ການຝືກເທດ

ຈາກ ວິກິພີເດຍ
Icono aviso borrar.png

ຄຳ​ນຳ

ໜັງສື​ຄູ່​ເຝິກ​ຫັດ​ການ​ເປັນ​ນັກ​ເທສ​ນາ​ແລະ​ນັກ​ປາຖະກະຖາ​ນີ້ ຂ້າພະ​ເຈົ້າ​ໄດ້​ຮີບ​ໂຮມແລະຮຽບຮຽງຈາກ​ຕຳລາ​ຕ່າງໆ, ​ແນວ​ຄິຂອງ​ທ່ານ​ຜູ້​ຮູ້ ​ແລະ​ແນວ​ຄິຂອງ​ຕົນ​ເອງ ​ເພື່ອ​ໃຫ້​ພຣະສົງ​ສາມະ​ເນນຫຼືຜູ້​ສົນ​ໃຈ​ໃສ​ນທັມ​ທັງຫຼາຍຖື​ເປັນຫຼັກການ ​ໃນ​ການ​ເຝິກ​ຫັດ​ເປັນ​ນັກ​ເທສນາ, ນັກ​ປາຖະກະຖາ​ແລະ​ນັກ​ເຜີຍ​ແຜ່​ສີ​ລະ​ທັມ. ການ​ເຜີຍ​ແຜ່​ພຸດ​ທະ​ທັມຫຼືການ​ປູກຝັງ​ອົບຮົມ​ສີ​ລະ​ທັມ​ໃຫ້​ພຸດທະສາ​ສະ​ນິກະ​ຊົນ​ເປັນ​ຄົນ​ດີ ມີ​ສີ​ລະ​ທັມ​ແລະ​ປະຕິບັດ​ດີ​ປະຕິບັດ​ຊອບ​ນັ້ນ ຖື​ວ່າ​ເປັນໜ້າທີ່​ໂດຍ​ກົງ​ຂອງ​ພຣະສົງ​ສາວົກ​ຂອງ​ພຣະພຸດທະ​ເຈົ້າ ​ແຕ່​ໃນ​ປະຈຸ​ບັນ​ນີ້​ພຣະສົງ​ຜູ້​ທຳໜ້າທີ່​ເຜີຍ​ແຜ່​ອົບຮົມ​ສັ່ງສອນ​ພຸດທະສາສະນິກະຊົນ ​ໃນ​ຖານະ​“ນັກ​ເທດ”, ນັກ​ປາຖະກະຖາ​ທີ່​ມີ​ວິທະຍາ​ສີ​ລະ​ປະ​ໃນ​ການຖ່າຍ​ທອດ​ພຸດ​ທະ​ທັມ​ໃຫ້​ທີ​ປະສິດທິພາບ​ນັ້ນ ມີໜ້ອຍບໍ່ພຽງພໍ​ກັບ​ຄວາມ​ຕ້ອງການ​ຂອງ​ສັງຄົມ​ທີ່​ກຳລັງ​ຂະຫຍາຍຕົວ​ແລະ​ປ່ຽນ​ແປງ​ໄປ​ຕາມ​ຍຸກ​ສະ​ໄໝ. ຂ້າພະ​ເຈົ້າ​ເລັ່ງ​ເຫັນ​ຈຸດ​ນີ້ ຈິ່ງ​ໄດ້​ຮີບ​ໂຮມຫຼັກການ​ເທສ​ນາ, ການ​ປາຖະກະຖາ​ຂຶ້ນ ​ເພື່ອ​ເລັ່ງສົງ​ເສີມ​ບຸກຄະລາ​ກອນ​ສົງ​ດ້ານ​ການ​ເຜີຍ​ແຜ່​ພຸດທະສາ​ສະໜາ ​ໃຫ້​ໄດ້​ທັງ​ປະຣິມານ​ແລະ​ຄຸນ​ະພາບ ໜັງສື​ຄູ່​ມື​ເຫຼັ້ມນີ້​ອາດ​ຈະ​ບໍ່​ສົມບູນ ຈິ່ງ​ຫວັງ​ຢ່າງ​ຍິ່ງ​ວ່າ​ຈະ​ໄດ້​ຮັບ​ຄຳ​ແນະນຳ​ຈາກ​ຄຣູບາ​ອາຈາຣຍ໌ ​ເພື່ອນ​ສະຫະທັມມິກ ຕະຫຼອດທັງ​ນັກປຣາດບັນດິດ​ເປັນ​ຢ່າງ​ດີ ​ເພາະ​ການ​ແນະນຳ​ນັ້ນະ​ເປັນ​ເຂັມທິດ​ຊີ້​ທາງ​ແກ້​ໄຂ​ໃນ​ໂອກາດ​ຕໍ່​ໄປ. ພຣະອາຈາຣຍ໌​ເຫວ​ດ ມະ​ເສ​ໄນ ​ເຈົ້າ​ອະທິການ​ວັດ​ສີສະ​ເກດ



ຄູ່​ມື​ເຝິກ​ຫັດ ການ​ເປັນ​ນັກ​ເທສະ​ນາ​ແລະ​ນັກ​ປາຖະກະຖາ ພຣສົງ​ເປັນ​ຜູ້​ມີ​ບົດບາດ​ສຳຄັນ​ທາງ​ພຸດທະສາສະໜາ ຈຳ​ເປັນ​ຕ້ອງ​ສຶກສາ​ໃຫ້​ເຂົ້າ​​ໃຈເຖິງຫຼັກການ​ເຜີຍ​ແຜ່ພຣະພຸດທະສາສະໜາ ຄື​ກາ​ນນຳ​ເອົາ​ທັມມະ​ໄປ​ສູ່​ປະຊາຊົນ, ​ໄປ​ສູ່​ສັງຄົມ ​ເພື່ອ​ໃຫ້​ເຂົາ​ເຫຼົ່ານັ້ນ​ປະພຶດ​ຕົນ​ເປັນ​ສັມມາ​ປະຕິບັດ ອັນ​ກໍ່​ໃຫ້​ເກີດ​ຄວາມ​ສະຫງົບ, ຄວາມ​ຮົ່ມ​ເຢັນ​ເປັນ​ສຸກ​ແກ່​ສັງຄົມ​ແລະ​ປະ​ເທດ​ຊາດ ພຣະຜູ້​ທຳໜ້າທີ່​ດັ່ງກ່າວ​ມາ​ນີ້ ຮຽກວ່າ ພຣະນັກ​ເທດ, ນັກ​ປາຖະກະຖາ, ນັກສະ​ແດງ, ນັກ​ເຜີຍ​ແຜ່, ນັກ​ທັມມະ​ຈາ​ຣິກ ພາສາ​ບາ​ລີ​ໃຊ້​ສັບ​ວ່າ “ທັມມະ​ກະຖິ​ໂກ”. ຜູ້​ທຳໜ້າທີ່​ເຜີຍ​ແຜ່ພຣະພຸດທະສາສະໜາ ຕ້ອງ​ຮູ້ຈັກຫຼັກການ​ເທສະ​ນາ​ແລະ ຫຼັກການ​ປ​າຖະກະຖາ​ເປັນ​ຢ່າງ​ດີ ຈິ່ງ​ຈະ​ເຮັດ​ໃຫ້ການ​ເຜີຍ​ແຜ່​ເຂົ້າ​ເຖິງ​ຈິດ​ໃຈ​ຂອງ​ປະຊາຊົນ. ດັ່ງ​ນັ້ນ ຈິ່ງ​ຂໍ​ສະ​ເໜີ ຫຼັກການ​ເທສະ​ນາ​ແລະຫຼັກການ​ປາຖະກະຖາ​ດັ່ງ​ຕໍ່​ໄປ​ນີ້. 1.ຫຼັກການ​ເທສນາ​ທົ່ວໆ​ໄປ:

     ການ​ເທສນາ ໝາຍ​ເຖິງ​ການສະ​ແດງ​ທັມ, ການ​ກ່າວ​ທັມ, ການ​ສົນທະນາ​ທັມ ​ເປັນ​ປະ​ໂຫຍ​ດທັງ​ຜູ້​ສະ​ແດງ​ແລະ​ຜູ້​ຟັງ. ປະ​ເພດ​ຂອງ​ການ​ເທສນາ​ມີ2​ຢ່າງຄື:

1. ​ເທດ​ດ່ຽວ 2. ​ເທດ​ຄູ່ 3. ​ເທດ​ເລື່ອງ 4. ​ເທດ​ປາກ​ເປົ່າ · ນັກ​ເທສນາ​ທີ່​ຈະ​ປະສົບ​ຄວາມ​ສຳ​ເລັດ​ໄດ້ ຕ້ອງ​ດຳ​ເນີນ​ຕາມ​ຂັ້ນ​ຕອນ​ດັ່ງ​ຕໍ່​ໄປນີ້​ຄື: 1. ອຸ​ເທດ ຫົວ​ຂໍ້​ທັມມະ​ຫົວ​ຂໍ້​ເລື່ອງ​ເພື່ອ​ຕັ້ງ​ຂຶ້ນ​ເພື່ອ​ເທດ ຕ້ອງ​ໃຫ້​ເໝາະ​ແກ່​ບຸກຄົນ, ​ເວລາ, ສະຖານ​ທີ່​ແລະ​ງານ. 2. ນິ​ເທດ ການ​ອະທິບາຍ​ຫົວ​ຂໍ້​ທັມມະ ​ເນື້ອ​ເລື່ອງ​ຕ້ອງ​ໃຫ້​ຖື​ກ​ເປົ້າໝາຍຄື ​ໃຫ້​ງາມ​ໃນ​ເບື້ອງ​ຕົນ, ທ່າມກາງ​ແລະ​ເບື້ອງ​ປາຍ. 3. ປະຕິ​ນິ​ເທດ ການສະ​ແດງ​ຊ້ຳ​ສະຫຼຸບຫຍໍ້ ກໍ​ໃຫ້​ໄດ​ເນື້ອ​ຄວາມ​ລວມ, ກະ​ທັດຮັດ, ​ແຈ່ມ​ແຈ້ງ ​ແລະ ຊັດ​ເຈນ ​ເຮັດ​ໃຫ້​ຜູ້​ຟັງ​ຈື່​ຈຳ​ໄດ້​ງ່າຍ ​ເມື່ອ​ປະ​ກອບ​ດ້ວຍຫຼັກດັ່ງກ່າວ ການ​ເທສນາ​ຈິ່ງ​ຈະ​ສຳ​ເລັດ​ຜົນ. · ການ​ເທສນາ​ທີ່​ຖືກຕ້ອງ​ນັ້ນ ຕ້ອງ​ປະຕິບັດ​ຕາມຫຼັກ​ແຫ່ງ​ອົງ​ທັມມະ​ກະຖືກ5​ຢ່າງ​ຄື: 1. ອະນຸ​ບຸບ​ພິກະຖາ ສະ​ແດງ​ທັມ​ໄປ​ຕາມ​ລຳດັບ​ບໍ່​ຕັດ​ລັດ​​ໃຫ້​ຂາດ​ຄວາມ​ ໝາຍ​ເຖິງ ການສະ​ແດງ​ໄປ​ຕາມ​ຂັ້ນ​ຕອນ​ງ່າຍ, ຍາກ ​ແລະ ​ເລິກ​ແລບ​ມີ​ເຫດຜົນ​ສຳພັນ​ຕໍ່​ເນື່ອງ​ກັນ​ໄປຕົວຢ່າງ ພຣະພຸດທະ​ເຈົ້າ​ສະ​ແດງ​ອະນຸ​ບຸບ​ພິກະຖາ5​ຄື: 1.1.ທານ​ກະຖາ (​ເວົ້າ​ເລື່ອງ​ທານ) ທານ​ເປັນ​ເລື່ອງ​ທີ່​ງ່າຍ​ຄື​ເຂົ້າ​ໃຈງ່າຍ ​ແລະ​ ປະຕິບັດ​ງ່າ​ຍ ທຸກ​ຄົນ​ໃຫ້​ທານ​ໄດ້. 1.2.ສີ​ລກະຖາ (​ເວົ້າ​ເລື່ອງ​ສີລ)ສີ​ລຍາກ​ກ່ວາ​ທານ​ຂຶ້ນ​ມາ​ອີກ​ ເພາະ​ການ​ຮັກສາ​ ສີ​ລ​ເປັນ​ເລື່ອງ​ຂອງ​ການ​ຄອບ​ຄຸມ​ ກາຍ ວາຈາ ​ໃຈ ​ໃຫ້​ຢູ່​ໃນ​ກົດ​ລະບຽບບໍ່​ເຮັດ​ຄວາມ​ຊົ່ວ ບາງ​ຄົນ​ໃຫ້​ທານ​ສະບາຍ​ແຕ່​ຮັກສາ​ສີ​ລບໍ່​ໄດ້. 1.3.ສັກ​ຄະ​ກະ​ຖາ (​ເວົ້າ​ເລື່ອງ​ສະຫວັນ) ສະຫວັນ​ເບິ່ງ​ບໍ່​ເຫັນ​ດ້ວຍ​ຕາ ບາງ​ຄົນ​ກໍ​ສົງ​ໄສ​ວ່າ​ສະຫວັນ​ມີ​ຈິງຫຼືບໍ່ ​ເລື່ອງ​ສະຫວັນ​ຈິ່ງ​ເປັນ​ເລື່ອງ​ທີ່​ເລິກ​ລົງ​ໄປ​ຕາມ​ລຳດັບ​ແລະ ການ​ປະຕິບັດ​ເພື່ອ​ໃຫ້​ໄດ້​ໄປ​ສະຫວັນ ກໍ​ຕ້ອງ​ເຮັດ​ທັງ​ທານ​ແລະ​ຮັກສາ​ສີ​ລ​ໃຫ້​ສົມບູນ ກໍ​ຍິ່ງ​ເປັນ​ການ​ຍາກ​ໄປ​ອີກ. 1.4.ກາມາ​ທີ​ນະວະກະ​ຖາ (​ເວົ້າ​ເລື່ອງ​ໂທດ​ຂອງ​ກາມ) ການ​ຊີ້ໂທດ​ຂອງ​ສິ່ງ​ໃດ​ກໍ​ຕາມ ​ແກ່​ຜູ້​ທີ່ຫຼໍ່ົງ​ໄຫຼຢູ່​ໃນ​ສິ່ງ​ນັ້ນ ຍາກ​ກວ່າ​ການ​ກິ້ງທ່ອນ​ໄມ້​ຂຶ້ນ​ພູ​ເຂົາ ​ເພາະ​ປຸຖຸຊົນ​ເຫັນ​ວ່າ ກາມ​ເປັນ​ຂອງ​ດີ ຕ່າງ​ກໍ​ມົວ​ເມົາຫຼົງຢູ່​ໃນ​ກາມ​ຄື ຮູບ ສຽງ ກິ່ນ ຣົດ ສັມຜັດ (​ເໝືອນດັ່ງໜອນມຸດ​ຢູ່​​ໃນ​ຖານ) ດັ່ງ​ນິທານ​ເລື່ອງໜອນກັບ​ເທວະ​ດາ.

  ​ເລື່ອງ​ມີ​ຢູ່​ວ່າມີໜອນອ້ວນ​ໂຕໜຶ່ງມຸດ​ລົງ​ມຸດ​ຂຶ້ນ​ແລະ​ລອຍ​ຢູ່​ໃນ​ຖານ​ຂອງ​ພຣະ ​ມີເທວະ​ດາຕົນໜຶ່ງກໍ​ມາ​ຢືນ​ນ້ຳຕາ​ໄຫຼຢູ່​ໃກ້ໆ ໜອນອ້ວນ​ແຫງນ​ຂຶ້ນ​ເຫັນ​ເຂົ້າ​ຈຶ່ງ​ທ້ວງ​ວ່າ“​ເຮີ້ຍ!ຍາດ​ເຈົ້າ​ຕາຍ​ບໍ​ຈຶ່ງ​ຢືນ​ຮ້ອງ​ໄຫ້?” ​ເທວະ​ດາ​ຕອບ:”ບໍ່ ຂ້ອຍ​ສົງສານ​ເຈົ້າ​ຕ່າງຫາກ” ໜອນອ້ວນ​ຖາມ:“ສົງສານ​ຂ້ອຍ​ເຮັດ​ຫຍັງ?” ​​ເທວະ​ດາຕອບ:“ສົງສານ​ທີ່​ເຈົ້າ​ມາ​ທົນ​ທຸກ​ຢູ່​ໃນ​ຂຸມ​ຂີ້​ນີ້ ​ເຈົ້າ​ຮູ້​ບໍ ​ແຕ່​ກ່ອນ​ເຈົ້າ​ເປັນ​ເທວະ​ດາ​ຄື​​ຂ້ອຍນີ້​ແຫຼະ ​ເຈົ້າ​ຈຸຕິ​ມາ​ເກີດ​ເປັນໜອນ ​ເຈົ້າ​ກັບ​ໄປ​ສູ່ສະຫວັນ​ດ້ວຍ​ກັນ​ເຖີດ” “ສະຫວັນ​ດີ​ຈັ່ງ​ໃດ​ຫວະ ໜອນອ້ວນ​ຖາມ​ແສະ​ສົງ​ໄສ” ​ເທວະ​ດາ​ເລີຍ​ບັນຍາຍ​ວ່າ ບົນ​ສະຫວັນ​ນັ້ນ​ມີ​ແຕ່​ຂອງ​ທິບ​ວິມານ​ທິບ ຊັບ​ສົມບັດ​ທິບ ອາຫານ​ທິບ ຢາກ​ໄດ້​ອັນ​ໃດ​ເນຣະມິດ​ເອົາ​ໄດ້​ທຸກ​ຢ່າງ ​ເມື່ອໜອນອ້ວນ​ໄດ້​ຟັງ​ແລ້ວ​ກໍ​ອ່ວຍ​ໜ້າໜີ​ແລະ​ເວົ້າ​ວ່າ: ຖ້າ​ເປັນ​ຢ່າງ​ນັ້ນ​ບໍ່​ໄປ​ແຫຼະຢາກ​ໄດ້​ອັນ​ໃດ​ຍັງ​ຕ້ອງ​ເສຍ​ແຮງ​ເນຣະມິດ ສູ້​ຢູ່​ທີ່​ນີ້​ບໍ່​ໄດ້​ດອກ​ຢາກກິນ​ອັນ​ໃດ​ບໍ່​ຕ້ອງ​ເນຣະມິດ ​ເຖິງ​ເວລາຫຼວງພໍ່ຫຼວງຕາກໍ​ຈະ​ມາ​ເນຣະມິດ​ໃຫ້​ເອງ ວ່າ​ແລ້ວໜອນອ້ວນ​ກໍ​ມຸດ​ຫາຍ​ໄປ​ ໃນ​ກອງ​ອາຈົມ​ອັນ​ເໝັນນັ້ນ​ແລ. ນິທານ​ເລື່ອງ​ນີ້​ສອນ​ໃຫ້​ຮູ້​​ເຖິງ​ການ​ຊີ້​ໃຫ້​ເຫັນ​ໂທດ​ຂອງ​ກາມ​ເປັນ​ເລື່ອງ​ຍາກ ​ແລະ ​ເລື່ອງ​ເລິກ​ກວ່າ​ສອນ​ການ​ໃຫ້​ທານ, ຮັກສາ​ສິນ ​ເພື່ອ​ໃຫ້​ໄດ້ໄປ​ສະຫວັນ.

