ການຕໍ່ສູ້ຂອງປະຊາຊົນລາວບັນດາເຜົ່າຕ້ານຈັກກະພັດຝຣັ່ງ ແລະ ຈັກກະພັດອາເມຣິກາ

ຈາກ ວິກິພີເດຍ
Jump to navigation Jump to search

1. ການຕໍ່ສູ້ຕ້ານພວກຈັກກະພັດຝຣັ່ງ 1.1 ຈັກກະພັດຝຣັ່ງມາຮຸກຮານ ແລະ ຢຶດຄອງລາວ

  ເຮົາຮູ້ໆກັນຢູ່ແລ້ວວ່າພວກລັດທິທຶນນິຍົມນັ້ນ ເປັນພວກທີ່ນິຍົມຜູກຂາດຂອງນາຍທຶນຂ້າມຊາດ ທີ່ມີການສົ່ງທຶນອອກຕ່າງປະເທດ, ຈຸດປະສົງຂອງການລົງທຶນນັ້ນກໍ່ເພື່ອຈະກົດຂີ່ຂູດຮີດບັນດາປະເທດທີ່ດ້ອຍພັດທະນາ ຂູດຮີດແຮງງານໃນລາຄາຖືກ. ໝາຍຄວາມວ່າພວກມັນຂູດຮີດພາຍໃນປະເທດຂອງຕົນເອງຍັງບໍ່ພໍ ຍັງອອກໄປລົງທຶນຢູ່ຈ່າງປະເທດເພື່ອຂູດຮີດຕື່ມອີກ ເພື່ອສ້າງຄວາມຮັ່ງຄູນມີໃຫ້ແກ່ພວກມັນຢ່າງບໍ່ວິນສິ້ນສຸດ.
  ເມື່ອຝຣັ່ງສຳເລັດການແບ່ງດິນແດນກັບອັງກິດແລ້ວ ມັນກໍ່ເລີ່ມສ້າງຕັ້ງລະບອບການປົກຄອງຫົວເມືອງຂຶ້ນຢ່າງເປັນລະບົບໃນທົ່ວປະເທດ ໂດຍເອົາຄົນມັນເອງມາປົກຄອງໂດຍກົງສ່ວນຄົນລາວແມ່ນໄດ້ເປັນແຄ່ລູກນ້ອງມັນຕະຫຼອດ ການປົກຄອງແບບນີ້ເອີ້ນວ່າ: ການປົກຄອງແບບລ່າເມືອງຂຶ້ນແບບເກົ່າຄຽງຄູ່ກັບການປົກຄອງທີ່ໂຫດຮ້າຍປ່າເຖື່ອນ ແລະ ການໃຊ້ແຮງງານຄົນລາວແບບໜັກໜ່ວງທີ່ສຸດແລ້ວນັ້ນ ພວກມັນຍັງຂຸດຄົ້ນເອົາຊັບພະຍາກອນອັນມີຄ່າກອບໂກຍ ແລະ ປຸ້ນເອົາຊັບສິນເງິນຄຳ ສິ່ງຂອງທີ່ມີຄ່າຂອງຊາດລາວໄປຢ່າງຫຼວງຫຼາຍ.

1.2 ປະຫວັດການຕໍ່ສູ້ຕ້ານກັບການປົກຄອງຂອງຈັກກະພັດຝຣັ່ງ 1.2.1 ຂະບວນການຕໍ່ສູ້ຂອງປະຊາຊົນລາວບັນດາເຜົ່າກ່ອນມີການນຳພາ

  ນັບແຕ່ມື້ຝຣັ່ງເຂົ້າມາຮຸກຮານລາວໃນ ປີ 1893 ເປັນຕົ້ນມາປະຊາຊົນລາວບັນດາເຜົ່າກໍ່ໄດ້ລຸກຕໍ່ສູ້ກັບຝຣັ່ງຫຼາຍຮູບການ ຫຼາຍໆຂະບວນການຈົນຮອດ ຂະບວນການຕໍ່ສູ້ຂອງເຜົ່າລື້ໃນເມືອງສິງໃນ 

ປີ 1914 – 1918.

