ຄາເມັນໄຣເດີ
| ຄາເມັນໄຣເດີ | |
|---|---|
| ສ້າງໂດຍ | ໂຊທາໂຣ ອິຊິໂນະໂມຣິ ອິຊິໂມຣິ ໂປຣດັກຊັນ ບໍລິສັດໂທເອ |
| ງານຕົ້ນສະບັບ | ຄາເມັນໄຣເດີ(1971) |
| ເຈົ້າຂອງ | ອິຊິໂມຣິ ໂປຣດັກຊັນ ບໍລິສັດໂທເອ MBS/NET (ແຕ່ປີ1971–1975ຈົນຮອດພາກອະມາຊອນ) MBS/TBS (ແຕ່ປີ1975–1989ຈາກພາກສະຕຣອງເກີຈົນຮອດBlack RX) TV ທີວີອາສະຮິ (ແຕ່ປີ2000ຮອດປັດຈຸບັນ) ADK (ແຕ່ປີ2000ຮອດປັດຈຸບັນ) |
| ປີ | ຕັ້ງແຕ່ປີ1971ຈົນຮອດປັດຈຸບັນ |
| ອື່ນໆ | |
| ຜູ້ສະໜັບສະໜູນຫຼັກ | ບັນໄດ (ບໍລິສັດຍີ່ປຸ່ນ) ແມັກໂດນັລດ໌ ບໍລິສັດເຊບັນ(ສຳລັບກະເປົ໋າທີ່ມີແບຣນຂອງບໍລິສັດ) ບໍລິສັດໂອຊຶກະ ຟາມາຊູຕິເຄິນ (ສຳລັບເຄື່ອງດື່ມໂອໂຣນາມິນ ຊີ) ໂຊກັກຄຸຄັງ ໂຄດັນສະ |
| ເວັບໄຊທ໌ທາງການ | |
| www | |
ຄາເມັນໄຣເດີຣ໌ຊີຣີ້, ຄາເມນໄຣເດີຣ໌ (ຍີ່ປຸ່ນ: 仮面ライダ,ーシリーズ, ໂຣມາຈິ: Kamen Raidā Shirīzu, ຄາເມັນ ໄຣດ້າ ຊິຣີ້ຊຶ) ຫຼືວ່າ ມາສຄ໌ໄຣເດີຣ໌ (ອັງກິດ: Masked Rider, ໃຊ້ຈົນຮອດພາກດີເຄດ ແລະຍົກເວັ້ນແຕ່ໃນປະເທດໄທ) ຫຼືໃນໄທພາກທຳອິດແມ່ນໃຊ້ຊື່ ໄອ້ມົດແດງອາລະວາດ (ໄທ: ไอ้มดแดงอาละวาด) ແມ່ນແຟຣນຊາຍເລື່ອງຍອດມະນຸດຕໍ່ສູ້ຍີ່ປຸ່ນທີ່ມີຫຼາກຫຼາຍຮູບແບບເຊັ່ນ: ລະຄອນໂທລະພາບແນວໂທຄຸຊັດສຶ, ຮູບເງົາ, ມັງງະ ແລະ ອະນິເມະ ທີ່ສັນສ້າງຂຶ້ນໂດຍນັກແຕ້ມມັງງະ ໂຊທາໂຣ ອິຊິໂນະໂມຣິ. ເລື່ອງຄາເມັນໄຣເດີມັກຈະເນັ້ນໃສ່ເລື່ອງລາວຂອງກຸ່ມຍອດມະນຸດທີ່ມີລົດຈັກແລະມີລັກສະນະຄ້າຍຄືກັບແມງຕ່າງໆ ຕໍ່ສູ້ກັບເຫຼົ່າຕົວຮ້າຍ ຫຼື ຕົວສັດປະຫຼາດເຊິ່ງຕ່າງກັນໄປຕາມແຕ່ລະພາກ.
ພາກທຳອິດຂອງຊີຣີ້ເປີດຕົວຄັ້ງແຮກໃນປີ ຄ.ສ.1971 ດ້ວຍລະຄອນໂທລະພາບເລື່ອງ ຄາເມັນໄຣເດີ ໂດຍເລົ່າເລື່ອງລາວຂອງ ທາເຄຊິ ຮອນໂກ ນັກສຶກສາມະຫາວິທະຍາໄລທີ່ຕ້ອງມາຕໍ່ສູ້ກັບອົງການຮ້າຍຊັອກເກີ ທີ່ຫວັງຈະຍຶດຄອງໂລກ. ພາກທຳອິດນີ້ໄດ້ຮັບຄວາມນິຍົມເປັນຢ່າງຫຼາຍແລະໄດ້ຮັບການຕໍ່ຍອດໄປເປັນຮູບເງົາແລະພາກອື່ນໆຕື່ມອີກຫຼາຍພາກ ແລະຍັງເປັນຈຸດເລີ່ມຕົ້ນຂອງຍຸກເຟື່ອງຟູຂອງກາຕູນສັດປະຫຼາດຕີກັນຄັ້ງທີສອງ ຫຼືເອີ້ນອີກຢ່າງວ່າ ຍຸກແຫ່ງການເຮັນຊິນ(ແປງຮ່າງ) ອອກອາກາດໃນຍີ່ປຸ່ນຕັ້ງແຕ່ຕົ້ນທົດສະວັດທີ70ເປັນຕົ້ນມາ ໂດຍມີອິດທິພົນຕໍ່ເລື່ອງແນວຄົນເໜືອມະນຸດ ແລະ ຕໍ່ສູ້ຜະຈົນໄພເລື່ອງອື່ນໆໃນຍີ່ປຸ່ນເປັນຢ່າງສູງ.[1]
ບໍລິສັດບັນໄດເປັນເຈົ້າຂອງສິດຂອງຫຼິ້ນຂອງຄາເມັນໄຣເດີໃນຍີ່ປຸ່ນ ແລະໃນຂົງເຂດອາຊີອື່ນໆ.[2]
ອ້າງອີງ
[ດັດແກ້]- ↑ Takeshobo, ບ.ກ. (1995-11-30). "BonusColumn「変身ブーム到来!!」" [Bonus Column 'The Henshin Boom Arrives!']. 超人画報 国産架空ヒーロー四十年の歩み [The Super Heroes Chronicles: The History of Japanese Fantastic Televisions, Movies and Videos, 1957–1995] (ພາສາຍີ່ປຸ່ນ). Takeshobo. p. 85. ISBN 4-88475-874-9. C0076.
- ↑ "Kamen Rider". www.bluefinbrands.com. ຄົ້ນຫາເມື່ອ 6 April 2021.[dead link]