1.5.​ເນກຂັມມະ​ກະຖາ (​ເວົ້າ​ເລື່ອງ​ການ​ອອກ​ຈາກ​ກາມ) ການ​ອອກ​ຈາກ​ກາມ​ດ້ວຍ​ການ​ອອກບວດ​ປະພຶດ​ພົມມະຈັນ ຫຼື ບໍ່​ບວດ​ແຕ່​ຈິດ​ໃຈ​ສະຫຼະກາມ​ໄດ້ ​ເປັນ​ຂັ້ນ​ຕອນ​ຕໍ່​ຈາກ​ການ​ເຫັນ​ໂທດ​ຂອງ​ກາມ ບາງ​ຄົນຮູ້​ວ່າ​ກາມ​ມີ​ໂທດ​ ແຕ່​ຈະ​ໃຫ້​ເລີກ​ຈາກ​ກາມ​ນັ້ນ​ມັນ​ຍາກຫຼາຍ ​ເພາະ​ສະ​ນັ້ນ​ການລະກາ​ມຈຶ່ງ​ເປັນ​ຂັ້ນ​ຕອນ​ທີ່​ຍາກ​ກວ່າ. 2.ປຣິຍາ​ຍະ​ທັດ​ສະ​ວີ ອ້າງ​ເຫດຜົນ​ປະກອບ​ແນະນຳ​ໃຫ້​ຜູ້​ຟັງ​ເຂົ້າ​ໃຈ​ເຊັ່ນ: 2.1.ຈັບ​ເອົາ​ຈຸດ​ທີ່​ສຳຄັນ​ມາ​ຂະຫຍາຍ​ເຮັດ​ໃຫ້​ຜູ້​ຟັງ​ເຂົ້າ​ໃຈ. 2.2.ຊີ້​ແຈງ​ຍົກ​ເຫດຜົນ​ມາສະ​ແດງ​ໃຫ້​ຜູ້​ຟັງ​ເຂົ້າ​ໃຈ​ຈະ​ແຈ້ງ​ແຕ່ລະ​ປະ​ເດັນ. 2.3.ອະທິບາຍ​ຫຼາຍໆຮູບ​ແບບ​ໃຫ້​ເຫັນ​ແຈ້ງ​ຕາມ​ເຫດຜົນ​ນັ້ນໆ. 3.ອະນຸ​ທະ​ຍະ​ຕັງ​ປະຕິ​ດຈະ ຕັ້ງ​ຈິດ​ເມ​ຕາປາດ​ຖະໜາ​ໃຫ້​ຜູ້​ຟັງ​ໄດ້​ຮັບປະ​ໂຫຍ​ດ​ເຊັ່ນ: 3.1.ຕັ້ງ​ຈິດ​ເມດ​ຕາ ສອນ​ດວ້ຍຄວາມ​ປາດ​ຖະໜາດີ​ຄື​ສະ​ແດງ​ທັມ​ດ້ວຍ​ຈິດ​ເມດ​ຕາ 3.2.ມຸ່ງ​ຫວັງ​ຈະ​ໃຫ້​ເປັນ​ປະ​ໂຫຍ​ດ​ແກ່​ຜູ້​ຟັງ ຫຼື ຜູ້​ຮັບ​ຄຳ​ສອນ​ໄດ້​ໄປ​ນຳ​ປະພຶດ​ປະຕິບັດ​ໃຫ​້​ເກີດ​ປະ​ໂຫຍ​ດຢ່າງ​ແທ້​ຈິງ. 4.ນະ​ອາ​ນິສັນຕະ​ໂຣ ບໍ່​ສະ​ແດງ​ທັມ​ເພາະ​ເຫັນ​ແກ່​ລາບ​ສັກກະຣະ​ເຊັ່ນ: 4.1.ສະ​ແດງ​ທັມ​ບໍ່​ມີ​ຈິດ​ແນ​ໃສ່ ​ເພື່ອ​ເຫັນ​ແກ່​ອາມິດ​ຄື ສອນຫຼືສະ​ແດງ​ທັມ​ບໍ່​ຫວັງ​ລາບ​ສັກກະຣະ, ສິນ​ຈ້າງ​ລາງວັນ ຫຼື ຜົນ​ປະ​ໂຫຍ​ດຕອບ​ແທນ​ໃດໆ. 4.2.ສອນ​ເພື່ອ​ໃຫ້​ເຂົ້າ​ໃຈ​ໃນ​ສັດຈະ​ທັມ ​ໃຫ້​ມີ​ຄວາມ​ເຫັນ​ຖືກຕ້ອງ. 4.3.ສອນ​ໃຫ້​ເຂົາ​ປະລະ​ການ​ເຊື່ອ​ຖື​ງົມງວາຍ ​ແລະ ​ລົດ ລະ ​ເລີກ ອະບາຍ​ຍະ​ມຸກ​ຕ່າງໆ. 5.ອັດຕາ​ນັນ​ຈະ ປະຣັນຈະ​ອະນຸ​ປະ​ຫັດ​ຈະ ບໍ່​ສະ​ແດງ​ທັມ​ກະທົບ​ຕົນ ​ແລະ ຜູ້​ອື່ນ ໝາຍ​ເຖິງການວາງ​ຈິດ​ກົງ​ເຊັ່ນ: 5.1.ສະ​ແດງ​ທັມຫຼືສອນ​ທັມ​ຕາມຫຼັກ, ຕາມ​ເນື້ອ​ເລື່ອງ. 5.2.ຕັ້ງ​ໃຈ​ສະ​ແດງ​ທັມ​ດ້ວຍ​ດີ ບໍ່​ຍົກ​ຕົນ​ຂົ່ມ​ຜູ້​ອື່ນຫຼືສຽດສີ​ຜູ້​ອື່ນ. - ການ​ເທສນາ​ທີ່​ດີ​ກຳນົດ​ດ້ວຍ​ເກນ 3 ຢ່າງ​ຄື: 1.ສຳນວນ​ດີ. 2.​ໂວຫານ​ດີ. 3.ອັດຖະຣົດດີ. - ວິທີ​ເຝິກ​ການ​ເທດ. 1.ທ່ອງ​ຈຳ​ເອົາຄຳ​ເວົ້າ​ຂອງ​ຜູ້​ອື່ນ. 2.ໜັ່ນຕາມ​ໄປ​ຟັງ​ຄົນ​ອື່ນ​ເວົ້າ. 3.ຫັດ​ອ່ານໜັງສື​ໃຫ້​ເປັນ. 4.ຫັດ​ຫຍໍ້​ຄວາມ - ຂະຫຍາຍ​ຄວາມ​ເປັນ. 5.ອຸປະມາ - ອຸປະ​ໄມ​ໃຫ້​ເຫັນ​ແຈ້ງ. 6.ຍົກ​ອຸທາຫອນ​ຕົວຢ່າງ​ຈິງ ​ໃນ​ອະ​ດີດ ​ແລະ ປະຈຸ​ບັນ. 7.​ໃຊ້​ອຸປະກອນ​ເປັນ. - ວິທີ​ປຸງ​ຄຳ​ເວົ້າ​ໃຫ້​ສົມບູນ​ຄື: 1.ສັນທັດ​ສະນາ ​ເວົ້າ​ຈະ​ແຈ້ງ​ຊັດ​ເຈນ ​ແຍກ​ແຍະ​ຊີ້​ແຈງ​ສະ​ແດງ​ເຫດຜົນ ອະທິ​ບາຍ​ໃຫ້​ຜູ້​ຟັງ​ເຂົາ​ໃຈ​ແຈ້ງ ​ເໝືອນຈູງ​ມື​ໄປ​ເບິ່ງ​ໃຫ້​ເຫັນ​ກັບ​ຕາ ​ເໝືອນຫງາຍ​ຂອງ​ຄວ່ຳຂຶ້ນ​ເບິ່ງ. 2.ສະມາ​ທະ​ປະນາ ​ເວົ້າ​ໂນ້ມນ້າວ​ຊັກ​ຊວນ​ໃຫ້​ປະຕິບັດ ສິ່ງ​ໃດ​ຄວນ​ເຮັດ​ກໍ​ບັນຍາຍ​ໃຫ້​ເຫັນ​ຄວາມ​ສຳຄັນ ​ແລະ ຊາບ​ຊຶ້ງ​ໃນ​ຄຸນ​ຄ່າ​ຈົນ​ຜູ້​ຟັງ​ຍອມຮັບ​ຢາກ​ລົງມື​ເຮັດຫຼືນຳ​ໄປ​ປະຕິບັດ. 3.ສະມຸດ​ເຕຊະ​ນາ ​ເວົ້າ​ປຸກ​ໃຈ​ໃຫ້​ກ້າ ​ໃຫ້​ເກີດ​ຄວາມ​ກະຕືລື​ລົ້ນ​ມີ​ກຳລັງ​ໃຈ​ເຂັ້ມ​ແຂງ ໝັ້ນ​ໃຈ​ທີ່​ຈະ​ເຮັດຫຼືນຳ​ໄປ​ປະຕິ​ບັນ. 4.ສັມປະ​ຫັງ​ສະນາ ​​ເວົ້າ​ປຸ​ກໃຈ​ໃຫ້​ລ່າ​ເລີງ ສ້າງ​ບັນຍາກາດ​ໃຫ້​ສະນຸກ ​ເບີກບານ​ໃຈ ​ເຮັດ​ໃຫ້​ຜູ້​ຟັງ​ສົດ​ຊື່ນ​ລື່ນ​ເລີງ​ໃນ​ການ​ຟັງ ບໍ່​ຮູ້​ອິດ​ຮູ້​ເໜື່ອ. ແບບ​ເຝີ​ກຫັດການ​ເປັນ​ນັກ​ເທດ ຜູ້​ເຝິກ​ຫັດ​ເປັນ​ນັກ​ເທດ​ໃໝ່ ຄວນ​ຍຶດຫຼັກການ​ດັ່ງ​ນີ້: 1.ທ່ອງ​ເທດ ຜູ້​ເລີ່​ມ​ເປັນ​ນັກ​ເທດ ບໍ່​ວ່າ​ຈະ​ເທດ​ປຸດ​ສາ​-ວິ​ສັດ​ຊະນາ ຫຼື​ເທດ​ປະຕິພານ​ທົ່ວໆ​ໄປ ຜູ້​ເທດ​ໃໝ່ໆຕ້ອງ​ເທດ​ກັນ​ທີ່​ແຕ່ງ​ໄວ້​ດີໆຈັກ​ເລື່ອງໜຶ່ງ ຫຼື ຫຼາຍໆ​ເລື່ອງ​ກໍ​ໄດ້ ​ແຕ່​ຖ້າ​ເທດ​ຈົນ​ຊຳນານ​ແລ້ວກໍ​ເທດ​ໄດ້​ເອງ ​ໂດຍ​ບໍ່​ຕ້ອງ​ເທດ​ຕາມ​ທີ່​ຈື່ຈຳ​ມາ ຂໍ້​ສຳ​ຄັນ ຖ້າ​ມີ​ໄຫວ​ພິບ​ປະຕິພານ ​ແລະ ສົນ​ໃຈ​ຢ່າງ​ແທ້​ຈິງ ກໍ​ຈະ​ນຳ​ໄປ​ສູ່​ຄວາມ​ເປັນ​ນັກ​ເທດ​ທີ່​ມີ​ຊື່ສຽງ​ໄດ້. 2.ການທ່ອງ​ເທດ ​ເປັນ​ຂັ້ນ​ຕອນ​ໃນ​ເບື້ອງ​ຕົ້ນ​ຂອງ​ການ​ເທດ​ປະຕິພານ ກ່າວ​ຄື ຜູ້​ເທດ​ໃໝ່ໆຕ້ອງ​ທ່ອງ​ກ່ອນ ​ເພື່ອ​ເປັນ​ປະທັດຖານ​ຂອງ​ການ​ເທດ​ຕໍ່​ໄປ. ​3.ເຝິກ​ຫັດ​ເທດ ​ເບື້ອງ​ຕົ້ນ​ຕ້ອງ​ເຝິກ​ຫັດ​ເທດ​ຄົນ​ດຽວປອດ​ຄົນ ​ເພື່ອ​ບໍ່​ໃຫ້​ໃບໜ້າ​ເກີ້​ເຂີນ ​ເວົ້າ​ໃຫ້​ລົງ​ວັກ​ຕອນ​ສະໝ່ຳສະ​ເໝີ ​ໃຫ້​ສຽງຊັດ​ເຈນ​ແຈ້ງ​ໃສ ຄວນ​ເປັນ​ເລື່ອງ​ສັ້ນໆບໍ່​ສະຫຼັບສັບ​ຊ້ອນ ງ່າຍ​ແກ່​ການຈຳ ອ່ານ​ໃຫ້ຈຳ​ໄດ້ ອ່ານ​ໄປ​ຕາມ​ເລື່ອງ​ນັ້ນໆ​ແມ່ນ​ວ່າ​ຈະ​ເທ​ດ​ໄປ​ຕາມ​ທີ່​ທ່ອງ​ຈຳ ​ແຕ່​ກໍ​ຄວນ​ເຮັດ​ຊ່ອງ​ອະທິບາຍ​ໄດ້ ກໍ​ຫັນ​ເຂົ້າ​ມາ​ຂໍ້ຄວາມ​ທີ່​ທ່ອງ​ໄດ້​ນັ້ນ. 4.ບໍ່​ຄວນ​ເທດ​ດົນ ​ໃນ​ການ​ເຝິກ​ເທດ​ໃໝ່ໆບໍ່​ຄວນ​ຄິດ​ວ່າ​ຕ້ອງ​ເທດ​ໃຫ້​ໄດ້ຫຼາຍ ​ແຕ່​ຄວນ​ຕັ້ງ​ໃຈ​ວ່າ ຄວນ​ເທດ​ໃຫ້​ໄດ້​ທັມມະຫຼາຍໆ ​ໃຫ້​ເຂົ້າທຳນອງ​ທີ່​ວ່າໜ້ອຍ​ແຕ່​ໄດ້​ຄວາມ​ຍ່ອມ​ດີກ​ວ່າ ຢ່າ​ໃຫ້​ເປັນ​ແບບ“ນ້ຳຖ້ວມ​ທົ່ງ​ຜັກ​ບົ້ງ​ໂລ​ເລ” ຖ້າ​ເທດ​ເລື່ອງ​ຊາດົກ​ຄວນ​ເລືອກ​ຊາດົກສັ້ນໆ ສອດ​ແຊກ​ທັມມະ​ລົງ​ໄປ ຫຼື ຖອດ​ທັມມະ​ຈາກ​ຕົວ​ລະຄອນ​ໃນ​ຊາດົກ ​ເພື່ອ​ໃຫ້​ຜູ້​ຟັງ​ເຂົ້າ​ໃຈ ​ເກີດ​ສັດທາຈະ​ປະພຶດ​ປະຕິບັດ​ຕາມ. 5.ທຳນອງ​ເທດ ຜູ້​ເລີ່​ມ​ເທດ​ໃໝ່ໆບໍ່​ຄວນ​ຄິດ​ທຳນອງ​ເອງ​ເພາະ​ຍັງ​ບໍ່ຊ່ຽວຊານ ຄວນ​ຮຽນ​ແບບ​ທຳນອງ​ຂອງ​ນັກ​ເທດຜູ້​ມີ​ຊື່​ສຽງ ​ເປັນ​ທີ່​ຊື່ນ​ຊອບ​ຂອງ​ເຮົາ​ ​ແລະ ປະຊາຊົນ​ທົ່ວໆ​ໄປ ຈົນ​ກວ່າ​ຈະ​ມີ​ຄວາມ​ຊ່ຽວຊານ. 6.​ເລີ່​ມຂຶ້ນ​ຕົ້ນ​ ຢ່າ​ໄວວາ ຫຼື ຊ້າ​​ເກີນ​ໄປ ຄວນ​ວ່າ​ໃນ​ລັກສະນະ​ໃນ​ປົກກະຕິ ຄວນ​ເນັ້ນ​ແລະ​ຢຸດ​ຢ່າງ​ເໝາະສົມ ວ່າໜັກ-​ເບົາ​ຕາມ​ເນື້ອ​ຫາ​ຂອງ​ທັມມະ​​ເຊັ່ນ​ຄຳ​ສຸພາສິດ, ຄຳ​ຄົມ, ຄຳ​ທີ່​ເຮັດ​ໃຫ້​ຕະລົກ​ຂົບ​ຂັນ ຕ້ອງ​ກຳນົດ​ໄລຍະ​ໄວ-ຊ້າ ຄວາມ​ດັງ​ ຄວາມ​​ເບົາໃຫ້​ເໝາສົມຕາມ​ຕ້ອງການ. 7.ວາງ​ໂຄງ​ເທດ ການ​ເທດ​ຕ້ອງ​ມີ​ໂຄງ​ເລື່ອງ​ຢູ່​ໃນ​ໃຈ ບໍ່​ແມ່ນ​ວ່າ​ນຶກ​ໄປ​ຕາມ​ໃຈ​ຊອບ ຖ້າ​ເຊັ່ນ​ນັ້ນ​ເລື່ອງ​ກໍ​ຈະ​ບໍ່​ຕິດ​ຕໍ່​ກັນ ​ເວລາ​ສະຫຼຸບທ້າຍ​ຈະ​ຈັບ​ເລື່ອງ​ບໍ່​ຖືກ ຕ້ອງ​ວາງ​ໂຄງ​ເທດ​ໄວ້​ໃນ​ໃຈ​ວ່າ​ຈະ​ເທດ​ອັນ​ໃດ​ກ່ອນ ຕໍ່​ໄປ​ຈະ​ວ່າ​ເຖິງ​ເລື່ອງ​ອັນ​ໃດ ຈະ​ເທດ​ຈັກ​ຕອນ ຕອນ​ໃດ​ຈະ​ຍົກ​ເລື່ອງ​ອັນ​ໃດ​ຂຶ້ນ​ມາ​ວ່າ ວາງ​ໂຄງ​ເລື່ອງ​ຢ່າງ​ນີ້​ແລ້ວ​ກໍ​ເທດ​ໄປ​ຕາມ​ໂຄງ​ເລື່ອງ ຈະ​ເທດ​ໄດ້​ສະດວກ​ແລະ​ໄດ້​ເນື້ອ​ເລື່ອງ​ຕິດ​ຕໍ່​ກັນ​ໄປ ​ເວລາ​ສະຫຼຸບກໍ​ງ່າຍ​ຕົວຢ່າງ​ເຊັ່ນ ພຣະພຸດທະ​ເຈົາຊົງ​ສະ​ແດງ​ທັມມະ​ຈັກ​ກັບ​ປະວັດ​ຕະນະ​ສູດ ພຣະອົງ​ສະ​ແດງ​ເປັນ​ຕອນໆ ຕອນ​ຕົ້ນ​ສະ​ແດງ​ເຖິງ​“ອັນຕະ” ຄື​ທີ່​ສຸດ​ໂຕ່ງ 2 ຄື “ກາມະ​ສຸ​ຂັນ​ລິ​ກາ​ນຸ​ໂຍກ ​ແລະ ອັດ​ຕະກິ​ລະ​ມະ​ຖາ​ນຸ​ໂຍກ” ວ່າ​ບັນພຣະຊິດ​ບໍ່​ຄວນ​ເສບ. ຕອນ​ສອງ​ສະ​ແດງ ”ມັດຊິມາ​ປະຕິປະ​ທາ”ວ່າ​ເປັນ​ທາງ​ພະ​ນິບພານ. ຕອນສາມ​ສະ​ແດງ​ເຖິງ “ອະຣິຍະ​ສັດ 4” ຕອສີ່​ສະ​ແດງ​ເຖິງ​ຜູ້​ຮູ້​ອະຣິຍະ​ສັດ​ວ່າ​ໄດ້ຜົນ​ຕ່າງ​ກັນ​ຢ່າງ​ໃດ ​ເທດ​ກັນ​ອື່ນໆພຣະອົງ​ກໍ​ຊົງ​ສະ​ແດງ​ເປັນ​ຕອນໆ ມີ​ໂຄງ​ເລື່ອງ​ເປັນ​ລະບຽບ ຈຶ່ງ​ສົມຄວນ​ເອົາ​ເປັນ​ໂຕ​ຢ່າງ​ສຳລັບ​ນັກ​ເທດ ນັກສະ​ແດງ.

     ງານ​ຕ່າງໆ ທີ່​ນິຍົມ​ເທດ​ແມ່ນ​ວ່າ​ຈະ​ມີຫຼາຍຢ່າງ ​ແຕ່​ກໍ​ພໍ​ຈະ​ລວມ​ເປັນ​ງານ​ໃຫຍ່ໆ​ໄດ້​ດັ່ງ​ນີ້​ຄື ງານ​ສົບ, ງານ​ບວດ, ງານ​ກໍ່ສ້າງ,ງານ​ສະຫຼອງ​ແລະ​ອື່ນໆ ຈະ​ເທດ​ໃນ​ງານ​ອັນ​ໃດ​ກໍ​ຕາມ ກໍ​ຕ້ອງ​ວາງ​ໂຄງ​ເລື່ອງ​ທີ່​ຈະ​ເທດ​ສຳຫຼັບງານ​ນັ້ນໆ​ໄວ້​ສະ​ເໝີ

ຕົວຢ່າງ: ງານ​ສົບ: ຕອນ​ຕົ້ນພັນ​ລະ​ນາ​ຄວາມ​ດີ​ຂອງ​ຜູ້​ຕາຍ​ເຊັ່ນ ຜູ້​ຕາຍ​ເປັນ​ບິດາ-ມານ​ດາ ກໍ​ພັນ​ລະ​ນາ​ຄຸນ​ຂອງ​ບິດາ-​ມານ​ດາ ຕໍ່​ໄປ​ພັນ​ລະນາ​ເຖິງໜ້າທີ່​ຂອງ​ເຈົ້າພາບ​ທີ່​ຈະ​ຕ້ອງ​ປະຕິບັດ​ຕໍ່​ຜູ້​ຕາຍ​ເຊັ່ນ ​ເຈົ້າ​ພາບ​ເປັນ​ລູກ​ກໍ​ພັນ​ລະນາ​ເຖິງໜ້າທີ່​ຂອງ​ລູກ​ທີ່​ດີ ຕໍ່​ໄປ​ພັນ​ລະນາ​ເຖິງ​ຄວາມ​ສຳພັນ​ລະຫວ່າງ​ຜູ້​ຕາຍ​ກັບ​ເຈົ້າພາບ​ເຊິ່ງ​ເປັນ​ສ່ວນ​ພິ​ເສດ​ຕາມ​ທີ່​ເຮົາ​ສືບ​ຮູ້ ຕໍ່​ໄປ​ກໍ​ສະ​ແດງ​ເຖິງ​ອະ​ນິສົງ ຂອງ​ການ​ທຳ​ສົບ​ທີ່​ເຈົ້າພາບ​ຈະ​ໄດ້​ຮັບ. ງານ​ບວດ: ຕ້ອງ​ພັນ​ລະນາ​ເຖິງ​ຄວາມໝາຍຂອງ​ຄຳ​ວ່າ​ບວດ ຈຳ​ເປັນ​ຢ່າງ​ໃດ​ຈິ່ງ​ຕ້ອງ​ບວດ ບໍ່​ບວດ​ຈະ​ເປັນ​ຢ່າງ​ໃດ ການ​ບວດ​ມີ​ມາ​ແຕ່​ຄັ້ງ​ໃດ ຜູ້​ບວດ​ຈະ​ຕ້ອງ​ປະຕິບັດ​ຢ່າງ​ໃດ​ຈຶ່ງ​ຈະ​ສົມ​ກັບ​ການ​ບວດ ຜູ້​ບວດ ​ແລະ ຜູ້​ຈັດ​ໃຫ້​ບວດ​ຈະ​ໄດ​ຮັບ​ອະ​ນິສົງ​ຢ່າງ​ໃດ​ມີ​ໃຜ​ເປັນ​ຕົວຢ່າງ. ງານ​ບຸນ​ສະຫຼອງ: ຕ້ອງ​ພັນ​ລະນາ​ເຖິງ​ຄຳ​ວ່າ“​ສະຫຼອງ”ໝາຍຄວາມ​ວ່າ​ຢ່າງ​ໃດ ມູນ​ເຫດ​ທີ່​ສະຫຼອງມີ​ມາ​ແຕ່​ຄັ້ງ​ໃດ ສິ່ງ​ນັ້ນ​ມີ​ຄວາມ​ສຳຄັນ​ຢ່າງ​ໃດ​ຈຶ່ງ​ຕ້ອງ​ສະຫຼອງ ມີ​ໃຜ​​ເຄີຍ​ເຮັດ​ເປັນ​ຕົວຢ່າງ. 8.ບົດ​ສຸດ​ທ້າຍ​ຄວນ​ກ່າວ​ສະຫຼຸບຄວາມ ​ແລະ ​ໃຫ້​ພອນ​ຜູ້​ຟັງ​ດ້ວຍ​ສຽງຜ່ອນ​ລົງ​ແລະ​ລົດ​ຄວາມ​ໄວ​ລົງ ຄວນ​ຈະ​ມີ​ຄຳ​ອວຍພອນ​ທີ່​ມວນ​ຫູ ​ເພື່ອ​ສ້າງ​ຄວາມ​ປະ​ທັບ​ໃຈ​ແກ່​ຜູ້​ຟັງ. 9.ການ​ຟັງ ນັກ​ເທດ​ທີ່​ດີ​ຕ້ອງ​ເປັນ​ນັກ​ຟັງ​ທີ່​ດີ ​ເປັນ​ນັກ​ສົນທະນາ​ທັມ​ທີ່​ດີ ​ເພື່ອ​ຊອກ​ຫາ​ຄວາມ​ຮູ້​ຫາ​ປະສົບ​ການ. 10.ນັກ​ເທດ​ທີ່​ດີ​ຕ້ອງ​ຖືຫຼັກນັກປຣາດ​ໄວ້​ຢ່າງໝັ້ນຄົງ​ຄື ສຸ ຈິ ປຸ ຣິ. 11.ທົບ​ທວນ​ການ​ເທດ ​ເມື່ອ​ເທດ​ຈົບ​ລົງ​ທຸກ​ເທື່ອ​ຕ້ອງ​ປະ​ເມີນ​ຜົນ​ການ​ເທດ​ຂອງ​ຕົນ​ວ່າ ມີ​ຈຸດ​ບົກ​ພ່ອງ​ບ່ອນ​ໃດ​ແດ່ ​ແລະ ພະຍາຍາມ​ແກ້​ໄຂ​ໃນ​ສ່ວນ​ບົກພ່ອງ​ໃຫ້​ດີ​ຂຶ້ນ.

     ສິ່ງ​ທີ່​ດີ​ນັກ​ເທດ, ​ນັກສະ​ແດງ, ນັກ​ປາຖະກະຖາ ​ແລະ ນັກ​ເຜີຍ​ແຜ່​ທີ່​ດີ ຄວນ​ເອົາ​ໃຈ​ໃສ່​ຄື:

-ປະຍຸກ ປະ​ຍັດ ປະ​ໂຫຍ​ດ. -ຕ້ອງ​ຄຳນຶງ​ເຖິງ​ເວລາ ​ໃຊ້​ພາສາ​ທັນ​ສະ​ໄໝ ປຸກ​ປອບ​ໃຈ​ດ້ວຍ​ສາຣະ ​ແຊກ​ທັມມະ​ຕາມ​ຂັ້ນ​ຕອນ ຍຶດ​ແນວ​ສອນ​ແບບ​ພຸດທະ. -​ເປັນ​ນັກປຣາດບໍ່​ໃຫ້​ເກີນ​ສາ​ສະໜາ ​ເປັນ​ນັກ​ປາຖະກະຖາ​ບໍ່​ໃຫ້​ເກີນ​ຂອບ​ເຂດ ​ເປັນ​ນັກ​ເທດ​ບໍ່​ໃຫ້​ເກີນ​ເວລາ ​ເປັນ​ນັກ​ສັດທາ​ບໍ່​ໃຫ້​ເກີນ​ກຳລັງ.

