Jump to content

ການຂ້າລ້າງເຜົ່າພັນໃນກາຊາ

ຈາກ ວິກິພີເດຍ
ຄວາມເສຍຫາຍຢ່າງກວ້າງຂວາງໃນພາກເໜືອຂອງເຂດກາຊາ ຍ້ອນການໂຈມຕີທາງອາກາດຂອງອິດສະຣາເອນ
ແຜນທີ່ສະໜວນກາຊາ ຂອງ ສະຫະປະຊາຊາດ ສະບັບເດືອນກັນຍາ 2023, ເຊິ່ງສະແດງໃຫ້ເຫັນກຳແພງຊາຍແດນ ແລະ ຈຸດກວດກາເຂົ້າໄປໃນອິດສະຣາເອນ ແລະ ອີຢິບ ແລະ ເຂດຍົກເວັ້ນທາງທະເລຂອງອິດສະຣາເອນ, ເຊິ່ງສະແດງໃຫ້ເຫັນຂອບເຂດທາງພູມສາດຂອງການປິດລ້ອມທີ່ມີຢູ່ແລ້ວ ແລະ ຂໍ້ຈຳກັດທາງດ້ານການເຄື່ອນໄຫວ ແລະ ການເຂົ້າເຖິງ.

ການຂ້າລ້າງເຜົ່າພັນໃນກາຊາ (ອັງກິດ: Gaza genocide) ແມ່ນການທຳລາຍລ້າງຊາວປາແລັດສະຕິນໃນສະໜວນກາຊາ ທີ່ມີລັກສະນະເປັນລະບົບ, ແບບເຈດຕະນາ ແລະ ຍັງຄົງດຳເນີນໄປຢ່າງຕໍ່ເນື່ອງ ເຊິ່ງກະທຳໂດຍປະເທດອິດສະຣາແອນໃນລະຫວ່າງສົງຄາມກາຊາ.[1][2][3] ການກະທຳດັ່ງກ່າວນີ້ກວມເອົາທັງການສັງຫານໝູ່ປະຊາຊົນເປັນຈຳນວນຫຼວງຫຼາຍ, ການຈົງໃຈປິດກັ້ນເພື່ອໃຫ້ເກີດຄວາມອຶດຫິວ, ການສ້າງຄວາມເສຍຫາຍຢ່າງຮ້າຍແຮງຕໍ່ຮ່າງກາຍ ແລະ ຈິດໃຈ, ລວມເຖິງການຂັດຂວາງການເກີດລູກ. ນອກຈາກນີ້, ຍັງມີການກະທຳອື່ນໆທີ່ກ່ຽວຂ້ອງເປັນຕົ້ນແມ່ນ ການປິດລ້ອມພື້ນທີ່, ການທຳລາຍພື້ນຖານໂຄງລ່າງຂອງພົນລະເຮືອນ, ການທຳລາຍສະຖານພະຍາບານ ແລະ ລະບົບສາທາລະນຸສຸກ, ການສັງຫານບຸກຄະລາກອນທາງການແພດ ແລະ ຜູ້ທີ່ເຂົ້າມາສະແຫວງຫາຄວາມຊ່ວຍເຫຼືອ, ການບັງຄັບໃຫ້ປະຊາກອນຕ້ອງຍົກຍ້າຍຖິ່ນຖານເປັນກຸ່ມກ້ອນ, ການກໍ່ຄວາມຮຸນແຮງທາງເພດ, ຕະຫຼອດຮອດການທຳລາຍສະຖານທີ່ທາງການສຶກສາ, ສາສະໜາ ແລະ ແຫຼ່ງວັດທະນະທຳທີ່ສຳຄັນ. ທັງນີ້, ເຫດການຂ້າລ້າງເຜົ່າພັນດັ່ງກ່າວ ໄດ້ຮັບການຍອມຮັບ ແລະ ຈົດຈຳໂດຍຄະນະກໍາມະການພິເສດ ແລະ ຄະນະກຳມາທິການສືບສວນຂອງອົງການສະຫະປະຊາຊາດ, ສະມາຄົມນັກວິຊາການດ້ານການຂ້າລ້າງເຜົ່າພັນລະຫວ່າງປະເທດ ອົງການສິດທິມະນຸດຫຼາຍແຫ່ງ ລັດຖະບານຂອງຫຼາຍປະເທດ,[4] ລວມເຖິງນັກວິຊາການດ້ານກົດໝາຍລະຫວ່າງປະເທດ ແລະ ຜູ້ຊ່ຽວຊານດ້ານການສຶກສາການຂ້າລ້າງເຜົ່າພັນອີກເປັນຈຳນວນຫຼວງຫຼາຍ.[5][6]

ຄວາມເປັນມາ

[ດັດແກ້]

