Jump to content

ຄາຕະວະ ໂຊວໂຈ

ຈາກ ວິກິພີເດຍ
ຄາຕະວະໂຊວໂຈ
ຜູ້ພັດທະນາໂຟຣ໌ ລິຟ ສະຕູດີໂອສ
ຜູ້ວາງຈຳໜ່າຍໂຟຣ໌ ລິຟ ສະຕູດີໂອສ
ຜູ້ກຳກັບdelta
Raide
yujovi
ຜູ້ອຳນວຍການຜະລິດCam "cpl_crud" O'Neill
Suriko
ຜູ້ຂຽນໂປຣແກຣມdelta
ສິລະປິນgebyy-terar
Kamifish
moekki
Rose "pimmy" Cote
raemz
Raide
ຜູ້ຂຽນບົດAnonymous22 (ຊິຊຶເນະ)
Aura (ຣິນ)
Cam "cpl_crud" O'Neill (ຮານາໂກະ)
Suriko (ລິນລີ້)
TheHivemind (ເອມິ)
ຜູ້ປະພັນSebastien "NicolArmarfi" Skaf
Andy "Blue123" Andi
ເອນຈິນRen'Py
ເຄື່ອງຫຼິ້ນວິນໂດ, ແມັກໂອເອັສເອັກຊ໌, ລີນຸກ
ວັັນວາງຈຳໜ່າຍທີ4ມັງກອນປີ2012 (ອັງກິດ)[1]
ທີ8ກໍລະກົດປີ2013 (ຝຣັ່ງ)[2]
ທີ9ທັນວາປີ2013 (ຣັສເຊຍ)[3]
ທີ27ກໍລະກົດປີ2014 (ສະເປນ)[4]
ທີ1ເມສາປີ2015 (ຍີ່ປຸ່ນ)[5]
ທີ14ທັນວາປີ2015 (ອີຕາລີ)[6]
ທີ15ສິງຫາປີ2024 (ສຕີມ)[7]
ແນວວີຊວນໂນເວວ, nakige
ຮູບແບບຜູ້ຫຼິ້ນດ່ຽວ

ຄາຕະວະ ໂຊວໂຈ (ຍີ່ປຸ່ນ: かたわ少女, ໂຣມາຈິ: Katawa Shōjo; ແປວ່າ "ສາວພິການ", ອັງກິດ: Katawa Shoujo) ແມ່ນເກມວີຊວນໂນເວວສະໄຕລ໌ບິໂຊໂຈທີສ້າງຂຶ້ນໂດຍໂຟຣ໌ ລິຟ ສະຕູດີໂອສ(Four Leaf Studios) ທີ່ເລົ່າເລື່ອງລາວຂອງເດັກໜຸ່ມຄົນໜຶ່ງກັບຍິງສາວອີກຫ້າຄົນທີ່ມີຄວາມພິການຕ່າງກັນ. ຕົວເກມແມ່ນໃຊ້ຮູບແບບໆວິຊວນໂນເວວແບບຂໍ້ຄວາມ ແລະໃຊ້ຕົວລະຄອນສອງມິຕິຕາມສະໄຕລ໌ເອດີວີ(ADV)ໂດຍຣັນດ້ວຍເອັນຈິ້ນ ເຣນ'ໄພ. ຕົວເກມແມ່ນຢູ່ພາຍໃຕ້ສັນຍາລິຂະສິດຄຣີເອທີຟ ຄອມມອນສ໌ CC-BY-NC-ND.[8]

ເນື້ອເລື່ອງສ່ວນໃຫຍ່ເກີດຂຶ້ນທີ່ໂຮງຮຽນມັດທະຍົມຢາມາຄຸ ໂຮງຮຽນປະຈຳສຳລັບນັກຮຽນທີ່ມີຄວາມພິການ ເຊິ່ງຕັ້ງຢູ່ໃນເມືອງແຫ່ງໜຶ່ງທາງພາກເໜືອຂອງຍີ່ປຸ່ນ.[9] ຜູ້ຫຼິ້ນຈະຮັບບົດເປັນ ຮິຊາໂອະ ນາຄາອິ ເດັກໜຸ່ມທຳມະດາຜູ້ໜຶ່ງທີ່ຊີວິດຕ້ອງພິກຜັນໄປຫຼັງຈາກການຫົວໃຈວາຍຈາກອາການຫົວໃຈເຕັ້ນຜິດຈັງຫວະເລື້ອລັງ. ຫຼັງຈາກການຮັກສາຕົວເປັນເວລາເຫີງນານ ລາວຈຳເປັນຕ້ອງຍ້າຍໄປຮຽນຢູ່ໂຮງຮຽນທີ່ມີຄວາມຊ່ຽວຊານໃນການໃຫ້ການສຶກສາ ແລະ ການດູແລສຸຂະພາບສຳລັບນັກຮຽນທີ່ມີຄວາມພິການ ໂດຍໃນເລື່ອງລາວນີ້ ຮິຊາໂອະຈະໄດ້ຜະເຊີນໜ້າກັບສະພາບຂອງຕົນເອງ ແລະ ການປັບຕົວເຂົ້າກັບໂຮງຮຽນແຫ່ງນີ້.[10]