ແບບ​ເຝິກ​ຫັດ​ເທສນາ​ທີ່ 1 ​ເລື່ອງ​ການ​ໃຫ້​ທານ 1.ຕັ້ງ​ນະ​ໂມ 3 ຈົບ 2.ຂຶ້ນ​ສຸພາສິດ (ສັບພະ​ທາ​ນັງ ທັມມະ​ທາ​ນັງ ຊິ​ນາ​ຕິ) 3.​ເນື້ອ​ໃນຫຼືປະ​ເດັນ​ທີ່​ຈະ​ເທດ 3.1.ຄວາມໝາຍ​ແລະ​ຈຸດປະສົງ​ຂອງ​ການ​ໃຫ້. 3.2ປະ​ເພດ​ຂອງ​ການ​ໃຫ້​ຄື: 4.ການ​ໃຫ້​ທານ​ທີ່​ຈະ​ໄດ້​ບຸນ​ກຸສົນຫຼາຍຕ້ອງ: 1.ພ້ອມ​ດ້ວຍ​ລັກສະນະ 3 ຢ່າງ​ຄື:

  1.1.ສັດທາ​ສັມປະທາ (ມີ​ຄວາມ​ເຊື່ອ​ທີ່​ຖືກຕ້ອງ)
  1.2.ວັດຖຸ​ສັມປະທາ  (ວັດຖຸ​ທີ່​ໃຫ້​ຕ້ອງ​ບໍລິສຸດ)
  1.3.ປະຕິຄາຫົກ​ສັມປະທາ (ຜູ້​ຮັບ​ທານ​ຕ້ອງ​ມີ​ສິລມີ​ກັນລະຍາ​ນະ​ທັມ)

2.ພ້ອມ​ດ້ວຍ​ເຈຕະນາ 3 ຢ່າງ​ຄື:

  2.1.ປຸບພະ​ເຈຕະນາ         (ມີ​ເຈຕະນາ​ດີ​ ກ່ອນ​ທຳບຸນ)
  2.2.ມຸນ​ຈະ​ນະ​ເຈຕະນາ       (​ເຈຕະນາ​ດີ ​ເວລາ​ກຳລັງ​ທຳບຸນ)
  2.3.ອະປະຣະປຣາ​ເຈຕະນາ    (​ເຈຕະນາ​ດີ​ເມື່ອ​ທຳບຸນ​ສຳ​ເລັດ​ແລ້ວ)

5.ອານິສົງ​ຂອງ​ການ​ໃຫ້ “ອະມິດ ​ແລະ ທັມມະ” 5.1.ການ​ໃຫ້​ອາມິດ​ໄດ້​ຮັບ ອານິສົງ 5 ຢ່າງ​ຄື: 5.1.1.ຢີ​ໂຢມະ​ນາ​ໂຢ (​ເປັນ​ທີ່​ຮັກ​ທີ່​ຊອບ​ໃຈ​ຂອງ​ມະນຸດ​ແລະ​ເທວະ​ດາ​ທັງຫຼາຍ) 5.1.2.ກິດ​ຕິ​ສັດ​ໂທ (ກຽດຕິ​ຍົດ​ຊື່ສຽງກະຈາຍ​ໄປ​ທົ່ວ​ທິດ​ສານຸ​ທິດ) 5.1.3.ວິສາຫຣະ​ໂທ (ອົງອາດ​ກ້າຫານ​ໃນ​ທາມ​ກາງ​ສະ​ມະ​ຄົມ) 5.1.4.ອະ​ສັມມູລະ​ໂຫ (ບໍ່ຫຼົງຕາຍ ​ເມື່ອ​ໃຈ​ຈະ​ຂາດ) 5.1.5.ສຸຄະ​ຕິງ ຄະ​ໂຕ (ວິນ​ຍານ​ໄປ​ສູ່​ສຸຄະຕິ) 5.2.ກາ​ນ​ໃຫ້​ທັມມະ​ໄດ້​ຮັບ​ອະ​ນິສົງ 5 ຢ່າງ​ຄື: 5.2.1.ອັດຖະ​ທັມມະ​ປະ​ສັງ​ເວທີ (​ໄດ້​ເຂົ້າ​ໃຈ​ໃນ​ອັດຖະ​ທັມ) 5.2.2.ປາ​ໂມ​ດຊັງ (​​ໄດ້​ຄວາມ​ລື່ນ​ເລີງ​ໃນ​ທັມ) 5.2.3.ປິ ຕິ (ໄດ້​ຄວາມ​ເອີ​ບອີ່ມ​ໃນ​ທັມ) 5.2.4.ປັດ​ສັດທິ (​ໄດ້​ຄວາມ​ສະຫງົບ​ກາຍ​ໃຈ) 5.2.5.ສະມາທິ (ມີ​ໃຈ​ຕັ້ງໝັ້ນ) 6.ສະຫຼຸບ ການສະ​ແດງ​ຊ້ຳ, ສະຫຼຸບຫຍໍ້​ໃຫ້​ໄດ້​ເນື້ອ​ຄວາມ​ລວມ, ກະທັດ​ຮັດ, ຈະ​ແຈ້ງ ​ແລະ ຊັດເຈນ ​ເຮັດ​ໃຫ້​ຜູ້​ຟັງ​ຈຳ​ງ່າຍ ​ເພື່ອ​ນຳ​ໄປ​ປະພຶດປະຕິບັດ. ໝາຍ​ເຫດ: ​ໃປ​ໃຫ້​ນັກ​ເຝິກ​ຫັດ​ເທດ ຂະຫຍາຍ​ຄວາມ​ໃຫ້​ກວ້າງຂວາງ​ອອກ​ໄປ. ​ແບບ​ເຝິກ​ຫັດການ​ເທສະ​ນາ​ທີ່ 2 ​ເລື່ອງ ອະບາ​ຍະ​ມຸກ 4 (ມຸຂະ) 1.ຕັ້ງ​ນະ​ໂມ 3 ຈົບ 2.ຂຶ້ນ​ສຸພາສິດ (ອິດຖີ ທຸດ​ໂຕ ສຸຣາທຸດ​ໂຕ ອັກ​ຄະ​ທຸດ​ໂຕ ຈະ​ໂຍນະ​ໂຣລັດ​ທັງ ລັດ​ທັງ ວິນາ​ເສ​ຕິ ຕັງ​ປຣາພະ​ໂວ ມຸຂັນ​ຕິ) 3.​ເນື້ອ​ໃນຫຼືປະ​ເດັນ​ທີ່​ຈະ​ເທດ. 3.1.ຄຳ​ວ່າ ອະບາ​ຍະ​ມຸກ (ມຸຂະ) ​ແຍກ​ເປັນ​ 2 ສັບຄື: 3.1.1.ອະບາ​ຍະ ​ແປ​ວ່າ ພູມຫຼືສະຖານ​ທີ່​ຕ່ຳ, ທີ່​ຊົ່ວ, ທີ່​ເສື່ອ​ມ, ທີ່​ຈິບ​ຫາຍ. 3.1.2.ມມຸຂະ ​ແປ​ວ່າ ປາກ, ທາງ, ຂຸມ ຄື​ປາກຫຼືທາງ​ແຫ່ງ​ຄວາມ​ເສື່ອ​ມ,ຄວາມ​ຊົ່ວ,ຄວາມ​ຈິບຫາຍຫຼືທາງ​ໄຫຼອອກ​ແຫ່ງ​ຊັບ​ສົມບັດ​ຕະຫຼອດ​ເຖິງຄຸນ​ຄວາມ​ດີ​ທັງຫຼາຍ. 4.ອະບາຍ​ຍະ​ມຸກ 4 ຄື 4.1.​ເປັນ​ນັກ​ເລງ​ຜູ້ຍິງ 4.2.​ເປັນ​ນັ​ກ​ເລງ​ສຸຣາ 4.3​.​ເປັນ​ນັກ​ເລງຫຼິ້ນການ​ພະນັນ 4.4.ຄົບ​ຄົນ​ຊົ່ວ​ເປັນ​ມິດ 5.​ໂທດ​ຂອງ​ອະບາຍ​ຍະ​ມຸກ 4 ຄື. 1.​ເປັນ​ນັກ​ເລງ​ຜູ້ຍິງ ມີ​ໂທດ 6 ຢ່າງ​ຄື:

  1.1.ຊັບ​ສົມບັດ​ຈິບຫາຍ (​ເພາະ​ນຳ​ເອົາ​ຕົວ​ໄປ​ບຳລຸງ​ບຳ​ເລີ​ຜູ້ຍິງ)
  1.2.​ເສຍ​ການ​ງານ  (​ເພາະ​ມົວ​ເມົາ ​ແລະ ​ເພິ​ດ​ເພີນ​ຢູ່​ກັບ​ຜູ້ຍິງ)
  1.3.​ເຮັດ​ໃຫ້​ຄອບຄົວ​ແຕກ​ແຍກ (ຄອບຄົວ​ເກີດ​ມີ​ບັນຫາ​ຫຍຸ້ງຍາກ​ສັບສົນ​
      ວຸນວາຍ ​ເດືອດຮ້ອນ)
  1.4.​ເສື່ອ​ມ​ເສຍ​ຊື່ສຽງ ​ແລະ ໜ້າທີ່​ການ​ງານ
  1.5.ສຸຂະພາບ​ຊຸດ​ໂຊມ
  1.6.ຕິດ​ໂຣກ​ໄພ​ຕ່າງໆ (ກາມະ​ໂຣກ-​ໂຣກ​ເອດ​ສ໌)

2.​ເປັນ​ນັກ​ເລງ​ສຸຣາມີ​ໂທດ 6 ຢ່າງ​ຄື:

  2.1.​ເສຍ​ຊັບ​ສິນ​ເງິນ​ຄຳ
  2.2.​ເກີດ​ການຜິດ​ຖຽງກັນ
  2.3.ບໍ່​ຮູ້ຈັກ​ອາຍ
  2.4.ຖືກ​ຕິຕຽນ
  2.5.ສະຕິ​ປັນຍາ​ເສື່ອ​ມ
  2.6.​ເກີດ​ໂລກ​ໄພ​ໄຂ້​ເຈັບ.

3.​ເປັນ​ນັກ​ເລງ​ການ​ພະນັນ​ມີ​ໂທດ 6 ຢ່າງ​ຄື:

  3.1.​ເມື່ອ​ຊະນະ​ຍ່ອ​ມກໍ່​ເວນ
  3.2.​ເມື່ອ​ບໍ່​ຊະນະ​ຍ່ອມ​ເສຍດາຍ​ຊັບ​ທີ່​ເສຍ​ໄປ
  3.3.ຊັບ​ສົມບັດ​ຈິບຫາຍ
  3.4.​ເປັນ​ທີ່ໝິ່ນປະໝາດຂອງ​ໝູ່​ເພື່ອນ
  3.5.ບໍ່​ມີ​ໃຜ​ເຊື່ອ​ຖື​ຄຳ​ເວົ້າ
  3.6.ບໍ່​ມີ​ໃຜ​ຍາກ​ຈະ​ແຕ່ງງານ​ດ້ວຍ.

4.ຄົບ​ຄົນ​ຊົ່ວ​ເປັນ​ມິດ​ມີ​ໂທດ 6 ຢ່າງ​ຄື:

  4.1.ພາ​ໃຫ້​ເປັນ​ນັກ​ເລງ​ການ​ພະນັນ
  4.2.ພາ​ໃຫ້​ເປັນ​ນັກ​ເລງ​ເຈົ້າຊູ້
  4.3.ພາ​ໃຫ້​ເປັນ​ນັກ​ເລງ​ສຸຣາ
  4.4.ພາ​ໃຫ້​ເປັນ​ຄົນຫຼອກລວງ​ເຂົາ​ດ້ວຍ​ຂອງ​ປອມ
  4.5.ພາ​ໃຫ້​ເປັນ​ຄົນຫຼອກລວງຊິ່ງໜ້າ
  4.6.ພາ​ໃຫ້​ເປັນ​ຄົນ​ຫົວ​ດື້ ວ່າ​ຍາກ ສອນ​ຍາກ

6.ສະຫຼຸບ ການ​ເປັນ​ນັກ​ເລງ​ຜູ້ຍິງ, ນັກ​ເລງ​ສຸຣາ, ນັກ​ເລງ​ການ​ພະນັນ ຄົບ​ຄົນ​ຊົ່ວ​ເປັນ​ມິດ ​ເປັນ​ອະບາ​ຍະ​ມຸກ ຄື​ທາງ​ແຫ່ງ​ຄວາມ​ເສື່ອ​ມຄວາມ​ຈິບຫາຍ ທາງ​ໄຫຼອອກ​ແຫ່ງ​ຊັບ​ສົມບັດ ຕະຫຼອດ​ເຖິງ​ກຽດຕິ​ຍົດ​ຊື່ສຽງໜ້າທີ່​ການ​ງານ​ຕ່າງໆ.

     ຊັບ​ສົມບັດ​ທີ່​ເຮົາ​ຊອກ​ສະ​ແຫວງ​ຫາ​ມາ​ໄດ້ ຖ້າ​ຫາກ​ບໍ່​ຮູ້ຈັກ​ປົກ​ປັກ​ຮັກສາ ບໍ່​ຮູ້​ປະ​ຢັດ​ມັດທະຍັດ ​ໃຊ້​ຈ່າຍ​ຟຸມ​ເຟືອຍ ​ໃຊ້​ຈ່າຍ​ໃນ​ສິງ​ທີ່​ບໍ່​ເປັນ​ປະ​ໂຫຍ​ດ ກໍ​ມີ​ແຕ່​ຄວາມ​ຈິບຫາຍ​ໂດຍ​ສ່ວຍ​ດຽວ ອຸປະມາ​ເໝືອນຝາຍ ຫຼື ຊົນລະປະທານ​ກັ້ນ​ນ້ຳ ຖ້າ​ຫາກ​ມັນ​ຮົ່ວຫຼືມີ​ທາງ​ໄຫຼອອກຫຼາຍບ່ອນ ກໍຈະ​ເຮັດ​ໃຫ້​ນ້ຳແຫ້ງ​ໄດ້ ​ເຖິງ​ແມ່ນ​ວ່າ​ຝົນ​ຈະ​ຕົກລົງ​ມາຫຼາຍປານ​ໃດ​ກໍ​ຕາມ ກໍ​ບໍ່​ສາມາດ​ເຕັມ​ໄດ້​ສັນ​ໃດ ຊັບ​ສົມບັດ​ທີ່​ເຮົາ​ຊອກ​ສະ​ແຫວ​ງຫາ​ມາ​ໄດ້ ຖ້າ​ມີ​ທາງ​ໄຫຼອອກຫຼາຍທາງ​ກໍ​ຈະ​ວິນາດ​ຈິບຫາຍ​ສັນ​ນັ້ນ.

ໝາຍ​ເຫດ: ​ໃຫ້​ນັກ​ເຝິກ​ເທດ ຂະຫຍາຍ​ຄວາມ​ໃຫ້​ກວ້າງຂວາງ​ອອກ​ໄປ.

​ແບບ​ບ​ເຝິກ​ຫັດ​ການ​ເທສະ​ນາ​ທີ່ 3 ​ເລື່ອງ​ວັນ​ອາສາຣະຫະບູຊາ ​ໂຄງ​ສ້າງ: 1.ຄວາມໝາຍ 2.ຄວາມ​ສຳຄັນ ​ແລະ ຄວາມ​ເປັນ​ມາ 3.ການ​ປະກອບ​ພິທີ ​ແລະ ການ​ຈັດ​ກິດຈະກຳ​ໃນ​ວັນ​ອາສາຣະຫະບູຊາ 4.ຈຸດປະສົງ 5.ສະຫຼຸບ 1.ຄຳ​ວ່າ ອາສາຣະຫະບູຊາ ໝາຍ​ເຖິງ​ການ​ບູຊາ​ສັກກະຣະ ​ໃນ​ວັນ​ອາສາຣະຫະ​ເລີກ ຄື ວັນ​ຂຶ້ນ 15 ຄ່ຳ ​ເດືອນ 8 ດ້ວຍ​ອາມິດບູຊາ ​ແລະ ປະຕິບັດ​ບູຊາ. 2.ຄວາມ​ສຳຄັນ​ຂອງ​ວັນ​ອາສາຣະຫະມີ​ 2 ຢ່າງຄື: 2.1.​ເປັນ​ວັນ​ທີ່​ພຣະພຸດທະ​ເຈົ້າ​ສະ​ແດງ​ປະຖົມມະ​ເທສນາ ຄື ພຣະທັມມະ​ຈັກ​ກັບ​ປະວັດ​ຕະນະ​ສູດ ​ໃຈຄວາມ​ຂອງ​ປປະຖົມມະ​ເທສນາມີ 2 ຢ່າງ​ຄື: 2.1.1.ຊົງ​ຊີ້​ບອກ​ການ​ປະຕິບັດ​ແລ້ວຜິດ ຄື​ທາງ​ສຸດ​ໂຕ່ງ ກາມະ​ສຸ​ຂັນ​ລິ​ກາ​ນຸ​ໂຍກ ​ແລະ ອັດ​ຕະກິ​ລະ​ມະ​ຖາ​ນຸ​ໂຍກ (ການ​ປະກອບ​ຕົນ​ໃຫ້​ຊຸ່ມ​ຢູ່​ດ້ວຍ​ກາມ ​ແລະ ການ​ທໍ​ລະ​ມານ​ຕົນ​ໃຫລຳບາກ​ກວ່າ ​ເປັນ​ສ່ວນ​ສຸດ​ທີ່​ບັນພຣະພະ​ຊິດ​ບໍ່​ຄວນ​ດຳ​ເນີນ) 2.1.2.ຊົງ​ຊີ້​ທາງ​ທີ່​ປະຕິບັດ​ແລ້ວ​ຖືກ ຄື: 2.1.2.1.ຊົງ​ສະ​ແດງ​ມັດຊິມາ​ປະຕິປະທາ​ຄື​ມັກ​ມີ​ອົງ 8 ວ່າ​ເປັນ​ຫົນ​ທາງ​ໃຫ້​ໄດ້​ຕັດສະຮູ້​ ​ເປັນ​ໄປ​​ເພື່ອ ພະ​ນິບພານ. 2.1.2.2.ຊົງ​ສະ​ແດງ​ອະຣິຍະ​ສັດ 4 ຄື ທຸກຂ໌, ສະມູ​ທັຍ, ນິ​ໂຣດ, ມັກ. 2.1.2.3.ຊົງ​ສະ​ແດງ​ວ່າ​ຮູ້​ຕົວ​ອະ​ຣິຍະ​ສັດ 4. 2.2.​ເປັນ​ວັນພຣະຣັດຕະນະ​ໄຕຣ​ເກີດ​ຂຶ້ນ​ໃນ​ໂລກ ຄັ້ງ​ແລກ​ຄື​ພຣະພຸດ, ພຣະທັມ ​ແລະ ພຣະສົງ. -ຄວາມ​ເປັນ​ມາ​ຂອງ​ວັນ​ອາສາຣະຫະບູຊາ (​ເລົ່າ​ແຕ່​ວັນ​ທີ່​ພຣະພຸດທະ​ເຈົ້າ​ຕັດສະຮູ້​ຈົນ​ເຖິງ​ວັນ​ເພັງ​ເດືອນ 8 ) 3.ການ​ປະກອບ​ພິທີ ​ແລະ ການ​ຈັດ​ກິດຈະກຳ​ໃນ​ວັນ​ອາສາຣະຫະບູຊາ · ການ​ປະ​ກອບ​ພິທີ​ທີ່​ປະຕິບັດ​ກັນ​ໂດຍ​ທົ່ວໆ​ໄປ​ມີ​ດັ່ງ​ນີ້: -ຕອນ​ເຊົ້າ​ແຕ່​ລະ​ວັດ,​ແຕ່​ລະສະ​ຖານ​ທີ່, ປະກອບ​ວິທີ​ພຣະຣັດຕະນະ​ໄຕຣ, ສາ​ມະ​ທານ​ສີລ​ຫ້າ, ສີລ​ແປດ, ສິລອຸ​ໂບສົກ, ຕັກບາດ​ຖວາຍ​ສັງຄະ​ທານ, ຟັງ​ເທດ, ສົນທະນາ​ທັມ ​ເປັນ​ຕົ້ນ. -ຕອນ​ແລງ-ຕອນ​ຄ່ຳ ປະກອບ​ພິທີ​ໄຫວ້​ພຣະສູດ​ມົນ, ສະມາທານ​ສີ​ລ, ວຽນທຽນ, ຟັງ​ເທດ, ສົນທະນາ​ທັມ, ນັ່ງ​ສະມາທິ​ພາວະນາ, ສູດ​ສາລະພັນ​ຍະ ທັງ​ພຣະສົງ​ສາມະ​ເນນ ​ແລະ ອອກຕົນຍາດ​ໂຍມ ສັນລະ​ເສີນ​ຄຸນ​ຂອງ​ພຣະພຸດທະ​ເຈົ້າ​. ​ເນື່ອງ​ໃນ​ວັນ​ສຳ​ຄັນ​ດັ່ງກ່າວ ພຸດທະສາສະນິກະຊົນທັງຫຼາຍຄວນ​ຈັດ​ກິດຈະກຳ​ເພື່ອ​ນ້ອມສັກກະຣະ​ບູຊາລະນຶກ​ເຖິງ​ຄຸນ​ຂອງ​ພຣະພຸດທະ​ເຈົ້າ​ເຊັ່ນ: 1.ກິດຈະກຳ​ກ່ຽວກັບ​ຄອບຄົວ 1.ທຳ​ຄວາມ​ສະອາດ​ບ້ານ​ເຮືອນ ປະດັບ​ທຸງ​ສາສະໜາ ຈັດ​ແຕ່ງ​ບ່ອນ​ບູຊາ​ພຣະປະຈຳ​ບ້ານ. 2.ສຶກສາ​ເອກະສານ ຫຼື ສົນທະນາ​ກ່ຽວກັບ​ຄວາມ​ສຳຄັນ​ ຂອງ​ວັນ​ອາສາຣະຫະບູຊາ ລວມທັງຫຼັກທັມ​ແລະ​ແນວ​ປະຕິບັດ​ໃນ​ຄອບຄົວ. 3.ນຳ​ຄອບຄົວ​ໄປ​ບຳ​ເພັນ​ບຸນກຸສົນ ທຳບຸນ​ຕັກບາດ ​ໃຫ້​ທານ ປະຕິບັດ​ທັມ​ທີ່​ວັດ ຮັກສາ​ສີ​ລ ​ໄຫວ້​ພຣະສູດ​ມົນ ຟັງ​ທັມ ວຽນທຽນ ນັ່ງ​ສະມາທິ​ພາວະນາ. 2.ກິດຈະກຳ​ກ່ຽວກັບ​ສັງ​ຄົມ 1.ວັດ, ສະມາຄົມ, ມູນ​ນິທິ, ໜ່ວຍງານ, ອົງການ​ສື່​ມວນ​ຊົນ​ປະຊາ​ສັມພັນ ​ເລື່ອງ​ວັນ​ອາສາຣະຫະບູຊາ​ໂດຍ​ໃຊ້​ສື່​ທຸກ​ຮູບ​ແບບ. 2.ຈັດ​ພິມ​ເອກະສານ​ກ່ຽວກັບ​ວັນ​ສຳຄັນ​ຂອງ​ວັນ​ອາສາຣະຫະບູຊາ. 3.​ເຊີນຊວນປະຊາຊົນ​ທົ່ວ​ໄປ ​ເຂົ້າ​ຮ່ວມ​ກິດຈະກຳ​ປະຕິບັດ​ທັມ ​ແລະ ພິທີກຳ​ທາງ​ພຸດ​ທະ​ສາສະໜາ. 4.ປຸກລະດົມ​ສື່​ມວນ​ຊົນ​ຕ່າງໆ​ໃຫ້​ລົດ ລະ ​ເລີກ ອະບາ​ຍະ​ມຸກ​ ​ແລະ ​ໃຫ້​ງົດ​ການຈຳໜ່າຍ​ສິ່ງ​ເສບ​ຕິດ​ທຸກ​ຊະນິດ. 5.ປຸກລະດົມ​ໃຫ້​ມີ​ການ​ຮັກສາ​ສະພາບ​ແວດ​ລ້ອມ, ປູກ​ຕົ້ນ​ໄມ້​ທຳ​ຄວາມ​ສະອາດ​ທີ່​ສາທາລະນະ​ຕ່າງໆ. 4.ຈຸດປະສົງ 1.​ເພື່ອ​ລະນຶກ​ເຖິງຄຸນຂອງພຣະພຸດທະ​ເຈົ້າ (ພະ​ກະລຸນາ​ຄຸນ,ພະ​ວິສຸດ​ທິຄຸນ​ແລະ​ພະປັນຍາ​ຄຸນ) 2.​ເພື່ອ​ປູກ​ຈິດ​ສຳນຶກ​ຂອງ​ພຸດທະສາສະນິກະຊົນ ບໍ່​ໃຫ້ຫຼົງລືມ​ໃນ​ວັນ​ສຳຄັນ​ຂອງ​ພຣະພຸດທະ​ສາດສະໜາ. 3.​ເພື່ອ​ເຊີດ​ຊູ​ສົ່ງ​ເສີມ​ພຣະພຸດ​ທະ​ສາສະໜາ​ໃຫ້​ຈະ​ເລີ​ນ​ແລະໝັ້ນຄົງ​ສືບ​ໄປ. 4.​ເພື່ອ​ເປີດ​ໂອກາດ​ໃຫ້​ພຸດທະສາສະນິກະຊົນທັງຫຼາຍ​ໄດ້​ພ່ຳ​ເພັງ​ກຸສົນ ຕາມ​ກາລະ​ສະ​ໄໝ. 5.ສະຫຼຸບ…………………………………………………………………

