ກູໂກລ

ຈາກ ວິກິພີເດຍ

(ໂອນມາຈາກ Google)
ກູໂກລ (Google, Inc).
ປະເພດ ບໍລິສັດມະຫາຊົນ
ກໍ່ຕັ້ງ ເມັນໂລ ປາຣ໌ກ, ແຄລິຟໍຣ໌ເນຍ (ກັນຍາ 7 1998)[໑]
ຜູ້ກໍ່ຕັ້ງ ເຊີຣ໌ເກ ບຣິນ
ລາຣ໌ຣີ ເພຈ
ສູນໃຫຍ່ ແມ່ແບບ:Country data U.S. Googleplex, Mountain View, California, ອະເມຣິກາ
ຂອບເຂດໃຫ້ບໍລິການ Worldwide
ບຸກຄົນສໍາຄັນ Dr. Eric E. Schmidt
(Chairman) & (CEO)
ເຊີຣ໌ເກ ບຣິນ
(Technology President)
ລາຣ໌ຣີ ເພຈ
(Products President)
ອຸດສາຫະກໍາ ອິນເຕີຣ໌ເນັຕ, ຊອຟຕ໌ແວຣ໌
ສິນຄ້າ ເບິ່ງ ລາຍການສິນຄ້າຂອງກູໂກນ
ຂະຫນາດຕະຫລາດ US$ 179.07 Billion (2008)
ລາຍໄດ້ ຮູບ:Green Arrow Up (Darker).png55.97% US$ 16.593 Billion (2007)[໒]
ກໍາໄລການດໍາເນີນການ ຮູບ:Green Arrow Up (Darker).png30.64% US$ 5.084 Billion (2007)[໒]
ກໍາໄລສຸດທິ ຮູບ:Green Arrow Up (Darker).png25.33% US$ 4.203 Billion (2007)[໒]
ຊັບສິນທັງຫມົດ ແມ່ແບບ:Increase US$ 25.335 Billion (2007)[໒]
ລາຄາຫຸ້ນທັງຫມົດ ແມ່ແບບ:Increase US$ 22.689 Billion (2007)[໒]
ຈໍານວນພະນັກງານ 19,604 (June 30 2008)[໓]
ເວັບໄຊຕ໌ Google.la

ກູໂກລ (Google) ເປັນຊື່ຂອງ ເວັບໄຊຕ໌ ທີ່ໂດ່ງດັງຈາກການບໍລິການ ອິນເຕີຣ໌ເນັຕ ຫລືເອີ້ນວ່າ ເຄື່ອງມືຄົ້ນຫາຢູ່ໃນອິນເຕີຣ໌ເນັຕ ແລະ ເປັນຊື່ຂອງບໍລິສັດພັດທະນາເວັບໄຊຕ໌ກູໂກລ.

ເວັບໄຊຕ໌ກູໂກລໄດ້ຮັບຄວາມນິຍົມຈາກຜູ້ໃຊ້ ເນື່ອງຈາກຄວາມສາມາໃນການຊອກຫາຂໍ້ມູນໄດ້ຖືກຕ້ອງ ກັບຄວາມຕ້ອງການຂອງຜູ້ໃຊ້ຫລາຍທີ່ສຸດ ແລະ ມີຂໍ້ມູນຂອງດັດຊະນີການຄົ້ນຫາ ຫລາຍກວ່າ ແປດພັນລ້ານເວັບໄຊຕ໌ (ຂໍ້ມູນເມືອ ເມຖຸນາ 2005).

ໃນປະຈຸບັນນີ້ ມີບັນດາຜູ້ໃຊ້ ອິນເຕີຣ໌ເນັຕ ຈຳນວນຫລວງຫລາຍຫລົງໄຫລກັບກູໂກລ ເຖີງຂັ້ນໄດ້ແຕ່ງເພັງອຸທຶດໃຫ້ກັບຄວາມຍິ່ງໃຫຍ່ຂອງກູໂກລ

ເນື້ອໃນ

[ດັດແກ້] ປະຫວັດ ແລະ ເວັບໄຊຕ໌

[ດັດແກ້] ໄລຍະກໍ່ຕັ້ງ

ຈາກຊ້າຍຫາຂວາ, Eric E. Schmidt, ເຊີຣ໌ເກ ບຣິນ ແລະ ແລຣ໌ຣີ ເພຈ
ຈາກຊ້າຍຫາຂວາ, Eric E. Schmidt, ເຊີຣ໌ເກ ບຣິນ ແລະ ແລຣ໌ຣີ ເພຈ

