ນ້ຳຖ້ວມ

ຈາກ ວິກິພີເດຍ

ຄຳທີ່ໃຊ້ ໃນຄວາມໝາຍ “ນ້ຳຖ້ວມ” ໃນພາສາລາວ

ເພື່ອໃຫ້ເຂົ້າບັນຍາກາດຍາມຝົນມີນໍ້າອັ່ງ, ນໍ້ານອງ, ນໍ້າຖ້ວມ, ນໍ້າໄຫລຊຸ…ມື້ນີ້ນຳເອົາຄຳລາວທີ່ ມີເຄົ້າຈາກພາສາປາລີ ໃຊ້ໃນຄວາມໝາຍກວມເຖິງ“ນໍ້າຖ້ວມ” ສ້າງຄວາມເສຍຫາຍຫລາຍອັນມາສະເໜີນັ້ນແມ່ນຄຳທີ່ເຫັນເລື້ອຍໆຄື “ອຸທົກກະໄພ”.

ໃນຕໍາລາຮຽນໄວຍາກອນລາວ ໄດ້ເວົ້າເຖິງການສົນທິຄຳອະທິບາຍ ແຈ້ງໃນລະດັບໜຶ່ງ ກ່ຽວກັບຄຳທີ່ຍົກຂຶ້ນຂ້າງເທິງນີ້ ຄື: ອຸທະກະ+ ພະຍະ= ອຸທະກະໄພ (ພະຍະເປັນໄພ, Xະ ສອງຕົວແປງເປັນຮູບໄມ້ກັນ=ພັຍ, ແຕ່ອັກສອນລາວມີຮູບ ໄX= ໄພ). ສ່ວນຄຳ “ອຸທະ ກະ” ເຊິ່ງໝາຍເຖິງ “ນໍ້າ, ແມ່ນໍ້າ…” ກໍ່ແປງຮູບສະຫລະ ຕາມຫລັກແປງອັກສອນ: ທະກະ, ສະຫລະ Xະ ສອງຕົວຊ້ອນກັນ...ແປງເປັນໄມ້ກົງ (ໃນກໍລະນີຄຳທີ່ຍົກຂຶ້ນ) ເປັນອຸທົກ; ການໃຊ້ໃນຕົວຈິງສ່ວນຫລາຍ ຈຶ່ງນິຍົມຮູບຄຳ “ອຸທົກກະໄພ”, ແຕ່ຈະ ໃຊ້ໃນຮູບ “ອຸທະ ກະໄພ” ກໍ່ໄດ້ ຄວາມໝາຍ ແລະ ພົບເຫັນການໃຊ້ ໃນພາສາກະວີ ແລະ ເປັນສຳນວນບາງຄັ້ງຄາວ.

ໃນພົດຈະນານຸກົມ ພາສາລາວ ຂອງທ່ານ ດຣ. ທອງຄຳ ອ່ອນມະນີສອນ ພິມປີ 2008 ແລະ ຂອງ ທ່ານ ສີວຽງແຂກ ກອນນີວົງ ພິມປີ 2005 ໄດ້ບັນຈຸຄຳ “ອຸທົກກະໄພ” ໄວ້ເຊັ່ນດຽວກັນ ໂດຍອະທິບາຍ ຄວາມໝາຍທາງວັດຈະນະວ່າ: ອຸທະກະໄພ ເປັນຄຳນາມ (ເຄົ້າມາຈາກພາສາປາລີ) ຄວາມໝາຍ: ໄພອັນຕະລາຍທີ່ເກີດຂຶ້ນຈາກນໍ້າຖ້ວມ. ອຸທົກກະໄພ ກໍ່ວ່າ.