ຕົວຢ່າງ​ການ​ເທດ​ສະນາ​ກັນ​ທີ່ 1. ລັກ​ເຂີຍ​ຍະ​ອັດຕະ​ໂນ​ສາທຸ​ງ ລະ​ວະ​ນັງ​ໂລ​ນະ​ຕັງ​ຍະຖາ​ຕິ ນະ​ບາດ​ນີ້ ອາ​ຕະມາ​ພາບ​ຈະ​ໄດ້​ສະ​ແດງ​ພຣະທັມມະ​ເທສນາ ອັນ​ເປັນຫຼັກຄຳ​ສອນ​ທາງ​ພຣະພຸດທະສາສະໜາ ຂໍ​ທ່ານ​ທັງຫຼາຍຈົ່ງ​ຢູ່​ໃນ​ອາການ​ສະຫງົບ ຕັ້ງ​ອົກ​ຕັ້ງ​ໃຈ​ຟັງ​ດ້ວຍ​ດີ ​ເພື່ອ​ໃຫ້​ໄດ້​ປະ​ໂຫຍ​ດອັນ​ເກີດ​ຂຶ້ນ​ຈາກ​ການ​ຟັງ​ຕາມ​ສົມຄວນ​ແກ່​ເວລາ. ພຣະທັມມະ​ເທສນາ​ກັນ​ນີ້​ຈະ​ໄດ້​ເວົ້າ​ເຖິງ​ເລື່ອງ​ຄວາມ​ດີ​ຂອງ​ຄົນ ອັນ​ຄວາມ​ດີ​ນັ້ນ​ຍ່ອມ​ເປັນ​ທີ່​ນິຍົມ​ຊົມ​ຊອບ​ຂອງ​ຄົນ​ທົ່ວໆ​ໄປ ບໍ່​ວ່າ​ຈະ​ເປັນ​ຄົນ​ຊາດ​​ໃດ​ພາສາ​ໃດ​ກໍ​ຕາມ ທຸກ​ຄົນ​ຕ່າງ​ກໍ​ຕ້ອງການ​ທັງ​ນັ້ນ ຄວາມ​ດີ​ຂອງ​ຄົນ​ເຮົາ​ນັ້ນ​ມີຫຼາຍຢ່າງ ​ແຕ່​ເມື່ອ​ກ່າວ​ໂດຍ​ປະ​ເພດ​ແລ້ວ​ມີ​ສອງ​ຢ່າງ​ຄື ດີ​ນອອກ ​ແລະ ດີ​​ໃນ. ດີ​ນອກ ​ໄດ້​ແກ່​ດີ​ສ່ວນ​ພາຍ​ນອກ ຄື​ສ່ວນ​ທີ່​ເປັນ​ຮູບ​ທັມ​ເຊັ່ນ ມີ​ຮູບ​ຮ່າງໜ້າຕາ​ຊວດ​ຊົງ ສັດສ່ວນ ຜິວ​ພັນ ສວຍ​ສົດ​ງົດ​ງາມ​ແລະສິ່ງ​ແວດ​ລ້ອມພາຍ​ນອກ​ປະກອບ​ສ່ວນ​ເຂົ້າ​ເຊັ່ນ ມີ​ເຮືອນ​ຊານ​ບ້ານ​ຊ່ອງ ຫ້ອງ​ຫໍ ຕຶກ​ຫ້ອງ​ແຖວ ​ໂຮງ​ແຮມ ທີ່​ດິນ​ຮົ້ວ​ສວນ ​ໄຮ່ນາ ລົດຍົນ ລົດ​ເກັງ ​ເງິນ​ຄຳ ​ເພັດ​ນິນ​ຈິນດາ ຊ້າງ ​ມ້າ​ ງົວ​ ຄວາຍ ໝູ ໝາ​ ເປັດ​ໄກ່ ​ເປັນ​ຕົ້ນ ຫຼື ​ໄດ້​ທີ່​ເພິ່ງ ຄື​ພໍ່​ແມ່​ເຈົ້າ​ນາຍ​ຊ່ວຍ​ອຸປະກາລະ​ສະໜັບສະໜູນອູ້ມຊູ ​ແລະ ຍາດ​ມິດ​ຊ່ວຍ​ເຫຼືອ​ເຈືອ​ຈູ​ນ​ ເຫຼົ່ານີ້​ຮຽກວ່າ​ດີ​ນອກ ຄົນ​ທີ່​ສົມບູນ​ດ້ວຍ​ດີ​ນອກ​ກໍ​ຮຽກວ່າ ​ເປັນ​ຄົນ​ດີ​ປະ​ເພດໜຶ່ງ. ດີ​ໃນ​ ໄດ້​ແກ່​ດີ​ສ່ວນ​ຂ້າງ​ໃນ​ຄື ສ່ວນ​ທີ່​ເປັນ​ນາມທັມ​ເຊັ່ນ ມີ​ວິຊາ​ຄວາມ​ຮູ້​ຄວາມ​ສະຫຼາດ ຄວາມ​ສາມາດ ຄວາມ​ຊຳນານ ​ແລະ ສີ​ລະ​ປະ​ວິທະຍາ​ການ​ຕ່າງໆ ພ້ອມ​ກັບ​ຄວາມ​ປະ​ພຶດດີ​ຄື ມີນິ​​ໄສ​​ໃຈຄໍ​ສຸພາບ​ອ່ອນ​ໂຍນ ມີ​ຄວາມ​ອົດທົນ​ອົດ​ກັ້ນ ຂະຫຍັນໝັ່ນພຽນ ຊື່ສັດ​ບໍລິສຸດຍຸດຕິ​ທັມ ມີ​ຄວາມ​ເມດ​ຕາປາ​ນີ​ເອື້ອ​ເຟື້ອ​ເຜື​ແຜ່​ແກ່​ຄົນ​ອື່ນແລະສັງຄົມ​ຮຽກວ່າ ດີ​ໃນ ຄົນ​ທີ່​ສົມບູນ​ດ້ວຍ​ດີ​ໃນ​ກໍ​ຮຽກວ່າ ​ເປັນ​ຄົນ​ດີ​ປະ​ເພດໜຶ່ງ. ດີ​ນອກ​ກັບ​ດີ​ໃນ​ຖ້າ​ຈະ​ທຽບນ້ຳໜັກກັນ​ແລ້ວ ດີ​ໃນ​ດີ​ກວ່າ​ດີ​ນອກ​ທັງ​ນີ້​ກໍ​ເພາະວ່າ​ດີ​ນອກ​ນັ້ນ​ບໍ່ໝັ້ນຄົງ ມີ​ການ​ປ່ຽນ​ແປງແລະເສື່ອ​ມສູນ​ໄປ​ ເປັນ​ຕົ້ນວ່າຄວາມ​ສວຍ​ຄວາມ​ງາມ​ມັນ​ກໍ​ງາມ​ໄດ້​ຊົ່ວ​ຂະນະ​ທີ່​ຍັງ​ເປັນໜູ່​ເປັນ​ສາວ​ເທົ່າ​ນັ້ນ ຫຼັງຈາກ​ນັ້ນ​ມັນ​ກໍ​ຈະ​ປ່ຽນ​ໄປ​ສູ່​ຄວາມ​ແກ່​ຄວາມ​ເຖົ້າ ​ເນື້ອໜັງ,ໜ້າຕາ​ຊວດ​ຊົງ​ກໍ​ຈະ​ຫ່ຽວຍົ້ນ ​ແລະ​ຍ່ອນຍານ​ໄປ​ຕາມ​ສະພາບ​ຂອງ​ສັງຂານ ຫຼື ຕາມ​ກົດ​ເກນ​ທຳ​ມະ​ຊາດ ຄວາມ​ສວຍ​ຄວາມ​ງາມ​ກໍໝົດ​ໄປ ສ່ວນ​ວັດຖຸ​ນອກ​ຕົວເຊັ່ນ: ​ເຮືອນ​ຊານ​ບ້ານ​ຊ່ອງ ຫ້ອງ​ຫໍ ຕຶກ​ຫ້ອງ​ແຖວ ລົດ​ຍົນ ລົດ​ເກັງ ກໍ​ຊຳ​ລຸດຊຸດ​ໂຊມ​ເພພັງ​ໄປຕາມ​ກາລະ​ເວລາ ມັນ​ກໍໝົດດີ​ໄປ ຊັບ​ສົມບັດ​ເງິນ​ຄຳ ​ເພັດ​ນິນ​ຈິນດາ​ ແກ້ວ​ແຫວນ ສ້ອຍ​ຄໍ​ປອກ​ແຂນ​ເຄື່ອງ​ປະດັບ​ເອ້ຍ້ອງ​ຕ່າງໆ ​ໃຊ້​ໄປ​ໃຊ້​ໄປ ມັນ​ກໍໝົດ​ໄປ ຫຼື ບາງ​ເທື່ອ​ກໍ​ຖືກ​ຜູ້​ຮ້າຍ​ຊາຍ​ໂຈນ ລັກ ປຸ້ນ​ຈີ້ ສໍ້​ໂກງ ​ແຍ້​ງຊີງ​ເອົາ​ໄປ ມັນ​ກໍໝົດດີ​ໄປ ຊ້າງ​ ມ້າ ງົວ ຄວາຍ ໝູ ໝາ ​ເປັດ ​ໄກ່ລົ້ມ​ຕາຍ​ໄປ​ກໍໝົດດີ​ໄປ ພໍ່​ແມ່​ເຈົ້າ​ນາຍ​ຜູ້​ເປັນ​ທີ່​ເພິ່ງ​ຊ່ວຍ​ອຸປະກາລະ​ອຸດໝູນ ຍາດ​ມິດ​ສະຫາຍ ຊ່ວຍ​ເຫຼືອ​ເກືອ​ກູນລ່ວງ​ລັບ​ໄປ​ກ່ອນ ກໍໝົດດີ​ໄປ. ສ່ວນ​ດີ​ໃນ​ນັ້ນ​ບໍ່​ຮູ້ຈັກໝົດ​ໄປ​ເໝືອນດີ​ນອກ​ເຊັ່ນ ວິຊາ​ຄວາມ​ຮູ້ ຄວາມ​ສະຫຼາດ ຄວາມ​ສາມາດ ປະສົບ​ການ ​ແລະ​ສີ​ລະ​ປະ​ວິທະຍາ​ການ​ຕ່າງໆທີ່​ໄດ້​ສຶກສາ​ຮ່ຳຮຽນຝຶກ​ຝົນອົບຮົມ ​ໃຫ້​ຊຳນິ​ຊຳ​ນານ​ຈົນ​ເປັນ​ຄຸນສົມບັດ​ຕິດ​ຕົວ​ແລ້ວ ກໍ​ຈະ​ຕິດ​ຕົວ​ໄປ​ຕະຫຼອດ ບໍ່​ສູນຫາຍ​ໄປ​ເໝືອນດີ​ນອກ ຈະ​ໄປ​ທີ່​ໃດ​ກໍ​ຈະ​ຕິດ​ໂຕ​ໄປ​ທຸກ​ສະຖານ​ທີ່ ຊ່ວຍ​ໃຫ້​ປະກອບ​ທຸລະ​ກິດ​ການ​ງານ​ລ້ຽງຊີບ ​ແລະ ​ເຮັດ​ໃຫ້ການ​ງານ​ສຳ​ເລັດ​ຂອງ​ວິຊາ​ແລະ​ສີ​ລະ​ປະ​ວິທະຍາ​ກາ​ນນັ້ນໆ ​ເຮັດ​ໃຫ້​ມີ​ກຽດ ມີ​ສັກ​ສີ ມີ​ຊື່ສຽງ​ແລະ​ເປັນ​ທີ່​ນັບຖື​ຂອງໝູ່ປະຊາຊົນ. ນອກ​ຈານ​ນັ້ນ ປະຊາຊົນ ສັງຄົມ ​ແລະ ປະ​ເທດ​ຊາດ​ຍັງ​ໄດ້​ເພິ່ງ​ພາ​ອາ​ໄສ​ໄປ​ຈົນ​ວັນ​ຕາຍ ​ໂດຍ​ສະ​ເພາະ​ໃນ​ສັງ​ຄົມ​ປະຈຸ​ບັນ​ນີ້ ຄົນ​ທີ່​ມີ​ວິຊາ​ຄວາມ​ຮູ້​ຄວາມ​ສາມາດ ມີ​ທັກ​ສະ​ແລະ​ສີ​ລະ​ປະ​ວິທະຍາ​ການ​ສູງ​ຮອບ​ດ້ານ. ຍ່ອມ​ເປັນ​ທີ່​ນິຍົມ​ຊົມ​ຊອບ​ແລະ​ເປັນ​ທີ່​ຕ້ອງການຂອງ​ນັກ​ປົກຄອງ, ນັກ​ບໍລິຫານ, ນັກທຸລະກິດ ​ແລະ ນັກ​ພັດທະນາ​ການ​ທັງຫຼາຍ ທັງໜ່ວຍງານ​ຂອງ​ລັດ ​ແລະ​ເອກະ​ຊົນ ​ເພາະ​ເປັນ​ຄົນ​ທັນ​ການ​ທັນ​ໂລກ ສ່ວນ​ຄົນ​ທີ່​ດ້ອຍ​ການ​ສຶກສາ ດ້ອຍການ​ພັດທະນາ ມີ​ວິຊາ​ຄວາມ​ຮູ້ ມີ​ປະສົບ​ການ ມີ​ທັກ​ສະ​ຕ່ຳ​ກໍ​ຈະ​ມັກ​ເສຍປຽບ ຄົນ​ທີ່​ມີ​ວິຊາ​ຄວາມ​ຮູ້​ຄວາມ​ສາມາດ​ໃນ​ທຸກ​ດ້ານ ດ້ວຍ​ເຫດຜົນ​ດັ່ງກ່າວ​ນີ້ ດີ​ໃນ​ຈິ່ງ​ດີກ​ວ່າ​ດີ​ນອກ ​ແລະ ​ໃນ​ທີ່​ສຸດ​ແມ່ນ​ແຕ່​ໂຈນ​ຜູ້​ຮ້າຍ​ກໍ​ບໍ່​ສາມາດ​ຈະ​ລັກ ຫຼື ປຸ້ນ​ເອົາ​ໄປ​ໄດ້​ເໝືອນຢ່າງ​ດີ​ນອກ. ອີກ​ຢ່າງໜຶ່ງດີ​ນອກ​ນັ້ນ​ຖ້າ​ຈະ​ໄປ​ທີ່​ໃດ​ຈະ​ເອົາ​ຕິດ​ຕົວ​ໄປ​ທັງໝົດກໍ​ບໍ່​ໄດ້ ບາງ​ຢ່າງ​ກໍ​ເອົາ​ໄປ​ໄດ້ ບາງ​ຢ່າງ​ກໍ​ເອົາ​ໄປ​ບໍ່​ໄດ້ ທີ່​ເອົາ​ໄປ​ໄດ້​ເຊັ່ນ ​ເງິນ ຄຳ ​ເພັດ​ພອຍ ສ້ອຍ​ແຫວນ ຖ້າ​ມີຫຼາຍກໍ​ເອົາ​ໄປ​ບໍ່​ໄດ້ໝົດ ສ່ວນ​ທີ່​ເອົາ​ໄປ​ໄດ້​ກໍ​ຍັງ​ຍ້ານກວາ​ຕໍ່​ອັນຕະລາຍ​ຕ່າງໆ ຖ້າ​ຮັກສາ​ບໍ່​ດີ​ກໍ​ມີ​ໄພ​ເກີດ​ຂຶ້ນ​ໄດ້ ບາງ​ເທື່ອ​ເຖິງ​ກັບ​ຕ້ອງ​ເສຍ​ຊີວິດ​ກໍ​ມີຍ້ອນ​ຊັບ​ສົມບັດ ສ່ວນ​ດີ​ໃນ​ຢູ່​ໃນ​ຕົວ ​ໂຈນ​ຜູ້​ຮ້າຍ​ຈະ​ລັກຫຼືປຸ້ນ​ຈີ້​ເອົາ​ໄປ​ກໍ​ບໍ່​ໄດ ນອກຈາກ​ຈະ​ລັກ​ເອົາ​ໄປ​ບໍ​ໄດ້​ແລ້ວ ດີ​ໃນ​ຍັງ​ຊ່ວຍ​ຄຸ້ມ​ຄອງ​ປ້ອງ​ກັນ​ໄພ​ອັນຕະລາຍ​ໃຫ້​ເຮົາ​ອີກ​ດ້ວຍ ​ເພາະ​ອາ​ໄສ​ສະຕິ​ປັນຍາ ຄວາມ​ສະຫຼຽວສະຫຼາດ ​ແລະ​ສີ​ລະ​ປະ​ວິທະຍາ​ການ​ນັ້ນໆ ​ເປັນ​ເຄື່ອງ​ຄູ້​ມຄອງ​ປ້ອງ​ກັນ​ທີ່​ດີ​ເລີດ ​ເຖິງ​ເວລາ​ມີ​ໄພ​ກໍ​ເອົາ​ຕົວ​ລອດ​ໄດ້. ອີກ​ອັນໜຶ່ງດີ​ນອກ​ນັ້ນ​ເມື່ອ​ຈະ​ນຳ​ອອກ​ໃຊ້​ກໍ​ລຳບາກ ຕ້ອງ​ໄດ​ຫອບ​ຫິ້ວ​ແບກ​ຫາບ ປ້ອງ​ກັນ​ຮັກສາ ບາງ​ເທື່ອ​ກໍຫຼົງລືມ​ແລະ​ລຳ​ບາກ​ດ້ວຍ​ການ​ແບກ​ຫາບ​ຫອບ​ຫິ້ວ. ສະຫຼຸບ​ແລ້ວ​ດີ​ນອກ​ສູ້​ດີ​ໃນ​ບໍ່​ໄດ້ ​ເຖິງ​ຢາງ​ໃດ​ກໍ​ຕາມ​ຖ້າ​ຄົນ​ເຮົາ​ມີ​ດີ​ທັງ​ສອງ​ຢ່າງ ຄື​ມີ​ດີ​ນອກ​ແລະ​ມີ​ດີ​ໃນ​ກໍ​ນັບ​ວ່າ​ເປັນ​ມະນຸດ​ທີ່​ປະ​ເສີດ ​ໄດ້​ທັງ​ມະນຸດ​ສົມບັດ ​ແລະ ສະຫວັນ​ສົມບັດ ​ເປັນ​ຍອດ​ມະນຸດ ຖ້າ​ມີ​ແຕ່​ດີ​ນອກ​ກໍ​ບໍ່​ປະ​ເສີດ ປຽບ​ເໝື່ອກັບ​ດອກ​ໄມ້​ທີ່​ສວຍ​ງາມ ​ແຕ່​ມີ​ກິ່ນ​ບໍ່​ຫອມ ຄົນ​ກໍ​ບໍ່​ຄ່ອຍ​ນິຍົມ​ຊົມ​ຊອບ​ປານ​ໃດ ​ແຕ່​ຖ້າ​ທັງ​ສວຍ​ງາມ​ແລະ​ກິ່ນ​ກໍ​ຫອມ ​ໃຜໆກໍ​ຕ້ອງການ​ຢາກ​ໄດ້​ ຢາກ​ເດັດ ຢາກ​ຊົມ​ແລະ​ມີ​ລາຄາ​ສູງ​ອີກ​ດ້ວຍ ຈະ​ຢ່າງ​ໃດ​ກໍ​ຕາມ​ຄົນ​ເຮົາ​ເຖິງ​ແມ່ນ​ວ່າ​ຮູບ​ຮ່າງໜ້າຕາ​ຊວດ​ຊົງ​ຈະ​ບໍ່​ສວຍ​ສົດ​ງົດ​ງາມ​ກໍ​ຕາມ ຂໍພຽງ​ແຕ່​ນິ​ໄສ​ດີ​ມີ​ຄຸ​ນະ​ທັມ ຍັງ​ດີກ​ວ່າ​ຄົນໜ້າ​ເນື້ອ​ໃຈ​ເສືອ ໜ້າອິນໜ້າພົມ​ແຕ່​ໃຈ​ເປັນ​ຍັກ​ເປັນ​ມານ​ເປັນ​ອັນຕະລາຍ​ແກ່​ຄົນ​ອື່ນ​ແລະ​ສັງຄົມ ດ້ວຍ​ເຫດ​ນີ້​ນັກປຣາດບັນດິດ​ທັງຫຼາຍຈິ່ງ​ຍົກຍ້ອງ​ສັນລະ​ເສີນ​ຄົນ​ທີ່​ດີ​ໃນ​ວ່າ​ເປັນ​ຄົນ​ດີ​ຄົນ​ປະ​ເສີດ. ​ເພາະສະ​ນັ້ນ​ທ່ານ​ສາທຸຊົນ​ພຸດ​ທະ​ບໍລິສັດ​ທັງຫຼາຍ ຈົ່ງ​ພຣະຍາ​ຍາມ​ສ້າງ​ແຕ່​ຄວາມ​ດີ​ເອົາ​ໄວ້ ຖ້າ​ມີ​ແລ້ວ​ກໍ​ຈົ່ງ​ຖະນຸ​ຖະໜອມ​ແລະ​ຮັກສາ​ເອົາ​ໄວ້​ຢ່າ​ໃຫ້​ເສື່ອ​ມສູນ​ໄປ ​ເໝືອນ​ເກືອ​ຮັກສາ​ຄວາມ​ເຄັມ ຕາມ​ປົກກະຕິ​ແລ້ວ ​ເກືອ​ບໍ່​ວ່າ​ຈະ​ຢູ່​ກັບ​ອັນ​ໃດ ຈະ​ຢູ່​ໃນ​ນຳ້​ເທິງ​ບົກ ຈະ​ຢູ່​ໃນ​ຂອງ​ສົ້ມໆຂົມໆຫວານໆມັນ​ກໍ​ຈະ​ຮັກສາ​ຄວາມ​ເຄັມ​ຂອງ​ມັນ​ໄວ້​ສະ​ເໝີ ຄົນ​ເຮົາ​ຖ້າ​ໃຜ​ມີ​ຄຸນ​ຄວາມ​ດີ​ແລ້ວ ຮູ້ຈັກ​ຮັກສາ​ເອົາ​ໄວ້​ບໍ່​ໃຫ້​ເສື່ອ​ມສູນ​ໄປ ກໍ​ຈະ​ເປັນ​ມຸງຄຸນ​ອັນ​ສະຫງ່າ​ລາສີ​ແກ່​ຈົນ​ໄປ​ຈົນ​ວັນ​ຕາຍ. ​ເທສນາ​ປະຣິ​ໂຍສະ​ເນ ​ໃນ​ທີ່​ສຸດ​ແຫ່ງ​ພຣະທັມມະ​ເທສະ​ນາ​ນີ້​ອາ​ຕະມາ​ຂໍ​ນ້ອມ​ເອົາ​ຄຸນ​ພຣະສີຣັດຕະນະ​ຕຣັຍ ຄື​ຄຸນ​ພຣະພຸດ ພຣະທັມແລະ​ພຣະສົງ ຈົ່ງ​ມາ​ອະພິບານ​ຄຸ້ມ​ຄອງ​ທ່ານ​ສາທຸຊົນ​ພຸດ​ທະ​ບໍລິສັດ​ທັງຫຼາຍ ຈົ່ງ​ປະ​ສະ​ຈາກ​ໂລກ​ໄພ ນຶກ​ຄິດ​ປາຖະໜາປະການ​ໃດ​ອັນ​ປະກອບ​ຊອບ​ທັມ​ແລ້ວ ຂໍ​ຈົ່ງ​ສຳ​ເລັດ​ດັ່ງ​ຄວາມ​ຕັ້ງ​ໃຈ​ທຸກ​ປະການ​ເທີ້ນ ນິຖິຕາ.

