Jump to content

ກຳເນີດບາບທາໂກປີ້

ຈາກ ວິກິພີເດຍ
ກຳເນີດບາບທາໂກປີ້
ຊື່ ກຳເນີດບາບທາໂກປີ້
ຊື່ພາສາຍີ່ປຸ່ນ タコピーの原罪
ໂຣມາຈິ Takopī no Genzai
ປະເພດ
ຜູ້ສ້າງ ໄທຊັງ 5 [ja]
ມັງງະ
ຂຽນໂດຍໄທຊັງ 5 [ja]
ສຳນັກພິມຊູເອຊະ
ໃນເຄືອຈັມປ໌ ຄອມມິກສ໌+
ນິດຕະຍະສານໂຊເນັງ ຈັມປ໌+
ກຸ່ມເປົ້າໝາຍໂຊເນັງ
ວາງຈຳໜ່າຍຕັ້ງແຕ່ທີ 10 ທັນວາປີ 2021ທີ 25 ມີນາປີ 2022
ຈຳນວນເຫຼັ້ມ2
ໂອເອັນເອ
ກຳກັບໂດຍຊິນຢະ ອິໂນະ
ຂຽນບົດໂດຍຊິນຢະ ອິໂນະ
ດົນຕີໂດຍໂຢຊິອາກິ ຟູຈິຊາວະ
ສະຕູດີໂອເອນິຊິຢະ [ja]
ຖືລິຂະສິດໂດຍ
ສາຍ ທີ 28 ມິຖຸນາປີ 2025 – ປັດຈຸບັນ
ຕອນ6
ກາ​ຕູນ​ຍີ່​ປຸ່ນ​

ກຳເນີດບາບທາໂກປີ້ (ຍີ່ປຸ່ນ: タコピーの原罪, ໄທ: กำเนิดบาปทาโกปี้) ແມ່ນຊຸດເວັບມັງງະຍີ່ປຸ່ນທີ່ແຕ່ງແລະແຕ້ມໂດຍ ໄທຊັງ 5 ເຜີຍແຜ່ທາງເວັບ ໂຊເນັງຈັມປ໌+ ຂອງສຳນັກພິມຊູເອຊະຕັ້ງແຕ່ວັນທີ 10 ເດືອນທັນວາປີ 2021[2] ຮອດ ທີ 25 ມີນາປີ 2022[3] ຕີພິມເປັນປຶ້ມມັງງະລວມເຫຼັ້ມ (ທັງໂກບົງ) ທັງໝົດ 2 ເຫຼັ້ມ.[4][5] ມີອໍຣິຈິນັລເນັດແອນິເມຊັ້ນທີ່ຜະລິດໂດຍ ເອນິຊິຢະ [ja] ເລີ່ມອອກອາກາດໃນວັນທີ 28 ມິຖິນາປີ 2025[6][7][8] ຜ່ານຊ່ອງທາງສຕຣີ້ມມິງຕ່າງໆ.[9]

ໂຄງເລື່ອງ

[ດັດແກ້]

ໃນປີ 2016 ນິນຸອະນູເຄເອຟ ມະນຸດຕ່າງດາວຈາກດາວແຮັບປີ້ ໄດ້ມາຮອດໂລກໂດຍມີຈຸດໝາຍຄືການເຜີຍແຜ່ຄວາມສຸກໃຫ້ຄົນອື່ນໆ. ຫຼັງໜີຈາກການໄລ່ລ່າຂອງທາງລັດຖະບານ ລາວໄດ້ພົບກັບຊິຊຶກະ ເດັກຜູ້ຍິງເກົ້າປີທີ່ຖືກມາຣິນະ ຜູ້ເປັນໝູ່ຮ່ວມຫ້ອງກັ່ນແກ້ງຕະຫຼອດ ແລະມີພຽງໝາຂອງລາວຊື່ຊັບປີ້ເທົ່ານັ້ນເປັນໝູ່. ຊິຊຶກະຕັ້ງຊື່ໃຫ້ມະນຸດຕ່າງດາວວ່າ ທາໂກປີ້ ຍ້ອນລາວມີຮູບຮ່າງຄືກັບປາໝຶກ. ທາໂກປີ້ຕັດສິນໃຈໃຊ້ ເຄື່ອງວິເສດແຫ່ງຄວາມສຸກ ຈາກດາວຂອງຕົນເພື່ອຊ່ວຍຊິຊຶກະ ແຕ່ຫຼັງຈາກທີ່ມາຣິນະຈົງໃຈເຮັດໃຫ້ຊັບປີ້ກັດໂຕເອງ ເພື່ອໃຫ້ມັນຖືກເຈົ້າໜ້າທີ່ຈັບໄປສູນຂ້າຖິ້ມ ຊິຊຶກະກໍໃຊ້ເຄື່ອງວິເສດຂອງທາໂກປີ້ຂ້າຕົວຕາຍ, ເມື່ອທາໂກປີ້ຮັບຮູ້ເຖິງຄວາມຮ້າຍແຮງຂອງສະຖານະການ ລາວກໍໃຊ້ເຄື່ອງວິເສດອີກອັນໜຶ່ງໃນການຍ້ອນເວລາກັບໄປ ຫວັງວ່າຈະສາມາດປ່ຽນແປງຊີວິດຂອງຊິຊຶກະໃຫ້ດີຂຶ້ນໄດ້.