  ຈາກຂະບວນການຕໍ່ສູ້ນີ້ມິນໄດ້ຊີ້ໃຫ້ເຫັນວ່ານ້ຳໃຈຮັກຊາດອັນດູດດື່ມ ແລະ ຄວາມບໍ່ຍອມຈຳນົນເປັນຂ້ອຍຂ້າມ້າຮັບໃຊ້ໃຫ້ຄົນຕ່າງຊາດຢ່າງເດັດຂາດ. ເລີ່ມຕັ້ງແຕ່ຝຣັ່ງເຂົ້າມາຮຸກຮານກໍ່ເລີ່ມມີຂະບວນການຕໍ່ສູ້ຂອງປະຊາຊົນບັນດາເຜົ່າຢ່າງລຽນຕິດ ແຕ່ຍ້ອນວ່າ ຍັງບໍ່ມີພັກນຳພາແບບມີຮູບການທີ່ຊັດເຈນຈິ່ງຍັງບໍ່ທັນໄດ້ຮັບໄຊຊະນະ.

1.2.2 ການຕໍ່ສູ້ຊອງປະຊາຊົນລາວບັນດາເຜົ່າພາຍໃຕ້ການນຳພາຂອງພັກກອມມູນິດອິນດູຈີນ

  ໂດຍຊອກເຫັນສັດຈະທອັນຍິ່ງໃຫຍ່ ຈາກການປະຕິວັດເດືອນຕຸລາທີ່ວ່າ “ຢາກກູ້ຊາດ ແລະ ປົດປ່ອຍຊາດບໍ່ມີເສັ້ນທາງໃດອື່ນ ນອກຂາກເສັ້ນທາງຂອງການປະຕິວັດກຳມະຊີບ” ປະທານໂຮຈີມິນ, ນັກຮົບຜູ້ດີເລີດຂອງຂະຊວນການຄອມມູນິດສາກົນ ໄດ້ນຳເອົາສັດຂະທຳອັນຍິ່ງໃຫຍ່ດັ່ງກ່າວນັ້ນເຂົ້າມາໃນອິນດູຈີນ ໂດຍສົມທົບລັດທິຮັກຊາດອັນແທ້ຈິງ ກັບລັດທິມາກເລນິນເຮັດໃຫ້ຂະບວນການປະຕິວັດອິນດູຈີນ ຕິດພັນກັບຂະບວນການປະຕິວັດຂອງໂລກ.
  ເວົ້າລວມແລ້ວໄຊຊະນະໃນການຕໍ່ສູ້ຕ້ານຈັກກະພັດຝຣັ່ງໃນຄັ້ງນີ້ ແມ່ນໄຊຊະນະອັນຍິ່ງໃຫຍ່ ແລະ ສະຫງ່າອົງອາດທີ່ສຸດຂອງການປະຕິວັດໃນປະເທດລາວ.

2. ການຕໍ່ສູ້ຕ້ານກັບຈັກກະພັດອາເມລິກາ 2.1 ຈຸດປະສົງຂອງຈັກກະພັດອາເມລິກາເຂົ້າມາຮຸກຮານ ແລະ ຢຶດຄອງລາວ

  ຈັກກະພັດອາເມລິກາເຂົ້າມາຮຸກຮານລາວດ້ວຍຈຸດປະສົງດັ່ງນີ້:

- ເພື່ອຢາກເອົາປະເທດລາວ,ຫວຽດນາມ ແລະ ກຳປູເຈຍເປັນເມືອງຂື້ນແບບໃຫມ່ຂອງຈັກກະພັດອາເມລິກາເຊິ່ງກ່ອນອື່ນຫມົດແມ່ນຢາກຂູດຮີດແຮງງານ, ຢາກເອົາບັນດາປະເທດດັ່ງກ່າວນີ້ ກາຍເປັນຈະຫຼາດຈຳໜ່າຍສິນຄ້າຂອງພວກມັນ ແລະ ປຸ່ນເອົາຊັບສິນທີ່ມີຄ່າໃນບັນດາປະເທດອິນດູຈີນ ເພື່ອສ້າງຮັ່ງຄູນມີໃຫ້ແກ່ພວກນາຍທຶນຂອງສະຫະລັດອາເມລິການັ້ນເອງ. - ເພື່ອຫັນເອົາປະເທດລາວກາຍເປັນຖານທັບ ຂອງອາເມລິກາເພື່ອປິດລ້ອມ ແລະ ບຸກໂຈມຕີບັນດາປະເທດສັງຄົມນິຍົມ ເປົ້າໝາຍແລກແມ່ນປະເທດຈີນ ແລະ ຫວຽດນາມ ເພື່ອຕ້ານ ແລະ ສະກັດກັ້ນບໍ່ໃຫ້ກະແສຟອງປະຕິວັດແຜ່ລາມອອກໃນອາຊີອາຄະເນ. 2.2 ປະຫວັດການຕໍ່ສູ້ຕ້ານກັບການປົກຄອງຂອງຈັັກກະພັດອາເມລິກາພາຍໃຕ້ການນຳພາຂອງພັກປະຊາຊົນປະຕິວັດລາວ