ຕົວຢ່າງ​ການ​ເທສນາ​ກັນ​ທີ່ 2 ​ເລື່ອງ ບຸນ​ກິຣິຍາ​ວັດຖຸ 3 ສຸ​ໂຂ ປຸນ​ຍັດ​ສະ ອຸດ​ຈະ​ໂຍ ອິ​ໂຕ​ປະ​ຮັງ​ສັກ​ກັດ​ຈັງ​ທັມ​ໂມ ​ໂສ​ຕັບ​ໂພ​ຕິ. ນະ​ບັດ​ນີ້​ ອາຕະມະ​ພາບ​ຈະ​ໄດ້​ສະ​ແດງ​ພຣະທັມມະ​ເທສນາ ວ່າ​ດ້ວຍ​ເລື່ອງ​ບຸນ​ກິຣິຍາ​ວັດຖຸ 3 ​ເພື່ອ​ປະດັບ​ສະຕິ​ປັນຍາ​​ເພີ່ມ​ພູນ​ບຸນ​ກຸສົນ​ຂອງ​ທ່ານ​ສາທຸ​ຊົນພຸດ​ທະ​ບໍລິສັດ​ທັງຫຼາຍ ຕາມ​ສົມຄວນ​ແກ່​ເວລາ. ດຳ​ເນີນ​ຄວາມ​ວ່າ ການ​ທຳບຸນ​ຂອງ​ຊາວ​ພຸດ​ມີຫຼາຍຢ່າງຫຼາຍປະການ​ແລະ​ຮຽກຊື່​ຕ່າງໆກັນ​ໄປ​ຕາມ​ເລື່ອງ​ລາວ ​ເຫດການ ສະຖານ​ທີ່ ບຸກຄົນ ກາລະ​ເວລາ ​ເຊັ່ນ: ບຸນ​ກອງ​ບວດ, ກອງ​ອັດຖະ, ກອງ​ຜ້າປ່າ, ກອງ​ກະຖິນ, ບຸນ​ພຣະ​ເຫວ​ດ, ບຸນ​ສະຫຼອງກຸດຕິ​ວິຫານ, ບຸນ​ເຂົ້າພັນ​ສາ ​ແລະ​ບຸນ​ອອກ​ພັນ​ສາ​ເປັນ​ຕົ້ນ ຮຽກຊື່​ໄປ​ຕາມ​ການຈສົມມຸດ​ແລະ​ການ​ບັນຍັດ​ຕັ້ງ​ຂຶ້ນ​ຂອງ​ຊາວ​ພຸດ ​ເພື່ອ​ໃຫ້​ມັນ​ແຕກ​ຕ່າງ​ແລະຫຼາກຫຼາຍ ​ເຖິງ​ແມ່ນ​ວ່າການ​ທຳບຸນ​ຈະ​ມີຫຼາຍຢ່າງຫຼາຍປະການ​ກໍ​ຕາມ ​ແຕ່​ກໍ​ຈະ​ມາ​ລວມລົງ​ຢູ່​ໃນຫຼັກການ​ທຳບຸນ 3 ຢ່າງ​ຄື: 1.ທາ​ນະ​ໄມ ບຸນ​ສຳ​ເລັດ​ດ້ວຍ​ການ​ໃຫ້​ຄື ​ໃຫ້​ວັດຖຸ​ສິ່ງ​ຂອງ​ເງິນ​ຄຳ ​ເຄື່ອງນຸ່ງ​ຫົ່ມ​ ອາຫານ​ການ​ກິນ ທີ່ຢູ່​ອາ​ໄສ ຢາ​ປົວ​ພະຍາດ ​ໃຫ້​ສະຕິ​ປັນຍາ ​ໃຫ້​ວິຊາ​ຄວາມ​ຮູ້ ຕະຫຼອດ​ເຖິງ​ໃຫ້​ອະ​ໄພ​ແກ່​ກັນ​ແລະ​ກັນ ການ​ໃຫ້​ກໍ​ເພື່ອເປັນການ ແບ່ງປັນ​ຄວາມສຸກ ຄວາມ​ສະບາຍ​ຂອງ​ຕົນ​ທີ່​ມີ​ໃຫ້​ແກ່​ຄົນ​ອື່ນຄື​ບໍ່​ເປ​ັນຄົນ​ເຫັນ​ແກ່​ຕົວ ບໍ່​ເອົາ​ແຕ່​ປະ​ໂຫຍ​ດ​ແລະ​ຄວາມສຸກ​ສ່ວນ​ຕົວ ມີ​ນ້ຳ​ໃຈ​ເມດ​ຕາປາ​ນີ ປາ​ຖະໜາຄວາມສຸກ​ຄວາມ​ສະບາຍ​ໃຫ້​ແກ່​ບຸກຄົນ​ອື່ນ​ດ້ວຍ. ສັງຄົມ​ຂອງ​ມະນຸດ​ຈະ​ຢູ່​ກັນ​ຢ່າງ​ມີ​ຄວາມສຸກ ກໍ​ເພາະວ່າ​ທຸກ​ຄົນ​ມີ​ຄວາມ​ເສຍສະຫຼະ ຕ່າງ​ຄົນ​ກໍ​ຕ່າງ​ຄິດ​ຢູ່​ໃນ​ໃຈວ່າ​ເຮົາ​ຢູ່​ເພື່ອ​ຜູ້​ອື່ນ​ຢູ່​ດ້ວຍ ບໍ່​ແມ່ນ​ຢູ່​ພຽງຄົນ​ດຽວ ຖ້າ​ໃຜ​ຄິດ​ວ່າ​ຄົນ​ອື່ນ​ເລື່ອງ​ຂອງ​ເຂົາ ຈະ​ທຸກ​ຍາກ ລຳບາກ​ຂາດ​ເຂີນ ຢ່າງ​ໃດ​ກໍ​ຕາມ​ເຮົາ​ບໍ່​ກ່ຽວ ຖ້າ​ໃຜ​ຄິດ​ຢ່າງ​ນີ້​ກໍ​ເປັນ​ຄົນ​ໃຈ​ແຄບ ບໍ່​ມີຄວາມກວ້າງຂວາງ​ທາງ​ຈິດ​ໃຈ ​ເປັນ​ຢູ່​ລບຳບາກ​ເດືອດຮ້ອນ ​ແຕ່​ຖ້າ​ເຮົາ​ຄິດ​ວ່າ​ເຮົາ​ຈະ​ຢູ່​ໃຫ້​ຄົນ​ອື່ນ​ເປັນ​ສຸກ​ດ້ວຍ ຄວາມ​ເອື້ອ​ເຟື້ອ​ເຜືອ​ແຜ່​ກໍ​ເກີດ​ຂຶ້ນ​ທາງ​ຈິດ​ໃຈ ມີ​ວັດຖຸ​ສິ່ງ​ຂອງ​ເງິນ​ຄຳ​ກໍ​ໃຊ້​ຈ່າຍ​ໃນ​ທາງ​ທີ່​ເປັນ​ປະ​ໂຫຍ​ດ ບໍ່​ໃຊ້​ສຳລັບ​ສ່ວນ​ຕົວ​ເພື່ອ​ກິນ​ເພື່ອຫຼິ້ນ ​ເພື່ອ​ຫາ​ຄວາມສຸກ​ບໍ່​ເຂົ້າ​ເລື່ອງ ​ແຕ່​ນຳ​ໄປ​ໃຊ້​ລ້ຽງຄອບຄົວ ລ້ຽງພໍ່-​ແມ່ ບຸດ ​ສາມີ​ ພັນ​ລະ​ຍາ ຍາດຕິ​ໂກ​ໂຫຕິ​ກາ​ແລະ​ຄົນ​ໃນ​ປົກຄອງ​ໃຫ້​ມີ​ຄວາມສຸກ ຊ່ວຍ​ເຫຼືອ​ເພື່ອນ​ມິດ​ແລະ​ຜູ້​ຮ່ວມ​ງານ​ໃຫ້​ເປັນ​ສຸ ຫຼື​ຊ່ວຍ​ເຫຼືອສາທາລະນະ​ກຸສົນ​ຕ່າງໆ ​ເຊັ່ນ ຊ່ວຍ​ເຫຼືອຄົນ​ທຸກ​ຍາກ​ລຳບາກ​ຂາດ​ເຂີນ​ໃຫ້​ມີ​ຄວາມ​ເປັນ​ຢູ່ດີ​ຂຶ້ນ ສ້າງ​ຖະໜົນຫົນທາງ ສ້າງ​ໂຮງຮຽນ​ ໂຮງໝໍ ຫຼືຕັ້ງ​ເປັນ​ທຶນ​ມູນ​ນິທິ​ບຳລຸງ​ການ​ສຶກສາ ​ໃຫ້​ຜູ້​ມີ​ປັນຍາສະຫຼາດ ​ແຕ່​ໄຮ້​ຊັບ ​ໃຫ້​ໄດ​ສຶກສາ​ຮ່ຳຮຽນ​ໃຫ້​ມີ​ຄວາມ​ຮູ້​ທັນ​ສະ​ໄໝ ທັນ​ຕໍ່​ເຫດການ ​ເພື່ອ​ຈະ​ໄດ້​ໃຊ້​ຊີວິດ​ໃຫ້​ເປັນ​ປະ​ໂຫຍ​ດ​ແກ່​ສັງຄົມ​ແລະ​ປະ​ເທດ​ສືບ​ຕໍ່​ໄປ ຄົນ​ແບບ​ນີ້​ຊື່ວ່າ​ເປັນ​ຄົນ​ຢູ່​ດ້ວຍ​ການ​ໃຫ້ ຢູ່​ດ້ວຍ​ການ​ເສຍສະຫຼະ ພຣະພຸດທະ​ເຈົ້າ​ສອນ​ຄົນ​ໃຫ້​ຢູ່​ດ້ວຍ​ການ​ໃຫ້ ບໍ່​ແມ່ນ​ຢູ່​ເພື່ອ​ຮັບ​ແຕ່​ຢ່າງ​ດຽວ ​ເມື່ອ​ມີ​ຮັບ​ກໍ​ຕ້ອງ​ມີ​ໃຫ້ ມີ​ໃຫ້​ກໍ​ຕ້ອງ​ມີ​ຮັບ ມັນ​ເປັນ​ຂອງ​ຄູ່​ກັນ ຖ້າ​ມີ​ແຕ່​ໃຫ້​ບໍ່​ມີ​ຮັບ​ກໍ​ບໍ່​ໄດ້ ​ເຊັ່ນ​ດຽວກັບ​ມີ​ແຕ່​ກິນ​ບໍ່​ມີ​ຖ່າຍຫຼືວ່າ​ມີ​​ແຕ່​ຖ່າຍ​ບໍ່​ມີ​ກິນ​ກໍ​ມີ​​ແຕ່​ຕາຍ​ຢ່າງ​ດຽວ. ການ​ໃຫ້​ນອກຈາກ​ຈະ​ເປັນ​ການ​ຊ່ວຍ​ເຫຼືອຄົນ​ອື່ນ, ສັງຄົມ​ໃຫ້​ມີ​ຄວາມ​ເປັນ​ຢູ່ດີ​ຂຶ້ນ ຈະ​ເລີ​ນຂຶ້ນ​ແລ້ວ​ຍັງ​ເປັນ​ການ​ປູ​ພື້ນຖານ​ເພື່ອ​ທຳລາຍ​ຄວາມ​ໂລບ ຄວາມ​ເຫັນ​ແກ່​ຕົວ ຄວາມ​ເອົາ​ລັດ​ເອົາ​ປຽບກັນ​ໃຫ້ຫຼຸດລົງຫຼືໝົດ​ໄປ. ພຣະພຸດ​ທະ​ເຈົ້າ​ສອນ​ສອນ​ມະນຸດ​ໃຫ້​ຢູ່​ດ້ວຍ​ການ​ໃຫ້ ຢູ່​ດ້ວຍ​ການ​ເສຍສະຫຼະ ຢູ່​ດ້ວຍ​ຄວາມ​ມີ​ນ້ຳ​ໃຈ ​ເມ​ຕຕາ ກະຣຸນາ ​ເອື້ອ​ອາທອນ​ແກ່​ກັນ​ແລະ​ກັນ ຖ້າ​ມະນຸດຢູ່​ດ້ວຍ​ການ​ໃຫ້ ຢູ່​ດ້ວຍ​ການ​ເສຍສະຫຼະ​ແລ້ວ ​ໂລກ​ຂອລ​ເຮົາ​ກໍ​ຈະ​ມີ​ແຕ່​ຄວາມ​ສະຫງົບ ມີ​ຄວາມ​ຢູ່​ເຢັນ​ເປັນ​ສຸກ ປະ​ສະ​ຈາກ​ຄວາມ​ເດືອດຮ້ອນ​ວຸ່ນວາຍ​ຕ່າງໆ. ​ແຕ່​ເບິ່ງ​ແລ້ວ​ສັງ​ຄົມ​ໂລກ​ໃນ​ປະຈຸ​ບັນ​ນີ້​ກຳລັງ​ເດີນ​ສວນ​ທາງ​ກັບ​ຄຳ​ສອນ​ຂອງ​ພຣະພຸດທະ​ເຈົ້າ ຄື​ພາກັນ​ເພີ່ມ​ຄວາມໂລບ ເພີ່ມຄວາມເຫັນແກ່ຕົວ ເອົາລັດເອົາປຽບກັນຊີງດີຊີງເດັ່ນຍາດແຍ່ງກັນພະຍາຍາມເພີ່ມຄວາມໂລບຫຼາຍຂຶ້ນ ຈົນບໍ່ຮູ້ຈັກອີ່ມບໍ່ຮູ້ຈັກພໍ ຂາດເມດຕາກາຣຸນາ ຂາດນ້ຳໃຈທີ່ດີງາມ ປະເທດໃຫຍ່ໆກໍຍິ່ງມີຄວາມໂລບຫຼາຍ ສ່ວນປະເທດນ້ອຍໆກໍຍິ່ງມີຄວາມໂລບຕິດຕາມກັນໄປ ໂລບຢາກຈະໄດ້ໝູ່ພວກບໍລິວານ ໂລບເພື່ອລະບາຍສິນຄ້າລົງທຶນ ເພື່ອຫວັງກຳໄລໃຫ້ໄດ້ຫຼາຍເທົ່າທີ່ຈະຫຼາຍໄດ້ ຈົນເກີດການຍາດແຍ້ງຕະຫຼາດໂລກກັນ ເຮັດໃຫ້ໂລກວຸ່ນວາຍເດືອດຮ້ອນຈົນກາຍເປັນເສິກສົງຄາມກັນຂຶ້ນກໍມີ ທັງນີ້ກໍເພາະມະນຸດມີຄວາມເຫັນແກ່ຕົວຫຼາຍຂຶ້ນ ມີຄວາມໂລບຫຼາຍຂຶ້ນນັ້ນເອງ ແຕ່ຖ້າມະນຸດພາກັນຢູ່ດ້ວຍການໃຫ້ ຢູ່ດ້ວຍການເສຍສະຫຼະ ຢູ່ດ້ວຍຄວາມເມດຕາເອື້ອອາທອນແກ່ກັນແລະກັນ ແລ້ວໂລກນີ້ກໍຈະກາຍເປັນສະຫວັນໄປ. 2.ສີ​ລ​ະໄມ ບຸນ​ສຳ​ເລັດ​ດ້ວຍ​ການ​ຮັກສາ​ສີ​ລ ຄຳ​ວ່າ​“ສີ​ລ” ໝາຍ​ເຖິງການ​ສັງ​ລວມລະວັງ​ກາຍ​ວາຈາ​ໃຈ ​ໃຫ້​ຕັ້ງໝັ້ນຢູ່​ໃນ​ປົກກະຕິ​ດີ​ຄື​​ໃຫ້​ຕັ້ງ​ຢູ່​ໃນ​ກົດ​ລະບຽບທີ່​ດີງາມ ຄົນ​ມີ​ສີ​ລກໍ​ຄື​ຄົນ​ມີ​ລະບຽບວິນັຍ ຄົນ​ມີ​ລະບຽບວິ​ນັຍ​ຍ່ອມ​ບໍ່​ເປັນ​ໄພ​ແກ່ ​ໃຜໆ ບໍ່​ເປັນ​ຄົນ​ຕາມ​ໃຈ​ໂຕ​ເອງ ​ແຕ່​ເປັນ​ຄົນ​ມີຫຼັກ​ເກນ​ສຳຫຼັບປະຕິບັດ ຈະ​ເຮັດ​ຫຍັງ​ເວົ້າ​ຫຍັງ ຈະ​ໄປ​ໃນ​ສະຖານ​ທີ່​ໃດ​ກໍ​ຖື​ລະບຽບວິນັຍ​ເອົາ​ໄວ້ ຈະ​ບໍ່​ເຮັດ​ໃນ​ເລື່ອງ​ຊົ່ວ ​ເວົ້າ​ເລື່ອງ​ຊົ່ວ ຄິດ​ເລື່ອງ​ຊົ່ວ ບໍ່​ໄປ​ຄົບ​ຫາ​ສະມາຄົມ​ກັບ​ສິ່ງ​ທີ​ຊົ່ວ​ຮ້າຍ ​ເພາະ​ລະບຽບວິນັຍ​ມັນ​ບັງຄັບ​ຢູ່​ຕະຫຼອດ​ເວລາ​ຮຽກວ່າ​ເຮົາ​ເປັນ​ຜູ້​ມີ​ສີ​ລ ຕົວຢ່າງ​ເຫັນ​ໄດ້​ງ່າຍໆ​ເຊັ່ນ​ຄົນ​ທີ່​ຖື​ສີ​ລຫ້າ​ກໍ​ຍ່ອມ​ມີ​ລະບຽບ ຂໍ້​ສຳລັບ​ປະຕິບັດ​​ໃນ​ຊີວິດ​ຄື ​ເປັນຜູ້​ບໍ່​ບຽດບຽນ​ໃຜ​ບໍ່​ຂ້າ​ໃຜ ບໍ່​ລັກຊັບສົມບັດຂອງໃຜ ບໍ່ເອົາລັດເອົາປຽບໃຜໃນການຊອກສະແຫວງຫາ ບໍ່ປະພຶດຜິດໃນກາມ ບໍ່ສົ່ງເສີມໃຫ້ມະນຸດມົວເມົາໃນກາມ ເປັນຜູ້ມີປົກກະຕິເວົ້າແຕ່ຄວາມຈິງ ຄຳອ່ອນຫວານ ຄຳສະໝານສາມັກຄີ ເວົ້າມີສາຣະ ເວົ້າຖືກກາລະເທສະດ້ວຍ ບໍ່ດື່ມກິນຂອງມຶນເມົາ ອັນເປັນທີ່ຕັ້ງແຫ່ງຄວາມປະໝາດ ເພາະຂອງມຶນເມົາທຸກຊະນິດເປັນຢ່າເສບຕິດໃຫ້ໂທດ ຄົນມີລະບຽບວິນັຍຍ່ອມຢູ່ໃນກົດເກນເຫຼົ່ານີ້ ​ເມື່ອ​ເຮົາ​ຢູ່​ໃນ​ກົດ​ເກນ​ເຫຼົ່ານີ້ ​ເຮົາ​ກໍ​ບໍ່​ຮູ້​ວຸ້ນວາຍ ບໍ່​ເດືອດຮ້ອນ ຈະ​ຢູ່​ທີ່​ໃດ ຈະ​ໄປ​ໃນ​ທີ່​ໃດ ກໍ​ບໍ່​ທຳ​ຄວາມ​ເດືອດຮ້ອນ​ໃຫ້​ແກ່​ໃຜ ​ເພາະ​ເຮົາ​ມີ​ລະບຽບວິນັຍ ຄື​ສີ​ລ​ເປັນຫຼັກຮັກສາ​ເຮົາ​ຢູ່​ຕະຫຼອດ​ເວລາ. 3.ພາວະນາ​ໄມ ບຸນ​ສຳ​ເລັດ​ດ້ວຍ​ການຈະ​ເລີ​ນພາວະນາ ໝາຍ​ເຖິງ​ການ​ພ່ຳ​ເພັງ​ເຮັດ​ໃຫ້​ບຸນ​ກຸສົນຫຼືຄຸນ​ຄວາມ​ດີ​ທັງຫຼາຍ​ເກີດ​ຂຶ້ນ ພາວະນາ​ນັ້ນ້ນມີ​ສອງ​ຢ່າງ​ຄື ສະມະຖະ​ພາວະນາ​ແລະ​ວິປັດສະນາ​ພາວະນາ. ສະມະຖະ​ພາວະນາ ການ​ເຝິກອົບຮົມ​ຈິດ​ໃຈ​ໃຫ້​ສະຫງົບ​ຈາກ​ອາຣົມຕ່າງໆທີ່​ຈອນ​ມາ​ທັງ​ອາຣົມທີ່​ດີ ​ແລະ ບໍ່​ດີ ຈິດ​ຂອງ​ຄົນ​ເຮົາ​ເປັນ​ທຳ​ມະ​ຊາດ​ທີ​ກັບ​ກອກ​ວອກ​ກອກ​ແວກ​ໄຫວ​ຫວັ່ນ​ໄປ​ກັບ​ອາຣົມຕ່າງໆ ຄ້າຍຄື​ກັບ​ປາ​ທີ່​ຖືກ​ໂຍນ​ຂຶ້ນ​ບົນ​ກະ​ເສືອກ​ກະ​ສົນ​ດີ້ນຮົນ​ຈະ​ລົງ​ໄປ​ສູ່​ນ້ຳ ຈິດ​ຂອງ​ຄົນ​ເຮົາ​ພໍ​ຍົກ​ຂຶ້ນ​ສູ່​ຄວາມ​ດີ​ແດ່​ກໍ​ມຸດ​ມັດ​ອຶດ​ອັດ​ຢາກ​ຈະ​ລົງ​ໄປ​ສູ່​ອາຣົມຝ່າຍ​ຕ່ຳ​ຢູ່​ສະ​ເໝີ ຖ້າ​ບໍ່​ມີ​ສະຕິ​ສັມປະຊັນຍະ​ແຂວງ​ແຮງ​ພຽງພໍ ​ເຮົາ​ກໍ​ຈະ​ຕົກ​ເປັນ​ທາດ​ຂອງ​ຈິດ ດັ່ງ​ນັ້ນ​ຈິ່ງ​ຈຳ​ເປັນ​ຕ້ອງ​ອົບຮົມ​ຈິດ​ໃຫ້​ສະຫງົບ ​ໃຫ້ໝັ້ນຄົງ​ໃຫ້​ອ່ອນ​ໂຍນ​ພ້ອມ​ທີ່​ຈະ​ນ້ອມ​ໄປ​ໃຊ້​ງານ​ຕ່າໆ ​ເມື່ອ​ຈິດ​ເປັນ​ສະມາທິ​ແລ້ວ​ຈະ​ປະກອບ​ກິດ​ການ​ງານ​ໃດໆກໍ​ຈະ​ປະສົບ​ຜົນສຳ​ເລັດ ​ເພາະ​ຈິດ​ມັນ​ຈົດ​ຈໍ​ຢູ່​ທີ່​ຕົນ​ກຳລັງ​ທຳ​ການ​ເຝິກ​ຈິດ​ໃຈ​ໃຫ້​ສະຫງົບ​ເປັນ​ສະມາທິ ນອກຈາກ​ຈະ​ເປັນ​ປະ​ໂຫຍ​ດ​ແກ່​ກິ​ຈະ​ການ​ງານ​ແລ້ວ ຍັງ​ມີ​ຄຸນຄ່າ​ທາງ​ດ້ານ​ສຸຂະພາບ​ຢ່າງຫຼວງຫຼາຍ​ເຊັ່ນ ​ເຮັດ​ໃຫ້​ຮ່າງກາຍ​ສະບາຍ​ຂຶ້ນ ​ໂລກ​ໄພ​ໄຂ້​ເຈັບ​ຕ່າງໆກໍລົດລົງ ຄວາມ​ຕຶງ​ຄຽດ ຄວາມ​ກັງວົນ​ໃຈ ຄວາມ​ໂສກ​ເສົ້າ​ໂລກ​ປະສາດ ​ໂລກ​ຄວາມດັນ​ກໍ​ຈະ​ບໍ່​ເກີດ​ຂຶນ ​ແຕ່​ຖ້າ​ເກີດ​ຂຶ້ນ​ກໍ​ຈະ​ບໍ່​ຮ້າຍ​ແຮງ ສາມາດ​ບັບ​ເທົາ​ລົງ​ໄດ້. ວິປັດສະນາ​ພາວະນາ ການພຳ​ເພັງ​ໃຫ້​ເກີດ​ປັນຍາຄື​ສຶກສາ​ຄົ້ນ​ຄວ້າ, ວິ​ເຄາະ​ວິ​ໃຈ ​ເພື່ອ​ໃຫ້​ເຫັນ​ແຈ້ງ​ໃນ​ເລື່ອງ​ຕ່າງໆ ສິ່ງ​ຕ່າງໆຕາມ​ຄວາມ​ເປັນ​ຈິງ ​ໂດຍ​ເອົາຫຼັກ 3 ຢ່າງ​ເປັນ​ເຄື່ອງ​ພິຈາຣະນາ​ຄື ອະນິດ​ຈັງ ທຸກຂັງ ອະນັດຕາ ພິຈາຣະນາ​ຊີວິດ​ຂອງ​ເຮົາ​ເອງ ຊີວິດ​ຂອງ​ເຮົາ​ມີ​ຢູ່​ສອງ​ເລື່ອງ​ຄື​ຮູບ​ກັບ​ນາມ ຮູບ​ຄື​ຮ່າງກາຍ​ທັງໝົດ ນາມ​ຄື​ຄວາມ​ຮູ້ສຶກ​ທີ່​ເກີດ​ຂຶ້ນ​ໃນ​ໃຈຮຽກຕາມ​ພາສາ​ທັມ​ວ່າ​ເວທະນາ ສັນຍາ​ ສັງຂານ ວິນ​ຍານ ພິຈາຣະນາ​ສິ່ງ​ທັງ​ຫ້າ​ໃຫ້​ເຫັນ​ວ່າ​ມັນ​ບໍ່​ທ່ຽງ ​ເປັນ​ທຸກ ບໍ່​ມີ​ອັນ​ໃດ​ເປັນ​ເນື້ອ​ແທ້ ​ເປັນ​ຂອງ​ພະ​ສົມ​ປຸງ​ແຕ່ງ​ໄຫຼ​ໄປ​ຕາມ​ອຳນາດ​ຂອງ​ການ​ປຸງ​ແຕ່ງ ຮຽກວ່າ​ຈະ​ເລີ​ນວິປັດສະນາ ຜູ້​ຈະ​ເລີ​ນວິປັດສະນາ​ໃຫ້​ເກີດ​ປັນຍາ​ຢ່າງ​ເລິກ​ເຊິ່ງ​ແລ້ວ ຈິດ​ມັນ​ຈະ​ປ່ອຍ​ວາງ​ບໍ່​ຍິນ​ດີ​ຍິນ​ຮ້າຍ ບໍ່​ຍຶດບໍ່​ຕິດ​ໃນ​ສິ່ງ​ຕ່າງໆ ​ໃນ​ເລື່ອງ​ຕ່າງໆຄື​ບໍ່​ແບກ​ໂລກ​ເອົາ​ໄວ້ ​ເພາະ​ຮູ້​ເຫັນ​ຕາມ​ສະພາບ​ຄວາມ​ຈິງ ​ເລື່ອງ​ອັນ​ໃດ​ມັນ​ຈະ​ບໍ່​ເກີດ​ຂຶ້ນ​ແກ່​ໃຈ ​ໃຈ​ກໍ​ຈະ​ສະຫງົບ ສະອາດ ສະຫວ່າງ ວ່າງ ພ້ອມ​ທີ່​ຈະ​ຮັບ​ຄວາມສຸກ​ໄດ້​ຢ່າງ​ເຕັມທີ່ ຄ້າຍຄື​ກັນ​ກັບ​ພາຊະນະຫຼືວັດຖຸ​ຕ່າງໆ ສຳລັບ​ໃສ່​ສິ່ງ​ຂອງ ຖ້າ​ມັນ​ວ່າງ​ເປົ່າ​ເຮົາ​ກໍ​ສາມາດ​ບັນຈຸ​ສິ່ງ​ຕ່າງໆ ​ໃສ່​ລົງ​ໄຢຕາມ​ຄວາມ​ພໍ​ໃຈ ຈິດ​ຂອງ​ຄົນ​ເຮົາ​ເມື່ອ​ມັນ​ວ່າງ​ຈາກ​ກິ​ເລດ​ຄື​ບໍ່​ມີ​ຄວາມ​ໂລບ ຄວາມ​ໂກດ ຄວາມຫຼົງ ຄວາມ​ກັງວົນ​ໃດໆ​ແລ້ວ ກໍ​ສາມາດ​ຮັບ​ເອົາ​ຄວາມ​ພໍດີ ຄວາມສຸກ​ຕ່າງໆ​ໄດ້​ຢ່າງຫຼວງຫຼາຍ ສູງ​ສຸດ ມັກ ​ແລະ ນິບພານ. ສະຫຼຸບພຣະທັມມະ​ເທສນາ​ວ່າ​ດ້ວຍຫຼັກການ​ທຳບຸນ 3 ຢ່າງ​ຄື: 1.ທານະ​ໄມ ບຸນ​ສຳ​ເລັດ​ດ້ວຍ​ການ​ໃຫ້ ໝາຍ​ເຖິງ ການ​ໃຫ້​ອາມິດ​ແລະ​ທັມມະ​ແກ່​ບຸກຄົນ​ອື່ນ, ສັງຄົມ​ແລະ​ປະ​ເທດ​ຊາດ ​ໂດຍ​ບໍ່​ເຫັນ​ແກ່​ຕົວ ຈຸດປະສົງ​ກໍ່​ເພື່ອ​ໃຫ້​ຄົນ​ອື່ນ ​ແລະ ສັງຄົມ​ມີ​ຄວາມ​ຢູ່​ເຢັນ​ດີ​ຂຶ້ນ ຈະ​ເລີ​ນຂຶ້ນ ​ແລະ ​ເພື່ອ​ກຳຈັດ​ຄວາມ​ໂລບ ຄວາມ​ເຫັນ​ແກ່​ຕົວ​ໃຫ້ຫຼຸດລົງຫຼືໝົດ​ໄປ. 2.ສີ​ລະ​ໄມ ບຸນ​ສຳ​ເລັດ​ດ້ວຍ​ການ​ຮັກສາ​ສີ​ລ ໝາຍ​ເຖິງ ການ​ສັງ​ລວມລະວັງ​ກາ​ຍ ວາຈາ​ໃຫ້​ຕັ້ງ​ຢູ່​ໃນ​ປົກະຕິ​ດີ ຄື​ຕັ້ງ​ຢູ່​ໃນ​ກົດ​ລະບຽບວິນັຍ​ທີ່​ດີງາມ​ນັ້ນ​ເອງ ຈຸດປະສົງ​ກໍ​ເພື່ອ​ເຮັດ​ໃຫ້​ຕົນ​ເອງ, ຄົນ​ອື່ນ​ແລະ​ສັງຄົມ​ຕັ້ງ​ຢູ່​ໃນ​ກົດ​ລະບຽບວິນັຍ​ທີ່​ງາມ​ແລະ​ເພື່ອ​ກຳຈັດ​ຄວາມ​ໂກດ ຄວາມ​ໂຫດຮ້າຍ​ໃຫ້ຫຼຸດລົງຫຼືໝົດ​ໄປ. 3.ພາວະນາ​ໄມ ບຸນ​ສຳ​ເລັດ​ດ້ວຍ​ການຈະ​ເລີ​ນພາວະນາ ໝາຍ​ເຖິງ ການ​ພ່ຳ​ເພັງ​ໃຫ້​ບຸນ​ກຸສົນ ຫຼືຄຸນ​ຄວາມ​ດີ​ທັງຫຼາຍ​ເກີດ​ຂຶ້ນ​ຈະ​ເລີ​ນຂຶ້ນ ພາວະນາ​ເປັນ​ສອງ​ຢ່າງ​ຄື: ສະມະຖະ​ພາວະນາ ​ແລະ ວິປັດສະນາ​ພາວະນາ. ສະມະຖະພາວະນາ ການ​ເຝິກອົບຮົມ​ຈິດ​ໃຫ້​ສະຫງົບ ​ໃຫ້​ເປັນ​ສະມາທິ ​ໃຫ້ໝັ້ນຄົງ ​ໃຫ້​ອ່ອນ​ໂຍນ ​ເໝາະທີ່​ຈະ​ນ້ອນຳ​ໄປ​ໃຊ້​ງານ​ຕ່າງໆ​ໄດ້​ຢ່າງ​ເຕັມທີ່. ວິປັດສະນາ​ພາວະນາ ການ​ພ່ຳ​ເພັງ​ໃຫ້​ຈິດ​ເກີດ​ປັນຍາ ​ເຫັນ​ແຈ້າງ​ໃນ​ສິ່ງ​ຕ່າງໆຕາມ​ຄວາມ​ເປັນ​ຈິງ ​ໂດຍ​ສະ​ເພາະ​ພິຈາລະນາ​ໃຫ້​ເຫັນ​ແຈ້ງ​ໃນ​ຮູບ​ແລະ​ນາມ​ວ່າ​ບໍ່​ທ່ຽງ ​ເປັນ​ທຸກ ​ເປັນ​ອະນັດຕາ ຈົນ​ເກີດ​ຄວາມ​ເບື່ອໜ່າຍ ບໍ່​ຍິນ​ດີ​ຍິນ​ຮ້າຍ ບໍ່​ຍຶດ ບໍ່​ຕິດ​ຈິດ​ປ່ອຍ​ວາງ ຈິດຫຼຸດພົ້ນ​ອອກ​ຈາກ​ອະ​ສະ​ວະ​ກິ​ເລດ ​ແລະ​ກອງ​ທຸກ​ທັງ​ປວງ ບັນລຸ ມັກ ພົນ ນິບພານ. ລວມຄວາມ​ແລ້ວຫຼັກສາມ​ຢ່າງ​ນີ້ ຖື​ວ່າ​ເປັນຫຼັກລວມຂອງ​ການ​ທຳບຸນຫຼືການ​ສ້າງ​ຄຸນ​ຄວາມ​ດີ ທົ່ວໆ​ໄຂ​ອງຊາວ​ພຸດ. ການສະ​ແດງ​ພຣະທັມມະ​ເທສນາ​ວ່າ​ດ້ວຍຫຼັກການ​ທຳບຸນ​ສາມ​ຢ່າງ​ເຫັນ​ວ່າ​ໄດ້​ເວລາ​ພໍ​ສົມຄວນ ຈິ່ງ​ຂໍ​ຍຸດ​ຕິ​ໄວ້​ແຕ່​ພຽງ​ເທົ່າ​ນີ້ ຂໍ​ຄວາມ​ສຸກ​ຄວາມ​ຈະ​ເລີ​ນຈົ່ງ​ເກີດ​ມີ​ແກ່​ທ່ານ​ຜູ້​ຟັງ​ທຸກໆທ່ານ​ເທີ້ນ ນິດ​ຖິຕາ.