ອ້າງອີງ

[ດັດແກ້]
  1. 1.0 1.1 1.2 "The Official Website for Takopi's Original Sin". Viz Media. ເກັບບັນທຶກໄວ້ຈາກແຫຼ່ງດັ້ງເດີມເມື່ອ June 23, 2024. ຄົ້ນຫາເມື່ອ December 9, 2024.
  2. 「タコピーの原罪」ジャンプ+で話題沸騰! いじめ、毒親…小学生の“闇深”ドラマから目が離せない. AnimeAnime.jp (ພາສາຍີ່ປຸ່ນ). February 4, 2022. ຄົ້ນຫາເມື່ອ May 7, 2022.
  3. 『タコピーの原罪』最終回が25日0時より“ジャンプ+”にて公開。重い鬱展開で心えぐられる怪作の結末に注目. Famitsu (ພາສາຍີ່ປຸ່ນ). March 24, 2022. ຄົ້ນຫາເມື່ອ May 7, 2022.
  4. 「タコピーの原罪」上巻発売で間宮くるみ、上田麗奈出演のPVを公開. Natalie (ພາສາຍີ່ປຸ່ນ). Natasha, Inc. March 4, 2022. ຄົ້ນຫາເມື່ອ May 7, 2022.
  5. 「タコピーの原罪」下巻発売で手乗りタコピー当たる、LINEスタンプも登場. Natalie (ພາສາຍີ່ປຸ່ນ). Natasha, Inc. April 4, 2022. ຄົ້ນຫາເມື່ອ May 7, 2022.
  6. タイザン5「タコピーの原罪」アニメ化!ティザービジュアル&PV公開. Comic Natalie (ພາສາຍີ່ປຸ່ນ). Natasha, Inc. December 10, 2024. ເກັບບັນທຶກໄວ້ຈາກແຫຼ່ງດັ້ງເດີມເມື່ອ December 9, 2024. ຄົ້ນຫາເມື່ອ December 9, 2024.
  7. Mateo, Alex (December 9, 2024). "Takopi's Original Sin Manga Gets Anime". Anime News Network. ເກັບບັນທຶກໄວ້ຈາກແຫຼ່ງດັ້ງເດີມເມື່ອ December 9, 2024. ຄົ້ນຫາເມື່ອ December 9, 2024.
  8. 『タコピーの原罪』アニメ化決定でPV公開 人間社会の問題描いたジャンプ+衝撃作. Oricon News (ພາສາຍີ່ປຸ່ນ). December 10, 2024. ເກັບບັນທຶກໄວ້ຈາກແຫຼ່ງດັ້ງເດີມເມື່ອ December 19, 2024. ຄົ້ນຫາເມື່ອ December 25, 2024.
  9. Pineda, Rafael Antonio (April 1, 2025). "Ani-One Asia Licenses Takopi's Original Sin, Kowloon Generic Romance, Rock is a Lady's Modesty". Anime News Network. ເກັບບັນທຶກໄວ້ຈາກແຫຼ່ງດັ້ງເດີມເມື່ອ April 1, 2025. ຄົ້ນຫາເມື່ອ April 4, 2025.