  ຕໍ່ໜ້າສະພາບການທີ່ຈັກກະພັດອາເມລິກາເຂົ້າຮຸກຮານລາວແທນຈັກກະພັດຝຣັ່ງດັ່ງກ່າວເທິງນັ້ນ, ພັກປະຊາຊົນປະຕິວັດລາວທີ່ຫາກໍ່ສ້າງຕັ້ງຂື້ນໃນວັນທີ 22 ມີນາ 1955 ເພື່ອສືບທອດພາລະກິດປະຕິວັດຂອງພັກຄອມມູນິດອິນດູຈີນນັ້ນ, ໄດ້ນຳພາປະຊາຊົນລາວບັນດາເຜົ່າ ຕ້ານກັບການຮຸກຮານຂອງຈັກກະພັດອາ ເມລິກາ. ການຕໍ່ສູ້ຕ້ານກັບຈັກກະພັດອາເມລິກາໄດ້ແບ່ງອອກເປັນ 3 ໄລຍະດັ່ງນີ້:

2.2.1 ໄລຍະແຕ່ປີ 1954 –1963

  ແມ່ນໄລຍະຕໍ່ຕ້ານກັບຍຸດທະສາດ 2 ໜ້າຝືນປະຕິວັດ ຂອງຈັກກະພັດອາເມລິກາ ຄື: ຫຼອກລວງທາງດ້ານການເມືອງ ເພື່ອຫັນປ່ຽນໂດຍສັນຕິ ແລະ ນຳໃຊ້ກຳລັງຮຸນແຮງຝືນປະຕິວັດເພື່ອປາບປາມກຳລັງປະປະຕິວັດ.

2.2.2 ໄລຍະແຕ່ກາງປີ 1964 - ຕົ້ນປີ 1973

  ແມ່ນໄລຍະຕໍ່ສູ້ຜາບແພ້ຢຸດທະສາດ “ສົງຄາມພິເສດຂອງໂຢນເຊີນ” ແລະ ຢຸດທະສາດ “ສົງຄາມພິເສດເພີ່ມທະວີຕາມທິດສະດີນິກເຊີນ” ຂອງຈັກກະພັດອາເມລິກາ.
  ວັນທີ 17/5/1964 ອຳນາດປົກຄອງຈອນເຊີນໄດ້ໃຊ້ກຳລັງນຳທັບອາກາດອາເມລິກາຖິ້ມລະເບີດໃສ່ເຂດປົດປ່ອຍລາວເປັນຄັ້ງທຳອິດ ພວກເຂົາປະກອບອາວຸດທີ່ທັນສະໄໝໃຫ້ແກ່ກອງກຳລັງຝ່າຍຂວາ, ເພີ່ມຈຳນວນທະຫານຫຸ່ນ, ທີ່ມີປືກສາທະຫານອາເມລິກາເປັນພັນໆຄົນບັນຊາໂດຍກົງ, ມີທະຫານໄທຫຼາຍກອງພັນພາຍໃຕ້ການຄຸ້ມກັນຂອງກອງທັບອາກາດອາເມລິກາເພື່ອມາຮຸກຮານປະເທດລາວເຮົາ.