ຕົວຢ່າງ​ການ​ເທສນາ​ກັນ​ທີ 3

  ຍັດ​ເສ​ເຕ      ຈະຕຸ​ໂຣທັມມາ       ສັດ​ທັດສະ
  ຄະຣະ​ເມ​ສີໂນ  ສັດ​ຈັງ ທັມ​ໂມ       ທິຕິ​ຈາ​ໂຄ
  ສາ​ເວ ​ເປຕຈະ ນະ​ໂສ ຈະຕີ​ຕິ.

ບັດ​ນີ້​ຈະ​ໄດ້​ສະ​ແດງ​ພຣະທັມມະ​ເທສນາ ອັນ​ເປັນຫຼັກຄຳ​ສອນ​ໃນ​ທາງ​ພຣະພຸດ​ທະສາສະໜາ ຂໍ​ໃຫ້​ທ່ານ​ທັງຫຼາຍຈົ່ງ​ຢູ່​ໃນ​ອາການ​ສະຫງົບຕັ້ງ​ອົກ​ຕັ້ງ​ໃຈ​ຟັງ​ດ້ວຍ​ດີ ​ເພື່ອ​ໃຫ້​ໄດ​ປະ​ໂຫຍ​ດອັນ​ເກີດ​ຂຶ້ນ ຈາກ​ການ​ຟັງ​ຕາມ​ສົມຄວນ​ແກ່​ເວລາ. ດຳ​ເນີນ​ຄວາມ​ວ່າ: ການ​ຢູ່​ຮ່ວມ​ກັນ​ໃນ​ສັງຄົມ​ເປັນໝູ່ຄະນະ, ​ເປັນ​ບ້ານ, ​ເປັນ​ເມືອງ, ​ເປັນ​ແຂວງ ​ແລະ​ເປັນ​ປະ​ເທ​ດ ຍາກ​ໃຫ້ການ​ເປັນ​ຢູ່​ແລະ​ວຽກງານ​ເຄື່ອນ​ໄຫວ​ຕ່າງໆ ​ເດີນ​ແມ່ນ​ແລ່ນ​ສະດວກ​ມີ​ລະບຽບ​ແບບ​ແຜນ ມີ​ຄວາມ​ຈະ​ເລີນກ້າວໜ້າມີ​ຄວາມ​ເຂັ້ມ​ແຂງ​ແລະໝັ້ນຄົງ​ນັ້ນ ກໍ​ຕ້ອງ​ມີຫຼັກການ​ແລະ​ວິທີ​ການ​ທີ່​ດີໆ ສຳລັບ​ປະຕິບັດ​ບໍ່​ວ່າ​ຈະ​ເປັນ​ນັກ​ການ​ເມືອງ, ນັກ​ປົກຄອງ, ນັກ​ບໍລິຫານ, ນັກທຸລະກິດ​ການ​ງານ​ຕ່າງໆ ກໍ​ຕ້ອງ​ມີຫຼັກການທີ່​ດີໆສຳລັບ​ປະຕິບັດ​ທັງ​ນັ້ນ. ທີ່​ນີ້​ຜູ້​ຄອງ​ເຮືອນ​ເຊິ່ງໝາຍ​ເຖິງ ຜູ້ນຳ​ຄອບຄົວ​ທີ່​ດີ​ຕ້ອງ​ມີຫຼັກການ; ມີ​ກົດ​ລະບຽບ, ມີ​ຂໍ້​ປະຕິບັດ​ທີ່​ຖືກຕ້ອງ​ດີງາມ ຈິ່ງ​ຈະ​ນຳພາ​ຄອບຄົວ​ໃຫ້​ມີ​ຄວາມ​ສຸກ​ຄວາມ​ຈະ​ເລີ​ນ​ແລະ​ມີຫຼັກຖານໝັ້ນຄົງ ຄ້າຍຄື​ກັນ​ກັບ​ຕຶດຫຼືອາຄານ​ບ້ານ​ເຮືອນ​ຕ່າງໆ ຈະ​ແໜ້ນໜາຖາວອນ​ຕັ້ງ​ຢູ່​ນານ​ໄດ້ ກໍ​ເພາະວ່າ​ມີ​ຖານ​ແຂງ​​ແຮງ ມີ​ການ​ລົງ​ເສົາ​ເຂັມ ມີ​ຄານ ມີ​ພື້ນ​ທີ່ໜາ​ແໜ້ນ​ແລະ ສ່ວນ​ປະກອບ​ອື່ນໆ​ໄດ້​ມາດຖານ. ຜູ້​ຄອງ​ເຮືອນຫຼືຜູ້ນຳ​ຄອບຄົວ​ທີ່​ດີ​ກໍ​ຕ້ອງ​ມີຫຼັກ​ເປັນ​ເຄື່ອງ​ຍຶດ ​ໃນ​ທາງ​ພຣະພຸດທະສາສະໜາທ່ານ​ໄດ້​ວາງຫຼັກທັມ​ເອົາ​ໄວ້ ​ໃຫ້​ຜູ້​ຄອງ​ເຮືອນ​ເອົາ​ໄປ​ປະພຶດ​ປະຕິບັດ ມີ​ຢູ່ 4 ປະການ​ຄື: 1.ສັດຈະ ມີ​ຄວາມ​ຊື່ສັດ​ຊື່​ກົງ ຄື ຊື່​ກົງ​ຕໍ່ຕົນ​ເອງ, ຊື່​ກົງ​ຕໍ່​ຄົນ​ອື່ນ, ຊືກົງ​ຕໍ່​ເວລາ, ຊື່​ກົງຕໍ່ໜ້າທີ່. -ຊື່​ກົງຕໍ່​ຕົນ​ເອງ​ຄື​ບໍ່ຫຼອກຕົນ​ເອງ​ເຊັ່ນ: ​ເຮົາ​ຕັ້ງ​ໃຈ​ໄວ້​ວ່າ​ຈະ​ເຮັດ​ສິ່ງ​ໃດ​ສິ່ງໜຶ່ງ ​ໃນ​ວັນ​ເວລາ​ແລະ​ສະຖານ​ທີ່​ນັ້ນ​ກໍ​ຈະ​ເຮັດ​ຈິງ ວຽກງານ​ກໍ​ສຳ​ເລັດ​ລຸ​ລ່ວງ​ໄປ​ດ້ວດີ. ບາງ​ຄົນບໍ່​ມີ​ຄວາມ​ຊື່​ກົງຕໍ່ຕົນ​ເອງ ​ເມື່ອ​ເຖິງ​ວັນ​ເວລາ​ຈະ​ເຮັດ​ແລ້ວ ກໍ​ອ້າງ​ວ່າ​ເມື່ອຍ​ເອົາ​ໄວ້​ເວລາ​ໃໝ່ ​ເຮັດ​ໃຫ້​ວຽກງານ​ນັ້ນ​ບໍ່​ລຳ​ເລັດ. ນອກຈາກ​ຈະ​ບໍ່​ສຳ​ເລັດ​ແລ້ວ​ຍັງ​ເຮັດ​ໃຫ້​ເສຍ​ເວລາ ​ເຮັດ​ໃຫ້​ວຽກງານ​ເພີ່ມ​ຂື້ນ ​ເພາະສະ​ນັ້ນ​ຈິ່ງ​ບໍ່​ຄວນຫຼອກຕົນ​ເອງ. -ຊື່ສັດ​ຕໍ່ຄົນ​ອື່ນ: ຄື​ເຮົາ​ມີ​ນັດໝາຍກັບ​ຄົນ​ໃດ​ຄົນໜຶ່ງຫຼືວ່າ​ໄດ້​ເຮັດ​ສັນຍາ​ກັນ​ຢ່າງ​ໃດ​ຢ່າງໜຶ່ງ ກໍ​ຕ້ອງ​ໄປ​ຕາມ​ນັດຫຼືຕາມ​ທີ່​ໄດ້​ສັນຍາ​ກັນ​ໄວ້ ຖ້າ​ບໍ່​ໄປ​ຕາມ​ນັດຫຼືຕາ​ມທີ່​​ໄດ້​ສັນຍາ​ກັນ​ໄວ້ ກໍ​ຈະ​ເຮັດ​ໃຫ້​ຂາດ​ຄວາມ​ເຊື່ອ​ຖື​ຂອງ​ຄົນ​ອື່ນ ບໍ່​ມີ​ໃຜ​ຍາກ​ຄົບ​ຫາ​ສະມາຄົມ​ດ້ວຍ. -ຊື່​ກົງ​ຕໍ່​ເວລາ: ​ໄດ້​ແກ່​ການ​ເອົາ​ໃຈ​ມສ່ຕໍ່​ເວລາ ຄືຄວາມ​ມີ​ຈິດ​ສຳນຶກ​ໃນ​ຄຸນຄ່າ​ຂອງ​ເວລາ ບໍ່​ປ່ອຍປະ​ເວລາ​ໃຫ້​ເສຍ​ໄປ​ໂດຍ​ເປົ່າ​ປະ​ໂຫຍ​ດ ຄື​ໃຫ້​ເວລາໝົດ​ໄປ​ກັບ​ການ​ງານ; ການ​ຊື່​ກົງ​ຕໍ່​ເວລາ​ຈະ​ເຮັດ​ໃຫ້​ຊີວິດ​ແລະ​ການ​ງານ​ທັງ​ສ່ວນ​ຕົວ​ແລະ​ສ່ວນ​ລວມຈະ​ເລີ​ນກ້າວໜ້າ. -ຊື່​ກົງ​ຕໍ່ໜ້າທີ່: ໝາຍ​ເຖິງ ການ​ເອົາ​​ໃຈ​ໃສ່​ໃນໜ້າທີ່​ຂອງ​ຕົນ ​ໃຜ​ມີໜ້າທີ່​ອັນ​ໃດ​ກໍ​ເອົາ​ໃຈ​ໃສ່​ໃນໜ້າທີ່​ນັ້ນໆ ໜ້າທີ່​ເປັນ​ພໍ່​ບ້ານ-​ແມ່​ເຮືອນ, ໜ້າທີ່​ເປັນ​ຄູ​ອາຈານ, ໜ້າທີ່​ເປັນ​ລັດຖະການ​ທະຫານ ຕຳຫຼວດ​ແລະ​ອື່ນໆ ກໍ​ເອົາ​ໃຈ​ໃສ່​ແລະ​ຊື່​ກົງ​ຕໍ່ໜ້າທີ່​ນັ້ນໆ ທຸກ​ຄົນ​ມີ​ຄວາມ​ຊື່​ກົງ​ຕໍ່ໜ້າທີ່​ຂອງ​ໃຜ​ມັນ​ແລ້ວ ກໍ​ຈະ​ເຮັດ​ໃຫ້ໜ້າທີ່​ການ​ງານ​ທຸກ​ຢ່າງ ທັງ​ຂອງ​ສ່ວນ​ຕົວ​ແລະ​ຂອງ​ສ່ວນ​ລວມຈະ​ເລີ​ນ. ສະຫຼຸບ​ແລ້ວ ຄວາມ​ຊື່ສັດ​ຊື່​ກົງ​ນີ້​ມີ​ຄວາມ​ສຳຄັນ​ຕໍ່​ທຸກໆຄົນ​ແລະ​ທຸກໜ້າທີ່​ການ​ງານ ​ໂດຍ​ສະ​ເພາະຜູ້​ຄອງ​ເຮືອນ​ລະ​ຫວ່າງ​ສາມີ​ກັບ​ພັນ​ລະ​ຍາ ຕ້ອງ​ມີ​ຄວາມ​ຈິງ​ໃຈ​ຊື່ສັດ​ຕໍ່​ກັນ ມີ​ຫຍັງ​ກໍ​ເປີດ​ເຜີຍ​ຕໍ່​ກັນ ມີ​ສຸກ​ທຸກ​ອັນ​ໃດ​ກໍ​ບອກ​ໃຫ້​ກັນ​ຮູ້ ການ​ຄອງ​ເຮືອນ​ຈິ່ງ​ຈະ​ມີ​ຄວາມສຸກ ຢູ່​ນຳ​ກັນ​ໄປ​ຈົນ​ເຖົ້າ. ​ແຕ່​ກົງກັນຂ້າມ ຖ້າ​ຝ່າຍ​ໃດ​ຝ່າຍໜຶ່ງ​ເຮັດ​ຕົນ​ເປັນ​ຄົນ​ລຶກລັບ ​ໄປ​ທ່ຽວ​ໃສ​ກິນ​ໃສ​ນອນ​ໃສ ອີກ​ຝ່າຍໜຶ່ງບໍ່​ຮູ້​ເລື່ອງ ກັບ​ບ້ານ​ກັບ​ເຮືອນ​ເດິກໆດື່ນໆ ບໍ່ດົນ​ການ​ຄອງ​ຮັກ​ຄອງ​ເຮືອນ​ກໍ​ຈະ​ພັງ​ທະລາ​ຍ ​ເພາະ​ຂາດ​ຄຸນ​ນະ​ທັມ​ເປັນ​ເຄື່ອງ​ຍຶດ. 2.ທະ​ມະ: ຮູ້ຈັກ​ເ​ຝິກ​ຮູ້ຈັກ​ຂົ່ມ ຄື​ເຝິກ​ກາຍ​ເຝິກ​ໃຈ​ຂົ່ມ​ກາຍ​ຂົ່ມ​ໃຈ ບໍ່​ໃຫ້ການ​ກະທຳ ການ​ເວົ້າ​ແລະ​ການ​ຄິດ​ລຸກລາມ​ໄປ​ໃນ​ທາງ​ທີ່​ບໍ່​ດີ​ຄື: ຮູ້ຈັກ​ຢຸດ, ຮູ້ຈັກ​ຫ້າມ, ຮູ້ຈັກ​ຢັບຢັ້ງ​ໃຈ​ເອົາ​ໄວ້​ເຊັ່ນ ​ເມື່ອ​ເຫັນ​ວ່າ​ຕົນ​ເອງ​ຈະ​ກ້າວ​ໄປ​ສູ່​ຄວາມ​ຜິດກໍ​ຢັບຢັ້ງ​ໂຕ​ເອງ​ບໍ່​ດາ​ບໍ່​ຖຽງ ບໍ່​ຕົບ​ບໍ່​ຕີ ຄ້າຍຄື​ກັນ​ກັບ​ຄົນ​ຂັບ​ລົດ​ເມື່ອ​ເຫັນ​ວ່າ​ລົດ​ຈະ​ຕົກ​ຂຸມ​ຕົກ​ຄອງ ກໍ​ຫ້າມ​ລໍ້​ເອົາ​ໄວ້ ລົດ​ກໍ​ຈະ​ບໍ່​ຕົກ​ຂຸມ​ຕົກ​ຄອງ ຄົນ​ໂດຍສານ​ກໍ​ປອດ​ໄພ ການ​ຢູ່​ຮ່ວມ​ກັນ​ໃນ​ສັງຄົມ​ຍ່ອມ​ມີ​ການ​ພົວພັນ​ກັນ ມີ​ກິດຈະກຳ​ຮ່ວມ​ກັນ​ໃນຫຼາຍໆ​ເລື່ອງ ດັ່ງ​ນັ້ນ​ການ​ຂັດ​ແຍ້​ງກັນ ຜິດ​ຖຽງກັນ ກະທົບ​ກະທັ້ງກັນ​ຍ່ອມ​ເກີດ​ຂຶ້ນ​ເປັນ​ຂອງ​ທຳ​ມະ​ດາ ​ໂດຍ​ສະ​ເພາະ​ລະຫວ່າງ​ສາມີ​ກັບ​ພັນ​ລະ​ຍາ ​ເພາະ​ຢູ່​ຮ່ວມ​​ເປັນ​ຄູ່​ຊີວິດ​ໄປ​ຈົນ​ແກ່​ຈົນ​ເຖົ້າ ​ແຕ່​ຖ້າ​ເຮົາ​ມີ​ທັມມະ​ເປັນ​ເຄືອງ​ຍຶດຄື​ຮູ້ຈັກ​ເຝິກ​ຮູ້ຈັກ​ຂົ່ມ​ກາຍ​ຂົ່ມ​ໃຈ​ເອົາ​ໄວ້​ບັນຫາ​ຕ່າງໆກໍ​ຈະ​ບັນ​ເທົາ​ເບົາ​ລົງຫຼືອາດ​ຈະ​ບໍ່​ເກີດ​ຂຶ້ນ​ເລີຍ. 3.ຂັນ​ຕິ: ຄວາມ​ອົດທົນ,ອົດ​ກັ້ນ​ຄື​ຄວາມ​ອົດທົນ​ຕໍ່​ຄວາມ​ລຳບາກ, ອົດທົນ​ຕໍ່​ທຸກຂະ​ເວທະນາ, ອົດທົນ​ຕໍ່​ຄວາມ​ເຈັບ​ໃຈ​, ອົດທົນ​ຕໍ່ກິ​ເລດ. ອົດທົນ​ຕໍ່​ຄວາມ​ລຳ​ບາກ ຄື​ອົດທົນ​ໃນ​ການ​ເຮັດ​ວຽກງານ​ຕ່າງໆທັງ​ສ່ວນ​ຕົວ​ແລະ​ສ່ວນ​ລວມ ​ໃຫ້​ສຳ​ເລັດ​ລຸ​ລ່ວງ​ໄປ​ດ້ວຍ​ດີ ບໍ່​ຫຍໍ້​ທໍ້ ບໍ່​ຖິ້ມ​ງານ ​ເຖິງ​ແມ່ນ​ວ່າວຽກງານ​ຈະຫຍຸ້ງຍາກ​ສັບສົນ ຫຼືມີ​ອຸປະສັກຫຼາຍປານ​ໃດ​ກໍ​ຕາມ ການ​ງານ​ທຸກ​ຢ່າງ​ຕ້ອງ​ອາ​ໃສ​ຄວາມ​ອົດທົນ​ເປັນ​ພື້ນຖານ ຄື​ຄວາມ​ຕັ້ງ​ໃຈ​ສູ້​ກັບ​ອຸປະ​ສັກ​ຕ່າງໆ ທີ່​ຈະ​ມາ​ຂັດຂວງ​ເປັນ​ຕົ້ນ​ວ່າ: ຄວາມ​ຂີ້ຄ້ານ, ຄວາມ​ເບື່ອໜ່າຍ, ຄວາມ​ຫຍໍ້​ທໍ້ ຄວາມ​ເຫັນ​ແກ່​ຕົວ​ແລະ​ສິ່ງ​ແວດ​ລ້ອມ​ຕ່າງໆນອກ​ຕົວ ສິ່ງ​ເຫຼົ່ານີ້​ຄື​ມານ​ຕົວ​ຮ້າຍ​ກາດ​ທີ່​ຄອຍ​ສະກັດ​ກັ້ນຂັດ​ຂວງ​ການ​ເຮັດ​ວຽກ ​ແຕ່​ຖ້າ​ເຮົາ​ສ້າ​ງພະລັງ​ຄວາມ​ອົດທົນ​ໃຫ້​ເຂັ້ມ​ແຂງ​ແລ້ວ ກໍ​ຈະ​ເອົາ​ຊະນະ​ມັນ​ໄດ້. ຕົວຢ່າງ: ພຣະພຸດທະ​ເຈົ້າ​ກ່ອນ​ຈະ​ຕັດສະຮູ້ ​ເມື່ອ​ພຣະອົງ​ໄດ້​ຮັບ​ຫຍ້າ​ຄາ​ແປດ​ກຳ​ຈາກ​ໂສດ​ຖີຍະ​ພາມ​​ແລ້ວ ພຣະອົງ​ກໍ​ປູ​ລາດ​ເປັນ​ບັນລັງ​ໃຕ້​ເຫງົ້າ​ຕັນ​ໂພ ປະ​ທັບ​ນັ່ງ​ຂັດ​ສະມທິ ຫັນ​ພຣະພັກ​ໄປ​ທາງ​ທິດຕາ​ເວັນ​ອອກ ຊົງ​ອະທິຖານ​ວ່າ ​ເຖິງ​ແມ່ນ​ວ່າ​ເນື້ອໜັງ ​ເອັນ​ກະດູກ ​ແລະ ​ເລື​ອດຈະ​ເຫືອດ​ແຫ້ງ​ໄປ​ກໍ​ຕາມ ຖ້າ​ຍັງ​ບໍ່​ໄດ​ບັນລຸ​ພຣະສັມມາ​ສັມ​ໂພທິຍານ ຈະ​ບໍ່​ລຸກ​ຂຶ້ນ​ເປັນອັນຂາດ ດ້ວຍ​ຂັນ​ຕິ​ປາຣະມີ ​ແລະ ອະທິ​ດຖານະ​ປາລະມີ ​ໃນ​ທີ່​ສຸດ​ພຣະອົງ​ກໍ​ໄດ້​ສຳ​ເລັດ​ເປັນ​ພຣະພຸດທະ​ເຈົ້າ. -ອົດທົນ​ຕໍ່​ທຸກຂະ​ເວທະນາ: ຄື​ອົດທົນ​ຕໍ່​ຄວາມ​ເຈັບ​ໄຂ້​ໄດ້​ພະຍາດ ມີ​ປວດ​ຫົວ​ປວດທ້ອງ​ເປັນ​ຕົ້ນ ອັນ​ໂລກ​ໄພ​ໄຂ້​ເຈັບ​ນີ້ ​ເປັນ​ເລື່ອງ​ທຳ​ມະ​ດາ​ຂອງ​ສັດ​ໂລກ ຫຼີກ​ເວັ້ນບໍ່​ໄດ້ ​ເມື່ອ​ມັນ​ເກີດ​ຂຶ້ນ​ແລ້ວ​ກໍ​ຕ້ອງ​ອົດທົນ ຖ້າ​ບໍ່​ເຈັບ​ປວດຫຼາຍ​ເກີນ​ໄປ​ກໍ​ບໍ່​ຄວນ​ສະ​ແດງ​ອາການ​ຮ້ອງ​​ໄຫ້ ຈົ່ມ​ຄາງ​ແລະ​ມາຍາ​ຕ່າງໆ ​ເຊິ່ງ​ເປັນ​ການ​ເສຍ​ມາລະຍາດ​ແລະໜ້າລັງກຽດ ບາງ​ຄົນ​ເຈັບ​ປ່ວຍ​ສະ​ແດງ​ອາການ​ຈົ່ມ​ຄາງ ​ເພື່ອ​ໃຫ້​ຄົນ​ອື່ນ​ຮູ້​ວ່າ​ຕົນ​ເຈັບ​ແລະ​ໃຫ​້​ເຂົາ​ເຫັນ​ອົກ​ເຫັນ​ໃຈ ​ເຈັບໜ້ອຍກໍ​ທຳທ່າ​ຄື​ເຈັບຫຼາຍ ບາງ​ຄົນ​ເຈັບ​ປ່ວຍ​ປະສົມ​ມາຍາ​ຂີ້​ສໍ້​ສຳ​ອວຍ​ສວຍ​ໂອກາດ​ໃນ​ເວລາ​ເຈັບ​ປ່ວຍ​ຮຽກຮ້ອງ​ເອົາ​ຢ່າງ​ນີ້​ຢ່າງ​ນັ້ນ ບາງ​ເທື່ອ​ແທນ​ທີ່​ຄົນ​ອື່ນ​ຈະ​ເຫັນ​ໃຈ ກັບ​ມາ​ລຳ​ຄານ​ເປັນຕາ​ຊັງ​ຕື່ມ​ອີກ. ຄົນ​ທີ່​ເປັນ​ພໍ່​ບ້ານ​ແມ່​ເຮືອນ​ເຊິ່ງ​ເປັນຫຼັກຂອງ​ຄອບຄົວ ຖ້າ​ເຮັດ​ຢ່າ​ງນີ້​ກໍ​ສະ​ແດງ​ເຖິງ​ຄວາມ​ອ່ອນ​ແອ​ເກີນ​ໄປ​ແລະ​ກໍ່​ຄວາມ​ລຳບາກ​ຫຍຸ້ງຍາກ​ແກ່​ຄົນ​ອື່ນ ​ເຂົາ​ຮັກສາ​ພະຍາດ​​ແທ້ໆ​ໃຫ້ ກໍໜັກຢູ່​ແລ້ວ​ຍັງ​ຈະ​ຕ້ອງ​ມາ​ຮັກສາ​ໂຣກ​ແຊກ​ຕື່ມ. -ອົດທົນ​ຕໍ່​ຄວາມ​ເຈັບ​ໃຈ​ຄື ອົດທົນ​ຕໍ່​ຄຳ​ກ່າວ​ໃສ່​ຮ້າຍ​ປ້າຍ​ສີ​ຕຳ​ນິວິຈານ ກະທົບກະ​ແທກ​ແດກ​ດັນ​ຕ່າງໆ ​ເຊິ່ງມັກ​ຈະ​ເກິ​ດຂຶ້ນ​ພາຍ​ໃນ​ຄອບຄົວ​ແລະ​ສັງຄົມ​ພາຍ​ນອກ​ເຮົາ​ໄດ້​ຍິນ​ເລື່ອງ​ລາວ​ຕ່າງໆ ​ແລ້ວ​ຄວນ​ພິຈາລະນາ​ໃຫ້​ຮອບ​ຄອບ​ກ່ອນ ​ເມື່ອ​ເຫັນ​ວ່າ​ເປັນ​ເລື່ອງ​ທີ່​ບໍ່​ດີ ​ໄຮ້​ສາຣະ ກໍ​ຄວນ​ປ່ອຍ​ວາງ​ມັນ​ຊະ ບໍ່​ຄວນ​ເກັບ​ໄວ້​ໃນ​ໃຈ ​ແລ້ວ​ມັນ​ກໍໝົດ​ໄປ​ເອງ. -ອົດທົນ​ຕໍ່​ອຳນາດ​ກິ​ເລດ ຄື​ອົດ​ທົນ​ຕໍ່​ສິ່ງ​ທີ່​ເຮັດ​ໃຫ້​ຄົນ​ເສຍ ສິ່ງ​ທີ່​ເຮັດ​ໃຫ້​ຄົນ​ເສຍ​ນັ້ນ​ກໍ​ ໄດ້​ແກ່ຄວາມ​ຍາກຄື​: ຢາກກິນ ຢາກ​ໃຊ້ ຢາກ​ທ່ຽວ ຢາກ​ສະໜຸກສະໜານ​ເພີດ​ເພີນ ​ຢາກໂອ້​ອວດ ຢາກ​ມີໜ້າຕາ ຢາກ​ມີ​ເງິນ ຢາກ​ມີ​ລົດ​ງາມ ​ແລະ​ອື່ນໆສະລະ​ພັດ​ຢາກ ​ເພາະສະ​ນັ້ນ​ທີ່​ວ່າ​ອົດທົນ​ຕໍ່​ກິ​ເລດ​ນັ້ນ ຈຸດໝາຍທີ່​ສຳຄັນ​ກໍ​ຄື ສ້າງ​ພະລັງ​ຄວາມ​ອົດທົນ​ເຂັ້ມ​ແຂງ ​ເພື່ອ​ຕ້ານ​ກິ​ເລດ​ບໍ່​ຍອມ​ໃຫ້​ກິ​ເລດ​ເປັນ​ນາຍ​ເຮົາ ຄວາມ​ຈິງ​ແລ້ວ​ຄົນ​ເຮົາ​ຕ້ອງ​ມີ​ຄວາມ​ຢາກ ​ເພາະ​ເຮົາ​ຍັງ​ເປັນ​ສາມັນ​ຊົນ ທີ່​ຕ້ອງ​ມີ​ສິ່ງ​ນັ້ນ​ສິ່ນີ້​ສຳລັບ​ບຳລຸງ​ບຳ​ເລີ​ຊີວິດ ອັນ​ນີ້​ບໍ່ໝາຍຄວາມ​ວ່າ​ເຮົາ​ຈະ​ປ່ອຍ​ໃຫ້​ຄວາມ​ຍາກ​ມາ​ເປັນ​ນາຍ​ຫົວ​ໃຈ​ຂອງ​​ເຮົາ​ນັ້ນ​ບໍ່​ໄດ້ ​ເພາະ​ຄວາມ​ຢາກ​ມັນ​ຈະ​ນຳ​ເຮົາ​ໄປ​ສູ່​ຝ່າຍ​ຕ່ຳ ​ເຮັດ​ໃຫ້​ເຮົາ​ເປັນ​ທາດ​ຂອງ​ຄວາມ​ຢາກ​ບໍ່​ຮູ້ຈັກ​ອີ່ມ ບໍ່​ຮູ້ຈັກ​ພໍ ​ເຮັດ​ໃຫ້​ເຮົາ​ຕ້ອງ​ດີ້ນຮົນ​ຂົນຂວາຍ​ຫາ ​ເຮັດ​ໃຫ້​ເຮົາ​ເປັນ​ທຸກ​ເດືອດຮ້ອນ​ວຸ່ນວາຍ ​ເພາະສະ​ນັ້ນ​ຜູ້​ຄອງ​ເຮືອ​ນທັງຫຼາຍຈະ​ຕ້ອງ​ສ້າງ​ພະລັງ​ຄວາມ​ອົດທົນ​ໃຫ້​ເຂັ້ມ​ແຂງ ​ເພື່ອ​ຕໍ່ສູ້​ກັບ​ຄວາມ​ຢາກ ​ເມື່ອ​ຕໍ່ສູ້​ຄວາມ​ຍາກ​ໄດ້​ແລ້ວ ​ເຮົາ​ຈະ​ນັ່ງ​ນອນ​ເປັນ​ສຸກ​ສະບາຍ. 4.ຈາຄະ ຮູ້ຈັກ​ເສຍສະຫຼະ ການ​ເສຍສະຫຼະນັ້ນ​ມີ 2 ຢ່າງ​ຄື:

