ກຸ່ມປະຕິການ
ໃນທາງລັດຖະສາດ ກຸ່ມປະຕິກິລິຍາ (ອັງກິດ: Reactionary) ຫຼືປະຕິການ (ອັງກິດ: Reactionist) ແມ່ນບຸກຄົນທີ່ມີທັດສະນະຄະຕິທາງການເມືອງທີ່ສະໜັບສະໜຸນໃຫ້ກັບສູ່ສະພາບເດິມ ຊື່ງແມ່ນສະພາບທາງການເມືອງຫຼືສະພາບສັງຄົມໃນອະດີດ ໂດຍບຸກຄົນນັ້ນເຊື່ອວ່າມີລັກສະນະເຊີງບວກທີ່ສັງຄົມໃນປະຈຸບັນບໍ່ມີຢູ່ [1]
ກຸ່ມປະຕິກິລິຍາແມ່ນເປັນກຸ່ມການເມືອງຝ່າຍຂວາຫຼືອະນຸລັກນິຍົມທາງອຸດົມການ [1] ໂດຍກຸ່ມປະຕິກິລິຍາແມ່ນເປັນກຸ່ມທີ່ຕໍ່ຕ້ານການປ່ຽນແປງຂອງສັງຄົມ ໃນຂະນະທີ່ກຸ່ມອະນຸລັກນິຍົມພະຍະຍາມຮັກສາໂຄງສ້າງແລະຄວາມເປັນລະບຽບທາງສັງຄົມ - ເສດຖະກິດທີ່ມີຢູ່ [2] ໃນຄວາມໝາຍທົ່ວໄປ ກຸ່ມປະຕິກິລິຍາໝາຍເຖິງການເມືອງແບບອະນຸລັກນິຍົມທີ່ຕໍ່ຕ້ານການປ່ຽນແປງໃນສັງຄົມ ການເມືອງ ແລະເສດຖະກິດ [3][4]
ປະຕິກິລິຍາ ຫຼືປະຕິການ ມີໃຊ້ຄັ້ງທຳອິດໃນການປະຕິວັດຝະລັ່ງ (French Revolution) ໂດຍເປັນການຮຽກກຸ່ມຜູ້ນິຍົມລະບອບກະສັດຝະລັ່ງເຊີ່ງຖືກມ້າງເພໄປໃນການປະຕິວັດ [5] [6] ພາຍຫຼັງຖືກນຳໃຊ້ເປັນສັບທາງການເມືອງລັດທິຄອມມູນິດຫຼືສັງຄົມນິຍົມເຊີ່ງນຳໃຊ້ເພື່ອຮຽກຜູ້ຕໍ່ຕ້ານລັດທິຄອມມູນິດວ່າເປັນຜູ້ຕໍ່ຕ້ານການປ່ຽນແປງ ໃນພາສາລາວ ຄຳວ່າ ປະຕິການ ໝາຍເຖິງກຸ່ມຕໍ່ຕ້ານພັກປະຊາຊົນປະຕິວັດລາວແລະລັດຖະບານລະບອບໃໝ່ເຊິ່ງເກີດເປັນສາທາລະນະລັດປະຊາທິປະໄຕປະຊາຊົນລາວພາຍຫຼັງການປະຕິວັດໃນປີ 1975
ອ້າງອີງ
[ດັດແກ້]- ↑ 1.0 1.1 The New Fontana Dictionary of Modern Thought Third Edition, (1999) p. 729. ISBN 9780002558716
- ↑ Lilla, Mark (2016). "Introduction". The Shipwrecked Mind. New York Review Books. pp. xii. ISBN 9781590179024.
- ↑ "reactionary". Lexico. Archived from the original on October 14, 2019.
- ↑ "reactionary". Merriam-Webster.
- ↑ Lozada, C (2019-09-09). "Why reactionary nostalgia is stronger than liberal hope". The Washington Post. The Washington Post. Retrieved 2022-06-10.
- ↑ Sullivan, A (2017-05-01). "The Reactionary Temptation". Intelligencer. Vox Media, LLC. Retrieved 2022-06-10.