອນໄຟຟ້າຂະໜາດນ້ອຍແກ້ງສອຍ ມີກຳລັງຕິດຕັ້ງ 15 MW, ມີກໍາລັງພະລິດ 104 GWH/Y. 3) ເຂື່ອນໄຟຟ້າຝາຍນໍ້າລົ້ນນໍ້າຂະໜາດນ້ອຍແກ້ງຫົວຫາດສົນ ບ້ານໂພນແສດ ເມືອງຍົມມະລາດ, ມີກຳລັງຕິດຕັ້ງ 10 MW. ມີກໍາລັງການຜະລິດສະເລ່ຍ 63.129 GWH/Y. 4) ເຂື່ອນໄຟຟ້າຂະໜາດນ້ອຍ ສາຍນໍ້າໄຮ ຕອນເທີງ ເມືອງຄູນຄໍາ, ມີກຳລັງຕິດຕັ້ງ 15 MW. 5) ໂຄງການໃນການ ຂໍສືກສໍາຫຼວດໃນການຕິດຕັ້ງເຄືອງປັນໄຟຟ້າທ້າຍເຮືອນຈັກ ຂອງເຂື່ອນໄຟຟ້ານໍ້າເທີນ ຫີນບຸນ (ເຂດທ້າຍເຮືອນຈັກບ້ານນໍ້າສະນາມ). 6) ໂຄງການ ຜະລິດໄຟຟ້າ ແບບສູບນໍ້າກັບ ຂອງບໍລິສັດໄຟຟ້ານໍ້າເທີນ2 ເຂດບ້ານດອນ-ຂອນແກ່ນ ອ່າງນໍ້່າເທີນ 2 ແລະ ທ້າຍເຮືອນຈັກ ເຂດເມືອງຍົມມະລາດ. ໂຄງການສືກສາກ່ຽວກັບພະລັງງານແສງຕາເວັນ 4 ໂຄງການ : 1) ໂຄງການພະລັງງານແສງຕາເວັນ ຂອງລັດວິສາຫະກິດ ໄຟຟ້າລາວ ສືກສາສໍາຫຼວດໃນ 5 ເຂດຄື:ເມືອງ ທ່າແຂກ ເຂດບ້ານໂພນເຍຍ,ເມືອງ ເຊບັ້ງໄຟ ເຂດບ້ານ ຂົວເຊ,ເມືອງ ຫີນບູນ ເຂດບ້ານ ດົງມ່ວງໄຂ,ເມືອງ ໜອງບົກ ເຂດບ້ານດົງຂວາງ, ເມືອງ ມະຫາໄຊ ເຂດບ້ານໂພນສະຫັວນ. 2) ໂຄງການໄຟຟ້າແສງຕາເວັນໃນກໍາລັງຕີດຕັ້ງ 30 ເມກາວັດ ໃນເນື້ອທີ່ 54.5 ເຮັກຕາ ໃນເຂດນີຄົມອຸດສາຫະກໍາ ບ້ານດົງໃຕ້ (ນິຄົມອຸດສາຫະກໍາ 2ພັນເຮັກຕາ) ເມືອງທ່າແຂກ ແຂວງຄໍາມ່ວນ ຂອງບໍລິສັດ ຊີໂນ-ອາກຣີ ໂປຕາສ ຈໍາກັດ. 3) ໂຄງການສືກສາສໍາຫຼວດ ພະລັງງານໄຟຟ້າ ແສງຕາເວັນ ເຂດ ບ້ານໜອງຫ່າງ ເມືອງທ່າແຂກ ແລະ ບ້ານໜອງພັງ ເມືອງ ເຊບັ້ງໄຟ ແຂວງຄໍາມ່ວນ ຂອງບໍລິສັດ ຍຸນນານ ຫຼື (YEIG ) ຢູ່ໃນຂັ້ນຕອນໃນການຂໍສືກສາ. (ປະຈຸບັນອິງຕາມແຈ້ງການຂອງຫ້ອງວ່າການລັດຖະບານ ໃຫ້ໂຄງການດັ່ງກ່າວ ສືກສາສັນຍາ ແລະກໍ່ສ້າງໄປພ້ອມກັນ ປະຈຸບັນໂຄງການດັ່ງກ່າວໄດ້ກໍ່ສ້າງສໍາເລັດ ແລະໄດ້ຂາຍໄຟໃຫ້ແກ່ ລັດວິສະຫະກິດໄຟຟ້າລາວໃນຕົ້ນເດືອນ ເມສາ 2025 ເປັນຕົ້ນມາ (ແຕ່ໂຄງການດັ່ງກ່າວແມ່ນຕ້ອງໄດ້ເຊັນ CA ຄືນ). 