ຄະນະວິສະວະກຳສາດ

ຈາກ ວິກິພີເດຍ

ຄວາມເປັນມາໂດຍຫຍໍ້[ດັດແກ້]

ວັນທີ 09 ມິຖຸນາ 1995, ໂດຍປະຕິບັດຕາມມະຕິຄຳສັ່ງຂອງລັດຖະບານ ສະບັບເລກທີ 50/ນຍ, ຄະນະວິສະວະກຳ ແລະ ສະຖາປັດຕະຍະກຳສາດ (ຄວສ) ໄດ້ຮັບການສ້າງຕັ້ງຂຶ້ນໂດຍການລວມເອົາ 5 ສະຖາບັນຊັ້ນສູງຄື: ມະຫາວິທະຍາໄລສັບພະວິຊາ2ທັນວາ (1984), ໂຮງຮຽນ ອີເລັກໂຕຣນິກ (1977), ໂຮງຮຽນຄົມມະນາຄົມ ແລະ ການຂົນສົ່ງ (1983), ໂຮງຮຽນສະຖາປັດຕະຍະກຳສາດ (1979) ແລະ ໂຮງຮຽນ ຊົນລະປະທານ ຕາດທອງ (1983).

ຄະນະວິສະວະກຳສາດ ໄດ້ເຕີບໃຫຍ່ເປັນຄະນະທີ່ໃຫຍ່ທີ່ສຸດຂອງ ມະຫາວິທະຍາໄລແຫ່ງຊາດ. ນັບແຕ່ເດືອນ ມິຖຸນາ ປີ 2004 ພາກວິຊາ ສະຖາປັດຕະຍະກຳສາດ ໄດ້ແຍກອອກຈາກ ຄະນະວິສະວະກຳ ແລະ ສະຖາປັດຕະຍະກຳ ສາດ ແລ້ວປ່ຽນເປັນຄະນະສະຖາປັດຕະຍະກຳສາດ. ດັ່ງນັ້ນ, ຄະນະວິສະວະກຳ ແລະ ສະຖາປັດຕະຍະກຳສາດ ໃນປັດຈຸບັນຈິ່ງໄດ້ ປ່ຽນຊື່ເປັນ ຄະນະວິສະວະກຳສາດ (ຄວສ).

ພາລະໜ້າທີ່[ດັດແກ້]

ຄະນະວິສະວະກຳສາດ ໜຶ່ງໃນ 12 ຄະນະ ທີ່ນອນຢູ່ໃນມະຫາວິທະຍາໄລແຫ່ງຊາດລາວ (ມຊ) ແມ່ນຕັ້ງຂຶ້ນດ້ວຍ ຈຸດປະສົງດັ່ງຕໍ່ໄປນີ້:

- ເພື່ອສ້າງວິສະວະກອນທີ່ມີຄວາມສາມາດ, ຄວາມຊຳນິຊຳນານ, ປະສົບການ ແລະ ມີຈະລະຍະທຳ. - ເພື່ອກະຕຸ້ນການພັດທະນາການສອນ ລວມທັງການວິໄຈຄົ້ນຄວ້າ. - ເພື່ອໂຄສະນາ ແລະ ຮັກສາໄວ້ໃນສິນລະປະ ແລະ ວັດທະນາທຳຂອງຊາດ. - ເພື່ອເປັນສູນການຂອງຂໍ້ມູນຂ່າວສານ ແລະ ເທັກໂນໂລຢີ - ເພື່ອເປັນບ່ອນໃຫ້ບໍລິການແກ່ສັງຄົມ ໂດຍສະເພາະທາງດ້ານວິສະວະກຳ ແລະ ເທັກໂນໂລຢີ

ລິ້ງນອກ[ດັດແກ້]