ແມງງອດ

ຈາກ ວິກິພີເດຍ

ແມງງອດຫຼືແມງເງົາ(ພາສາອັງກິດ: scorpion)ຈັດຢູ່ໃນປະເພດສັດບໍ່ມີກະດູກສັນຫຼັງ,ມີມາຕັ້ງແຕ່ຍຸກດຶກດໍາບັນຊຶ່ງມີການຄົ້ນພົບຊາກຂອງແມງງອດທີ່ມີອາຍຸເຖິງ440ລ້ານປີເຊັ່ນ Archaeobuthus estephani ຫຼື Protoischnurus axelrodorum. ແມງງອດເປັນສັດມີພິດມີຮູບຮ່າງຄ້າຍປູ,ລໍາຕົວຍາວເປັນປ້ອງໆປະມານ2ຫາ10ເຊັນຕີແມັດ,ມີກ້າມຄ້າຍກ້າມປູ1ຄູ່ແລະລໍາຕົວຕິດກັນ,ມີຂາເປັນປ້ອງໆ4ຄູ່ຕິດຢູ່ທ້ອງ.ຍາວອອກໄປເປັນຫາງມີ5ປ້ອງ,ທີ່ປາຍຂອງຫາງມີໄລສໍາຫຼັບຕອດ. ແມງງອດເປັນສັດທີ່ບໍ່ມັກແສງສະຫວ່າງ,ມັກຈະພົບເຫັນຢູ່ຕາມສະຖານທີ່ມືດແລະຊຸ່ມເຊັ່ນກ້ອງກ້ອນຫີນ,ກ້ອງໃບໄມ້ຫຼືມັນອາດຈະຂຸດຮູຢູ່ຕາມປ່າຫຼືບໍ່ຮົກເຮື້ອແລະອອກຫາກິນໃນເວລາກາງຄືນ. ທົ່ວໂລກມີແມງງອດຢູ່ປະມານ1,200ຊະນິດ,ພົບເຫັນທັງຢູ່ໃນເຂດທະເລຊາຍ,ເຂດຮ້ອນຊື້ນຫຼືແມ້ແຕ່ເຂດແຄມຝັ່ງທະເລ,ພົບຊະນິດທີ່ມີພິດຮ້າຍແຮງທີ່ສາມາດຕອດຄົນຕາຍໄດ້ຢູ່50ຊະນິດ. ພິດຂອງແມງງອດນັ້ນຈະມີຜົນກັບລະບົບປະສານແລະລະບົບເລືອດ,ຮອຍບາດຈະມີລັກສະນະຄ້າຍເຂັມແທງຮູດຽວ,ບາງຄັ້ງອາດເປັນຮອຍໄໝ້. ຄົນຈີນມັກນໍາມາປິ້ງຫຼືຢ່າງກິນເພື່ອເປັນຍາຊ່ວຍຂັບລົມ,ເຮັດໃຫ້ເລືອດລົມດີແລະໃຊ້ແມງງອດອົບແຫ້ງຮັກສາໂລກຫຼາຍຊະນິດເຊັ່ນບາດພະຍັກ,ຫຼອດເລືອດແດງອັກເສບເປັນຕົ້ນ.ໃນປະເທດລາວນິຍົມໃຊ້ບອງເຫຼົ້າກິນເພື່ອບັນເທົາອາການອໍາມະພຶກແລະອໍາມະພາດ.