2.2.3 ໄລຍະສຸດທ້າຍປິ1973 – 1975

  ແມ່ນໄລຍະຕໍ່ສູ້ ເພືື່ອສຳເລັດການປະຕິວັດຊາດປະຊາທິປະໄຕໃນຂອບເຂດທົ່ວປະເທດດ້ວຍກຳລັງແຮງສັງລວມຂອງທົ່ວທັງຊາດທີ່ພວມຢູ່ໃນທ່າມີໄຊ ແລະ ດຳເນີນໄປດ້ວຍເງື່ອນໄຂສັນຕິພາບໄດ້ຮັບການຟື້ນຟູ ແລະ ດ້ວຍຈຸດພິເສດທີ່ພົ້ນເດັ່ນຄື ປະເທດຊາດຂອງພວກເຮົາຖືກແບ່ງອອກເປັນ3ເຂດຊົ່ວຄາວ ເຊັ່ນ: ເຂດປົດປ່ອຍ, ເຂດກວດກາຂອງສັດຕູ ແລະ ເຂດເປັນກາງເຊິ່ງມີ 03 ອຳນາດປົກຄອງ: ອຳນາດປົກຄອງປະຕິວັດ, ອຳນາດຝ່າຍວຽງຈັນເຊິ່ງເປັນສັດຕູ ແລະ ອຳນາດການປົກຄອງປະສົມສູນກາງ.

