ໝູ່ເກາະມາລູວີນ

ຈາກ ວິກິພີເດຍ
(ປ່ຽນເສັ້ນທາງມາຈາກ Falkland Islands)
ໝູ່ເກາະມາລູວີນ

Falkland Islands (ອັງກິດ)
ທຸງຊາດໝູ່ເກາະມາລູວີນ
ທຸງຊາດ
ເຄື່ອງໝາຍຊາດຂອງໝູ່ເກາະມາລູວີນ
ເຄື່ອງໝາຍຊາດ
ຄຳຂວັນDesire the right (ປາຖະໜາຄວາມຍຸຕິທຳ)
ເພງຊາດກັອດເຊບເດິຄິງ (ເພງສັນລະສັນພະບາລະມີ)
ເພງປະຈຳຊາດ:Song of the Falklands (Marcha de las Malvinas) (ຢ່າງບໍ່ເປັນທາງການ)
ທີ່ຕັ້ງຂອງໝູ່ເກາະມາລູວີນ
ເມືອງຫຼວງ
ແລະ ເມືອງໃຫຍ່ທີ່ສຸດ
ສະແຕນລີ
ພາສາລັດຖະການພາສາອັງກິດ
ການປົກຄອງລັດຖະບານອານານິຄົມໃນລະບົບລັດຖະສະພາແບບລາຊາທິປະໄຕພາຍໃຕ້ລັດຖະທຳມະນູນ
• ພະມະຫາກະສັດ
ສົມເດັດພຣະເຈົ້າຊາລສ໌ທີ 3
• ຜູ້ວ່າລາຊະການ
ອາລິສັນ ເບຼກ
ສະພານິຕິບັນຍັດສະພານິຕິບັນຍັດແຫ່ງໝູ່ເກາະມາລູວີນ
ອານານິຄົມພົ້ນທະເລຂອງສະຫະລາຊະອານາຈັກ
ພື້ນທີ່
• ລວມ
12,173 ຕາລາງກິໂລແມັດ (4,700 ຕາລາງໄມລ໌) (162)
0
ປະຊາກອນ
• 2555 ປະມານ
2,841[1] (220)
0.26 ຕໍ່ຕາລາງກິໂລແມັດ (0.7 ຕໍ່ຕາລາງໄມລ໌) (241)
GDP (ອຳນາດຊື້)2548 (ປະມານ)
• ລວມ
75 ລ້ານໂດລາສະຫະລັດ (223)
55,400 ໂດລາສະຫະລັດ[2] (7)
ຈີນີ (2010)34.17[3]
ປານກາງ · 64
HDI (2010)0.874[4]
ສູງຫຼາຍ · 20
ສະກຸນເງິນປອນມາລູວີນ1 (FKP)
ເຂດເວລາUTC-4
• ລະດູຮ້ອນ (ເວລາອອມແສງ)
UTC-3
ຂັບລົດດ້ານຊ້າຍມື
ລະຫັດໂທລະສັບ500
ລະຫັດອິນເຕີເນັດ.fk
1ຜູກຕິດກັບຄ່າເງິນປອນສະເຕີລິງ (GBP)

ໝູ່ເກາະມາລູວີນ (ອັງກິດ: Falkland Islands) ຫຼື ໝູ່ເກາະມາວີນັສ (ແອັດສະປາຍ: Islas Malvinas) ເປັນກຸ່ມເກາະຕັ້ງຢູ່ໃນໝູ່ເກາະອັດລັງຕິກໃຕ້ເທິງໄຫຼ່ທະວີບປາຕາໂກນີ ໝູ່ເກາະຫຼັກຢູ່ຫ່າງຈາກແຄມຝັ່ງປາຕາໂກນີທີ່ເສັ້ນຂະໜານປະມານ 52° ໃຕ້ ໄປທາງຕາເວັນອອກປະມານ 500 ກິໂລແມັດ ກຸ່ມເກາະມີພື້ນທີ່ 12,173 ຕາລາງກິໂລແມັດ ປະກອບດ້ວຍເກາະມາລູວີນຕາເວັນອອກ, ມາລູວີນຕາເວັນຕົກ ແລະ ເກາະທີ່ນ້ອຍເກາະອື່ນອີກ 776 ເກາະ. ໝູ່ເກາະດັ່ງກ່າວເປັນດິນແດນພົ້ນທະເລຂອງສະຫະລາຊະອານາຈັກ ມີລະດັບການປົກຄອງຕົນເອງພາຍໃນສູງ ໂດຍມີສະຫະລາຊະອານາຈັກຮັບປະກັນລັດຖະບານທີ່ດີ ແລະ ຮັບຜິດຊອບທາງດ້ານການປ້ອງກັນໄພ ແລະ ການຕ່າງປະເທດ. ເມືອງຫຼວງ ແມ່ນ ສະແຕນລີໃນເກາະມາລູວີນຕາເວັນອອກ.