4) ໂຄງການສືກສາສໍາຫຼວດ ພະລັງງານແສງຕາເວັນ ເຂດບ້ານນາມັນປາ, ບ້ານໂພນ, ບ້ານດົງຂວາງ, ບ້ານໜອງບົກ ເມືອງໜອງບົກໃນເນື້ອທີ່ 182 ເຮັກຕາ ເພື່ອຮັບໃຊ້ ໂຄງການ ເອັກດີແອວ ຄໍາມ່ວນໂປຕາຣັສ. ໂຄງການພະລັງງານຄວາມຮ້ອນ (ໄຟຟ້າ ຖ່ານຫີນ) 02 ໂຄງການ : 1) ໂຄງການ ສືກສາສໍາຫຼວດ ໂຄງການໄຟຟ້າພະລັງງານຄວາມຮ້ອນ ຖ່ານຫີນ ທີ່ຈຸດສຸມຫລັງຄັງ ເມືອງ ບົວລະພາ (ຍ້າຍມາ ບ້ານ ກວນໂພ ເມືອງ ຍົມມະລາດ) ຂອງບໍລິສັດ ບົວລະພາ ພາວເວີ ເຊີ່ງຢູ່ໃນຂັ້ນຕອນ CA (ການ ສືກສາສໍາຫຼວດເນື່ອທີ່ດີນຂອງປະຊາຊົນ ຜູ້ທີ່ຖືກຜົນກະທົບ ໃນເນື່ອ ທີ່ 90 ເຮັກຕາ). 2) ໂຄງການສືກສາ ໄຟຟ້າຖ່ານຫີນ ແລະຊີວະມວນ ໃນກໍາລັງຕີດຕັ້ງ 300 ເມກາວັດ ໃນເນື່ອທີ່ 74 ເຮັກຕ່າ ໃນເຂດນີຄົມອຸດສາຫະກໍາ ເຂດບ້ານດົງໃຕ້(ນິຄົມອຸດສາຫະກໍາ 2ພັນເຮັກຕາ) ເມືອງທ່າແຂກ ແຂວງຄໍາມ່ວນ ຂອງບໍລິສັດ ຊີໂນ-ອາກຣີ ໂປຕາສ ຈໍາກັດ. ພະລັງງານລົມ 7 ໂຄງການ: 1) ໂຄງການພະລັງງານລົມ ທີ່ສືກສາເຂດ ເມືອງນາກາຍ ແລະ ເມືອງບົວລະພາ ໃນການສືກສາສໍາຫຼວດຂອງບໍລິສັດ ພົງຊັບ ຈໍາກັດ ເຊີ່ງສືກສາສໍາຫຼວດ ຢູ່ 03ແຂວງ ຄື: ແຂວງ ຄໍາມ່ວນ, ແຂວງ ບໍລິຄໍາໄຊ ແລະ ແຂວງ ສະຫັວນນະເຂດ ສືກສາສໍາຫຼວດໃນກໍາລັງຕິດຕັ້ງ 1,600 MW. 2) ໂຄງການພະລັງງານລົມ ເຂດຫຼັງຄັງ ເມືອງ ບົວລະພາ ຂອງບໍລິສັດ the Blue Circle pte. Ltd ຂໍສຶກສາສໍາຫຼວດຄວາມເປັນໄປໄດ້ທາງດ້ານເສດຖະກິດ-ເຕັກນິກຂອງໂຄງການພະລັງງານລົມ ໃນ ຮູບແບບການລົງທຶນຮ່ວມລະຫວ່າງ ພາກລັດ ແລະ ເອກະຊົນ ຢູ່ເຂດບ້ານໜອງຈັນ, ເມືອງບົວລະພາ, ແຂວງຄໍາມ່ວນ ໃນເນື້ອທີ່ 1,825.05 ເຮັກຕາ. 3) ໂຄງການພະລັງງານລົມ ເຂດເມືອງບົວລະພາ ແລະ ເມືອງໄຊບົວທອງ ແຂວງ ຄໍາມ່ວນ ຂອງບໍລິສັດ Energy singapore Pte.Ltd ໃນການສືກສາສໍາຫຼວດກວມເອົາ ເມືອງ ບົວລະພາ ມີເນື້ອທີ່ 8,547 ເຮັດຕາ ເມືອງ ໄຊບົວທອງ ໃນເນື້ອທີ່ 5,552 ເຮັດຕ່າ ຂອງເນື້ອທີ່ທັງໝົດ 14,099 ເຮັກຕາ. 4) ໂຄງການເກັບກໍາຂໍ້ມູມເບື້ອງຕົ້ນ ພະລັງງານລົມ ຂອງບໍລິສັດ Dal Dung- Jinkopower Jsc.