ຂະໜົມໂຄຍລີງ
ຮູບຮ່າງການສະແດງຜົນ
| ແຫຼ່ງກຳເນີດ | ປະເທດໄທ |
|---|---|
| ພູມິພາກ | ພາກຕາເວັນອອກຂອງໄທ |
| ຜູ້ສ້າງສັນ | ຄົນຈັງຫວັດຈັນທະບູລີ |
| ລາຍລະອຽດ | |
| ຊະນິດ | ຂະໜົມໄທ |
| ສ່ວນປະສົມຫຼັກ | ແປ້ງເຂົ້າໜຽວ, ນ້ຳຕານ, ໝາກງາດຳ ແລະ ໝາກພ້າວອ່ອນ |
ຂະໜົມໂຄຍລີງແມ່ນຂະໜົມໄທຊະນິດໜຶ່ງທີ່ມີຖິ່ນກຳເນີດຢູ່ ຈັງຫວັດຈັນທະບູລີ ຊື່ຂະໜົມໂຄຍລີງແມ່ນມາຈາກຮູບຮ່າງຄ້າຍຄືກັບອະໄວຍະວະເພດຂອງລິງແສມທີ່ພົບເຫັນຢູ່ໃນປ່າດົງດິບທ້ອງຖິ່ນ. ມັນມີປະຫວັດສາດດົນນານຫຼາຍກວ່າ 100 ປີ[1]
ຂະໜົມໂຄຍລີງແມ່ນຜະລິດຈາກແປ້ງເຂົ້າໜຽວເປັນສ່ວນປະກອບຫຼັກ. ປັ້ນເປັນຮູບຊົງຍາວຕາມທີ່ໄດ້ອະທິບາຍໄວ້ຂ້າງເທິງ. ຖອກດ້ວຍນ້ຳຕານ, ໝາກງາດຳ ແລະ ໝາກພ້າວ ອ່ອນ.
ຂະໜົມໂຄຍລີງສ່ວນຫຼາຍແມ່ນຜະລິດແລະຂາຍຢູ່ ອຳເພີເມືອງຈັນທະບູລີ ໂດຍສະເພາະຢູ່ ຊຸມຊົນເຂົ້າໜົມແປກ, ຕັ້ງຢູ່ໃກ້ກັບ ແມ່ນ້ຳຈັນທະບູລີ. ມີອາຫານໄທແລະຂອງຫວານທ້ອງຖິ່ນຂາຍຈໍານວນຫຼາຍ[1]