ມີການໂຕ້ຖຽງວ່າດ້ວຍການຄົ້ນພົບໝູ່ເກາະມາລູວີນຄັ້ງທຳອິດ ແລະ ການລ່າອານານິຄົມໂດຍຊາວເອີຣົບໃນເວລາຕໍ່ມາ, ຫຼາຍຊ່ວງ ໝູ່ເກາະມີນິຄົມຝຣັ່ງ, ອັງກິດ, ແອັດສະປາຍ ແລະ ອາກຊັງຕີນ ອັງກິດສະຖາປະນາການປົກຄອງອີກຄັ້ງໃນປີ ຄ.ສ 1833 ເຖິງແມ່ນວ່າອາກຊັງຕີນຈະຍັງຄົງອ້າງສິດເໜືອໝູ່ເກາະຕໍ່ໄປ ໃນປີ ຄ.ສ 1982 ຫຼັງການບຸກຄອງໝູ່ເກາະຂອງອາກຊັງຕີນ ເກີດສົງຄາມມາລູວີນທີ່ບໍ່ມີການປະກາດສົງຄາມຍາວນານສອງເດືອນລະຫວ່າງອາກຊັງຕີນ ກັບ ສະຫະລາຊະອານາຈັກ ຈົນມາຮອດກອງກຳລັງອາກຊັງຕີນທັງໝົດຍອມຈຳນົນ ແລະ ການຄືນໝູ່ເກາະໃຫ້ຢູ່ໃນການປົກຄອງຂອງອັງກິດ.

ປະຊາກອນໝູ່ເກາະມາລູວີນ ເຊິ່ງປະເມີນຢູ່ທີ່ 2,841 ຄົນ ປະກອບດ້ວຍຊາວໝູ່ເກາະມາລູວີນທ້ອງຖິ່ນເປັນຫຼັກ ສ່ວນຫຼາຍມີເຊື້ອສາຍອັງກິດ ຊາດພັນອື່ນ ໄດ້ແກ່ ຝຣັ່ງ, ຈິບຣານຕາ ແລະ ສະກັງດີນາວີ ການເຂົ້າເມືອງຈາກສະຫະລາຊະອານາຈັກ ແຊັງເຮເລນາ ແລະ ຊີເລເຮັດໃຫ້ໝູ່ເກາະມີປະຊາກອນເພີ່ມຂຶ້ນ ຈາກເດີມທີ່ຫຼຸດລົງ ພາສາເດັ່ນ ແລະ ພາສາລັດຖະການ ແມ່ນ ພາສາອັງກິດ ພາຍໃຕ້ພະລາຊະນິຕິບັນຍັດສັນຊາດອັງກິດ ປີ ຄ.ສ 1983 ຊາວໝູ່ເກາະມາລູວີນເປັນພົນລະເມືອງອັງກິດຕາມກົດໝາຍ.

ໝູ່ເກາະຢູ່ບ່ອນແນວແບ່ງເຂດລະຫວ່າງເຂດລັກສະນະອາກາດເຄິ່ງຂົ້ວໂລກເຂດມະຫາສະໝຸດກັບເຂດອົບອຸ່ນມະຫາສະໝຸດ ໂດຍເກາະຫຼັກທັງສອງມີເຂດພູສູງເຖິງ 700 ແມັດ ໝູ່ເກາະເປັນທີ່ຢູ່ຂອງປະຊາກອນນົກຂະໜາດໃຫຍ່ ເຖິງແມ່ນວ່ານົກຫຼາຍຊະນິດຈະບໍ່ປະສົມພັນໃນເກາະຫຼັກອີກຕໍ່ໄປເພາະຜົນຂອງຊະນິດພັນທີ່ນຳເຂົ້າມາ ກິດຈະກຳທາງເສດຖະກິດຫຼັກ ເຊັ່ນ: ການຫາປາ, ການທ່ອງທ່ຽວ, ການລ້ຽງແກະໂດຍເນັ້ນການສົ່ງອອກຂົນແກະຄຸນນະພາບສູງ ແລະ ການສຳຫຼວດນ້ຳມັນ ເຊິ່ງລັດຖະບານໝູ່ເກາະມາລູວີນເປັນຜູ້ອອກໃບອະນຸຍາດ ຍັງໂຕ້ຖຽງກັນອັນເປັນຜົນຈາກຂໍ້ຂັດແຍ້ງທາງທະເລກັບອາກຊັງຕີນ.


ອ້າງອີງ[ດັດແກ້]

  1. "Headline results of 2012 Falkland Islands Census released". Falkland Islands Government. 10 September 2012. Archived from the original on 2014-05-29. Retrieved 19 December 2012.
  2. 2002 estimate. "CIA World Factbook 2012". cia.gov. Archived from the original on 2010-02-01. Retrieved 2013-01-04.
  3. Avakov 2013, p. 54.
  4. Avakov 2013, p. 47.

ແຫຼ່ງຂໍ້ມູນອື່ນ[ດັດແກ້]

Commons:Category
Commons:Category
Commons ມີພາບກ່ຽວກັບ:
ໝູ່ເກາະມາລູວີນ

Falkland Islands ຈາກ Wikivoyage