ຄວາມຕາຍ
ຮູບຮ່າງການສະແດງຜົນ
ຄວາມຕາຍ ຫຼື ການເສຍຊີວິດ ແມ່ນການສິ້ນສຸດຂອງຊີວິດ ແລະ ການເຮັດໜ້າທີ່ທາງຊີວະພາບ. ປະກົດການທົ່ວໄປທີ່ນຳມາເຊິ່ງຄວາມຕາຍ ໄດ້ແກ່: ຄວາມຊະລາ, ການຖືກລ່າ, ການຂາດສານອາຫານ, ໂລກໄພໄຂ້ເຈັບ, ການຂ້າຕົວຕາຍ, ຄາດຕະກຳ, ຄວາມອຶດຫິວ, ການຂາດນ້ຳ ແລະ ອຸປະຕິເຫດ ຫຼື ການບາດເຈັບພາຍໃນຮ່າງກາຍ. ຮ່າງກາຍ ຫຼື ສົບຂອງສິ່ງທີ່ມີຊີວິດຈະເລີ່ມເນົ່າເປື່ອຍໃນບໍ່ດົນຫຼັງຈາກເສຍຊີວິດ. ຄວາມຕາຍຖືວ່າເປັນໂອກາດທີ່ເສົ້າສະຫຼົດໃຈ ຫຼື ບໍ່ໜ້າຍິນດີຢ່າງໜຶ່ງ, ເຊິ່ງເກີດມາຈາກຄວາມຜູກພັນ ຫຼື ຄວາມຮັກທີ່ມີຕໍ່ບຸກຄົນທີ່ເສຍຊີວິດນັ້ນ.
ສາເຫດການຕາຍທີ່ພົບເລື້ອຍທີ່ສຸດແມ່ນ ພະຍາດຫົວໃຈ, ຖັດມາແມ່ນ ພະຍາດຫຼອດເລືອດສະໝອງ ແລະ ພະຍາດກ່ຽວກັບເສັ້ນເລືອດໃນສະໝອງ, ແລະ ລຳດັບທີສາມແມ່ນ ພາວະຕິດເຊື້ອໃນລະບົບທາງເດີນຫາຍໃຈຕອນລຸ່ມ.[1]
ອ້າງອີງ
[ດັດແກ້]- ↑ Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).