ເລໂອນາໂດ ດາ ວິນຊີ

ຈາກ ວິກິພີເດຍ
(ປ່ຽນເສັ້ນທາງມາຈາກ Leonardo da Vinci)
ພາບບຸກຄົນແຕ້ມໂດຍຟຣານເຊສໂກ ເມລຊີ ໃນຊ່ວງປີ ຄ.ສ. 1515 ເຖິງ ຄ.ສ. 1518 ເຊິ່ງແມ່ນຮູບດຽວໃນຫຼາຍຮູບທີ່ເຊື່ອວ່າເປັນຮູບດາ ວິນຊີ[1][2]

ເລໂອນາໂດ ດີ ແຊ ປີເອໂຣ ດາ ວິນຊີ (ອິຕາລີ: Leonardo di ser Piero da Vinci; 15 ເມສາ ຄ.ສ. 1452 - 2 ພຶດສະພາ ຄ.ສ. 1519) ເປັນຜູ້ຮອບຮູ້ຊາວອີຕາລີໃນຍຸກຟື້ນຟູສິນລະປະວິດທະຍາ ແມ່ນເປັນທັງນັກແຕ້ມຮູບ, ນັກສິລະປິນ, ວິສະວະກອນ, ນັກວິທະຍາສາດ, ນັກທິດສະດີ, ຊ່າງແກະສະຫຼັກ ແລະສະຖາປະນິກ[3] ໃນຂະນະທີ່ຊື່ສຽງຂອງເຂົາໂດຍທົ່ວໄປຢູ່ໃນຄວາມສໍາເລັດໃນຖານະນັກແຕ້ມ ດາ ວິນຊີເປັນທີ່ຮູ້ຈັກຈາກປື້ມບັນທຶກຂອງເຂົາ ເຊິ່ງເຂົາໄດ້​ແຕ້ມ​ຮູບ​ແລະ​ບັນ​ທຶກ​ກ່ຽວ​ກັບ​ຫົວ​ຂໍ້​ທີ່​ແຕກ​ຕ່າງ​ກັນ​ຫຼາຍ​ຢ່າງທັງກາຍວິພາກ, ດາລາສາດ, ພືດສາດ, ການເຮັດແຜນທີ່, ການແຕ້ມຮູບ ແລະຊາກບູຮານ ຄາມອັດສະລິຍະຂອງດາ ວິນຊີຊີ້ໃຫ້ເຫັນອຸດົມການຂອງມະນຸດນິຍົມໃນຍຸກຟື້ນຟູສິນລະປະວິດທະຍາ[4]

ອ້າງອິງ[ດັດແກ້]

  1. "A portrait of Leonardo c.1515–18". Royal Collection Trust. Archived from the original on 23 November 2020. Retrieved 26 September 2020.
  2. Zöllner 2019, p. 20.
  3. Kemp 2003.
  4. Heydenreich 2020.

ເອກະສານ[ດັດແກ້]

ແຫຼ່ງຂໍ້ມູນອື່ນ[ດັດແກ້]