ກູໂກລ ກໍ່ຕັ້ງໂດຍແລຣ໌ຣີ ເພຈ(Larry Page) ແລະ ເຊີຣ໌ເກ ບຣິນ(Sergey Brin) ເລິ່ມການພັດທະນາມາຈາກໂຄງການວິໃຈ ເຊີ່ງເປັນວິທະຍານິພົນ ໃນໄລຍະເວລາທີ່ທັງສອງຮຽນລະດັບປະລີນຍາເອກຢູ່ ມະຫາວິທະຍາໄລ ສະແຕນຟອດ ສະຫະລັດອະເມລິກາ ໃນປີ ຄ.ສ. 1996 ໂດຍໃຊ້ຊື່ໂຄງການວ່າ ແບກຮັບ ໂດຍແນໃສ່ເນື້ອໃນໃນການຄົ້ນຫາຂໍ້ມູນໃນອິນເຕິເນັດ ທັງສອງ ເພຈ ແລະ ບຣິນ ໄດ້ຕັດສີນໃຈທົດລອງ ປະສິດທິພາບລະບົບການຄົ້ນຫາຂອງເຂົາເຈົ້າ ເຊີ່ງໄດ້ຈົດທະບຽນຊື່ໂດເມນ Google ເມື່ອວັນທີ່ 15 ກັນຍາ ຄ.ສ. 1997 ພາຍຫລັງໄດ້ໃຊ້ຊື່ ກູໂກລເປັນຊື່ຂອງບໍລິສັດທີ່ໄດກໍ່ຕັ້ງຂື້ນເມື່ອ ຄ.ສ. 1998

ໄລຍະຕໍ່ມາບໍລິສັໄດ້ອະນຸຍາໃຫ້ຜູ້ພັດທະນາໂປຣແກຣມອື່ນໆ ສາມາດເອົາຊອສໂຄດຂອງ ກູໂກລໄປໃຊ້ຕໍ່ໄດ້ ໂດຍໃຊ້ຖານຂໍ້ມູນຈາກກູໂກລ ຕົວຢ່າງບໍລິສັຕ່າງໆ ທີ່ໄດ້ນຳໄປໃຊ້ມີດັ່ງນີ້ ອົງການມອຊຊີລ້າ ຜູ້ພັທະນາເວັບເບຣົາວ໌ເຊີຣ໌ (browser) ໄຟຟອກ ບໍລິສັດແອບເປີນ ຄອມພິວເຕີຣ໌ ຜູ້ພັທະນາເວັບເບຣົາວ໌ເຊີຣ໌ ຊາຟາຮີ ໃຊ້ໃນແມັກຄອມພິວເຕີຣ໌.

[ດັດແກ້] ການເຂົ້າສູ່ຕະຫລາຫຸ້ນ ເປັນບໍລິສັດມະຫາຊົນ

ໃນປີ ຄ.ສ. 2004 ໄດ້ປ່ຽນເປັນເປັນບໍລິສັດມະຫາຊົນ ໂດຍການເຂົ້າສູ່ຕະຫລາຫຸ້ນ ແນດສແດກ (NASDAQ) ໂດຍໃຊ້ດັດຊະນີຊື່ GOOG ຫຸ້ນຂອງກູໂກລໃນໄລຍະທີ່ເປີດ Initial Public Offering (IPO) ມີມູນຄ່າສູງຂື້ນຫລາກວ່າ 200% ໃນເວລາປິດຕະຫລາດຫຸ່ນຂອງມື້ທຳອິດທີ່ໄດ້ປະກາດ (ປຽບທຽບກັບ ໄປ່ຕູ້ ບໍລິສັດຄົ້ນຫາຂໍ້ມູນໃນອິນເຕິເນັດຂອງຈີນ ມູນຄ່າສູງຂື້ນ 354% ໃນເວລາປິດຕະຫລາດຫຸ່ນຂອງມື້ທຳອິດ ວັນທີ່ 5 ສີງຫາ ຄ.ສ. 2005)

[ດັດແກ້] ຊື່ Google

ຊື່ "Google" ມາຈາກຄຳວ່າ "googol" ມີຄວາມຫມາຍທາງເລກຄະນິດເປັນຈຳນວນມະຫາສານ ເທົ່າກັບ ສິບຍົກກຳລັງຮ້ອຍ ຫລືເລກ 1 ແລ້ວມີເລກ 0 ນຳຫລັງອີກຫນື່ງຮ້ອຍໂຕ 10100 ຊື່ນີ້ເພື່ອສະແດງເຖິງເປົ້າຫມາຍຂອງ ບໍລິສັດ ທີ່ຈະບໍລິຫານຂໍ້ມູນຈຳນວນຫລວງຫລາຍ ແຕ່ອີກແຫລ່ງຂ່າວຫນື່ງບອກວ່າຊື່ Google ມາຈາກຄວາມຜິດພາດໃນຕອນທີ່ລົງທະບຽນໂດເມັນເນັມ

ໃນວັນທີ່ 10 ກໍລະກົດ ຄ.ສ. 2005 ກູໂກລໄດ້ຊະນະການຟ້ອງໃນສານ ໃນຄະດີທີ່ມີບໍລິສັດຕ່າງໆ ໄດ້ຕັ້ງຊື່ໃກ້ຄຽງ ໄດ້ແກ່ googkle.com ghoogle.com ແລະ gooigle.com ເພື່ອໃຫ້ຜູ້ໃຊ້ຫລົງເຂົ້າເວັບໄຊຕ໌ ຂອງຕົນ ໄດ້ເຮັດໃຫ້ເກີດຄວາມເສັຍຫາຍຕໍ່ຊື່ສຽງຂອງກູໂກລ