ໃນເນື່ອທີ່ 10,585 ເຮັກຕາ ໃນກໍາລັງການຜະລິດ 500 MW ກວມເອົາ 03 ເມືອງ ຄື: ເມືອງບົວລະພາ, ເມືອງຍົມມະລາດ ແລະ ເມືອງມະຫາໄຊ ແຂວງຄໍາມ່ວນ. 5) ໂຄງການ ເກັບກໍາຂໍ້ມູນເບື້ອງຕົ້ນ ພະລັງງານລົມ ເຂດໜອງມ້າ ລະໂບຍ ແລະ ວັງມະເນີ ຂອງບໍລິສັດ ຈິລາວອນ ຈໍາກັດ ເຊີງຂໍສືກສາໃນເນື່ອທີ່ 16,382 ເຮັກຕາ ( ເຊີ່ງຢູ່ໃນຂັ້ນຕອນຂໍສືກສາ). 6) ໂຄງການ ເກັບກໍາຂໍ້ມູນເບື້ອງຕົ້ນ ພະລັງງານລົມ ຂອງບໍລີສັດ ທີ ກຮູບ ( T Group ) ເຊີ່ງຂໍສືກສາສໍາຫຼວດໃນເຂດ 2ເມືອງຄື: ເມືອງ ບົວລະພາ 2 ບ້ານ (ບ້ານໂພນ- ນາເພົ້າ) ແລະ ເມືອງ ນາກາຍ ( ບ້ານດອນ ແລະ ບ້ານຂອນແກ່ນ ) ເນື້ອທີ່ໃນການຂໍສືກສາ 4,138 ເຮັກຕາ (ໃນຂັ້ນຕອນຂໍສືກສາ). 7) ໂຄງການພະລັງງານລົມ ໃນການເກັບກໍາຂໍ້ມູນເບື້ອງຕົ້ນຂອງບໍລິສັດ ຂອງບໍລິສັດ ຫວຽດ-ລາວ ຂໍສືສາສໍາຫຼວດໃນເຂດ ເມືອງນາກາຍ (ເນື້ອທີ່ສ່ວນ 1 ອາດນອນໃນເຂດອຸທິຍານແຫ່ງຊາດ ນາກາຍ-ນໍ້າເທີນ) ເຊີ່ງຂໍສືກສາສໍາຫຼວດໃນເນື້ອທີ່ 34.591 ເຮັກຕາ ໃນກໍາລັງຕິດຕັ້ງ 500-600 ເມກາວັດ.
ການເງິນການທະນາຄານ
[ດັດແກ້]ທຸລະກິດການທ່ອງທ່ຽວ
[ດັດແກ້]ໃນປີ 2024, ແຂວງຄຳມ່ວນໄດ້ຕ້ອນຮັບນັກທ່ອງທ່ຽວເກີນ 800,000 ຄົນ, ສ້າງລາຍຮັບ 1,000 ຕື້ກີບ (46 ລ້ານໂດລາສະຫະລັດ). [3]
ທຸລະກິດໂຮງແຮມ
[ດັດແກ້]ການຄົມມະນາຄົມ
[ດັດແກ້]+ ການຂົນສົ່ງທາງບົກ
[ດັດແກ້]- ທາງເລກທີ 13 (R13): ທາງເລກທີ 13 (R13) ເປັນເສັ້ນທາງຫຼວງທີ່ສຳຄັນໃນລາວ ທີ່ຜ່ານແຂວງຄຳມ່ວນ ໂດຍເຊື່ອມຕໍ່ພາກເໜືອຂອງລາວຜ່ານແຂວງຄຳມ່ວນ ແລະ ໄປຈົບທີ່ແຂວງພາກໃຕ້. ເສັ້ນທາງນີ້ມີບົດບາດສຳຄັນໃນການຂົນສົ່ງ ແລະ ເສີມຂະຫຍາຍເສດຖະກິດ-ສັງຄົມໃນທົ່ວປະເທດຂອງລາວ.