ພາຍຫຼັງທີ່ໄດ້ເຊັນສັນຍາວຽງຈັນແລ້ວ, ໂດຍເຫັນແຈ້ງຕໍ່ທາດແທ້ປະຕິການທີບໍ່ປ່ຽນແປງຂອງສັກຕູ, ຈາກບົດຮຽນການເຂົ້າຮ່ວມລາວໃນ 2 ຄັ້ັງກ່ອນ ແລະ ເພື່ອສ້າງເງື່ອນໄຂ ແລະ ກາລະໂອກາດອັນສຸກງອມໃຫ້ແກ່ການຢຶດອຳນາດໃນທົ່ວປະເທດ, ພວກເຮົາໄດ້ກັນປຽ່ນແບບວິທີການຕໍ່ສູ້ກັບສັດຕູ ໂດຍຖືເອົາການຕໍ່ສູ້ທາງດ້ານການເມືອງຂອງມະຫາຊົນຊັ້ນຄົນຕ່າງໆ, ການຕໍ່ສູ້ທາງດ້ານກົດໝາຍຢູ່ໃນສະຖາບັນປະສົມ ແລະ ຕໍ່ສູ້ທາງດ້ານການຕ່າງປະເທດເປັນສຳຄັນ ເພື່ອບັງຄັບໃຫ້ສັດຕູ (ຝ່າຍກົງກັນຂ້າມ) ປະຕິ ບັດຕາມສັນຍາວຽງຈັນທີ່ໄດ້ເຊັນກັນນັ້ນຢ່າງເຂັ້ມງວດ. ພາຍໃຕ້ຄຳຂວັນຕໍ່ສູ້ທີ່ສົມເຫດສົມຜົນຂອງພັກ, ຂອງປະຊາຊົນຄັນຕ່າງໆຢູ່ໃນປະເຂດຂອງຝ່າຍກົງ ກັນຂ້າມ ແລະ ເຂດເປັນກາງ ໄດ້ລຸກຂຶ້ນຕໍ່ສູ້ເປັນຕົ້ນແມ່ນກຳມະກອນ, ຊາວໜຸ່ມ, ນັກຮຽນ, ນັກສຶກສາ ທີ່ຢູ່ໃນຕົວເມືອງສຳຄັນຕ່າງໆ. ຄຽງຄູ່ກັບໄຊຊະນະຂອງການລຸກຮືຂຶ້ນຕໍ່ສູ້ ເພື່ອຂັບໄລ່ຈັກກະພັດອາເມຣິກາ ແລະ ພວກປະຕິການຂາຍຊາດ ເພື່ອຍາດເອົາສິດເປັນເຈົ້າ ແຕ່ລະພາກສ່ວນມາໃນກຳມືຂອງປະຊາຊົນເຮົານັ້ນ, ປະຊາຊົນຫວຽດນາມ ແລະ ກຳປູເຈຍ ກໍໄດ້ຮັບໄຊຊະນະອັນໃຫຍ່ຫຼວງເຊັ່ນດຽວກັນ ເປັນຕົ້ນແມ່ນ ກອງທັບ ແລະ ປະຊາຊົນຫວຽດນາມ ສາມາດຕີເອົາຊະນະຈັກກະພັດອາເມຣິກາ ແລະ ລູກມື ໃນເດືອນ ເມສາ ປີ 1975, ເຊິ່ງເຮັດໃຫ້ພວກປະຕິການຝ່າຍຂວາຢູ່ລາວທີ່ອ່ອນແອຢູ່ນັ້ນແລ້ວ ຍັງພວມຈະຖືກພວກຈັກກະພັດອາເມຣິກາປະຖິ້ມອີກດ້ວຍ. ດ້ວຍເຫດນັ້ນ ພັກປະຊາຊົນລາວຈຶ່ງໄດ້ນຳພາປະຊາຊົນຢຶດອຳນາດດ້ວຍ 03 ບາດຄ້ອນຍຸດທະສາດຄື: ການລຸກຮືຂຶ້ນຕໍ່ສູ້ຂອງມະຫາຊົນ; ການໜູນໜີບຢ່າງແຂງແຮງຂອງກຳລັງປະກອບອາວຸດປະຕິວັດ ແລະ ການລຸກຮືຂຶ້ນແຍກຕົວອອກຈາກກົມກອງເກົ່າຂອງທະຫານສັດຕູ ສົມທົບກັບການຕໍ່ສູ້ຢ່າງຄົມແຫຼມທາງດ້ານກົດໝາຍ. ບົນພື້ນຖານດັ່ງກ່າວ ກອງປະຊຸມໃຫຍ່ຜູ້ແທນປະຊາຊົນທົ່ວປະເທດໄດ້ໄຂຂຶ້ນຢ່າງສະຫງ່າຜ່າເຜີຍທີ່ນະຄອນຫຼວງວຽງຈັນ ໃນວັນທີ 1 ທັນວາ ປີ 1975. ກອງປະຊຸມໃຫຍ່ໄດ້ຮັບຮອງເອົາໃບສະລະລາສະສົມບັດຂອງເຈົ້າຊີວິດ, ໃບຂໍຍຸບຕົວຂອງຄະນະມົນຕີປະສົມການເມືອງແຫ່ງຊາດ ແລະ ລັດຖະບານປະສົມຊົ່ວຄາວແຫ່ງຊາດ. ກອງປະຊຸມໃຫຍ່ໄດ້ເປັນເອກະສັນກັນຜ່ານບັນດາມັດຕິອັນເປັນປະຫວັດການຄື: ຕົກ ລົງລົບລ້າງລະບອບາຊາທິປະໄຕທີ່ລ້າສະໄໝ ແລະ ສະຖາປະນາລະບອບ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ສ້າງຕັ້້ງສະພາປະຊາຊົນສູງສຸດ, ແຕ່ງຕັ້ງປະທານປະເທດ ແລະ ສ້າງຕັ້ງລັດຖະບານ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ກຳນົດທຸງຊາດ, ເພງຊາດ ແລະ ພາສາທາງລັດຖະການ. ວັນທີ 2 ທັນວາ ປີ 1975 ກອງປະຊຸມໄດ້ອັດລົງດ້ວຍຜົນສຳເລັດອັນສະຫງ່າລາສີ ໃນທ່າມກາງບັນຍາກາດແຫ່ງຄວາມຊົມຊື່ນຍິນດີຢ່າງສຸດອົກສຸດໃຈຂອງປະຊາຊົນລາວບັນດາເຜົ່າໃນເທື່ອປະເທດ ແລະ ປະເທດເພື່ອນມິດໃນທົ່ວໂລກ. ເຫດການດັ່ງກ່າວນີ້ ໄດ້ເປັນຂີດໝາຍແຫ່ງການສິ້ນສຸດລົງຢ່າງສົມບູນຂອງການປະຕິວັດຊາດ -ປະຊາທິປະໄຕ ແລະ ໄດ້ໄຂສັງກາດໃໝ່ແຫ່ງການຂະຫຍາຍຕົວຂອງຊາດລາວ, ແມ່ນໄລຍະທີ່ປະຊາຊົນລາວບັນດາເຜົ່າ ໄດ້ເປັນເຈົ້າຂອງປະເທດຊາດຢ່າງແທ້ຈິງ ແລະ ພ້ອມພຽງກັນປົກປັກຮັກສາ ແລະ ພັດທະນາປະເທດຊາດກ້າວຂຶ້ນຕາມເສັ້ນທາງສັງຄົມນິຍົມ ໂດຍພາຍໃຕ້ການນຳພາຂອງພັກປະຊາຊົນປະຕິວັດລາວ.



≥≥≥≥≥≥≥≥≥≥≥≥≥≥≥≥≤≤≤≤≤≤≤≤≤≤≤≤≤≤