[ດັດແກ້] ລະບົບຂອງໂປຣແກຣມກູໂກລ

ຮູບພາບການໃຊ້ງານຈາກເວັບໄຊຕ໌ກູໂກລ ທີ່ເຮັດວຽກຮ່ວມກັບໄຟຟອກ ໃນການແນະນຳຄຳທີ່ໃຊ້ຊອກຫາ
ຮູບພາບການໃຊ້ງານຈາກເວັບໄຊຕ໌ກູໂກລ ທີ່ເຮັດວຽກຮ່ວມກັບໄຟຟອກ ໃນການແນະນຳຄຳທີ່ໃຊ້ຊອກຫາ

[ດັດແກ້] ການກັບລວບລວມຂໍ້ມູນ

ກູໂກລໄດ້ລວມຂໍ້ມູນຂອງເວັບໄຊຕ໌ຕ່າງໆ ເຂົ້າໃນຖານຂໍ້ມູນໂດຍໃຊ້ໂປຣແກຣມທີ່ເປີດເວັບໄຊ້ຕ່າງໆດ້ວຍໂຕເອງ ມີຊື່ວ່າສະໄປເດີຣ໌ ຫລື ແມງມູມ (spider, web crawler, robot) ລວມກັບ ອັລກໍຣິທຶມ (Algorism) ສະເພາະ ທີ່ໄດ້ຄິດຄົ້ນໂດຍ ເພຈ ແລະ ບຣິນ ໃນການຈັດລຳດັບຂອງການສະແດງຜົນໃນການຄົ້ນຫາວ່າເວັບໃດຈະມີລຳດັບສູງກວ່າ

ລະບົບຈັດລຳດັບຄວາມກ່ຽວຂ້ອງຂອງແຕ່ລະເວັບຂອງກູໂກລ ທີ່ເອີ້ນວ່າ ເພຈແລ້ງຄ໌ ຫລືອອັນດັບເວັບ (PageRank) ໄດ້ຈົດສິດທິບັດໃນ ຄ.ສ. 2001

[ດັດແກ້] ຂໍ້ມູນໃນຖານຂໍ້ມູນຂອງກູໂກລ ແຕ່ລະໄລຍະ

(ມາຈາກ: GoogleBlog [໔] [໕] [໖])

[ດັດແກ້] ຮາດແວຣ໌ ຫລື ອຸປະກອນຄອມພິວເຕິຣ໌ ທີ່ໃຊ້ໃນລະບົບຂອງກູໂກລ

ອ້າງອິງຈາກຂໍ້ມູນຂອງກູໂກລ IPO S-1 ເດືອນ ເມສາ ຄ.ສ. 2004 ອ້າງອິງຈາກ Internet unit of a large financial firm [໗]

[ດັດແກ້] ຜະລິດຕະພັນ ຂອງກູໂກລ

ການຄົ້ນຫາຂໍ້ມູນ

ການຄົ້ນຄວ້າ ແລະ ສ້າງສັນສິ່ງໃຫມ່

  • Code
  • Custom Search
  • Labs Labs

ການສື່ສານ, ການສະແດງ ແລະ ການແລກປ່ຽນ

  • Blogger
  • Calendar
  • Docs
  • Gmail
  • Groups
  • Orkut
  • Picasa
  • SketchUp
  • Talk
  • Translate
  • YouTube

ມືຖື

  • Maps for mobile
  • Mobile
  • SMS

ເຮັດໃຫ້ຄອມພິວເຕີຣ໌ດີຂື້ນ

  • Pack
  • Web Accelerator

[ດັດແກ້] ບໍລິການຕ່າງໆ ຂອງກູໂກລ

ນອກຈາກນີ້ກູໂກລກຳລັງພັດທະນາການຄົ້ນຫາລະບົບອື່ນໆ ເຊັ່ນ ຟາຍ ວີດີໂອ ແລະ ການຊອກຫາຂໍ້ມູນໂດຍການສົ່ງຄຳທີ່ຊອກຫາຜ່ານ SMS ຈາກໂທລະສັບ

[ດັດແກ້] ອ້າງອິງຈາກ

  1. ແມ່ແບບ:Cite journal
  2. ໒.໐ ໒.໑ ໒.໒ ໒.໓ ໒.໔ ແມ່ແບບ:Cite web
  3. ແມ່ແບບ:Cite web
  4. ກູໂກລບລອກ
  5. ກູໂກລກລຸບ
  6. ກູໂກລແຄດຕາລອກ
  7. How many Google machines
Commons:Category
Commons ມີພາບກ່ຽວກັບ:
ກູໂກລ
ເຄື່ອງມືສ່ວນຕົວ