- ທາງເລກທີ 12 (R12): ທາງເລກທີ 12 (R12) ເປັນເສັ້ນທາງສາຍຫຼວງທີ່ມີຄວາມສຳຄັນໃນການເຊື່ອມຕໍ່ ປະເທດໄທ - ລາວ - ຫວຽດນາມ ໂດຍຜ່ານ ແຂວງຄຳມ່ວນ ແລະ ເປັນສ່ວນໜຶ່ງຂອງ ເສັ້ນທາງເສດຖະກິດຕາເວັນອອກ-ຕາເວັນຕົກ (East-West Economic Corridor - EWEC).
- ທາງເລກທີ 8 (R8): ທາງເລກທີ 8 (R8) ເປັນເສັ້ນທາງສາຍຫຼວງທີ່ມີຄວາມສຳຄັນໃນການເຊື່ອມຕໍ່ ປະເທດໄທ, ສປປ ລາວ, ແລະ ຫວຽດນາມ ຜ່ານ ແຂວງບໍລິຄຳໄຊ ແລະ ແຂວງຄຳມ່ວນ ໂດຍສິ້ນສຸດຢູ່ ດ່ານນໍ້າພາວ (Cầu Treo) ຊາຍແດນຫວຽດນາມ.
- ທາງດ່ວນທ່າແຂກ-ດ່ານຈໍຫລໍ:
- ທາງດ່ວນວຽງຈັນ-ປາກເຊ:
- ດ່ານຊາຍແດນສາກົນ-ສະຖານີຂົນສົ່ງສິນຄ້າທ່າບົກທ່າແຂກ(Thakhek Dry Port):
+ ການຂົນສົ່ງທາງເຮືອ
[ດັດແກ້]ການຂົນສົ່ງທາງເຮືອໃນແຂວງຄໍາມ່ວນ ແມ່ນສ່ວນຫນຶ່ງທີ່ສໍາຄັນຂອງລະບົບຂົນສົ່ງໃນແຂວງນີ້ ໂດຍສະເພາະການຂົນສົ່ງຜ່ານແມ່ນໍ້າຂອງ ແລະ ແມ່ນໍ້າສາຂາຕ່າງໆ. ແຂວງຄໍາມ່ວນ ຕັ້ງຢູ່ທາງກາງຂອງລາວ ແລະ ມີຊາຍແດນຕິດກັບປະເທດໄທ ແລະ ປະເທດຫວຽດນາມ ເຮັດໃຫ້ການຂົນສົ່ງທາງເຮືອມີບົດບາດສໍາຄັນໃນການຄົມມະນາຄົມ ແລະ ການຄ້າ.
ຈຸດສໍາຄັນຂອງການຂົນສົ່ງທາງເຮືອໃນແຂວງຄໍາມ່ວນ:
- ແມ່ນໍ້າຂອງ: ເປັນເສັ້ນທາງຂົນສົ່ງຫລັກ ເຊື່ອມຕໍ່ກັບແຂວງອື່ນໆ ແລະ ປະເທດເພື່ອນບ້ານ.
- ເຮືອຂົນສົ່ງປະເພດຕ່າງໆ: ລວມມີເຮືອບັນທຸກ, ເຮືອດ່ວນ ແລະ ເຮືອຂອງຊາວບ້ານ.
- ທ່າເຮືອສໍາຄັນ:
- ທ່າເຮືອເມືອງທ່າແຂກ: ໃຊ້ສໍາລັບການຂົນສົ່ງຜູ້ໂດຍສານ ແລະ ສິນຄ້າ.
- ທ່າເຮືອເມືອງໜອງບົກ: ໃຊ້ສໍາລັບການຂົນສົ່ງຜູ້ໂດຍສານ ແລະ ສິນຄ້າ.
