Endogenous growth model

ຈາກ ວິກິພີເດຍ

ການຂະຫຍາຍຕົວທາງເສດຖະກິດດ້ວຍທຶນພາຍໃນ (ຂຽນເປັນພາສາອັງກິດວ່າ: Endogenous growth theory) ຖືວ່າ ໃນເບື້ອງຕົ້ນ ການຂະຫຍາຍຕົວທາງເສດຖະກິດເກີດຂຶ້ນ ຍ້ອນຜູ້ຜະລິດສິນຄ້າເປັນຜູ້ໃຫ້ທຶນ ແລະ ບໍ່ໄດ້ເກີດຈາກແຮງຢູ້ຈາກພາຍນອກ.[1] ການຂະຫຍາຍຕົວທາງເສດຖະກິດດ້ວຍທຶນພາຍໃນ ຖືວ່າ ການລົງທຶນດ້ານຊັບພະຍາກອນມະນຸດ, ຫົວຄິດປະດິດສ້າງ ແລະ ຄວາມຮູ້ ເປັນສິ່ງປະກອບສ່ວນທີ່ສຳຄັນ ຕໍ່ການຂະຫຍາຍຕົວທາງເສດຖະກິດ. ທິດສະດີດັ່ງກ່າວ ຍັງສຸມໃສ່ຜົນກະທົບພາຍນອກດ້ານບວກ ແລະ ຜົນກະທົບພາຍນອກດ້ານລົບ ຂອງເສດຖະກິດພູມປັນຍາ ເຊ່ິງສົ່ງຜົນຕໍ່ການພັດທະນາເສດຖະກິດ. ການຂະຫຍາຍຕົວທາງເສດຖະກິດດ້ວຍທຶນພາຍໃນ ຍັງຖືວ່າ ມາດຕະການທາງນະໂຍບາຍ ມີຜົນກະທົບຕໍ່ອັດຕາການການຂະຫຍາຍຕົວທາງເສດຖະກິດໃນໄລຍະຍາວ ຕົວຢ່າງ: ການໃຫ້ເງິນສະຫນັບສະຫນູນເພື່ອ ການຄົ້ນຄວ້າວິໄຈ ແລະ ການພັດທະນາ ແລະ ການສຶກສາ ຈະຊ່ວຍເພີ່ມອັດຕາການຂະຫຍາຍຕົວທາງເສດຖະກິດ ໃນຕົວແບບການຂະຫຍາຍຕົວທາງເສດຖະກິດດ້ວຍທຶນພາຍໃນ ຈຳນວນຫນຶ່ງ ໂດຍການເພີ່ມແຮງຈູງໄຈ ສຳລັບ ຫົວຄິດປະດິດສ້າງ.

ນິຍາມ ຕົວແປແບບດຸນດ່ຽງ (ຂຽນເປັນພາສາອັງກິດວ່າ: Endogenous Variable) ການຈຳແນກຕົວແປໃດຫນຶ່ງທີ່ໄດ້ຈາກຕົວແບບທາງສະຖິຕິ ທີ່ຖືກອະທິບາຍຈາກຄວາມສຳພັນ ລະຫວ່າງຕຳລາໃນຕົວແບບ ຕົວຢ່າງ: ລາຄາດຸນດ່ຽງຂອງສິນຄ້າໃນຕົວແບບເບື້ອງການສະຫນອງ ແລະ ເບື້ອງຄວາມຕ້ອງການ ມີຄວາມດຸ່ນດ່ຽງກັນ ຫລື ມີຄ່າເທົ່າທຽມກັນ ຍ້ອນວ່າມັນເປັນຄ່າທີ່ຜູ້ຜະລິດເປັນຜູ້ກຳນົດ ເພື່ອຕອບສະຫນອງຄວາມຕ້ອງການຂອງຜູ້ຊົມໃຊ້. ເຊິ່ງມັນເປັນຕົວແປທີ່ມີຄວາມຫມາຍກົງກັນຂ້າມກັບ ຕົວແປພາຍນອກ (exogenous variable)

ຄວາມຫມາຍຂອງການດຸ່ນດ່ຽງ (equilibrium) ແມ່ນເງື່ອນໄຂຂອງລະບົບໃດຫນຶ່ງ ທີ່ຕົວອິດທິພົນທັງຫມົດ ດຸ່ນດ່ຽງກັນ

ອ່ານເພີ່ມເຕີມ: http://www.investopedia.com/terms/e/endogenous-variable.asp#ixzz1ukrNHanM

ຮຽບຮຽບໂດຍ: ດຣ. ທອງສັມລິດ ອ່ອນມະນີສອນ