ຄາຕະວະ ໂຊວໂຈ
| ຄາຕະວະໂຊວໂຈ | |
|---|---|
| ຜູ້ພັດທະນາ | ໂຟຣ໌ ລິຟ ສະຕູດີໂອສ |
| ຜູ້ວາງຈຳໜ່າຍ | ໂຟຣ໌ ລິຟ ສະຕູດີໂອສ |
| ຜູ້ກຳກັບ | delta Raide yujovi |
| ຜູ້ອຳນວຍການຜະລິດ | Cam "cpl_crud" O'Neill Suriko |
| ຜູ້ຂຽນໂປຣແກຣມ | delta |
| ສິລະປິນ | gebyy-terar Kamifish moekki Rose "pimmy" Cote raemz Raide |
| ຜູ້ຂຽນບົດ | Anonymous22 (ຊິຊຶເນະ) Aura (ຣິນ) Cam "cpl_crud" O'Neill (ຮານາໂກະ) Suriko (ລິນລີ້) TheHivemind (ເອມິ) |
| ຜູ້ປະພັນ | Sebastien "NicolArmarfi" Skaf Andy "Blue123" Andi |
| ເອນຈິນ | Ren'Py |
| ເຄື່ອງຫຼິ້ນ | ວິນໂດ, ແມັກໂອເອັສເອັກຊ໌, ລີນຸກ |
| ວັັນວາງຈຳໜ່າຍ | ທີ4ມັງກອນປີ2012 (ອັງກິດ)[1] ທີ8ກໍລະກົດປີ2013 (ຝຣັ່ງ)[2] ທີ9ທັນວາປີ2013 (ຣັສເຊຍ)[3] ທີ27ກໍລະກົດປີ2014 (ສະເປນ)[4] ທີ1ເມສາປີ2015 (ຍີ່ປຸ່ນ)[5] ທີ14ທັນວາປີ2015 (ອີຕາລີ)[6] ທີ15ສິງຫາປີ2024 (ສຕີມ)[7] |
| ແນວ | ວີຊວນໂນເວວ, nakige |
| ຮູບແບບ | ຜູ້ຫຼິ້ນດ່ຽວ |
ຄາຕະວະ ໂຊວໂຈ (ຍີ່ປຸ່ນ: かたわ少女, ໂຣມາຈິ: Katawa Shōjo; ແປວ່າ "ສາວພິການ", ອັງກິດ: Katawa Shoujo) ແມ່ນເກມວີຊວນໂນເວວສະໄຕລ໌ບິໂຊໂຈທີສ້າງຂຶ້ນໂດຍໂຟຣ໌ ລິຟ ສະຕູດີໂອສ(Four Leaf Studios) ທີ່ເລົ່າເລື່ອງລາວຂອງເດັກໜຸ່ມຄົນໜຶ່ງກັບຍິງສາວອີກຫ້າຄົນທີ່ມີຄວາມພິການຕ່າງກັນ. ຕົວເກມແມ່ນໃຊ້ຮູບແບບໆວິຊວນໂນເວວແບບຂໍ້ຄວາມ ແລະໃຊ້ຕົວລະຄອນສອງມິຕິຕາມສະໄຕລ໌ເອດີວີ(ADV)ໂດຍຣັນດ້ວຍເອັນຈິ້ນ ເຣນ'ໄພ. ຕົວເກມແມ່ນຢູ່ພາຍໃຕ້ສັນຍາລິຂະສິດຄຣີເອທີຟ ຄອມມອນສ໌ CC-BY-NC-ND.[8]
ເນື້ອເລື່ອງສ່ວນໃຫຍ່ເກີດຂຶ້ນທີ່ໂຮງຮຽນມັດທະຍົມຢາມາຄຸ ໂຮງຮຽນປະຈຳສຳລັບນັກຮຽນທີ່ມີຄວາມພິການ ເຊິ່ງຕັ້ງຢູ່ໃນເມືອງແຫ່ງໜຶ່ງທາງພາກເໜືອຂອງຍີ່ປຸ່ນ.[9] ຜູ້ຫຼິ້ນຈະຮັບບົດເປັນ ຮິຊາໂອະ ນາຄາອິ ເດັກໜຸ່ມທຳມະດາຜູ້ໜຶ່ງທີ່ຊີວິດຕ້ອງພິກຜັນໄປຫຼັງຈາກການຫົວໃຈວາຍຈາກອາການຫົວໃຈເຕັ້ນຜິດຈັງຫວະເລື້ອລັງ. ຫຼັງຈາກການຮັກສາຕົວເປັນເວລາເຫີງນານ ລາວຈຳເປັນຕ້ອງຍ້າຍໄປຮຽນຢູ່ໂຮງຮຽນທີ່ມີຄວາມຊ່ຽວຊານໃນການໃຫ້ການສຶກສາ ແລະ ການດູແລສຸຂະພາບສຳລັບນັກຮຽນທີ່ມີຄວາມພິການ ໂດຍໃນເລື່ອງລາວນີ້ ຮິຊາໂອະຈະໄດ້ຜະເຊີນໜ້າກັບສະພາບຂອງຕົນເອງ ແລະ ການປັບຕົວເຂົ້າກັບໂຮງຮຽນແຫ່ງນີ້.[10]