  1.​ເສຍສະຫຼະວັດຖຸ
  2.​ເສຍສະຫຼະອາລົມ.

​ເສຍສະຫຼະວັດຖຸ: ​ໄດ້​​ແກ່​ເສຍສະຫຼະຊັບ​ສົມບັດ ​ເຂົ້າປາ​ອາຫານ​ ເສື້ອ​ຜ້າ​ອາພອນ ​ເຄື່ອງ​ໃຊ້​ສອຍ​ທີ່ຢູ່​ອາ​​ໄສ ຢ່າ​ປົວ​ພະຍາ​ແລະ​ອື່ນໆຕາມ​ສົມຄວນ​ແກ່​ຖານະ. ຜູ້​ຄອງ​ເຮືອນ​ຈະ​ຕ້ອງ​ຮູ້ຈັກ​ເສຍສະຫຼະ​ເພື່ອ​ຜູ້​ອື່ນ ​ເພື່ອ​ສັງຄົມ ​ແລະ ປະ​ເທດ​ຊາດ ​ເພາະ​ການ​ເສຍສະຫຼະ​ເປັນ​ການ​ສ້າງ​ຄວາມ​ຈະ​ເລີ​ນ ຄວາມ​ສາມັກຄີ​ຮັກ​ແພງ​ໃຫ້​ເກີດ​ຂຶ້ນ​ລະຫວ່າງ​ຄອບຄົວ ຍາດ​ພີ່ນ້ອງ ​ເພື່ອນ​ມິດ ສັງຄົມ​ແລະ​ປະ​ເທດ​ຊາດ ສູງ​ໄປ​ກວ່າ​ນັ້ນ ​ເຮັດ​ໃຫ້​ຄວາມ​ໂລບ​ຄວາມ​ເຫັນ​ແກ່​ຕົວ ຄວາມ​ເອົາ​ລັດ​ເອົາ​ປຽບ​ໃນ​ສັງຄົມ​ລົດ​ລົງຫຼືໝົດ​ໄປD ພຣະພຸດທະ​ເຈົ້າ​ສອນ​ມະນຸດ​ເຮົາ​ໃຫ້​ຢູ່​ດ້ວຍ​ການ​ໃຫ້ ຢູ່​ດ້ວຍ​ການ​ເສຍສະຫຼະ ຢູ່​ດ້ວຍ​ຄວາມ​ມີ​ເມດ​ຕາ ຢູ່​ດ້ວຍ​ຄວາມ​ມີ​ນ້ຳ​ໃຈ ຖ້າ​ມະນຸດ​ຢູ່​ຄດ້ວຍ​ການ​ເສຍສະຫຼະ​ແລ້ວ ​ໂລກ​ນີ້​ກໍ​ຈະ​ມີ​ແຕ່​ຄວາມ​ຮົມ​ເຢັນ​ເປັນ​ສຸກ. ການສະຫຼະອາລົມ: ຄື​ການ​ເສຍສະຫຼະສິ່ງ​ທີ່​ເກີດ​ຂຶ້ນ​ຈາກ​ການ​ກະທົບ​ກັນ​ຂອງ​ອາ​ຍະ​ຕະນະພາ​ຍ​ໃນ​ແລະ​ອາຍະຕະນະ​ພາຍ​ນອກ​ຄື: ຕາ ຫູ ດັງ ລີ້ນ ກາຍ​ແລະ​ໃຈ ກະທົບ​ກັບ ຮູບ ສຽງ ກິ່ນ ຣົດ ສັມຜັດ ທັມມະ​ລົມ​ໂດຍ​ໃຈ​ເປັນ​ຜູ້​ເກັບ​ຜູ້​ສະ​ສົມ​ທັງ​ອາລົມ​ດີ​ແລະ​ອາລົມ​ບໍ່​ດີ ທັງ​ສິ່ງ​ທີ່ໜ້າຮັກ​ໄຄ່​ຊອບ​ໃຈ​ແລະ​ບໍ່​ຊອບ​ໃຈ​ຕາມ​ສັນຊາດ​ຕະຍານ​ຂອງ​ມະນຸດ​ປູ​ຖຸຊົນ ​ເມື່ອ​ອາລົມ​ດີ​ຄື​ສິ່ງ​ທີ່ໜ້າຮັກ​ໄຄ່​ຊອບ​ໃຈ​ມາ​ກະທົບ​ເຂົ້າ​ກໍ​ເຮັດ​ໃຫ້ໜ້າບານ​ຊື່ນ​ໃຈ ​ແຕ່​ຖ້າ​ອາລົມ​ກົງກັນຂ້າມ​ມາ​ກະທົບ ກໍ​ເຮັດ​ໃຫ້ໜ້າຕາ​ເຄັ່ງຂຶມ​ຕຶງ​ຄຽດ​ເສົ້າ​ໂສກ​ໂສກາ​ອາ​ໄລ ​ເພາະ​ຊີວິດ​ການ​ຄອງ​ເຮືອນ​ມັນ​ເຕັມ​​ໄປ​ດ້ວຍ​ສິ່ງ​ແວດ​ລ້ອມ​ແລະ​ບຸກຄົນ ທີ່​ກໍ່​ໃຫ້​ເກີດ​ຄວາມຫຍຸ້ງ​ຍາກ​ສັບສົນ​ວຸນວາຍ​ນານາປະການ​ຕາມ​ທຳ​ມະ​ດາ​ຂອງ​ໂລກ. ການ​ອາບ​ນ້ຳ​ຊຳລະ​ກາຍ​ເປັນ​ສິ່ງ​ຈຳ​ເປັນ​ສຳລັບ​ຄົນ​ທີ່​ເຮັດ​ວຽກຄຸກ​ຄີ ຢູ່​ກັບຂອງ​ສົກກະປົກ​ເປິ​ເປື້ອນສັນ​ໃດ ຈາຄະ ການ​ເສຍສະຫຼະອາລົມ​ກໍ​ເປັນ​ສິ່ງ​ຈຳ​ເປັນ​ສຳລັບ​ຊາວບ້ານ ​ຜູ້​ໃຊ້​ຊີວິດ​ເກືອ​ກົ້ວ​ຢູ່​ກັບ​ຄວາມ​ສັບສົນ​ວຸນວາຍ​ຂອງ​ໂລກ​ຕະຫຼອດ​ເວລາ ຈິດ​ຂອງ​ຄົນ​ເຮົາ​ມີ​ອາການ​ພິ​ເສດ​ຢູ່​ຢ່າງໜຶ່ງຄື: ​ເປັນ​ທຳ​ມະ​ຊາດ​​ເກັບສະ​ສົມ​ອາລົມ​ທີ່​ຜ່ານ​ເຂົ້າ​ມາ​ໃນ​ລັດສະໝີທີ່​ຈິດ​ພໍ​ຈະ​ຮັບ​ໄດ້ ຕົວຢ່າງ​ເຊັ່ນ: ພຽງ​ແຕ່​ທ່ານ​ຢ່າງ​ອອອກ​ຈາ​ຍ້ານ​ໄປ​ບ່ອນ​ເຮັດ​ວຽກ ຈິດ​ຂອງ​ທານ​ກໍ​ຈະ​ຮັບ​ເອົາ​ອາລົມ​ຕ່າງໆຕາມ​ເສັ້ນທາງ​ເຊັ່ນ ຢືນ​ຖ້າ​ລົດ​ເມ​ນານ​ມາ​ກໍ​ອຶດ​ອັດ​ໃຈ​ແລ້ວ ລົດ​ເມ​ບໍ​ແວະ​ຈອດ​ກໍ​ຮູ້ສຶກ​ຂັດ​ໃຈ​ຂຶ້ນ​ລົດ​ເມ​ແລ້ວ ຄົນ​ແໜ້ນບໍ່​ມີ​ທີ່​ນັ່ງ​ກໍ​ຂັດ​ໃຈ​ອີກ​ແອັດ​ລົດ​ເມ​ເວົ້າ​ບໍ່​ຖືກ​ຫູ​ກໍ​ຂັດ​ໃຈ​ອີກ ​ເຖິງ​ບ່ອນ​ຈອບ​ອກ​ໃຫ້​ເຂົາ​ຈອດ​ເຂົາ​ບໍ່​ໄດ້​ຍິນ​ກໍ​ຂັດ​ໃຈ​ອີ ກັບ​ເຖິງ​ບ້ານ​ຄົນ​ໃນ​ບ້ານ​ເວົ້າ​ບໍ່​ຖືກ​ຫູ​ກໍ​ຂັ​ດ​ໃຈ​ອີ ຈິດ​ກໍ​ສະ​ສົມ​ເອົາ​ໄວ້ ອາລົມ​ປະ​ເພດ​ນີ້​ຮຽກວ່າ​ອາລົມ​ເໜົ່າ ການ​ເກັບ​ອາລົມ​ເໜົ່ານັ້ນ​ໄວ້ຫຼາຍໆບໍ່​ດີ ​ເພາະວ່າ​ຄົນ​ເຮົາ​ເມື່ອ​ມີ​ອາລົມ​ເນົາ​ອາລົມ​ເສຍ​ຢູ່​ໃນ​ຈິດ​ແລ້ວ​ບໍ່​ວ່າ​ຈະ​ເກີດ​ເລື່ອງ​ຫຍັງ​ຂຶ້ນ​ມັນ​ກໍ​ເສຍ​ໄປໝົດ ຄື​ກັນ​ກັບ​ຄົນ​ທ້ອງ​ເສຍ ​ເມື່ອ​ທ້ອງ​ເສຍ​ແລ້ວ ​ເຮົາ​ກິນ​ອາຫານ​ດີໆລົງ​ໄປ​ມັນ​ກໍ​ເສຍ​ນຳ​ກັນ​ໄປໝົດ ​ເພາະ​ພື້ນຖານ​ມັນ​ເສຍ​ຄົນ​ທີ່​ເກັບ​ອາລົມ​ເໜົ່າ​ເສຍໆ​ໄວ້​ກໍ​ເໝືອນກັນ ​ໃຜ​ເຮັດ​ອັນ​ໃດ​ລ່ວງ​ເກີນ​ພໍ​ທີ່​ຈະ​ເລີກ​ກໍ​ບໍ່​ເລີກ ພໍ​ທີ່​ຈະ​ລື​ກໍ​ບໍ່​ລືມ ບາງ​ຄົນ​ຜິດ​ກັນ​ຕັ້ງ​ແຕ່​ປີ​ມະ​ໂລງ​ປີ​ມະ​ເສັງ​ມະ​ແມ​ແລ້ວ​ກໍ​ຍັງ​ບໍ່​ລືມ ​ໃນ​ທີ່​ສຸດ​ໃຈ​ກໍ​ເໜົ່າພາສາ​ຊາວບ້ານ​ຮຽກວ່າ ອາລົມ​ເສຍ ​ເມື່ອ​ອາລົມ​ເສຍ​ແລ້ວ​ເຫັນ​ອັນ​​ໃດມັນ​ຂວງ​ຕາ​ໄປໝົດ ​ເດັກນ້ອຍ​ອາລົມ​ເສຍ​ຍັງ​ພໍ​ໄຄ​ແດ່​ເພາະ​ລິດ​ເດ​ເບໍ່​ປານ​ໃດ ​ແຕ່​ຖ້າ​ຜູ້​ໃຫຍ່​ອາລົມ​ເສຍ​ເດັກໆຕ້ອງ​ລະວັງ ​ເພາະ​ອາດ​ໂດນ​ເຕະ​ກໍ​ໄດ້. ​ໂທດ​ທີ່​ເຫັນ​ໄດ້​ຈາກ​ການ​ທີ່​ເຮົາ​ສະ​ສົມ​ອາລົມ​ເນົ່າ​ໄວ້ຫຼາຍໆນັ້ນ ມັນ​ເຮັດ​ໃຫ້​ຈິດ​ຂອງ​ເຮົາ​ຢ່ອນ​ສະມັດ​ທະ​ພາບ ທີ່​ເຫັນ​ໄດ້​ຈະ​ແຈ້ງ​ເຊັ່ນ ນັກຂຽນກໍ​ຂຽນບໍ່​ໄດ້ ນັກ​ເວົ້າ​ກໍ​ເວົ້າ​ບໍ່​ມີ​ລົດ​ຊາດ ນັກ​ປາຖະກະຖາ​ກໍ​ຈົນ​ປັນ​ຍາ​ຄິດ​ບໍ່​ອອກ ຂໍ້​ເສຍ​ຮ້າຍ​ໄປ​ກວ່າ​ນັ້ນ​ກໍ​ຄື ການ​ເກັບ​ອາລົມ​ເນົ່າ​ໄວ້​ນັ້ນ​ມັນ​ເຮັດ​ໃຫ້​ເຮົາ​ເປັນ​ທຸກ ຜົວ​ເມຍ​ຢູ່​ນຳ​ກັນ​ເປັນ​ເວລາຫຼາຍປີ​ມັນ​ກໍ​ຕ້ອງ​ມີ​ການ​ຂັດ​ໃຈ​ກັນ​ແດ່ ຖ້າ​ຝ່າຍ​ໃດ​ຝ່າຍໜຶ່ງ ຫຼືທັງ​ສອງ​ຝ່າຍ​ຕ່າງ​ຊອບ​ເກັບ​ອາລົມ​ເໜົ່າດ້ວຍ​ກັນ​ມັນ​ກໍ​ຜິດ​ຖຽງກັນ​ບໍ່​ຮູ້ຈັກ​ຈົບ ​ເລື່ອງ​ພໍ​ແລ້ວ​ກໍ​ບໍ່​ແລ້ວ ຜິດ​ກັນ​ເທື່ອ​ໃດ​ກໍ​ຍົກ​ເອົາ​ເລື່ອງ​ເກົ່າ​ມາ​ເຂົ້າ​ທຸກ​ເທື່ອ ຄົນ​ປະ​ເພດ​ນີ້​ຫາ​ຄວາມສຸກ​ໄດ​ຍາກ ທຸກ​ຈົນ​ຕາຍ. ສະຫຼຸບທັມມະ​ເທສນາ​ວ່າ​ດ້ວຍ​ການ​ຄອງ​ເຮືອນ ຕຶກ​ອາຄານ​ບ້ານ​ເຮືອນ​ຈະ​ແໜ້ນໜາຖາວອນ​ໄດ້ ກໍ​ເພາະ​ມີ​ຖານ​ທີ່​ຕັ້ງ​ເຂັ້ມ​ແຂງ ຄື​ມີ​ການ​ລົງ​ເສົາ​ເຂັມ ຄານ​ເສີມ​ເຫຼັກ​ໃຫຍ່​ລົງ​ພື້ນ​ແໜ້ນໜາ ​ໂຄງ​ປະກອບ​ອື່ນໆ​ໄດ້​ມາດຖານ​ແລະ​ນາຍ​ຊ່າງ​ຜູ້​ຊຳ​ນານ​ງານ ຕຶກ​ອາຄານ​ເຫຼົ່ານັ້ນ​ຈິ່ງ​ຈະ​ແໜ້ນໜາ​ແລະໝັ້ນຄົງ​ຕັ້ງ​ຢູ່​ນານ​ໄດ້ ຜູ້​ຄອງ​ເຮືອນຫຼືຜູ້ນຳ​ຄອບຄົວທີ່​ດີ ກໍ​ຕ້ອງ​ມີຫຼັກການ​ແລະ​ວິທີ​ການ​ທີ່​ດີ​ເປັນ​ທີ່​ຍຶດໜ່ຽວ ຈິ່ງ​ຈະ​ນຳພາ​ຄອຍ​ຄົວ​ໃຫ້​ມີ​ຄວາມສຸກ​ຄວາມ​ຈະ​ເລີ​ນຢູ່​ດ້ວຍ​ກັນ​ໄປ​ຈົນ​ແກ່​ຈົນ​ເຖົ້າ ຫຼັກການ​ທີ່​ດີ​ສຳລັບ​ຜູ້​ຄອງ​ເຮືອນ ​ໃນ​ທາງ​ພຸດທະສາສະໜາກ່າວໄວ້​ມີ 4 ຢ່າງ​ຄື: 1.ຈາຄະ: ມີ​ຄວາມ​ສັດ​ຊື່ ຊື່​ກົງ ສາມີ​ພັນ​ລະ​ຍາ​ທີ່​ດີ​ຕ້ອງ​ມີ​ຄວາມ​ຈິງ​ໃຈ​ຕໍ່​ກັນ ບໍ່​ມີ​ເລ່ລ່ຽມຄື​ເຮັດ​ສອງ​ຄົນ​ໃຫ້​ເປັນໜຶ່ງດຽວທຳໜ້າທີ່​ຂອງ​ຕົນ​ໃຫ້​ສົມບູນ ​ເປັນ​ແບບຢ່າງ​ທີ່​ດີ​ຂອງ​ຄອບຄົວ. 2.ທະ​ມະ: ຮູ້ຈັກ​ເຝິກ​ຮູ້ຈັກ​ຂົ່ມ​ກາຍ​ຂົ່ມ​ໃຈ ບໍ່​ໃຫ້ການ​ກະທຳ ການ​ເວົ້າ​ແລະ​ການ​ຄິດ​ລຸກລາມ​ໄປ​ໃນ​ທາງ​ທີ່​ບໍ່​ດີ ທັງ​ສອງ​ຝ່າຍ​ຕ້ອງ​ເປັນ​ຕົວ​ເຂົ້າ​ຫາ​ກັນ ຜ່ອນ​ສັ້ນ​ຜ່ອນ​ຍາວ​ໃຫ້​ແກ່​ກັນ​ແລະ​ກັນ ຮູ້ຈັກ​ຢັບຢັ້ງ​ສັ່ງ​ໃຈ​ເອົາ​ໄວ້ ​ເລື່ອງ​ຮ້າຍ​ຕ່າງ​ກໍ​ແກ້​ໄຂ​ໄດ້ ຜ່ອນໜັກ​ໃຫ້​ເປັນ​ເບົາ​ໄດ້. 3.ຂັນ​ຕິ: ມີ​ຄວາມ​ອົດທົນ​ອົດ​ກັ້ນ​ຄື ອົດທົນ​ຕໍ່​ຄວາມ​ລຳບາກ ອົດທົນ​ຕໍ່​ຄວາມທຸກ​ຂະ​ເວທະນາ ອົດທົນ​ຕໍ​ຄວາມ​ເຈັບ​ໃຈ ​ແລະອົດທົນ​ຕໍ່​ກິ​ເລດ ຜູ້​ຄອງ​ເຮືອນຫຼືຜູ້ນຳ​ຄອບຄົວ​ທີ່ດີ ຕ້ອງ​ມີ​ໃຈ​ອົດ​ສູງ ​ເພື່ອ​ຈະຕໍ່ສູ່​ກັບ​ອຸປະສັກ​ຕ່າງໆນາໆ ​ເປັນ​ຕົ້ນ​ວ່າວຽກງານ​ນ້ອຍ​ໃຫຍ່​ກໍ​ດີ ຄວາມ​ເຈັບ​ໄຂ້​ໄດ້​ພະຍາດ​ກໍ​ດີ ​ເລື່ອງ​ລາວຫຼື​ເຫດການ​ຕ່າງໆກໍ​ດີ ຕະຫຼອດ​ເຖິງ​ຄວາມ​ຢາກ​ທັງຫຼາຍທັງ​ປວງ ສິ່ງ​ເຫຼົ່ານີ້​ຄື​ຕົວ​ອຸປະສັກ​ທີ່​ຄອຍ​ສະກັດ​ກັ້ນ​ຂັດ​ຂວງ ​ເຮັດ​ໃຫ້​ຫຍໍ້​ທໍ້​ແລະ​ອ່ອນ​ແອ ​ແຕ່​ຖ້າ​ເຮົາ​ສ້າງ​ພະລັງ​ຄວາມ​ອົດທົນ​​ໃຫ້​ເຂັ້ມ​​ແຂງ​ແລ້ວ​ກໍ​ຈະ​ເອົາ​ຊະນະ​ມັນ​ໄດ້. 4.