- ທ່າເຮືອເມືອງຫີນບູນ: ໃຊ້ສໍາລັບການຂົນສົ່ງຜູ້ໂດຍສານ ແລະ ສິນຄ້າ
+ ການຂົນສົ່ງທາງອາກາດ
[ດັດແກ້]- ສະໜາມບິນສາກົນທ່າແຂກ(THK): ສະໜາມບິນສາກົນທ່າແຂກ (Thakhek International Airport) ແມ່ນໜຶ່ງໃນສະໜາມບິນສາກົນຂອງລາວ ຕັ້ງຢູ່ໃນເມືອງທ່າແຂກ, ແຂວງຄຳມ່ວນ. ສະໜາມບິນດັ່ງກ່າວ ທີ່ຕັ້ງເດີມຢູ່ບ້ານໂພນສະໜາມ ເຊີ່ງໄດ້ໂຈະການດໍາເນີນການແລ້ວ ແລະ ໄດ້ຍົກຍ້າຍມາທີ່ ບ້ານໂພນພິມ(ຫຼັກ 6 ທາງເລກທີ13ໃຕ້), ເຊີ່ງປັດຈຸບັນກໍາລັງວາງແຜນຄົ້ນຄວ້າການກໍ່ສ້າງ ເພື່ອສົ່ງເສີມການທ່ອງທ່ຽວ, ເສດຖະກິດທ້ອງຖິ່ນ ແລະ ດຶງດູດການລົງທຶນພາຍໃນແຂວງ. ສະໜາມບິນແຫ່ງນີ້ຈະຊ່ວຍເຊື່ອມຕໍ່ພາກກາງຂອງລາວກັບພາກເໜືອ-ໃຕ້ ແລະ ປະເທດອື່ນໆ ໂດຍສະເພາະແມ່ນປະເທດທ່ອງທ່ຽວໃນອາຊີ ເຊັ່ນ: ຫວຽດນາມ, ໄທ, ຈີນ, ກໍາປູເຈຍ...
ການສື່ສານ
[ດັດແກ້]ການສຶກສາ
[ດັດແກ້]ສາທາລະນະສຸກ
[ດັດແກ້]ແຂວງ ຄໍາມ່ວນ ມີໂຮງໝໍແຂວງ 1 ແຫ່ງ, ໂຮງໝໍທະຫານແຂວງ 1 ແຫ່ງ, ໂຮງໝໍສາກົນຄໍາມ່ວນ 1 ແຫ່ງ, ໂຮງໝໍເມືອງ 10 ຕົວເມືອງ 10 ແຫ່ງ, ນອກນັ້ນ ຍັງມີ ຄລີນິກ ຈໍານວນໜື່ງ.
ສະຖານທີ່ທ່ອງທ່ຽວ
[ດັດແກ້]- ພະທາດສີໂຄດຕະບອງ
- ຖະໜົນສິງກະໂປຈຸລະມະນີ
- ຖະໜົນສຸພານຸວົງ
- ພະທາດເມືອງພອນ
- ຕາດຄອນແກ້ວ
- ຂຸນກອງແລງ
- ກຳແພງຍັກ
- ນ້ຳຕົກຕາດສະນາມ
- ນໍ້າຕົກຕາດສຽງລື
- ຜາກະຕ່າຍ
- ຖ້ຳຜາແຂ້
- ທ່າຝຣັ່ງ ວັງສີຄາມ
- ຖ້ຳຊຽງລຽບ
- ຖ້ຳພະຈັນ
- ຖ້ຳພະອິນ
- ຖ້ຳພະ(ຖ້ຳຜາຊ້າງ)
- ຖ້ຳຂຸນນ້ຳໂດນ
- ຖໍ້າປາເຊືອມ-ໜອງເທົາ
- ຫ້ວຍນໍ້າໄສ
- ຖໍ້ານໍ້າລອດເຊບັ້ງໄຟ
- ຖ້ຳກອງລໍ
- ຖ້ຳນົກແອ່ນ(ຖ້ຳນາງແອ່ນ)
- ຂຸນນໍ້າຄໍາດິບ
- ຕາດວັງຢ້ຽມ
- ປ່າສະຫງວນແຫ່ງຊາດພູຫີນປູນ
- ເຂື່ອນໄຟຟ້ານ້ຳເທີນ 2
- ຂົວມິດຕະພາບລາວ-ໄທ ແຫ່ງທີ 3
- ວັດຖຸບູຮານວັດບ້ານທ່າຫມີ
- ປ່າສະຫງວນແຫ່ງຊາດຫີນໜາມໜໍ່