ຮູບແບບການຫຼິ້ນຂອງຄາຕະວະ ໂຊວໂຈ ເປັນແບບເລືອກເສັ້ນທາງຕ່າງໆ, ຜູ້ຫຼິ້ນຈະໄດ້ອ່ານເນື້ອຫາແລ້ວຕອບຄຳຖາມຫຼືເລືອກຕົວເລືອກທີ່ກຳໜົດໄວ້ແລ້ວ ເຊິ່ງການຕັດສິນໃຈຂອງຜູ້ຫຼິ້ນຈະສົ່ງຜົນໃຫ້ເກີດເຫດການ ຫຼື ບົດສົນທະນາສະເພາະຂຶ້ນຢູ່ກັບທາງທີ່ເລືອກ ເນື້ອເລື່ອງຈະແຕກອອກເປັນຫຼາຍເສັ້ນທາງ, ໂດຍແຕ່ລະເສັ້ນທາງຈະເລົ່າເຖິງຄວາມສຳພັນທີ່ຈະເລິດເຊິ່ງຂຶ້ນເລື້ອຍໆ ຫຼືຈົນກາຍເປັນຄວາມຮັກລະຫວ່າງຮິຊາໂອະກັບໜຶ່ງໃນຫ້າຕົວລະຄອນຍິງຫຼັກ ເຊິ່ງສາມາດຈົບລົງໄດ້ທັງແບບດີ ແບບ ຮ້າຍ ຫຼື ແບບກາງໆ.[11]
ອ້າງອີງ
[ດັດແກ້]- ↑ "Katawa Shoujo Dev Blog". Katawashoujo.blogspot.com. ຄົ້ນຫາເມື່ອ January 3, 2012.
- ↑ "Katawa Shoujo Dev Blog: Katawa Shoujo 1.1 Released". Katawashoujo.blogspot.com. July 8, 2013. ຄົ້ນຫາເມື່ອ August 22, 2014.
- ↑ "Novellae Subs". Novellaesubs.ru. ຂໍ້ມູນເກົ່າທີ່ຖືກບັນທຶກຈາກແຫຼ່ງດັ້ງເດີມເມື່ອ January 7, 2014. ຄົ້ນຫາເມື່ອ August 22, 2014.
- ↑ "Katawa Shoujo Dev Blog". KatawaShoujo.blogspot.com. ຄົ້ນຫາເມື່ອ July 27, 2014.
- ↑ "Katawa Shoujo Dev Blog - "Katawa Shoujo Japanese translation released!"". KatawaShoujo.blogspot.com. April 1, 2015. ຄົ້ນຫາເມື່ອ April 1, 2015.
- ↑ "Katawa Shoujo Dev Blog: Katawa Shoujo in Italian!". KatawaShoujo.blogspot.com. December 14, 2015. ຄົ້ນຫາເມື່ອ August 2, 2016.
- ↑ "Katawa Shoujo Heads to Steam and Itch.io in August". Siliconera. July 28, 2024.
- ↑ Katawa Shoujo Act 1 Manual. Four Leaf Studios. April 29, 2009. pp. 10–12.
- ↑ "Behind the Name". Katawa Shoujo Dev Blog. September 13, 2009. ຄົ້ນຫາເມື່ອ April 19, 2016.
- ↑ "About Katawa Shoujo". Katawa Shoujo. 2007. ຄົ້ນຫາເມື່ອ October 13, 2016.
- ↑ "Katawa Shoujo (PC) FAQ/Walkthrough by MegaManZ3ro". GameFAQs. January 25, 2012. ຄົ້ນຫາເມື່ອ November 9, 2012.