ຈາຄະ: ການ​ເສຍສະຫຼະ ຄື​ເສຍສະຫຼະວັດຖຸ​ແລະ​ເສຍສະຫຼະອາລົມ ການ​ຢູ່​ຮ່ວມ​ກັນ​ໃນ​ສັງຄົມ​ໂດຍ​ສະ​ເພາ​ະຜູ້​ຄອງ​ເຮືອນ ຈະ​ຕ້ອງ​ຮູ້ຈັກ​ເສຍສະຫຼະ​ເພື່ອ​ຜູ້​ອື່ນ ​ເພື່ອ​ສັງຄົມ ​ເພື່ອ​ປະ​ເທດ​ຊາດ ​ເພາະ​ເສຍສະຫຼະ​ເປັນ​ການ​ສ້າງ​ຄວາມ​ຈະ​ເລີ​ນ ຄວາມ​ສາມັກຄີ​ຮັກ​ແພງ ຄວາມ​ຮົ່ມ​ເຢັນ​ເປັນ​ສຸກ​ໃຫ້​​ເກີດ​ແກ່​ຄອບຄົວ ​ແລະ ຍາດຕິ​ພີ່ນ້ອງ ໝູ່​ເພື່ອນ​ມິດ​ສະຫາຍ ສັງຄົມ​ແລະ​ປະ​ເທດ​ຊາດ ອີກ​ອັນໜຶ່ງການ​ເສຍສະຫຼະທາງ​ອາລົມ​ທີ່​ບໍ່​ດີ ຫຼື ການ​ບໍ່​ສະ​ສົມ​ອາລົມ​ເໜົ່າ​ໄວ້​ໃນ​ໃຈ ຮູ້ຈັກ​ປ່ອຍ ຮູ້ຈັກ​ວາງ ຮູ້ຈັກ​ປັບ​ຕົວ​ເຂົ້າຫາກັນ ຜ່ອນ​ສັ້ນ​ຜ່ອນ​ຍາວ​ໃຫ້​ອະ​ໄພ​ແກ່​ກັນ​ແລະ​ກັນມັນ​ກໍໝົດບັນຫາ ​ເຮັດ​ໃຫ້​ຄອບຄົວ​ແລະ​ສັງຄົມ​ມີ​ຄວາມ​ສະຫງົບ​ສຸກ ດ້ວຍ​ເຫດ​ນີ້​ພະພຸດທະ​ເຈົ້າ​ຈຶ່ງ​ສອນ​ມະນຸດ​ທັງຫຼາຍ ​ໃຫ້​ຢູ່​ດ້ວຍ​ການ​ໃຫ້ ດ້ວຍ​ການ​ເສຍສະຫຼະ ຢູ່​ດ້ວຍ​ຄວາມ​ມີ​ນ້ຳ​ໃຈ​ຕໍ່​ກັນ. ຜູ້​ຄອງ​ເຮືອນຫຼືຜູ້ນຳ​ຄອບຄົວ​ທັງຫຼາຍ ຖ້າ​ພາກັນ​ປພຶດປະຕິບັດ​ຕາມ​ຫຼັກ​ທັມ​ທີ່​ກ່າວ​ມາ​ແລ້ວ​ນີ້​ການ​ຢູ່​ຄອງ​ເຮືອນ​ຄອງ​ຮັກ​ກໍ​ຈະລາ​ບລື່ນ ມີ​ແຕ່​ຄວາມສຸກ​ຄວາມ​ຈະ​ເລີ​ນຕະຫຼອດຊີວິດ. ການສະ​ແດງ​ພຣະທັມມະ​ເທສນາມາ​ເຖິງ​ນີ້ ​ເຫັນ​ວ່າ​ໄດ້​ເວລລາ​ພໍ​ສົມຄວນ ຈິ່ງ​ຂໍ​ຢຸດຕິ​ພຣະທັມມະ​ເທສນາ​ໄວ້​ແຕ່​ພຽງ​ເທົ່າ​ນີ້ ຂໍ​ຄວາມ​ສຸກ​ຄວາມ​ຈະ​ເລີ​ນຈົ່ງ​ມີ​ແກ່​ທ່ານ​ຜູ້​ຟັງທຸກໆທ່ານ​ເທີ້ນ ນິດ​ຖິຕາ. ຫຼັກການສະ​ແດງ​ປະທັກ​ກະຖາ​ທັມ ການສະ​ແດງ​ປາຖະກະຖາ ​ເປັນ​ການ​ຢືນ​ເວົ້າຫຼືບັນຍາຍ​ຄົນ​ດຽວຢູ່​ເທິງ​ເວທີ ຕໍ່​ຜູ້​ຟັງ​ຈຳນວນຫຼາຍ ຜູ້​ເວົ້າ​ຕ້ອງ​ໃຊ້​ຄວາມ​ຮູ້​ຄວາມ​ສາມ​າດ ​ແລະ ບຸກຄະ​ລິກສະ​ເພາະ​ຕົວຢ່າງຫຼວງຫຼາຍ ການ​ເວົ້າ​ຄົນ​ດຽວ​ເປັນ​ເວລາ​ດົນ​ໂດຍ​ໃຫ້​ຜູ້​ຟັງ​ສົນ​ໃຈ ຕະຫຼອດ​ເວລາ​ເປັນ​ເລື່ອງ​ຍາກຫຼາຍ ຜູ້​ເວົ້າ​ຕ້ອງ​ໃຊ້​ເທັກ​ນິກຢ່າງຫຼວງຫຼາຍ ຈິ່ງ​ຈະ​ປະສົບ​ຄວາມ​ສຳ​ເລັດ. 1.ຊະນິດ​ແລະ​ປະ​ເພດ​ແຫ່ງ​ການສະ​ແດງ​ປາຖະກະຖາ: ການສະ​ແດງ​ປາຖະກະຖາ​ຄື ການ​ເວົ້າ​ເພື່ອ​ໃຫ້​ຄວາມ​ຮູ້ ​ແຕ່​ບໍ່​ແມ່ນ​ວ່າການ​ປາຖະກະຖາ​ຕ້ອງ​ເວົ້າ​ໃນ​ແງ່​ວິຊາ​ການສະ​ເໝີ​ໄປ ຈະ​ເວົ້າ​ແນວ​ໃດ​ນັ້ນ​ແລ້ວ​ແຕ່​ເຫດການ ​ເຊິ່ງ​​ອາດແບ່ງອອກ​ໄດ້ 3 ຢ່າງ​ຕາມ​ໂອກາດ​ທີ່​ສະ​ແດງ​ຄື: 1.1.ດ້ານ​ວິຊາ​ການ: ການ​ປາຖະກະຖາ​ຊະນິດ​ນີ້​ຈະ​ກຳນົດ​ບັນຍາຍ​ເຊິ່ງວິຊາ​ການ ກຳນົດ​ໄວ້​ໃນຫຼັກສູດ​ເຊັ່ນ ການ​ບັນຍາຍ​ໃນ​ວິທະຍາ​ໄລ ມະຫາວິທະຍາ​ໄລ ສະ​ຖາ​ບັນ​ການ​ສຶກສາ ຕາມ​ໂຮງຮຽນ​ແລະ​ອື່ນໆ ​ເພື່ອ​ຄວາມ​ຮູ້​ໃນ​ວິຊາ​ການ​ນັ້ນໆ ​ແກ່​ຜູ​ຢູ່​ໃນ​ໃນ​ວົງ​ວິຊາ​ການຫຼືຜູ້​ສົນ​ໃຈ. 1.2.ດ້ານ​ຄວາມ​ຮູ້​ທົ່ວ​ໄປ ​ໃນ​ບາງ​ກໍລະນີ​ບໍ່​ຈຳ​ເປັນ​ຕ້ອງ​ສະ​ແດງ​ໃນ​ສະ​ຖາ​ບັນ​ການ​ສຶກສາ ​ແຕ່​ຈະ​ເປັນ​ອົງ​ກອນ, ໜ່ວຍງານ, ສະ​ມະ​ຄົມ​ແລະ​ໂຮງ​ແຮມ ຜູ້​ສະ​ແດງ​ບໍ່​ຈຳ​ເປັນ​ຕ້ອງ​ສະ​ແດງ​ໃນ​ແງ່​ວິຊາ​ການ ​ແຕ​່ອາດສະ​ແດງ​ໃນ​ຮູບ​ແບບ​ຂອງ​ການ​ເລົ່າ​ປະສົບ​ການ​ເຊັ່ນ: ການ​ເດີນທາງ​ຮອບ​ໂລກ ຫຼື ​ເລື່ອງ​ລາວ​ຕ່າງໆທີ່ໜ້າຮູ້​ເປັນ​ຕົ້ນ. 1.3.ການ​ແນະນຳ​ອົງ​ປາຖະກະຖາ ຫຼື ​ແຂກ​ທີ່​ຮັບ​ເຊີນ​ມາ​ເວົ້າ​ຢ່າງ​ເປັນ​ພິທີການ ​ໃນ​ກໍລະນີ​ທີ່​ຜູ້​ສະ​ແດງ​ປາຖະກະຖາ​ເປັນ​ຜູ້​ມີ​ກຽດ ມີ​ຊື່ສຽງດີ​ເດັ່ນ ພິທີ​ກອນ​ຕ້ອງ​ກ່າວ​​ແນະນຳ​ໃຫ້​ສະມາຊິກຫຼືປະຊາຊົນ​ຜູ້​ມາ​ຟັງ​ນັ້ນ​ຮູ້​ກຽດປະຫວັດ​ຂອງ​ຜູ້​ສະ​ແດງ​ປາຖະກະຖາ. ການ​ເວົ້າ​ແນະນຳ​ນີ້​ກໍ​ເປັນ​ຄຳ​ເວົ້າ​ທີ່​ໃຫ້​ຄວາມ​ຮູ້​ອີກ​ແບບໜຶ່ງ. 2.ຫຼັກສຳຄັນ​ຂອງ​ການສະ​ແດງ​ປາຖະກະຖາ. ການສະ​ແດງ​ປາຖະກະຖາ ​ເປັນ​ການ​ໃຫ້​ຄວາມ​ຮູ້ ຜູ້​ສະ​ແດງ​ຕ້ອງ​ວິ​ເຄາ​ຜູ້​ຟັງ​ຕາມ​ກາລະ​ເທສະ ​ການ​ສຶກສາ ເພດ​ໄວ ສັງຄົມ​ແລະ​ທັດສະນະ​ຄະຕິ ຜູ້​ເວົ້າ​ຕ້ອງ​ພ້ອມ​ແລະ​ເນື້ອ​ເລື່ອງ​ທີ່​ຈະ​ເວົ້າ ຕ້ອງ​ສະ​ສົມ​ເນື້ອ​ຫາ​ສາລະ​ຂອງ​ການສະ​ແດງ​ປາຖະກະຖາ ມີ​ສ່ວນ​ປະກອບ​ສຳຄັນ​ສຳຄັນ 3 ສ່ວນ​ຄື: 2.1.ຄຳ​ນຳ:ຄຳ​ຂຶ້ນ​ຕົ້ນ​ຄວານ​ປະຕິ​ບັກ​ດັ່ງ​ນີ້: 2.1.1.​ເວົ້າ​ກວ້າງໆ ​ແຕ່​ໃຈຄວາມ​ສຳພັນ​ກັນ ​ເພື່ອ​ບອກ​ໃຫ້​ຜູ້​ຟັງ​ຮູ້​ເຖິງ​ເລື່ອງ​ທີ່​ຈະ​ຟັງ​ຕໍ່​ໄປ. 2.1.2.ອາດ​ຈະ​ເປັນ​ຄຳ​ສຸພາສິດ, ຄຳ​ຟັງ​ເພີຍຫຼືປະ​ໂຫຍ​ກຄຳ​ຖາມ​ກໍ​ໄດ້. 2.1.3.​ເວົ້າ​ສັ້ນໆ ກະ​ທັດ​ຮັດ​ແຕ່​ມີ​ໃຈຄວາມ​ດີ ​ເຮັດ​ໃຫ້​ຜູ້​ຟັງ​ຢາກ​ຕິດຕາມ. 2.2.​ໃຈຄວາມ​ສຳຄັນຫຼື​ເນື້ອ​ຫາ​ສາລະ​ມີ​ດັ່ງ​ນີ້. 2.2.1.ຕ້ອງ​ມີ​ສາລະ​ຊັດ​ເຈນ​ເໝາະສົມ. 2.2.2.ຕ້ອງ​ມີ​ຕົວຢ່າງທີ່​ເປັນ​ຈິງ ​ໃຊ້​ຂໍ້​ມູນ​ປະກອບ​ການ​ບັນຍາຍ ອາດ​ເປັນ​ພາບ​ສະ​ໄລສ໌ ​ແຜ່ນ​ພູມ ຕາ​ຕາລາງ(ຖ້າ​ມີ) ​ເພື່ອ​ໃຫ້ການ​ອະທິບາຍ​ມີ​ຄວາມ​ຊັດ​ເຈນ​ຂຶ້ນ. 2.2.3.ບໍ່​ຄວນ​ເວົ້າ​ຫຼາຍ​ເກີນ 4 ຫົວ​ຂໍ້​ ແຕ່ລະ​ຂໍ້​ຄວນ​ສຳພັນ​ກັນ​ຢ່າ​ງສົມ​ເຫດ​ສົມ​ຜົນ. 2.2.4​.​ໃຊ້​ຄຳ​ເວົ້າ​ແບບ​ງ່າຍໆທີ່​ເຂົ້າ​ໃຈດີ ຖ້າ​ເປັນ​ສັບ​​ເທັກ​ນິກຄວນ​ອະທິບາຍ ຄວາມໝາຍຂອງ​ສັບ​ນັ້ນ​ເສຍ​ກ່ອນ. 2.2.2.5.​ໃຊ້​ສຳນວນ​ປຽບທຽບ​ແລະ​ຄຳ​ຄົມ ​ໃນ​ເລື່ອງ​ເພື່ອ​ປະກອບ​ຄວາມ​ເຂົ້າ​ໃຈ ສ່ວນ​ບົດ​ຕະລົກ​ຄວນ​ແຊກ​ເຂົ້າ​ເປັນ​ບາງ​ຄັ້ງ​ໂດຍ​ພິຈາລະນາ​ແລ້ວ ບໍ່​ຂັດ​ກັບ​ລັກສະນະ​ຂອງ​ເລື່ອງ ​ແລະ ສັກ​ສະ​ນະ​ຂອງ​ອົງ​ປາຖົກ​ເຊັ່ນ ອົງ​ປາຖົກ​ເປັນ​ຄົນ​ທາ​ທາງ​ຮ້າຍ​ເຄັ່ງຂຶມ ​ແລ້ວ​ສະ​ແດງ​ບົດ​ຕະຫຼົກອອກ​ມາ​ເຊັ່ນ​ນັ້ນ​ກໍ​ຈະ​ຂັດ​ກັນ. 2.3.ບົດ​ສະຫຼຸບຄວນ​ປະຕິບັດ​ດັ່ງ​ນີ້. 2.3.1.ຜູ້​ສະ​ແດງ​ປາຖະກະຖາ​ຄວນ​ສະຫຼຸບການ​ເວົ້າ​ທັງໝົດ​ໃຫ້​ກະທັດ​ຮັດ​ແຕ່​ມີ​ເນື້ອ​ໃນ​ຄົບ​ຖ້ວນ. 2.3.2.ຜູ້​ສະ​ແດງ​ປາຖະກະຖາ​ອາດ​ຈົບ​ລົງ​ດ້ວຍ​ການ​ຮຽກຮ້ອງ ​ໃຫ້​ເຮັດ​ສິ່ງ​ໃດໜຶ່ງຫຼືບົດ​ກອນ ສຸພາສິດ ​ເລື່ອງ​ສະໜິດມ່ວນ​ຊື່ນ ຫຼື ຈົບ​ລົງ​ດ້ວຍ​ຄຳ​ຖາມ. -ການ​ປາຖະກະຖາ​ຕ້ອງ​ນຶກ​ເຖິງ​ສິ່ງ​ຕໍ່​ໄປ​ນີ້. 1.​ເລື່ອງ​ທີ່​ຜູ້​ປາຖະກະຖາ​ໄດ້​ຮັບ​ເຊີນ ມີ​ຂໍ້​ມູນ​ພຽງພໍຫຼືຫຍັງ​ ຖ້າ​ຍັງ​ມີ​ກໍ​ຕ້ອງ​ສຶກສາຫາ​ຄວາມ​ຮູ້​ທັງ​ການ​ອ່ານ ​ແລະ​ການ​ຖາມ​ຜູ້​ຮູ້​ເລື່ອງ​ນັ້ນໆ 2.​ເຮັດ​ບັນທຶກ​ປາຖະກະຖາ​ຫຍໍ້ ຫຼືຈະ​ຂຽນ​ເນື້ອ​ຫາ​ສາລະ​ທີ່​ສຳຄັນ​ສຳຄັນ​ກໍ​ໄດ້ ລຽງຕາມ​ລຳດັບ​​ເໝືອນ​ການ​ເທດ. 3.ການ​ປາຖະກະຖາ​ຄວນ​ສອດ​ສາຍຕາ​​ເບິ່ງ​ຜູ້​ຟັງ ມີ​ການສະ​ແດງ​ມື​ແລະ​ທ່າ​ທາງ​ປະກອບ​ແດ່ ​ແຕ່​ຢ່າ​ໃຫ້ຫຼາຍ​ເກີນ​ໄປ. 4.ນ້ຳສຽງຕ້ອງ​ຊັດ​ເຈນ 5.ຜູ້​ປາດ​ຖະໜາ ຈະ​ຕ້ອງ​ສັງ​ເກດ​ຄົນ​ຟັງ ຖ້າ​ຜູ້​ຟັງ​ຢູ່​ໃນ​ລັກສະນະ​ເບີກບານ​ພໍ​ໃຈ​ກໍຄວນ​ສະ​ແດງ​ໃຫ້​ຈົບ​ຕາມ​ເວລາ​ທີ່​ກຳນົດ ຖ້າ​ຫາກ​ຜູ້​ຟັງ​ມີ​ອາການ​ບໍ່​ພ້ອມ​ຈະ​ຟັງກໍ​ຄວນ​ໃຫ້​ຈົບ​ໄວ​ກງ່າ​ປົກກະຕິ.

     ສູດ​ສຳ​ເລັດ​ຂອງ​ນັກ​ເວົ້າ, ນັກ​ປາຖະກະຖາ:
           ກຽມຕົວ​ໃຫ້​ພ້ອມ ຊັກ​ຊ້ອມ​ໃຫ້​ດີ ທ່າ​ທີ​ໃຫ້​ສະຫງ່າ
           ໜ້າຕາ​ໃຫ້​ສຸຂຸມ ທັກ​ທາຍ​ທີ່​ປະຊຸມ ບໍ​ວົກວົນ
           ​ເລີ່​ມຕົ້ນ​ໃຫ້​ໂນ້ມນ້າວ ​ເລື່ອງ​ລາວ​ໃຫ້​ກະ​ຊັບ
           ຈັບ​ຕາ​ທີ່​ຜູ້​ຟັງ ສຽງດັງ​ແຕ່​ພໍດີ ຢ່າ​ໃຫ້​ມີ​ເອີ່​ອ່າ

​ ເບິ່ງ​ເວລາ​ໃຫ້​ພໍ​ຄົບ ສະຫຼຸບຈົບ​ໃຫ້​ຈັບ​ໃຈ ຈາກ​ໄປ​ໃຫ້​ຄິດ​ເຖິງ. -ຫຼັກການ​ບັນຍາຍ​ທີ່​ເປັນ​ໄປ​ຕາມ​ລຳດັບ​ຄື: 1.ອາ​ລຳ​ພະ​ບົດ 2.ຍົກ​ຫົວ​ຂໍ້​ທັມ 3.ຂະຫຍາຍ​ຄວາມ 4.ຍົກ​ສຸພາສິດ 5.ຍົກນິທານ 6.ສະຫຼຸບການ​ບັນຍາຍ​ໃຫ້​ສັ້ນ​ເຂົ້າ​ເພື່ອ​ໃຫ້​ເຫັນ​ເປັນ​ຮູບ​ປະ​ທັມ​ແລະ​ເຂົ້າ​ໃຈງ່າຍ 7.ອ່ວຍ​ພອນ​ໄຊ​ໃນ​ຕອນ​ທ້າຍ.