XML
ຈາກ ວິກິພີເດຍ
XML (ຫຍໍ້ມາຈາກ Extensible Markup Language (ພາສາໝາຍຂະຫຍາຍໄດ້)) ຖືກສ້າງຂຶ້ນເພື່ອການແລກປ່ຽນຂໍ້ມູນເປັນໂຄງສ້າງ ລະຫວ່າງ ລະບົບທີ່ແຕກຕ່າງກັນ ໂດຍສະເພາະແມ່ນ ທີ່ຜ່ານທາງ ອິນເຕີເນັດ[໑]. ຈຸດພິເສດໜຶ້່ງ ຂອງມັນແມ່ນ ມັນຖືກສ້າງໃຫ້ເປັນພາສາທີ່ໃຫ້ທັງຄົນ ແລະ ຄອມພີວເຕີອ່ານເຂົ້າໃຈ. ມັນແມ່ນໄຟລ໌ໂຕໜັງສືທຳມະດາທີ່ລົງທ້າຍໂດຍ .xml ແລະ ສາມາດອ່ານໄດ້ ໃນທຸກໆ ລະບົບປະຕິບັດງານ. W3C (World Wide Web Consortium) ສະໜັບສະໜຸນການນຳໃຊ້ XML.
ຕົວຢ່າງ:
<ສູດອາຫານ ຊື່="ເຂົ້າຈີ່" ເວລາກຽມ="5 ນາທີ" ເວລາແຕ່ງ="3 ຊົ່ວໂມງ"> <ຫົວຂໍ້>ເຂົ້າຈີ່ທຳມະດາ</ຫົວຂໍ້> <ສ່ວນປະກອບ ຈຳນວນ="3" ຫົວໜ່ວຍ="ຈອກ">ແປ້ງເຂົ້າບະເລ</ສ່ວນປະກອບ> <ສ່ວນປະກອບ ຈຳນວນ="0.25" ຫົວໜ່ວຍ="ກຣາມ">ເຊື້ອເຂົ້າຈີ່</ສ່ວນປະກອບ> <ສ່ວນປະກອບ ຈຳນວນ="1.5" ຫົວໜ່ວຍ="ຈອກ" ສະພາວະ="ອຸ່ນ">ນໍ້າ</ສ່ວນປະກອບ> <ສ່ວນປະກອບ ຈຳນວນ="1" ຫົວໜ່ວຍ="ບ່ວງກາເຟ">ເກືອ</ສ່ວນປະກອບ> <ວິທີ> <ຂັ້ນຕອນ>ປົນສ່ວນປະກອບທັງໝົດໃສ່ກັນ.</ຂັ້ນຕອນ> <ຂັ້ນຕອນ>ນວດໃຫ້ເຂົ້າກັນ.</ຂັ້ນຕອນ> <ຂັ້ນຕອນ>ປົກແລ້ວປະໄວ້ປະມານໜຶ່ງຊົ່ວໂມງໃນຫ້ອງອຸນະພູມປົກກະຕິ.</ຂັ້ນຕອນ> <ຂັ້ນຕອນ>ນວດອີກ.</ຂັ້ນຕອນ> <ຂັ້ນຕອນ>ເອົາໃສ່ໃນກັບ.</ຂັ້ນຕອນ> <ຂັ້ນຕອນ>ປົກແລ້ວປະໄວ້ປະມານໜຶ່ງຊົ່ວໂມງໃນຫ້ອງອຸນະພູມປົກກະຕິ.</ຂັ້ນຕອນ> <ຂັ້ນຕອນ>ອົບໃນເຕົາອົບໂດຍອຸນະພູມ 350 ອົງສາຟາເຣັນຮາຍ ເປັນເວລາ 30 ນາທີ.</ຂັ້ນຕອນ> </ວິທີ> </ສູດອາຫານ>
Cite error: <ref> tags exist, but no <references/> tag was found