ໃນຂະບວນການພິຈາລະນາຄະດີຂອງສານຍຸດຕິທຳລະຫວ່າງປະເທດ ຫຼື ICJ (ຄະດີ South Africa v. Israel), ສານໄດ້ມີຄຳສັ່ງມາດຕະການຊົ່ວຄາວ ອອກມາຫຼາຍຄັ້ງ ເພື່ອຮຽກຮ້ອງໃຫ້ອິດສະຣາແອນປ້ອງກັນການເກີດອາດຊະຍາກຳການຂ້າລ້າງເຜົ່າພັນ ແລະ ອະນຸຍາດໃຫ້ຄວາມຊ່ວຍເຫຼືອດ້ານມະນຸດສະທຳເຂົ້າສູ່ກາຊາໂດຍບໍ່ມີການຂັດຂວາງ.[7] ເຖິງຢ່າງໃດກໍຕາມ, ຝ່າຍອິດສະຣາແອນ ແລະ ພັນທະມິດຫຼັກເຊັ່ນ ສະຫະລັດອາເມລິກາ ໄດ້ປະຕິເສດຂໍ້ກ່າວຫານີ້ຢ່າງເດັດຂາດ ໂດຍໂຕ້ແຍ່ງວ່າການກະທຳທາງທະຫານທັງໝົດເປັນໄປເພື່ອ "ການປ້ອງກັນຕົວເອງ" ໂດຍມີເປົ້າໝາຍໃນການທຳລາຍລ້າງໂຄງສ້າງທາງທະຫານ ແລະ ການປົກຄອງຂອງກຸ່ມຮາມັດເທົ່ານັ້ນ,[8] ບໍ່ແມ່ນການທຳລາຍຊາວປາແລັດສະຕິນ ແລະ ໄດ້ກ່າວຫາວ່າກຸ່ມຮາມັດໃຊ້ພົນລະເຮືອນເປັນໂລ່ມະນຸດ.[9] ນອກຈາກນີ້, ສານອາຍາລະຫວ່າງປະເທດ ກໍໄດ້ມີການອອກໝາຍຈັບເຈົ້າໜ້າທີ່ລະດັບສູງຂອງອິດສະຣາແອນໃນຂໍ້ຫາອາດຊະຍາກຳສົງຄາມ ແລະ ອາດຊະຍາກຳຕໍ່ມະນຸດສະທຳ ເຊັ່ນ ການໃຊ້ຄວາມອຶດຫິວເປັນອາວຸດສົງຄາມ.

ອ້າງອິງ

[ດັດແກ້]
  1. Murphy 2025: "U.N. experts said in a report on Tuesday that Israel committed the crime against humanity of 'extermination' by killing civilians sheltering in schools and religious sites in Gaza, part of a 'concerted campaign to obliterate Palestinian life.ແມ່ແບບ:'"
  2. Bayoumi 2025: "...today it is Israel’s acts of extermination and genocide of Palestinians in Gaza, funded and enabled at every turn by a complicit west..."
  3. Nashed 2025: ແມ່ແບບ:"'The fact that the claims made by the RSF in Sudan resemble the claims Israel is making in Gaza … reveals the emergence of a template to commit mass extermination and even genocide,' said Luigi Daniele, a senior lecturer on IHL at Nottingham Law School."
  4. {{#invoke:list|bulleted| | Mohyeldin & Hamdan 2024 | De Vogli et al. 2025, pp. 688–689 | van Laarhoven, Peek & Walters 2025 | Tharoor 2025 | Swart 2025, p. 3: "South Africa's actions led to an ever-growing consensus in international legal circles that Israel is committing genocide"
  5. Albanese 2024, p. 1: "By analysing the patterns of violence and Israeli policies in its onslaught on Gaza, the present report concludes that there are reasonable grounds to believe that the threshold indicating that Israel has committed genocide has been met"
  6. Dumper & Badran 2024, p. 2: "In this context we should not overlook the latest turning point in the history of Palestine – the attack by Hamas on 7th October 2023 on Israeli settlements adjacent to Gaza and the subsequent genocidal war that the state of Israel has carried out in the Gaza Strip."
  7. Application Instituting Proceedings (PDF), Application of Convention on Prevention and Punishment of Crime of Genocide (S. Afr. v. Isr.), No. 192 (ICJ 29 December 2023), archived from the original on 5 January 2024.
  8. https://www.jns.org/news/israel-news/international-court-of-justice-extends-timeline-in-south-africas-genocide-case-against-israel#:~:text=According%20to%20the%20court%2C%20South,admissibility%20of%20South%20Africa's%20application.
  9. Donoghue 2024, 5:10 ("The court decided that the Palestinians had a plausible right to be protected from genocide, and that South Africa had the right to present that claim in the court."); Order, S. Afr., No. 192 (ICJ 26 January 2024), ¶ 54 ("In the Court's view, the facts and circumstances mentioned above are sufficient to conclude that at least some of the rights claimed by South Africa and for which it is seeking protection are plausible. This is the case with respect to the right of the Palestinians in Gaza to be protected from acts of genocide and related prohibited acts identified in Article III, and the right of South Africa to seek Israel's compliance with the latter's obligations under the Convention.").