ປະຕິທິນ

ຈາກ ວິກິພີເດຍ

ປຕິທິນ ແມ່ນຣະບົບທີ່ໃຊ້ໃນການຮຽກຊື່ຊ່ວງຣະຍະເວລາ ເຊັ່ນ: ມື້ ເປັນຕົ້ນ ມື້ແມ່ນທີ່ຮູ້ຈັກໃນຖານະ ມື້ປຕິທິນ ມື້ຈະຂຶ້ນຢູ່ກັບການເຄື່ອນທີ່ວັດຖູທາງດາຣາສາຕຣ໌ ເຮົາສາມາຕຖ໌ສແດງປຕິທິນໄດ້ຫຼາຍຮູປແບບ ສ່ວນຫຼາຍແມ່ນກະດາດ ເຊັ່ນ: ແບບຈີກ ແບບແຂວນ ແບບຕັ້ງຕາຣາງ ເປັນຕົ້ນ.

ປະຕິທິນໄທ[ດັດແກ້]

ໃນອດີຕ ປເທສໄທໃຊ້ປຕິທິນຈັນທຣຄຕິ ຕັ້ງແຕ່ສມັຍອານາຈັກສຸໂຂທັຍ ໂດຍນັບຕາມປີມຫາສັກຣາຊ ແລະ ຈຸລະສັກຣາຊຕາມລຳດັບ ຈົນຮອດສມັຍພຣະບາທສົມເດັດພຣະຈອມເກົ້າເຈົ້າຢູ່ຫົວ ໄດ້ໂຜດເກົ້າໂຜດຂະໝ່ອມປ່ຽນຈາກປຕິທິນຈັນທຣຄຕິມາໃຊ້ປຕິທິນສຸຣິຍຄຕິ ໃນປີຈຸລະສັກຣາຊ 1240ເຊິ່ງແມ່ນປີ ພ.ສ. 2431 ໂດຍໃຊ້ແບບສາກົລຕາມປະຕິທິນເກຣກໍຣຽນ ໂດຍເດືອນທຳອິດຂອງປີແມ່ນເດືອນເມສາ ແລະ ເດືອນສຸດທ້າຍຂອງປີແມ່ນເດືອນມີນາ ແລະ ປັບມາໃຊ້ຣັຕນໂກສິນທຣ໌ສົກ ແລະ ພຸທທສັກຣາຊຕາມລຳດັບ ຈົນຮອດສມັຍ ຈອມພົລ ປ. ພິບູລສົງຄາມ ໄດ້ມີການປັບປ່ຽນປຕິທິນອີກເທື່ອນຶ່ງ ໂດຍປັບໃຫ້ວັນທີ 1 ມັງກອນ ແມ່ນວັນຂຶ້ນປີໃໝ່ ແລະ ແມ່ນວັນເລີ່ມຕົ້ນຂອງປີແທນທີ່ຮູປແບບເດີມ ໂດຍວັນຂຶ້ນປີໃໝ່ ໃນຮູປແບບນີ້ເລິ່ມໃຊ້ໃນປີ ພ.ສ. 2484