- ຕະຫຼາດຫຼັກສອງ
- ຕະຫຼາດຫຼັກສາມ
- ທາດຕຸມພະວັງ(ບ້ານນາວາງ)
- ດິນຈີ່ກາຍເປັນຫີນ(ວັດປ່າໂຊກຄຳແສນ)
- ພູຜາມ່ານ(The Rock View)
- ແປວນຽມ
ບຸກຄົນທີ່ມີຊື່ສຽງ
[ດັດແກ້]ດ້ານການປົກຄອງ
- ພະຍາສີໂຄດຕະບອງ
ນັກປະພັນ
ນັກຮ້ອງ
- ກິດາວເພັດ ໜູຫ່ວງ
- ບຸນເກີດ ໜູຫ່ວງ
- ໂກສິນ ໜູຫ່ວງ
- ແອນ້ອຍ ນິພົນ
- ຕ໋ອຍ ນິພົນ
- ທອງດໍາ ກອງດວງດີ
- ກ້ອງ ໄຊຍະວົງ
- ກູດ GX2
- T' JAME UNO
- ສະຫງ່າ
- ຊຽງເໝີ ໂຄກໝາກນໍ
- ກິໂລ້ ລູກສີໂຄດ
ນັກກິລາ
ງານປະເພນີປະຈໍາປີ
[ດັດແກ້]- ເທສະການປີໃໝ່ສາກົນ
- ງານບຸນກຸດຈີນ-ຫວຽດນາມ
- ງານບຸນພະທາດສີໂຄດຕະບອງ
- ງານບຸນພະທາດຕຸ້ມພະວັງ
- ງານບຸນພະທາດເມືອງພອນ
- ບຸນປີໃໝ່ລາວ
- ບຸນພະເວດ ຫຼື ບຸນມະຫາຊາດ
- ບຸນບັ້ງໄຟ
- ບຸນເຂົ້າພັນສາ
- ບຸນເຂົ້າປະດັບດິນ
- ບຸນເຂົ້າສະຫລາກ
- ບຸນອອກພັນສາ ຫຼື ງານບຸນຊ່ວງເຮືອ
ຄວາມສໍາພັນລະຫວ່າງປະເທດ
[ດັດແກ້]ແຂວງ ຄໍາມ່ວນ ມີຄວາມສໍາພັນໃນຖານະເມືອງພີ່ນ້ອງກັບເມືອງຕ່າງປະເທດດັ່ງນີ້:
ແຂວງ ກວາງບິງ ປະເທດຫວຽດນາມ
ແຂວງ ຮາຕິງ ປະເທດຫວຽດນາມ
ມົນທົນກວ່າງຊີ ປະເທດຈີນ
ແຂວງນະຄອນພະນົມ ປະເທດໄທ
ແຂວງສະກົນນະຄອນ ປະເທດໄທ
| ນະຄອນຫຼວງ | ນະຄອນຫຼວງວຽງຈັນ |
|---|---|
| ແຂວງ | ຄໍາມ່ວນ - ຈຳປາສັກ - ສະຫວັນນະເຂດ - ສາລະວັນ - ເຊກອງ - ໄຊຍະບູລີ - ຊຽງຂວາງ - ບໍລິຄຳໄຊ ບໍ່ແກ້ວ - ຜົ້ງສາລີ - ວຽງຈັນ - ຫຼວງນ້ຳທາ - ຫຼວງພະບາງ - ຫົວພັນ - ອັດຕະປຶ - ອຸດົມໄຊ |
| ເຂດການປົກຄອງໃນອະດີດ | ເຂດພິເສດຊຽງຮ່ອນ-ຫົງສາ - ເຂດພິເສດໄຊສົມບູນ |
- ↑ ອານາຈັກສີໂຄດຕະປອງ ໂດຍ ດວງໄຊ ຫລວງພະສີ
- ↑ Khammouane News on Facebook
- ↑ https://laotiantimes.com/2025/01/30/khammouane-sets-sights-on-tourism-boom-in-2025-with-new-attractions-eco-friendly-initiatives/