ຮູບແບບການຫຼິ້ນຂອງຄາຕະວະ ໂຊວໂຈ ເປັນແບບເລືອກເສັ້ນທາງຕ່າງໆ, ຜູ້ຫຼິ້ນຈະໄດ້ອ່ານເນື້ອຫາແລ້ວຕອບຄຳຖາມຫຼືເລືອກຕົວເລືອກທີ່ກຳໜົດໄວ້ແລ້ວ ເຊິ່ງການຕັດສິນໃຈຂອງຜູ້ຫຼິ້ນຈະສົ່ງຜົນໃຫ້ເກີດເຫດການ ຫຼື ບົດສົນທະນາສະເພາະຂຶ້ນຢູ່ກັບທາງທີ່ເລືອກ ເນື້ອເລື່ອງຈະແຕກອອກເປັນຫຼາຍເສັ້ນທາງ, ໂດຍແຕ່ລະເສັ້ນທາງຈະເລົ່າເຖິງຄວາມສຳພັນທີ່ຈະເລິດເຊິ່ງຂຶ້ນເລື້ອຍໆ ຫຼືຈົນກາຍເປັນຄວາມຮັກລະຫວ່າງຮິຊາໂອະກັບໜຶ່ງໃນຫ້າຕົວລະຄອນຍິງຫຼັກ ເຊິ່ງສາມາດຈົບລົງໄດ້ທັງແບບດີ ແບບ ຮ້າຍ ຫຼື ແບບກາງໆ.[11]

ອ້າງອີງ

[ດັດແກ້]
  1. ↑ "Katawa Shoujo Dev Blog". Katawashoujo.blogspot.com. ສືບຄົ້ນເມື່ອ ມັງກອນ 3, 2012.{{cite web}}: CS1 maint: date auto-translated (ລິ້ງ)
  2. ↑ "Katawa Shoujo Dev Blog: Katawa Shoujo 1.1 Released". Katawashoujo.blogspot.com. ກໍລະກົດ 8, 2013. ສືບຄົ້ນເມື່ອ ສິງຫາ 22, 2014.{{cite web}}: CS1 maint: date auto-translated (ລິ້ງ)
  3. ↑ "Novellae Subs". Novellaesubs.ru. ຂ້ໍມູນເກົ່າຈາກຕົ້ນສະບັບ ເມື່ອ ມັງກອນ 7, 2014. ສືບຄົ້ນເມື່ອ ສິງຫາ 22, 2014.{{cite web}}: CS1 maint: date auto-translated (ລິ້ງ)
  4. ↑ "Katawa Shoujo Dev Blog". KatawaShoujo.blogspot.com. ສືບຄົ້ນເມື່ອ ກໍລະກົດ 27, 2014.{{cite web}}: CS1 maint: date auto-translated (ລິ້ງ)
  5. ↑ "Katawa Shoujo Dev Blog - "Katawa Shoujo Japanese translation released!"". KatawaShoujo.blogspot.com. ເມສາ 1, 2015. ສືບຄົ້ນເມື່ອ ເມສາ 1, 2015.{{cite web}}: CS1 maint: date auto-translated (ລິ້ງ)
  6. ↑ "Katawa Shoujo Dev Blog: Katawa Shoujo in Italian!". KatawaShoujo.blogspot.com. ທັນວາ 14, 2015. ສືບຄົ້ນເມື່ອ ສິງຫາ 2, 2016.{{cite web}}: CS1 maint: date auto-translated (ລິ້ງ)
  7. ↑ "Katawa Shoujo Heads to Steam and Itch.io in August". Siliconera. ກໍລະກົດ 28, 2024.{{cite web}}: CS1 maint: date auto-translated (ລິ້ງ)
  8. ↑ Katawa Shoujo Act 1 Manual. Four Leaf Studios. ເມສາ 29, 2009. ນ. 10–12.{{cite book}}: CS1 maint: date auto-translated (ລິ້ງ)
  9. ↑ "Behind the Name". Katawa Shoujo Dev Blog. ກັນຍາ 13, 2009. ສືບຄົ້ນເມື່ອ ເມສາ 19, 2016.{{cite web}}: CS1 maint: date auto-translated (ລິ້ງ)
  10. ↑ "About Katawa Shoujo". Katawa Shoujo. 2007. ຂ້ໍມູນເກົ່າຈາກຕົ້ນສະບັບ ເມື່ອ ຕຸລາ 17, 2016. ສືບຄົ້ນເມື່ອ ຕຸລາ 13, 2016.{{cite web}}: CS1 maint: date auto-translated (ລິ້ງ)
  11. ↑ "Katawa Shoujo (PC) FAQ/Walkthrough by MegaManZ3ro". GameFAQs. ມັງກອນ 25, 2012. ສືບຄົ້ນເມື່ອ ພະຈິກ 9, 2012.{{cite web}}: CS1 maint: date auto-translated (ລິ້ງ)